ຫວຽດນາມ ພາຍຫລັງ 5 ປີທີ່ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ WTO

ຫວຽດນາມ ພາຍຫລັງ 5 ປີທີ່ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ WTO - ảnh 1
      ການສຳມະນາພາຍຫລັງ 5 ປີທີ່ຫວຽດນາມເຂົ້າເປັນສະມາຊິກ WTO
ພາບ: ຈາກ Internet


(vovworld) - ​ພາຍຫລັງ 5 ປີ​ທີ່​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ WTO, ຕະຫລາດ​ສົ່ງ​ອອກ​ຂອງ ຫວຽດນາມ​ໄດ້​ເປີດ​ກວ້າງ​ອອກ​ສູ່ 149 ພື້ນຖານ​ເສດຖະກິດ​ສະມາຊິກ ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ເຕີບ​ໂຕ​ຢ່າງ​ລຽນ​ຕິດ​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຂ້າງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ ຍັງ​ຄົງ​ມີ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ຫນ້ອຍທີ່​ພວມ​ວາງ​ອອກ​ໃຫ້​ແກ່​ຫວຽດນາມ​ໃນ​ວິວັດ​ການ​ເຂົ້າ​ເປັນ​ສະມາຊິກຂອງ WTO. ທີ່​ກອງ​ປະຊຸມ​ສຳ​ມະ​ນາ “5 ປີ​​ທີ່​ເຂົ້າ​ເປັນ​ສະມາຊິກ​ຂອງ WTO”, ຫວຽດນາມ ​ໄດ້ ​ແລະ ຈະ​ມີ​​ທີ່​ຕັ້ງ​ແນວ​ໃດ​ໃນ​ວິວັດ​ການ​ເຊື່ອມ​ໂຍງ” ຊຶ່ງ​ຫາ​ກໍ​​ຈັດ​ຂຶ້ນ​ໃນ​ອາທິດ​ຜ່ານ​ມາ​ຢູ່ ຮ່າ​ໂນ້ຍ, ມີ​ຜູ້​ຊ່ຽວຊານ​ດ້ານເສດຖະກິດ​, ນັກ​ວາງ​ແຜນ​ນະ​ໂຍບາຍຫລາຍ​ທ່ານຖື​ວ່າ ພື້ນຖານ​ເສດຖະກິດ​ຫວຽດນາມ ​ໄດ້ ​ແລະ ຄວນ​ມີ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ກ່ຽວກັບ​ລະບອບ​ເພື່ອ​ເຊ່ືອມ​ໂຍງ ກັບ​​ພາກ​ພື້ນ ​ແລະ​ໂລກ​ຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ​.

        ທ່ານ​ເລືອ​ງວັນ​ຕື້ ອະດີດ​ລັດຖະມົນຕີ​ກະຊວງ​ການ​ຄ້າ, ອະດີດ​ຫົວຫນ້າ​ຄະນະ​ເຈລະຈາ​ເຂົ້າ​ເປັນ​ສະມາຊິກ WTO ຂອງ​ລັດຖະບານ​ຫວຽດນາມ​ຖື​ວ່າ ​ເລື່ອງ​ເຂົ້າ​ເປັນ​ສະມາຊິກ WTO ​ໄດ້​ສ້າງ​ເປັນ​ລະບົບ​ກົດໝາຍ​ໃຫມ່ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ແຜນ​ນະ​ໂຍບາຍ​ສ້າງ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຢ່າງ​ສົມບູນ​ແບບ. ​ການ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ​​ນັ້ນ​ແມ່ນ ປະຊາຊົນ ​ແລະ ວິ​ສາ​ຫະກິດ​ມີ​ຈີນ​ຕະນາ​ການ​ໃຫມ່, ບໍ່​ສະ​ເພາະ​ໃນຕະຫລາດ​ພາຍ​​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ທົ່ວ​ໂລກ​ອີກ​ດ້ວຍ. ຈຸດ​ພົ້ນ​ເດັ່ນ​ທີ​ສອງ​ນັ້ນ​ແມ່ນ ການ​ສົ່ງ​ອອກ​ຂອງ​ຫວຽດນາມ ​​ບັນລຸ​ລະດັບ​ເຕີບ​ໂຕ​ຢ່າງ​ລ່ຽນ​ຕິດ, ພາຍຫລັງ 5 ປີ​​ເຂົ້າ​ເປັນ​ສະມາຊິກ​ຂອງ WTO ນັ້ນ ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ເກືອບ 98%, ປີ 2011 ບັນລຸ​ເກືອບ 97 ຕື້ USD. ກາ​ນບໍລິການ​ຈຳຫນ່າຍ, ຂາຍຍ່ອຍ​ກໍ​ພັດທະນາ​ຢ່າງ​​ແຮງ, ​ເລື່ອງ​ສ້າງ​ຕັ້ງ​ບັນດາ​ຊັບພະ​ສິນຄ້າ, ສູນ​ການ​ຄ້າ ​ແລະ ຮ້ານ​ຂາຍ​ເຄື່ອງນັບ​ຮ້ອຍ​ແຫ່ງ​ໄດ້​ເຮັດ​ໃຫ້​ໂສມ​ຫນ້າ​ດ້ານ​ການ​ຄ້າຂາຍ​ຍ່ອຍ​ມີ​ການ​ປ່ຽນ​ແປງ​ໄປນຳ, ​ເຮັດ​ໃຫ້​ຄວາມ​ຊີ​ນ​ເຄີຍ​ຊື້​ເຄື່ອງ​ຂອງ​ ຂອງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກປ່ຽນ​ແປງ​ຕາມ​ທິດ​ສີວິ​ໄລ, ທັນ​ສະ​ໄໝ ​ແລະ ປະກອບສ່ວນພໍ​ສົມຄວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ສັງຄົມ.​ ທ່ານ​ເລືອ​ງວັນ​ຕື້ ​ໃຫ້​ຮູ້​ວ່າ:

        “​​ໄລຍະ​ເລີ່​ມຕົ້ນ​ການ​ເຈລະຈາ​​ເພື່ອເຂົ້າ​ເປັນສະມາຊິກ WTO ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຂອງ​ຫວຽດນາມ​ແມ່ນ 400 USD/ຄົນ/ປີ ​ແລະ ​ເມື່ອ​ສີ້​ນສຸດ​ການ​ເຈລະຈາ​ໃນ​ໄລຍະ​ຫນຶ່ງ ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເທົ່າ​ທຽ​ມກັບ​ບັນດາ​ປະ​ເທດ​ພັດທະນາ ​​ໃນ​ລະດັບ​ປານ​ກາງ1000 USD/ຄົນ/ປີ. ​ແຕ່​ບໍ່​ແມ່ນ​ຍ້ອນ​ການ​ເປີດ​ປະຕູ​ຕະຫລາດ​ຈຶ່ງ​​ເຮັດ​ໃຫ້​ລາຍ​ຮັບ​ເພີ່ມ​ຂຶ້ນ ຫາກ​ແມ່ນ​ຄວາມ​ມານ​ະພະຍາຍາມ​ຂອງ​ທົ່ວ​ປວງ​ຊົນ ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ໄດ້​ນຳ​ໃຊ້​ການ​ເປີດ​ກວ້າງ​ຕະຫລາດ​ເພື່ອ​ເພີ່ມ​ການ​ລົງທຶນ​ພັດທະນາ. ​ເມື່ອ​ສິ້ນ​ສຸດ​ການ​ເຈລະຈາ​ເຂົ້າ​ເປັນ​ສະມາຊິກ WTO, ການ​ດຶງ​ດູດ​​ເງິນລົງທຶນ​ຈາກ​ຕ່າງປະ​ເທດ​ກໍ​ເພີ່ມ​ຂຶ້ນ​​ກະ​ໂດດຂັ້ນ, ຂຶ້ນ​ເຖິງ​ກວ່າ 60 ຕື້ USD ​ແລະ ​ເປັນ​ການ​ປະກອບສ່ວນ​ສຳຄັນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ.”

        ຜູ້​ຊ່ຽວຊານດ້ານ​ເສດຖະກິດ​ຫລາຍ​ທ່ານ​ຖື​ວ່າ ຄຽງ​ຂ້າງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ພາຍຫລັງ 5 ປີ​ເຂົ້າ​ເປັນ​ສະມາຊິກ​ຂອງ WTO ພື້ນຖານ​ເສດຖະກິດ​ຫວຽດນາມ ຍັງ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ຫນ້ອຍ​ຈາກ​ກຳລັງ​ດັນ​ຂອງ​ການ​ແກ້​ງ​ແຍ້​ງ​ເພີ່ມ​ຂຶ້ນ, ນັບ​ທັງ​ຕະຫລາດ​ພາຍ​ໃນ ຍ້ອນ​ວ່າ ຫວຽດນາມ​ຕ້ອງ​ເປີດ​ກວ້າງ​ຕະຫລາດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເທື່ອ​ລະ​ກ້າວ. ທ່ານ​ເລືອ​ງວັນ​ຕື້ ຖື​ວ່າ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຍັງ​ບໍ່​ທັນ​ນຳ​ໃຊ້​ບັນດາ​ທ່າ​ໄດ້​ປຽບ​ຂອງ​ຕະຫລາດ​ບັນດາ​ປະ​ເທດ​ສະມາ​ຊິກ WTO ​ເປັນ​ຢ່າງ​ດີ. ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ນັບ​ມື້​ນັ​ບ​ເຕີບ​ໃຫຍ່​ໃນ WTO, ຕາມ​ທ່ານ​ນາງ ຟ້າ​ມທິຈິ​ລານ, ​ຜູ້​ຊ່ຽວຊານ​ເສດຖະກິດ​ແລ້ວ ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ​ຍັງ​ຄົງ​ແມ່ນ​ການ​ຍົກ​ສູງ​ກຳລັງ​ແຮງ​ພາຍ​ໃນ ພ້ອມ​ກັນ​ນັ້ນ ບັນດາ​ວິ​ສາ​ຫະກິດ​ຕ້​ອງ​ແກ້​ໄຂ​ຂໍ້​ຕິດ​ຂັດ​ສາມ​ຢ່າງ​ກ່ຽວ​ກັບ​ລະບຽບການ, ພັດທະນາ                ​ແຫ​ລ່ງຊັບພະຍາກອນ​ມະນຸດ ​ແລະ ພື້ນຖານ​ໂຄງ​ລ່າງ ​ເພື່ອ​ຍົກ​ສູງ​ກຳລັງແກ້​ງ​ແຍ້​ງ ​ພາຍ​ໃນ​​. ນີ້​ກໍ​ແມ່ນ​ບັນດາ​ບົດຮຽນ​ໃຫ້​ແກ່​ບັນດາ​ການເຈລະຈາ​ສັນຍາ​ການ​ຄ້າ​ອື່ນ, ຕົວຢ່າງ​ຄື ສັນຍາ​ການ​ຄ້າ​ພົວພັນຮ່ວມມືເສດຖະກິດເຂດປາຊີ​ຟີ​ກ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ​ແລະ​ກໍ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ ດີງທີ້ໝີ໋ລວາ​ນ, ຮອງ​ປະທານ​ປະຈຳ ທັງ​ເປັນ​ເລ​ຂາ​ທິການ​ໃຫຍ່​ສະຫະພັນ​ບັນດາ​ບໍລິສັດ​ຂາຍຍ່ອຍ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຂະ​ແຫນງ​ຂາຍຍ່ອຍ​ຂອງ​ຫວຽດນາມ ​ໄດ້ຮັບ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຢ່າງ​ກະ​ໂດດຂັ້ນ​ພາຍຫລັງ 5 ປີ​ທີ່ເຂົ້າ​ເປັນ​ສະມາຊິກ​ຂອງ WTO. ປະຊາ​ຄົມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຂອງ​ຫວຽດນາມ ພວມ​​ເປັນ​ເຈົ້າ​ການ​​ໃນ​ສະພາບ​ການ​ໃຫມ່​ເທື່ອ​ລະ​ກ້າວ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ດ້ານ​ການແກ້ງ​ແຍ້​ງ. ​ເມື່ອ​ເຂົ້າ​ເປັນ​ສະມາຊິກ​ຂອງ WTO, ຕະຫລາດ​ຂາຍຍ່ອຍ​ຫວຽດນາມ ຍັງ​ຄົງ​ສືບ​ຕໍ່​ເປັນ​ເຈົ້າ​ການ ​ແລະ ພັດທະນາ​ອັດ​ຕາ​ປະກອບສ່ວນ​ເຂົ້າ​ໃນ GDP ຂອງ​ຂະ​ແຫນງ​ຂາຍຍ່ອຍ​ປີ 2005 ​ແມ່ນ 13,32%,​ຮອດ​ປີ 2010 ​ໄດ້​ເພີ່ມ​ຂຶ້ນ 14,43%. ​ໃນ​ຍອດ​ຈຳນວນ​ລະດັບ​ຂາຍຍ່ອຍ​ສິນ​ຄ້າ ​ແລະ ບໍລິການ​ຂອງ​ຫວຽດນາມ, ການ​ຂາຍຍ່ອຍ​ຍາມ​ໃດ​ກໍ​ຮັກສາ​ອັດຕາ​ສູງ​ດ້ວຍກວ່າ 79% ​ເມື່ອ​ທຽບ​ກັບ​ຂະ​ແຫນງ​ອື່ນ​ຄື: ບໍລິການສະຖານທີ່​ພັກ​ເຊົາ, ການ​ກິນ​ດື່ມ ​ແລະ ການບໍລິການ​ການທ່ອງທ່ຽວ. ການ​ຂາຍຍ່ອຍ​ທັນ​ສະ​ໄໝ​ສືບ​ຕໍ່​ພັດທະນາ​ຢ່າງ​​ແຮງ​ຢູ່​ຫວຽດນາມ ດ້ວຍຮ້ານຊັບພະ​ສິນ​ຄ້າ ເກືອ​ບ 640 ​ແຫ່ງ ​ແລະ 100 ສູນ​ຄ້າ. ຮອດ​ທ້າຍ​ປີ 2010, ຫວຽດນາມ ມີ​ຕະຫລາດ​ເກືອບ 8.600 ​ແຫ່ງ.

ຫວຽດນາມ ພາຍຫລັງ 5 ປີທີ່ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ WTO - ảnh 2
ຂະແຫນງຂາຍຍ່ອຍສິນຄ້າຂອງຫວຽດນາມ
ພັດທະນາ ຢ່າງກະໂດດຂັ້ນພາບປະກອບ: ຈາກ internet

​        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕະຫລາດ​ຍັງ​ມີ​ຂໍ້​ຈຳກັດຫຼາຍ​ດ້ານ​ຄື: ຂອບ​ຂະຫນາດ​​ຕະຫລາດ​ນ້ອຍ ​ແລະ ກຳລັງ​ຊື້​ບໍ່​ຫລາຍ, ກະ​ແຈກ​ກະ​ຈາ​ຍບໍ່​ມີ​ປະສິດທິ​ຜົນ. ວິ​ສາ​ຫະກິດ​ຂາຍຍ່ອຍຍັງ​ອ່ອນ​ດ້ອຍ​ໃນ​ຫລາຍ​ດ້ານ, ​ໃນ​ນັ້ນ ມີ 4ຈຸດ​ອ່ອນ​ຕົ້ນຕໍ​ຄື​ ດ້ານ​ວິຊາ​ການ, ຍຸດ​ທະ​ສາດ​ຍາວ​ນານ, ກຳລັງ​ຄວາມ​ສາມາ​ດ້ານ​ການ​ເງິນ. ​ເພື່ອ​ໃຫ້​ຕະຫລາດ​ຂາຍຍ່ອຍຂອງ​ຫວຽດນາມ​ໄດ້​ຮັບ​ການ​ປັບປຸງ ​ແລະ ຕອບ​ສະຫນອງ​ບັນດາ​ຄວາມຮຽກ​ຮ້ອງຕ້ອງການ​ຢ່າງ​​ເຄັ່ງ​ຄັດຂອງ​ຕະຫລາດ​ໂລກ, ທ່ານ​ນາງ ດີງທີ້ໝີ໋ລວາ​ນ ຖື​ວ່າ:

        “ລັກ​ສະ​ນະ​ວິຊາ​ການຂອງ​ພວກ​ເຮົາ​ຕ້ອງ​ຍົກ​ສູງ​ໃຫ້​ຫລາຍ​ກວ່າ​ອີກ ​ເພື່ອ​ສາມາດ​ຕອບ​ສະຫນອງ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ, ດ້ວຍ​ບັນດາ​ການ​ປ່ຽນ​ແປງ​ຢ່າງ​ໃຫມ່​ອ່ຽມຂອງ​ຕະຫລາດ​ຂາຍຍ່ອຍ​ຢູ່​ຫວຽດນາມ ກໍ​ຄື​ທ່າ​ອ່ຽງຂາຍຍ່ອຍ​ຂອງ​ໂລກ ພວກ​ເຮົາ​ຕ້ອງ​ຮ່ຳຮຽນ​​ເອົາ​ບົດຮຽນ​ຫລາຍ​ຢ່າງ​ເພື່ອ​ຕອບ​ສະຫນອງ​ຄວາ​ມຮຽກ​ຮ້ອງ​ຕ້ອງການ​ຂອງ​ຜູ້​ບໍ​ລິ​ໂພ​ກທີ່ນັບ​ມື້​ນັບ​ສູງ​ກວ່າ ສະ​ນັ້ນ​ບັນດາ​ນັກ​ຂ່າຍ​ຍ່ອຍ​ຕ້ອງ​ຮ່ຳຮຽນ​ຍົກ​ສູງ​ລັກ​ສະ​ນະ​ວິຊາ​ການ​ຂອງ​ຕົນ, ​ໃນ​ນັ້ນ ມີ​ຄວາມ​ຊຳນານ​ງານ​​ໃນການ​ຂາຍຍ່ອຍ​ເພື່ອ​ຮັບ​ໃຊ້​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ​ໃຫ້​ດີ​ກວ່າ​ເກົ່າ.”

        ຕາມ​ບັນດາ​ຜູ້​ຊ່ຽວຊານດ້ານ​ເສດຖະກິດ​ແລ້ວ ບົດຮຽນ​ໃຫຍ່​ສຸດ​ທີ່​ຖອດ​ຖອນ​ມາ​ໄດ້​ພາຍຫລັງ 5 ປີ​ທີ່​ເຂົ້າ​ເປັນ​ສະມາຊິກ​ຂອງ WTO ສຳລັບ​ພື້ນຖານ​ເສດຖະກິດ​ນັ້ນ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​​ແກ້ງ​ແຍ້​ງຂອງ​ລັດ, ວິ​ສາ​ຫະກິດ ​ແລະ ຜະລິດ​ຕະພັນ​ດ້ວຍ​ບັນດາ​ມາດ​ຕະການ​ຢ່າງ​ແທດ​ຈິງ, ຍາດ​ແຍ່ງ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວຫນ້າ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ເທື່ອ​ລະ​ກ້າວ. ຄຽງ​ຂ້າງ​ນັ້ນ ຕ້ອງ​ເອົາ​ໃຈ​ໃສ່​ເຖິງການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ໃນການ​ເຊື່ອມ​ໂຍງ.

ນັກ​ຂ່າວ​: ຫວີງ​ຟອງ

ຕອບກັບ

ຂ່າວ/ບົດ​ອື່ນ