ຫວຽດນາມ ມີຄວາມສະຖຽນລະພາບ ແລະ ເຊື່ອມໂຍງໃນປີ 2013

(vovworld) - ປີ 2013 ​ໄດ້​​ມາ​ຮອດແລ້ວ.  ​ໃນ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ​ຕ້ອນຮັບ​ປີ​ໃຫມ່ 2013 ພ້ອມ​ກັບ​ບັນດາ​​ເຜົ່າ, ປະ​ເທດ​ຕ່າງໆ​ໃນ​ໂລກ, ປະຊາຊົນ ຫວຽດນາມ ມີ​ຄວາມ​ເຊື່ອ​ໝັ້ນ​​ຕົນ​ເອງ​ໃນ​ການ​ສ້າງ​ບັນດາ​ຄາດໝາຍ​ພັດທະນາ, ນັ້ນ​ແມ່ນ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະ​ຕິ, ຮັກສາ​ທ່າ​ເຕີບ​ໂຕ, ຮັບປະກັນ​ຊີວິດ​ສັງຄົມ, ສືບ​ຕໍ່​ເຊື່ອມ​ໂຍງ​ຢ່າ​ງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

        ສຳລັບ​ແຕ່ລະ​ປະ​ເທດ, ​ເສດຖະກິດ​ມີ​ບົດບາດ​ສຳຄັນ​ຍິ່ງ​ໃນ​ການ​ພັດທະ​ນາ​ປະ​ເທດ​ຊາດ. ​ໃນ​ວາລະ​ປະຊຸມ​ຜັນ​ຂະຫຍາຍ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ຄາດໝາຍ​ພັດທະນາ​ເສດຖະກິດ​ປີ 2013 ຊື່​ງດຳ​ເນີນ​ໄປ​ໃນ​ຊຸມ​ມື້​ທ້າຍ​​ເດືອນ 12 ຜ່ານ​ມາ,  ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີນ​ຢູງ ​ໄດ້​ຊີ້​ແຈງ​ວ່າ: ​​ໃນ​ປີ 2013 ຫວຽດນາມ ຈະ​ສືບ​ຕໍ່​ບຸລິມະສິດ​ສຸມ​ໃສ່​​ເພີ່ມ​ທະວີ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັກສາ​ໄພ​ເງິນ​ເຟີ້​ໃຫ້ຢູ່​ໃນ​ລະດັບ​ຕຳ່​ກວ່າ ​ແລະ ຮັກສາ​ການ​ເຕີບ​ໂຕ​ໃຫ້​ຢູ່​ໃນ​ລະດັບ​ສູງ​ກວ່າ​ປີ 2012. ຄາດໝາຍນີ້​ແມ່ນ​ເລີ່​ມມາ​ຈາກ​ບັນດາ​ພື້ນຖານ​ຕົ້ນຕໍຂອງການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ, ຊຶ່ງ​ຕາມ​ນັ້ນ ຄວາມມີ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສັງຄົມ ​ໄດ້​ຊ່ວຍ​​ໃຫ້ ຫວຽດນາມ ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ກວ່າ 12 ຕື້  USD ​ແລະ ບັນດາ​ຂົ​ງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ສັງຄົມ ລ້ວນ​ແຕ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ. ຄາດໝາຍນີ້ ກໍ​ແມ່ນ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ຫນ້າ​ທີ່​ກ່ຽວກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃຫມ່​ຮູຸບ​ແບບ​ການ​ເຕີບ​ໂຕ, ຊຶ່ງ​ບັນດາ​ຂະ​ແຫນງ​ການ, ຂັ້ນ​ຕ່າງໆ​ຂອງ​ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ. ​ເພື່ອ​ປະຕິບັດ​ຫນ້າ​ທີ່​ນີ້​ໃຫ້​ໄດ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ຊີ້​ແຈງ​ວ່າ ຕ້ອງ​ສຸມ​ໃສ່​ບໍລິຫານ​ນະ​ໂຍບາຍ​ເງິນຕາ​ຢ່າງ​ລະມັດລະວັງ, ມີ​ປະສິດທິ​ຜົນ, ນຳ​ໃຊ້ນະ​ໂຍບາຍ​ເງິນຕາ​ຢ່າງ​ມີ​ໄຫວ​ພິບ, ປະສິດທິ​ຜົນ​ຕິດ​ພັນ​ກັບ​ນະ​ໂຍບາຍ​ງົບປະມານຕາມ​ຈຸດໝາຍ​ຄວບ​ຄຸ​ມ​ໄພ​ເງິນ​ເຟີ້, ​ເພີ່ມ​ທະວີ​ກາ​ນຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ຮັບປະກັນ​ການ​ເຕີບ​ໂຕ​ຢ່າງ​ເໝາະ​ສົມ. ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​​ໃຫມ່ ​ແມ່ນ​ກຳລັງ​ຫນູນ​ສຳຄັນ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຫວຽດນາມ​ໃນ​ປີ 2013. ກ່ອນ​ເຂົ້າ​ສູ່​ປີ​ໃຫມ່, ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຄາດໝາຍ​ພັດທະນາ​ຂອງ​ຫວຽດນາມ.​ ທ່ານ Moronori Tsuno ຫົວຫນ້າ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (Jica) ປະຈຳ ຫວຽດນາມ ຖື​ວ່າ:

        “​ໃນ​ປີ​ຈະ​ມາ​ເຖິງ, ຕາມ​ພວກ​ຂ້າພະ​ເຈົ້າ​ແລ້ວ, ​ເພື່ອ​ຮັກສາພື້ນຖານ​ເສດຖະກິດ​ມະຫາ​ພາກ​ຂອງ ຫວຽດນາມ​​ໃຫ້ເປັນ​ປົກກະຕິກໍ​ຄື​ຮັກສາສະພາບ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະກິດ​​ໃຫ້ເປັນ​ປົກກະຕິ, ກ່ອນ​ອື່ນ​ໝົດ ຫວຽດນາມ ຄວນ​ປະຕິ​ຮູບ​ລະບົບ​ທະນາຄານ​ກໍ​ຄື​ສະພາບ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ລັດ​ວິ​ສາ​ຫະກິດ. ນີ້​ກໍ​ແມ່ນ​ທິດທາງ​ອັນ​ຖືກຕ້ອງ​ເພື່ອ​ປະກອບສ່ວນ​ຮັກສາ​ພື້ນຖານ​ເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ​ຂອງ​ຫວຽດນາມ ​ໃນ​ຊຸູມປີ​ຈະ​ມາ​ເຖິງ. ປີ 2013, ​ແມ່ນ​ປີ​ທີ​່​ເສດຖະກິດ​ປະສົບ​ກັບ​ຄວາ​ມຫຍຸ້ງຍາກ, ​ເຖິງ​ແນວ​ໃດ​ກໍ​ ​ຂ້າພະ​ເຈົ້າ​ກໍປາດ​ຖະຫນາ ​ແລະ ສົ່ງ​ຄຳ​ອວຍພອນ​ອັນ​ດີງາມ​ທີ່​ສຸດ​ໃຫ້​ແກ່​ການ​ພັດທະນາ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.”

ຫວຽດນາມ ມີຄວາມສະຖຽນລະພາບ ແລະ ເຊື່ອມໂຍງໃນປີ 2013 - ảnh 1
ພາບປະກອບ:internet

        ຄຽງ​ຄູ່​ກັບ​ການ​ຢືດໝັ້ນ​ປະຕິບັດ​ບັນດາ​ມາດ​ຕະການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ແກ່​ປະຊາຊົນ ສືບ​ຕໍ່​ແມ່ນ​ຫນ້າ​ທີ່​ຈຸດ​ສຸມ​ຂອງ ຫວຽດນາມ ​ໃນ​ປີ 2013. ລັດຖະບານ ຫວຽດນາມ ຫາ​ກໍ່​ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຈົ່ງ​ເອົາ​ໃຈ​ໃສ່​ປະຕິບັດ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ​, ສະຫວັດ​ດີກາ​ນ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້​ດີກ​ວ່າ​ເກົ່າ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ມາດ​ຕະການ​ສອນ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ​ໃຫ​້​ແກ່​ຄົນ​ງານ, ຫລຸດຜ່ອນ​ຄວາມທຸກ​ຍາກ​ຕາມ​ທິດ​ວ່ອງ​ໄວ ​ແລະ ໝັ້ນຄົງ, ປະຕິບັດ​ນະ​ໂຍບາຍ​ບຸລິມະສິດ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ, ​ເປົ້າ​ໝາຍ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ, ​ໃນ​ນັ້ນ ຮັບປະກັນ​ພື້ນຖານ​ການ​ສຶກສາ​ທີ່ີມີ​ຄຸນ​ນະພາ​ບສູງ​ໃຫ້ໝົດ​ທຸກ​ຄົນ. ​ໃນ​ການ​ກຳນົດ​ທິດ​ພັດທະນາ​ການ​ສຶກສາ​ຮອດ​ປີ 2013, ທ່ານ ຫງວຽນ​ວີ​ງຫຽນ ລັດຖະມົນຕີະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ເນັ້ນ​ຫນັກ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ມຸ່ງ​ໄປ​ເຖິງ​​ເປົ້າໝາຍ​ຮັບປະກັນ​ພື້ນຖານ​ການ​ສຶກສາມີ​ຄຸນ​ນະພາ​ບສູງ​ໃຫ້​ແກ່​ໝົດ​ທຸກ​ຄົນ. ພິ​ເສດ ​ແມ່ນ​ຫນູນ​ຊ່ວຍ​ລູກ​ຫລານ​ຢູ່​ເຂດ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ລູກ​ຫລານບັນດາ​ຄອບຄົວ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ, ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ບັນດາ​​ເປົ້າ​ໝາຍດອ້ຍ​ໂອກາດ​ໃນ​ສັງຄົມ​ເພ່ືອ​ໃຫ້​ມີ​ພື້ນຖານ​ການ​ສຶກສາມີ​ຄຸນ​ນະພາ​ບສູງ. ພ້ອມ​ກັນ​ນັ້ນ ຫນູູນຊ່ວຍ​ເຂດ​ຫ່າງ​ໄກ​ສອກຫລີກ, ​ທາງ​ດ້ານເສດຖະກິດ​ສັງຄົມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ຈະ​ມີ​ໂຮງຮຽນ​ທີ່​ມີ​ຄຸນ​ນະພາ​ບສູງ​ເພື່ອ​ຕອບ​ສະຫນອງ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ບັນດາ​ຄອບຄົວ​ທີ່ມີ​ເງື່ອນ​ໄຂ​ລົງທຶນ​ ເສດຖະກິດ, ການ​ເງິນ​​ເພື່ອໃຫ້​ລູກ​ຫລານ​ໄປ​ໂຮງຮຽນ.”

        ​ເພື່ອ​ປະກອບສ່ວນ​ຮັກ​ສະຖຽນລະ​ພາບ​ດ້ານ​ການ​ເມືອງ ​ແລະ ຊຸກຍູ້​ຫນ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ພາຍ​ໃນ​ປະ​ເທດ, ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຕາມ​ທິດ​ຊຸກຍູ້​ການ​ເຊື່ອມ​ໂຍງ​ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ​ ​ໃນ​ປີ 2013. ທ່ານ ຮ່ວາງ​ແອນ​ຕວນ ຫົວຫນ້າ​ສະຖາ​ບັນ​ຍຸດ​ທະ​ສາດ​ການ​ຕ່າງປະ​ເທດຫວຽດນາມ ​ໃຫ້​ຮູ້​ວ່າ:

        “ບັນດາ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ ​ໃນ​ປີ 2013 ຍັງ​ຄົງ​ສືບ​ຕໍ່​ມຸ່ງ​ໄປ​ເຖິງ​ສ້າງ​ການ​ພົວພັນ​ທີ່​ໄວ້​ເນື້ອ​ເຊ່ືອ​ໃຈ, ການ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ ລະຫວ່າງ ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ໃຫຍ່ ​ແລະ ສຳຄັນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ, ອິດ​ທິພົນ​ຂອງ​ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ປີ 2013, ມີ​ຈຸດ​ພິ​ເສດ ນັ້ນ​ແມ່ນ​ເປັນ​ຄັ້ງ​ທຳ​ອິດ ມີ​ຊາວ​ຫວຽດນາມ ຜູ້​ຫນຶ່ງ​ໄດ້​ດຳລົງ​ຕຳ​ແຫນ່​ງ​ເປັນ​ເລຂາທິການ​ໃຫຍ່ ອາ​ຊຽນ. ນີ້​ກໍ​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້ ຫວຽດນາມ ສາມາດ​ເສີ​ມະ​ຫຍາ​ຍພາບ​ພົດ​ຂອງ ຫວຽດນາມ, ​ເສີມ​ຂະ​ຫຍາ​ຍກຳລັງ​ແຮງ​ດ້ານ​ການ​ຕ່າງປະ​ເທດ​ທູດ​ຢູ່​ພາຍ​ນອກ. ການ​ທູດ ຫວຽດນາມ ​ໃນ​ປີ​ 2013 ຄວນ​ມານະ​ພະຍາຍາມ​ກວ່າອີກ, ພິ​ເສດ ​​ແມ່ນໃນ​ບັນຫາ​ການ​ທູດ​ເສດຖະກິດ.”

        ​ໃນ​ສະພາບ​ການ​ພື້ນຖານ​ເສດຖະກິດ​ໂລກ​ບໍ່​ທັນ​ຟື້ນ​ຕົວຢ່າງ​ສົມບູນນັ້ນ, ພ້ອມ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ, ຫວຽດນາມ ກ້າວ​ເຂົ້າ​ສູ່​ປີ 2013 ດ້ວຍ​ກຳລັງ​ແຮງ​ພາຍ​ໃນ. ບົນ​ພື້ນຖານ​ບັນດາ​ຜົນງານ​ດ້ານ​ເສດຖະກິດ​ສັງຄົມ​ໃນ​ປີ 2013, ຫວຽດນາມ ຈະກ້າວ​ເຂົ້າ​ສູ່​ປີ​ໃຫມ່ 2013 ດ້ວຍ​ບັນດາ​ບາດກ້າວ​ທີ່ໝັ້ນຄົງ ​ແລະ ປົກ​ກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ