ຫວຽດນາມ ມານະພະຍາຍາມສ້າງອາຊີບຫາປາໃຫ້ພັດທະນາແບບຍືນຍົງ

(VOVWORLD) -ພາຍຫລັງ 1 ປີ ນັບແຕ່ເມື່ອຄະນະກຳມະການເອີລົບ (EC) ອອກຄຳກ່າວເຕືອນ (ບັດເຫລືອງ) ສຳລັບຫວຽດນາມ ກ່ຽວກັບບັນດາການເຄື່ອນໄຫວຫາປາຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ໄດ້ຮັບການຄຸ້ມຄອງ (IUU), ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງເພື່ອສ້າງ ແລະ ພັດທະນາອາຊີບຫາປາແບບຍືນຍົງ. ພ້ອມທັງຮັບປະກັນບັນດາຫລັກການ, ຄວາມຮຽກຮ້ອງຕ້ອງການໃນການຫາປາ, ສິນໃນນ້ຳ ເພື່ອໃຫ້ EC ຖອນບັດເຫລືອງສຳລັບ ຫວຽດນາມ ໂດຍໄວ.

ນັບແຕ່ເດືອນ ຕຸລາ ປີ 2017, ຫວຽດນາມ ຖືກ ສະຫະພາບເອີລົບ (ອີຢູ) ອອກບັດເຫລືອງ ສຳລັບສິນທະເລສົ່ງອອກ. ຮອດເດືອນມິຖຸນາປີນີ້, ອີຢູ ສືບຕໍ່ແກ່ຍາວຄຳກ່າວເຕືອນດ້ວຍບັດເຫລືອງສຳລັບສິນທະເລສົ່ງອອກຂອງຫວຽດນາມໄປຍັງ ອີຢູ, ແທນທີ່ຖອນຄືນບັດເຫລືອງແຕ່ເດືອນມິຖຸນາ ຄືຄວາມມຸ່ງຫວັງຈາກຝ່າຍຫວຽດນາມ.

ອີຢູ ກໍ່ໄດ້ສົ່ງຄະນະປະຕິບັດງານລວມມີສະມາຊິກລັດຖະສະພາ 7 ຄົນ ເພື່ອແນໃສ່ກວດກາການເຄື່ອນໄຫວຫາປາຢູ່ຫວຽດນາມ. ຜ່ານການເຮັດວຽກ ແລະ ກວດກາຕົວຈິງເປັນຫລາຍຄັ້ງ, ຄະນະປະຕິບັດງານ ອີຢູ ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມ ແລະ ຢືນຢັນວ່າ ບັນດາຄຳສະເຫນີແນະຂອງ EC ແມ່ນຄວາມຮັບຜິດຊອບຂອງທັງສອງຝ່າຍ ພ້ອມກັນສ້າງເປົ້າໝາຍພັດທະນາອາຊີບຫາປາແບບຍືນຍົງ. ອີຢູ ສະເຫນີ ຫວຽດນາມ ປະຕິບັດເລື່ອງແຈ້ງຕົ້ນກຳເນີດສິນທະເລສົ່ງອອກໃຫ້ດີກວ່າ, ຄຸ້ມຄອງຂອບເຂດກຳປັ່ນຫາປາຢູ່ບາງເຂດທະເລ, ປະກອບລະບົບຕິດຕາມກວດກາໃຫ້ບັນດາກຳປັ່ນຫາປາ ແລະ ສ້າງລະບອບລະບຽບການປັບໄຫມບັນດາກຳປັ່ນຫາປາຫລືສິນທະເລລະເມີດການກຳນົດ.

ເລື່ອງ ອີຢູ ກ່າວເຕືອນດ້ວຍການອອກບັດເຫລືອງສຳລັບສິນທະເລສົ່ງອອກຂອງຫວຽດນາມ ເຖິງວ່າ ຍັງບໍ່ທັນປະເມີນຜົນເສຍຫາຍໄດ້ກໍ່ຕາມ ແຕ່ການສົ່ງອອກສິນທະເລຈາກຫວຽດນາມ ໄປຍັງ ອີຢູ ຖືກຜົນສະທ້ອນຢ່າງຫນັກຫນ່ວງ ຍ້ອນ 100% ງວດສິນຄ້າສົ່ງອອກຕ້ອງສົ່ງກັບຄືນມາສາງ ຍ້ອນ ຝ່າຍ ອີຢູ ກຳນົດວ່າຕ້ອງກວດກາກ່ອນທີ່ຈະສົ່ງໄປຂາຍຢູ່ທ້ອງຕະຫລາດ, ສະນັ້ນ ລາຍຈ່າຍແມ່ນເພີ່ມຂຶ້ນສູງ. ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ:

“ຄຳກ່າວເຕືອນຈາກ EC ກໍ່ຢາກໃຫ້ບັນດາປະເທດຢາກສົ່ງອອກສິນໃນນ້ຳໄປຍັງ ອີຢູ ຕ້ອງປະຕິບັດຕາມບັນດາຂໍ້ກຳນົດຂອງ ອີຢູ. ຖ້າຫາກບໍ່ປະຕິບັດຕາມ, ຜ່ານການອອກບັດເຫລືອງ ຈະຮອດຂັ້ນຕອນອອກບັດແດງ ໝາຍຄວາມວ່າຈະຫ້າມບໍ່ໃຫ້ສົ່ງອອກສິນໃນນ້ຳອີກ. ຫວຽດນາມ ຖື 9 ເນື້ອໃນສະເຫນີແນະຂອງ ອີຢູ ກໍ່ເໝາະສົມກັບທັດສະນະຂອງຫວຽດນາມ ເພາະວ່າ ພວກເຮົາ ຈະດັດປັບອາຊີບຫາປາຂອງປະຊາຊົນ 1 ລ້ານຄົນ, ກຳປັ່ນຫາປາ109 ລຳ ຄືນໃຫມ່ ຍ້ອນການຫາປາແບບຊະຊາຍ.”

ຫວຽດນາມ ມານະພະຍາຍາມສ້າງອາຊີບຫາປາໃຫ້ພັດທະນາແບບຍືນຍົງ - ảnh 1ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ (ເບື້ອງຂວາ)

IUU ຫລື ບັດເຫລືອງ ແມ່ນການເຄື່ອນໄຫວຫາປາຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ໄດ້ຮັບການຄຸ້ມຄອງ. ການກຳນົດນີ້ລວມມີ 3 ມາດຕະຖານ ສຳລັບສິນທະເລສົ່ງໄປຂາຍຢູ່ ອີຢູ. ເພື່ອຕອບສະຫນອງຄວາມຮຽກຮ້ອງນີ້ ນັບແຕ່ເດືອນຕຸລາ ປີ 2017 ມາຮອດປະຈຸບັນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຕັ້ງຫນ້າຜັນຂະຫຍາຍຫລາຍມາດຕະການເພື່ອຍົກເລີກບັດເຫລືອງ ຂອງອີຢູ. ເດືອນ ພະຈິກປີ 2017 ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍສິນໃນນ້ຳ ສະບັບປັບປຸງ ໃນນັ້ນໄດ້ນຳເອົາບັນດາເນື້ອໃນສະເຫນີແນະຂອງອີຢູລະບຸໄວ້ໃນກົດໝາຍສະບັບດັ່ງກ່າວ. ນີ້ແມ່ນຄວາມຕັດສິນໃຈດ້ານການເມືອງຂອງຫວຽດນາມ, ຖືຄຳສະເຫນີແນະຂອງ ອີຢູ ແມ່ນກົງກັບແນວຄວາມຄິດສ້າງອາຊີບຫາປາໃຫ້ພັດທະນາແບບຍືນຍົງ. ໂດຍປະຕິບັດຕາມບັນດາຂໍ້ກຳນົດຂອງ ອີຢູ, ຫວຽດນາມ ໄດ້ເປັນເຈົ້າການໃນການຍົກລະດັບບັນດາພື້ນຖານດ້ານວັດຖຸ, ປັບປຸງເລື່ອງລະເມີດກ່ຽວກັບການຂຸດຄົ້ນຢູ່ນອກຝັ່ງທະເລຂອງຫວຽດນາມ, ເປັນຕົ້ນແມ່ນການໂຄສະນາເຜີຍແຜ່ໃຫ້ຊາວປະມົງເປັນເຈົ້າການໃນການລາຍງານເຂດຫາປາ ແລະ ສິນທະເລທີ່ຫາມາໄດ້. ພ້ອມກັນນັ້ນ ກໍ່ສ້າງບັນດາທ່າກຳປັ່ນຕາມມາດຕະຖານສາກົນ. ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຢືນຢັນວ່າ: ຫວຽດນາມ ປາດຖະຫນາວ່າ EC ຈະຖອນຄືນບັດເຫລືອງຕໍ່ການເຄື່ອນໄຫວຫາປາຂອງຫວຽດນາມໃນໄລຍະໄວທີ່ສຸດ.

“ລັດຖະບານ, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ໂຄງການດຳເນີນງານເພື່ອແກ້ໄຂບັນຫາບັດເຫລືອງນີ້. ຕາມນັ້ນແລ້ວ ສຳລັບ 28 ແຂວງແຄມທະເລ, ບັນດາກະຊວງ, ຄະນະ, ຂະແຫນງການ ລ້ວນແຕ່ຕ້ອງມີຄວາມຮັບຜິດຊອບ ແລະ ບັນດາວິສາຫະກິດ, ຊາວປະມົງຕ້ອງມີຄວາມຮັບຜິດຊອບເຂົ້າຮ່ວມ. ລະອຽດຄື: ຢູ່ 28 ແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ຕ້ອງມີຄວາມຮັບຜິດຊອບບໍ່ປະໃຫ້ຊາວປະມົງຫາປາຜິດກົດໝາຍຢູ່ນອກຝັ່ງທະເລຂອງຫວຽດນາມ. ທີສອງ ຊາວປະມົງ ທີ່ມີກັບຕັນ, ຊາວປະມົງ ພາຍຫລັງຫາປາກັບມາ ຕ້ອງມີການລາຍງານ, ແຈ້ງໃຫ້ທ່າກຳປັ່ນຫາປາ ແລະ ຫົວຫນ່ວຍມີຄວາມຮັບຜິດຊອບຄຸ້ມຄອງຊາບ. ທີສາມ ຕ້ອງປະຕິບັດຕາມບັນດາຂໍ້ກຳນົດຊື່ງ ອີຢູ ໄດ້ວາງອອກ ແລະ ຍົກລະດັບບັນດາພື້ນຖານດ້ານວັດຖຸຈາກທ່າກຳປັ່ນ.”

ຫວຽດນາມ ພວມພ້ອມກັບ ອີຢູ ແລະ ບັນດາຄູ່ຮ່ວມມື ສ້າງຂະແຫນງສິນໃນນ້ຳ ດ້ວຍເປົ້າໝາຍພັດທະນາແບບຍືນຍົງ ແລະ ຖືນີ້ແມ່ນຫນ້າທີ່ຈຸດສຸມໃນໄລຍະຈະມາເຖິງ. ດ້ວຍບັນດາຄວາມມານະພະຍາຍາມຂອງລັດຖະບານ, ບັນດາທ້ອງຖິ່ນ ແລະ ຊາວປະມົງ, ຫວຽດນາມ ປາດຖະຫນາຢາກໃຫ້ ອີຢູ ຈະມີບັນດາການຕີລາຄາຕັ້ງຫນ້າໃນເດືອນມັງກອນປີ 2019 ເພື່ອຖອນບັດເຫລືອງສຳລັບສິນທະເລສົ່ງອອກຂອງຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ