ຫວຽດນາມ ແລະ ກາລະໂອກາດດີທີ່ສຸດເພື່ອຍາດແຍ່ງທ່າໄດ້ປຽບຈາກ EVFTA

(VOVWORLD) - ທີ່ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ດຳເນີນໄປຫວ່າງແລ້ວນີ້, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA)ແລະ ມະຕິວ່າດ້ວຍການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EVIPA). ນີ້ໄດ້ຮັບຖືວ່າ ແມ່ນກາລະໂອກາດດີທີ່ສຸດເພື່ອໃຫ້ຫວຽດນາມ ຍາດແຍ່ງບັນດາທ່າໄດ້ປຽບຂອງ  EVFTA ພ້ອມທັງດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດຈາກບັນດາວິສາຫະກິດ ເອີລົບ.

ຫວຽດນາມ ແລະ ກາລະໂອກາດດີທີ່ສຸດເພື່ອຍາດແຍ່ງທ່າໄດ້ປຽບຈາກ EVFTA - ảnh 1

ທ່ານລັດຖະມົນຕີ ມາຍຕຽນຢູງ, ຫົວຫນ້າຫ້ອງວ່າການລັດຖະບານ  

ພາບ: VGP

ການເກີດຂຶ້ນຂອງໂລກລະບາດໂຄວິດ 19 ນັ້ນ ໄດ້ ແລະ ພວມສົ່ງຜົນກະທົບເຖິງຫລາຍດ້ານເສດຖະກິດ ສັງຄົມຂອງໂລກ ແລະ ຫວຽດນາມ. ເຖິງຢ່າງໃດກໍຕາມ ໃນໄລຍະຜ່ານມາ, ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ຄວາມສາມັກຄີ, ເປັນຈິດຫນຶ່ງໃຈດຽວຂອງປະຊາຊົນໃນທົ່ວປະເທດ, ມາຮອດປະຈຸບັນ ຫວຽດນາມ ປະສົບຜົນສຳເລັດໃນການຄວບຄຸມໂລກລະບາດໂດຍພື້ນຖານ  ບໍ່ມີການຕິດແປດໃນຊຸມຊົນ ພ້ອມທັງກຳນົດ “ກັບຄືນສູ່ສະພາບເປັນປົກກະຕິຄືນໃຫມ່”, ຕັດສິນໃຈປະຕິບັດ “ເປົ້າໝາຍຄວບຄູ່” ທັງຕ້ານໂລກລະບາດ ທັງແກ້ໄຂຄວາມຫຍຸ້ງຍາກ, ຍູ້ແຮງການຜະລິດດຳເນີນທຸລະກິດ, ຟື້ນຟູພື້ນຖານເສດຖະກິດ. ພ້ອມກັນນັ້ນ ເລື່ອງສະພາແຫ່ງຊາດຫວຽດນາມ ຮັບຮອງເອົາເລື່ອງໃຫ້ສັດຕະຍາບັນສັນຍາ EVFTA ແລະ EVIPA ກໍ່ເປັນການສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມຂອງຫວຽດນາມ ເພື່ອປະຕິບັດການປະຕິຮູບດ້ານບໍລິຫານ, ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງເປີດເຜີຍໃຫ້ແກ່ວິສາຫະກິດ.

 ກ່າວຄຳເຫັນທີ່ກອງປະຊຸມໂອ້ລົມສົນທະນາກັບບັນດາວິສາຫະກິດ ເອີລົບ ປະຈຳຫວຽດນາມ ຊື່ງດຳເນີນໃນທ້າຍເດືອນມິຖຸນາ, ທ່ານ Nicolas Audier ປະທານ EuroCham ຖືວ່າ: ເມື່ອສັນຍາ EVFTA ມີຜົນບັງຄັບໃຊ້ ໃນເດືອນ ສິງຫາ ແມ່ນຈະຊຸກຍູ້ຄວາມຄືບຫນ້າຢ່າງຕັ້ງຫນ້າໃນການປະຕິຮູບດ້ານບໍລິຫານ, ຫັນບັນດາເງື່ອນໄຂດຳເນີນທຸລະກິດໃຫ້ເໝາະສົມ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ຫັນກອບກົດໝາຍຂອງຫວຽດນາມ ເປັນທັນສະໄຫມ. ທ່ານ ປະທານ EuroCham ຢືນຢັນວ່າ: ໃນຂະນະບັນດາພື້ນຖານເສດຖະກິດອື່ນໆໃນໂລກ ພວມຮັບມືແກ້ໄຂຜົນກະທົບຈາກໂລກລະບາດໂຄວິດ 19 ນັ້ນ, ປະຈຸບັນຫວຽດນາມ ພວມມີກາລະໂອກາດດີທີ່ສຸດ ເພື່ອຍາດແຍ່ງ EVFTA ແລະ ດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ຈາກບັນດາບໍລິສັດ ເອີລົບ - ບັນດາວິສາຫະກິດ ພວມຊອກຫາຕະຫລາດເປີດ, ແກ້ງແຍ້ງ ແລະ ເປັນມິດກັບວິສາຫະກິດ.

ຫວຽດນາມ ແລະ ກາລະໂອກາດດີທີ່ສຸດເພື່ອຍາດແຍ່ງທ່າໄດ້ປຽບຈາກ EVFTA - ảnh 2ກອງປະຊູມໂອ້ລົມສົນທະນາກັບບັນດາວິສາຫະກິດ ເອີລົບຢູ່ຫວຽດນາມໃນທ້າຍເດຶອນ ມິຖຸນາ 

ພາບ:VGP

“EVFTA ຈະຊ່ວຍພວກເຮົາຍູ້ແຮງການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍກວ່າອີກ. ເພື່ອສາມາດສືບຕໍ່ພັດທະນາບັນດາຮູບການການຄ້າການລົງທຶນທົ່ວໂລກ, ດຶງດູດການລົງທຶນເຂົ້າ ຫວຽດນາມ ນັ້ນ, ພວກເຮົາຄວນເພີ່ມທະວີການຫນູນຊ່ວຍບັນດາວິສາຫະກິດຢູ່ພາຍໃນປະເທດ ແລະ ຕ່າງປະເທດກວ່າອີກ. ນັ້ນແມ່ນກຳລັງຫນູນສຳຄັນເພື່ອຊຸກຍູ້ເສດຖະກິດຂອງຫວຽດນາມ ແລະ ສາມາດແກ້ໄຂບັນດາບັນຫາໃນປະຈຸບັນ”

ໂລກລະບາດໂຄວິດ 19 ເກີດຂຶ້ນ ໄດ້ເຮັດໃຫ້ການຄາດຄະເນການເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2020 ບັນລຸພຽງຢູ່ໃນລະດັບ 2,7 – 4,9%, ເຖິງຢ່າງໃດກໍຕາມ ບັນດາອົງການສາກົນຍັງຄົງສືບຕີລາຄາວ່າ ຫວຽດນາມ ແມ່ນຫນຶ່ງໃນຈຳນວນຫນ້ອຍປະເທດທີ່ບັນລຸລະດັບເຕີບໂຕທາງບວກ ແລະ ຖືກຜົນສະທ້ອນຈາກໂລກລະບາດຕ່ຳກວ່າບັນດາປະເທດອື່ນ. ທ່ານລັດຖະມົນຕີ ມາຍຕຽນຢູງ, ຫົວຫນ້າຫ້ອງວ່າການລັດຖະບານ ເນັ້ນຫນັກວ່າ: ພ້ອມກັບການປະຕິບັດ EVFTA ແລ້ວ, ເລື່ອງຫລຸດຜ່ອນບັນດາລະບຽບການບໍລິຫານ ຈະຊ່ວຍບັນດາວິສາຫະກິດ ອີຢູ ແລະ ຫລາຍປະເທດອື່ນເຫັນໄດ້ວ່າ ຫວຽດນາມ ແມ່ນສະຖານທີ່ລົງທຶນຢ່າງໝັ້ນຄົງ.

ເຖິງວ່າ ຮອດເດືອນສິງຫາ  EVFTA ເລີ່ມມີຜົນບັງຄັບໃຊ້ ແຕ່ນັບແຕ່ຊຸມມື້ຕົ້ນປີ ປະຊາຄົມວິສາຫະກິດ ແລະ ລັດຖະບານຫວຽດນາມ ໄດ້ມີການແບ່ງປັນຮ່ວມມືຢ່າງແຫນ້ນແຟ້ນ ເພື່ອປະຕິບັດສັນຍາຢ່າງສຳເລັດຜົນທີ່ສຸດ. ທ່ານ ຫງວຽນດີງກູງ, ຜູ້ຊ່ຽວຊານເສດຖະກິດ, ອະດີດຫົວຫນ້າສະຖານບັນຄົ້ນຄ້ວາ ຄຸ້ມຄອງເສດຖະກິດສູນກາງຖືວ່າ: ຫວຽດນາມ ຕັ້ງຄວາມຫວັງຫລາຍຕໍ່ສັນຍາ EVFTA. ທຳອິດ ໄດ້ ສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນສືບຕໍ່ເຊື່ອມໂຍງ, ເປັນເຈົ້າການເຊື່ອມໂຍງ ແລະ ເປີດປະຕູພື້ນຖານເສດຖະກິດ. ທີສອງ ແມ່ນຄວາມໄວ້ເນື້ອເຊື່ອໃຈກ່ຽວກັບຄວາມສາມາດຍາດແຍ່ງກາລະໂອກາດຈາກບັນດາຄຳໝັ້ນສັນຍາຂອງ EVFTA ທີ່ອາດຈະບັນລຸໄດ້. ພິເສດ ແມ່ນເລື່ອງດຶງດູດການລົງທຶນຈາກບັນດາປະເທດຈະຊ່ວຍໃນການສ້າງໂຄງປະກອບການຕະຫລາດ, ຜະລິດຕະພັນ ແລະ ການຈັດຕັ້ງຜະລິດຕະພັນຂອງພື້ນຖານເສດຖະກິດຫວຽດນາມ.

 “ກາລະໂອກາດຫນຶ່ງອີກກໍ່ເຫັນໄດ້ພາຍຫລັງໂລກລະບາດ ນັ້ນແມ່ນ ບັນດານັກລົງທຶນ ໃນນັ້ນ ມີນັກລົງທຶນຂອງ ອີຢູ ມີການຫັນທິດກ່ຽວກັບການລົງທຶນ ປ່ຽນແປງອົງປະກອບຂອງລະບົບມູນຄ່າທົ່ວໂລກ, ຖອນການຜະລິດອອກຈາກຈີນ ເພື່ອຫລຸດຜ່ອນຄວາມສ່ຽງກ່ຽວກັບການອີງໃສ່ຕະຫລາດ ດຽວ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຮັບການລົງທຶນຂອງ ອີຢູ ເປັນຕົ້ນແມ່ນ ການລົງທຶນຈາກ ອີຢູ ແລະ ອາເມລິກາ.”

ດ້ວຍບັນດາພື້ນຖານອັນໝັ້ນແກ່ນ ພາຍຫລັງ 30 ປີແຫ່ງວັນສ້າງການພົວພັນດ້ານການທູດ, ເລື່ອງຜັນຂະຫຍາຍສັນຍາ EVFTA ແລະ ໄລຍະຈະມາເຖິງ ສັນຍາ EVIPA ຈະສ້າງບັນດາຂອບເຂດໃຫ້ມີສະຖຽນລະພາບ, ຍາວນານ ເພື່ອແນໃສ່ຫັນຄວາມສາມາດບົ່ມຊ້ອນການຮ່ວມມືໃຫ້ຢູ່ໃນລະດັບສູງສຸດ, ນຳການພົວພັນດ້ານເສດຖະກິດ ການຄ້າ ການລົງທຶນໃຫ້ສົມກັບລະດັບການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ