ຫວຽດນາມມານະພະຍາຍາມເພື່ອບັນລຸຄາດໝາຍເຕີບໂຕດ້ານເສດຖະກິດປີ2016

(vovworld) - ໃນ 6 ເດືອນ​ຕົ້ນ​ປີ 2016, ເສດ​ຖະ​ກິດ​ຫວຽດ​ນາມ ໄດ້​ມີ​ສັນ​ຍາ​ນຈະ​ເລີນ​ເຕີບ​ໂຕ​ຫຼາຍ​ຢ່າງ, ເສດ​ຖະ​ກິດ​ມະ​ຫາ​ພາກ​​ມີຄວາມ​ສະ​ຖຽນ​ລະ​ພາບ​ໂດຍ​ພື້ນ​ຖານ. ຍອດ​ຜະ​ລິດ​ຕ​ະ​ພັນ​ພາຍ​ໃນ (GDP) ໃນ 6 ເດືອນ​ຕົ້ນ​ປີ​ເພີ່ມ​ຂຶ້ນ 5,52%. ເຖິງວ່າ​ລະ​ດັບ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015 ກໍ​ຕາມ, ແຕ່​ດ້ວຍ​ບັນ​ດາ​ສັນ​ຍານ​ທີ່​ປະ​ເອີບ​ໃຈ​ຈາກ​ການ​ເຕີບ​ໂຕ​ໃນ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ, ສິນ​ຄ້າ​ຂາຍ​ຍ່ອຍ ແລະ ການ​ໃຊ້​​ສອຍ​ພາຍ​ໃນ​ປະ​ເທດ, ຫວຽດ​ນາມ ຍັງ​ວາງ​ຄາດ​ໝາຍ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງ​ໃນ​ປີ 2016. ບົດ​ຂຽນ “ຫວຽດ​ນາມ​ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ຄາດ​ໝາຍ​ເຕີ​ບ​ໂຕ​ດ້ານ​ເສດ​ຖະ​ກິດ​ປີ 2016” ຂອງ ຫວູ​ຢຸງ ແລະ ເກີມ​ຕູ໋, ນັກ​ຂ່າວ VOV.


ຫວຽດນາມມານະພະຍາຍາມເພື່ອບັນລຸຄາດໝາຍເຕີບໂຕດ້ານເສດຖະກິດປີ2016 - ảnh 1
(ພາບ​ປະ​ກອບ​ຈາກ​ອີນ​ເຕີ​ແນັດ)

ໃນ 6 ເດືອນ​ຕົ້ນ​ປີ 2016, ເສດ​ຖະ​ກິດ​ຫວຽດ​ນາມ ​ໄດ້​ຮັບ​ການ​ກະ​ທົບ​ຫຼາຍ​ຢ່າງ​ຈາກ​ການ​ຊຸດ​ຊົມຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ໃນ​ໂລກ. ຢູ່​ພາຍ​ໃນ​ປະ​ເທດ, ຫວຽດ​ນາມ ຖືກ​ຜົນ​ເສຍ​ຫາຍ​​ຫຼາຍ​ຢ່າງຈາກ​ໄພ​ທຳ​ມະ​ຊາດ, ໄພ​ແຫ້​ງ​ແລ​້ງ​ຮ້າຍ​ແຮງ​ທີ່​ສຸດ​ໃນຮອບ 100 ປີ​ຜ່ານ​ມາ. ບັນ​ດາ​ແຂວງ​ທາງ​ພາກ​ເໜືອ ​ປະ​ສົບ​ກັບ​ສະ​ພາບອາ​ກາດ​ໜາວ​ຈັດ ເຮັດ​ໃຫ້​ສັດ​ລ້ຽງ​ນັບ​ພັນ​​ໂຕ​ຖືກ​ລົ້ມ​ຕາຍ, ຕົ້ນ​ໄ​ມ້​​ກະ​ສິກຳ​ຖືກ​ເສຍ​ຫາຍ​ຢ່າງ​​ໜັກ​ໜ່ວງ, ໃນ​​ຂະ​ນະ​ນັ້​ນ, ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ຖືກ​ນ້ຳ​ທະ​ເລ​ຊຶ​ມ​ເຂົ້າ ເຮັດ​ໃຫ້​ການ​ຜະ​ລິດ​ກະ​ສິ​ກຳ​ຖືກ​ຫຼຸດ​ລົງ. ນັ້ນ​ແມ່ນ​ສາຍ​ເຫດ​ຕ​ົ້ນ​ຕໍ່​ທີ່​​ເຮັດ​ໃຫ້​ເສດ​ຖະ​ກິດ​ໃນ 6 ເດືອນ​ຕົ້ນ​ປີ 2016 ​ບັນ​ລຸ​​ລະ​ດັບ​ເຕີ​ບ​ໂຕພຽງ 5,52%. ​ປະ​ລິ​ຍາ​ເອກ ຫງວຽນ​ຊວນ​ແທ່ງ, ຜູ້​ອຳ​ນວຍ​ການ​ໂຄງ​ການ​ສິດ​ສອນ​ດ້ານ​ເສດ​ຖະ​ກິດ Fullbright, ຖື​ວ່າ.

“ທ້າຍ​ປີ 2015, ສະ​ພາບ​ມີ​ຄວາມ​ປະ​ເອີ​ບ​ໃຈ​ສົມ​ຄວນ​ຕໍ​ໍ່​ການ​ຟື້ນ​ຕົວ​ຂອງ​ລະ​ດັບ​ເຕີບ​ໂຕ, ແຕ່​ໃນ 6 ເດືອນ​ຕົ້ນ​ປີນີ້, ສະ​ພາບ​ເສດ​ຖະ​ກິດ​ທົ່ວ​ໂລກ​​ພັດ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ, ພິ​ເສດ​ແມ່ນ​ການ​ຄ້າ​ທົ່ວ​ໂລກ​ຖືກ​ຢຸດ​ຕິ​ໄວ້​. ​ຢູ່ພາຍ​ໃນ​ປະ​ເທດ, ​ກະ​ສິ​ກຳ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ​ບາງ​ເທື່ອອາດ​ຈະ​ບໍ່​ມີ​ການ​ເຕີບ​ໂຕ​ໃນ​ປີນີ້. ບົນ​ພື້ນ​ຖານນັ້ນ, ອາດ​ເຫັນ​ໄດ້​ວ່າ ເຖິງວ່າ​ມີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລ​ະ​ກິດ, ​ມີບັນ​ດາ​ສານ ແລະ ການ​ຊີ້​ນຳ​​ນຳ​ພາຢ່າງ​ຂ້ຽວ​ຂາດ​ຈາກ​ລັດ​ຖະ​ບານກໍ່​ຕາມ ແຕ່​ໃນ​ສະ​ພາບ​ເສດ​ຖະ​ກິດປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ການ​ເຕີບ​ໂຕ​ໃນ​ປີ 2016 ຍາກ​ທີ່​ຈະ​ບັນ​ລຸ​ໄດ້​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ”.

​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ດັ​ດ​ຊະ​ນ​ີ​ໃຊ້​ສອຍ CPI ພາຍ​ໃນ​ປະ​ເທດ​ໃນ 6 ເດືອນ​ຜ່ານ​ມາ ພັດ​ບັນ​ລຸ​ລະ​ດັບ​ປະ​ທັບ​ໃຈ​ແມ່ນກວ່າ 1,7% ສູງກວ່າ​​ຫຼາຍ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015. ພິ​ເສດ, ດັດ​ຊະ​ນີການ​ຜ​ະ​ລິ​ດ​​ອຸດ​ສາ​ຫະ​ກຳ (IIP) ຂອງ​ກຸ່ມ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ​ມີ​ລະ​ດັບ​ເຕີບ​ໂຕ​​ແຮງແມ່ນກວ່​າ 10%. ສະ​ພາບ​ການ​​ຈຳ​ໜ່າຍ​ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ຜະ​ລິດ​ສືບ​ຕໍ່​ຮັກ​ສ​າໄດ້​ທ່າ​ເພີ່ມ​ຂຶ້ນ. ​ອັດ​ຕາ​ຂາຍ​ຍ່ອຍ​ສິນ​ຄ້າ ແລະ ລາຍ​ຮັບ​ບໍ​ລິ​ການ​ໃຊ້​​ສອຍ​ໃນ​ສັງ​ຄົມ​ເພີ່ມ​ຂຶ້​ນ, ບັນ​ລຸ​ລະ​ດັບ 9,5%. ໃນ​ຂະ​ນະ​ນັ້ນ, ໃນ​ຊຸມ​ເດືອນ​ທ້າຍ​ປີ 2016, ເມື່ອ​ຫວຽດ​ນາມ ເ​ຂົ້າ​ຮ່​່ວມ​ບັນ​ດ​າ​ສັນ​ຍາ​ການ​ຄ້າ​ເສ​ລີ​ຢ່າງ​ຄົບ​ຖ້ວນ, ຕະ​ຫຼາ​ດ​ສົ່ງ​ອອກ​ຈະ​ໄດ​້​ຮັບ​ການ​ເປີດກວ້າງ, ວົງ​ເງິນ​ສົ່ງ​ອອກ​ມີ​ກາ​ລະໂອ​ກາດ​ເຕີບ​ໂຕ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ. ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຄາດ​ຄະ​ເນ​ວ່າ ​ລະ​ດັບ​ເຕີບ​ໂຕ​ດ້ານ​ການ​ສົ່ງ​ອອກ​ຂອງ​ທັງ​ປີ​ອາດ​​ຈະບັນ​ລຸ​ 8,5%. ຈຸດ​ພົ້ນ​ເດັ່ນ​ໃນ 6 ເດືອນ​ຕົ້ນ​ປີນີ້​ຂອ​ງ​​ເສດ​ຖະ​ກິດ​ຫວຽດ​ນາມ ແມ່ນ​ການ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ເພີ່ມ​ຂຶ້ນ​ຢ່າງ​ແຮງ. ຍອດ​ຈຳ​ນວນ​ທຶນ FDI ​ໄດ້​ຮັບ​ການປະ​ຕິ​ບັດ​ກວ່າ 7,2 ຕື້ USD, ເພີ່ມ​ຂຶ້ນກວ່າ 15% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015. ຍອດ​ທຶນ FDI ຈົດ​ທະ​ບຽນ​ບັນ​ລຸກວ່າ 11 ຕື້ USD, ເພີ່ມ​ຂຶ້ນ​ທົບ 2 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດ​ຽວ​ກັນ​ຂອງ​ປີ 2015. ນີ້​ແມ່ນ​ບັນ​ດາ​ສັນ​ຍານ​ຕັ້ງ​ໜ້າ​ໃຫ້​​ແກ່ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ໃນ​ຊຸມ​ເດືອນ​ທ້າຍ​ປີ 2016.

ຕາມ​ທ່ານປະ​ລິ​ຍາ​ເອກ ຫງວຽນ​ດຶກ​ແທ່ງ, ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ ແລະ ນະ​ໂຍ​ບາຍ​ ແລ້ວ, ເພື່ອ​ປະ​ຕິ​ບ​ັດ​ສຳ​ເລດ​ຄາດ​ໝາຍ​ເຕີບ​ໂຕ​ໃນ​ປີ 2016, ຕ້ອງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່​ຫຼວງ​ຈາກ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖ​ິ່​ນ​ ແລະ ວິ​ສາ​ຫະ​ກິດ. ລັດ​ຖະ​ບ​ານ​ຕ້ອງ​ສ້າງ​ນະ​ໂຍ​ບາຍ​ຕິດ​ພັນ​ກັບ​ການ​ປະ​ຕິ​ຮູບ​ລະ​ບົບ​ການ​ບໍ​ລິ​ຫານ​ພາກ​ລັດ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ກະ​ຊວງ, ຂະ​ແໜງ​ການ ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ເຕ​ີບ​ໂຕ​ໃໝ່​ໃນ​ການ​ເຊື່ອມ​ໂຍງ. ຈາກນັ້ນ, ນຳ​ປະ​ເທດ​ຊາດ​ຫຼີກ​ລ້ຽງ​ອອກ​ຈາກ​ລະ​ດັບລາຍ​ຮັບ​ປາງ​ກາງ ແລະ ​ລ​າຍ​ຮັບ​ເຊື່ອມ​ໂຍງ​ເຂົ້າ​ກັ​ບ​ສາ​ກົນ. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຕ້ອງ​ຂຸດ​ຄົ້ນ​ຢ່າງ​ສຸດ​ຂີດ​ບັນ​ດາ​ນະ​ໂຍ​ບາຍ, ຄຳ​ໝັ້​ນ​ສັນ​ຍາ​ດ້ານ​ເສດ​ຖະ​ກິດ​ສາ​ກົນ ຈາກ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ. ທ່ານປະ​ລິ​ຍາ​ເອກ ຫງວຽນ​ດຶກ​ແທ່ງ ຖື​ວ່າ.

“ບັນ​ດາ​ພື້ນ​ຖານ​ໃໝ່​ນັ້ນ​ແມ່ນ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ນະ​ໂຍ​ບາຍ, ການຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ ແລະ ສ້າງ​​ເປັນ​ກົງ​ຈັກ, ກົນ​ໄກ​ເພື່ອ​ວາງ​ນະ​ໂຍ​ບາຍ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍນັ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຫຼຸດ​ຜ່ອນ​ສະ​ພາບກະ​ແຈກ​ກະ​ຈາຍ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ທ້ອ​ງ​ຖິ່ນ. ໃນ​ນະ​ໂຍ​ບາຍນັ້ນ, ​ຕ້ອງ​ຮັກ​ສາ​ໄດ້​ກອບ​ກົດ​ໝາຍ, ໝາ​ຍ​ຄວາມ​ວ່າມີລະ​​ບອບ​ນະ​ໂຍ​ບາຍ​ດີ​ທີ່​ສຸດ; ພ້​ອມ​ທັງ, ມີ​ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ແກ່ງ​ແຍ້ງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ. ຕ້ອງ​ມີ​ສະ​ພາ​ແກ່ງ​ແຍ້ງ​ຈະ​ແຈ້ງ​ເພື່ອ​ສະ​ກັດ​ນັ້ນແນວ​ໂນມ​ສິດຜູ​ກ​ຂາດ ຫຼື ​ແນວ​ໂນມ​ສົມ​ຮູ້​ຮ່ວມ​ຄິດ​ຜ່ານ​ການ​ພົວ​ພັນ​ສະ​ໜິດ​ສະ​ໜົມ. ທີ່ 2 ​ແມ່ນ​ບັນ​ດາ​ການ​ປະ​ຕິ​ຮູບ​ອື່ນ​ໄປ​ພ້ອມ​ຄື ບັນ​ຫາ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ອອກ​ແຮງ​ງານ, ວິ​ທີ​ການ​ສ້າງ​ແຫຼ່ງ​​ຊັບ​ພະ​ຍາ​ກອນ​ແຮງ​ງານດ​້ານ​ອຸດ​ສາ​ຫະ​ກຳ, ຊັບ​ພະ​ຍາ​ກອນ​​ທີ່​ມີ​ຄຸນ​ນະ​ພາບ​ສູງ”.



ຫວຽດນາມມານະພະຍາຍາມເພື່ອບັນລຸຄາດໝາຍເຕີບໂຕດ້ານເສດຖະກິດປີ2016 - ảnh 2
ກອງ​ປະ​ຊ​ຸມ​ນັດ​ສາ​ມັນ​ປະ​ຈຳ​ເດືອນ 6 ຂອງ​ລັດ​ຖະ​ບານ​
(ພາບ: TTXVN)


ກ່າວ​ຄຳ​ເຫັນ​ສະ​ຫຼຸບກອງ​ປະ​ຊ​ຸມ​ນັດ​ສາ​ມັນ​ປະ​ຈຳ​ເດືອນ 6 ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄ​ົມໃນ 6 ເດືອນ​ທ້າຍ​ປີ 2016, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ.

“ທີ​ໜຶ່ງ​ແມ່ນ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້​ອງ​ຖິ່ນ​ຕ່າງໆ ຕ້ອງ​ປະ​ຕິ​ບັດ​ມະ​ຕິ​ຂອງ​ລັດ​ຖະ​ບານ​ໃຫ້​ເປັນ​ຢ່າງ​ດີ. ທີ 2 ແມ່ນຍູ້​ແຮງ​ການ​ປ່ອຍ​ເງິນ​ລົງ​ທຶນ. ສຸມ​ໃສ່​ໜູນ​ຊ່ວຍ​ຊາວ​ກະ​ສິກອ​ນ​ຟື້ນ​ຟູ​ການ​ຜະ​ລິດ​ກະ​ສິ​ກຳ, ໂດ​ຍ​ສະ​ເພາະ​ແມ່ນລະ​ດູ​​ການທີ 3, ພິ​ເສດ​ແມ່ນ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ, ທິດ​ໃຕ້​ພາກ​ກາງ, ເຂດ​ໄຕ​ງວຽນ. ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ພັດ​ທະ​ນາ​ການ​ຜ​ະ​ລິດ, ບໍ່​ພຽ​ງ​ແຕ່​ເພື່ອ​​ການ​້​ເຕີບ​ໂຕ​ເທົ່​ານັ້ນ ຫາກ​​ຍັງແມ່ນ​ພື້ນ​ຖານ​ເພື່ອ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​​ທາງ​ສັງ​ຄົມ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ​ໝູນໃຊ້​ ແລະ ເປີດກວ້າງ​ບັນ​ດາ​ຕະ​ຫຼາດ​ສົ່ງ​ອອກ ແລະ ໃຊ້​​ສອຍ​ພາຍ​ໃນ​ປະ​ເທດ”.

ພ້ອມ​ກັນ​ນັ້ນ, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ຄວນ​ມີ​ບັນ​ດາ​ນະ​ໂຍ​ບາຍ​​ຢ່າງ​ມີ​ໄຫວ​ພິບໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ສັງ​ຄົມ, ຮັບ​ປະ​ກັນ​ແຫຼ່ງ​ການເງິນ, ຄວບ​ຄຸມ​ໄ​ພ​ເງິນ​ເຟີ້. ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​​ໝູນໃຊ້​​ທ່າ​ໄດ​້​ບຽບໃນ​ການ​ເຊື່ອມ​ໂຍງ ແລະ ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີຢ່າງ​ສຸດ​ຂີດ, ພ້ອມ​ທັງ​ສ້າງ​ຍຸດ​ທະ​ສາດ​ຍົກ​ສູງ​ສະ​ມັດ​ຕະ​ພາບ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ ແລະ ຍ​ູ້​ແຮງ​ການ​ສົ່ງ​ອ​ອກ.

ຂ່າວ/ບົດ​ອື່ນ