ຫາຍຟ່ອງ ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ

(VOVWORLD) - ມາຮອດເດືອນ ສິງຫາ ປີ 2021, ນະຄອນ ຫາຍຟ່ອງ ດຶງດູດ 2,8 ຕື້ USD ແຫລ່ງເງິນລົງທຶນຈາກຕ່າງປະເທດ (FDI), ສູງທົບ 3,7 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໃນສະພາບການໂລກລະບາດໂຄວິດ 19 ພວມຜັນແປໄປຢ່າງສັບສົນນັ້ນ, ນີ້ແມ່ນໝາກຜົນເປັນຫນ້າຮັບຮູ້, ນຳຫາຍຟ່ອງ ກາຍເປັນຫນຶ່ງໃນບັນດາ ສະຖານທີ່ດີເດັ່ນດຶງດູດທຶນ FDI ຂອງທົ່ວປະເທດ. ນອກຈາກການຄວບຄຸມໂລກລະບາດໄດ້ເປັນຢ່າງດີນັ້ນ, ນະຄອນ ຫາຍຟ່ອງ ຍັງມີຫລາຍວິທີເຮັດໃຫມ່ ພິເສດ ໃນການປະຕິຮູບດ້ານບໍລິຫານ, ເປີດກວ້າງເຂດ, ກຸ່ມອຸດສາຫະກຳເພື່ອຮັບຕ້ອນບັນດານັກລົງທຶນ.

ຫາຍຟ່ອງ ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ - ảnh 1ບໍລິສັດ Display VietNam ຈຳກັດ ຮັບຫນັງສືອະນຸຍາດໃຫ້ລົງທຶນ
 
 

  ທ້າຍເດືອນສິງຫາ ຜ່ານມາ, ກຸ່ມບໍລິສັດ LG ຂອງ ສ.ເກົາຫລີ ໄດ້ເພີ່ມຈຳນວນທຶນຕື່ມອີກ 1,4 ຕື້ USD ເຂົ້າບໍລິສັດ “ລູກ”ຂອງຕົນ ນັ້ນແມ່ນໂຄງການ LG Display ຢູ່ ນະຄອນ ຫາຍຟ່ອງ, ຍົກຍອດຈຳນວນເງິນລົງທຶນຢູ່ ຫາຍຟ່ອງ ຂຶ້ນເປັນ 4,65 ຕື້  USD ກາຍເປັນໂຄງການ FDI ໃຫຍ່ສຸດຢູ່ນະຄອນນີ້. ແລະ ກໍ່ໃນ 8 ເດືອນຕົ້ນປີ, ມີຫລາຍໂຄງການ FDI ລົງທຶນໃຫມ່ ຫລື ດັດປັບເພີ່ມທຶນຢູ່ ນະຄອນ ຫາຍຟ່ອງ ຄື: ບໍລິສັດເອເລັກໂຕນິກ Tongwei ຈຳກັດ ເພີ່ມ 31 ລ້ານ USD, ບໍລິສັດ Ohsung Vina ເພີ່ມ 19 ລ້ານ USD, ບໍລິສັດ Shanghai Moons Electronics ເພີ່ມ 18 ລ້ານ USD. ບັນດາໂຄງການ ພວມຫັນການລົງທຶນຈາກລວງກວ້າງມາສູ່ລວງເລິກ, ດ້ວຍຈຳນວນເງິນລົງທຶນຫລາຍກວ່າ, ນຳໃຊ້ເຕັກໂນໂລຊີທັນສະໄຫມ, ເປັນມິດກັບສິ່ງແວດລ້ອມ…

ຫາຍຟ່ອງ ຄວບຄຸມໂລກລະບາດຢູ່ໃນບໍລິເວນໄດ້ເປັນຢ່າງດີ, ພິເສດ ເອົາໃຈໃສ່ເຖິງການປ້ອງກັນຕ້ານໂລກລະບາດຢູ່ໃນບັນດາເຂດອຸດສາຫະກຳ. ນີ້ແມ່ນເງື່ອນໄຂ ແລະ ກຳລັງຫນູນເຮັດໃຫ້ນັກລົງທຶນມີຄວາມອຸ່ນອ່ຽນໃຈ. ທ່ານ Park Jae Hong, ຮອງຜູ້ອຳນວຍການໃຫຍ່ ບໍລິສັດ Display VietNam ຈຳກັດ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຕີລາຄາສູງວຽກງານປ້ອງກັນຕ້ານໂລກລະບາດໂຄວິດ 19 ຂອງນະຄອນ ຫາຍຟ່ອງ. ນັ້ນແມ່ນພື້ນຖານເພື່ອໃຫ້ບັນດາວິສາຫະກິດຄື LG DISPLAY ມີຄວາມອຸ່ນອ່ຽນໃຈທຳການຜະລິດ. ການນຳກຸ່ມບໍລິສັດ LG ເວົ້າລວມ ແລະ ບໍລິສັດ LG DISPLAY ເວົ້າສະເພາະ ດີໃຈຫລາຍເມື່ອຄົນງານໄດ້ສັກວັກຊິນກັນໂຄວິດ. ນີ້ແມ່ນສິ່ງປະເສີດທີ່ສຸດ”

ໄລຍະຜ່ານມາ ການນຳນະຄອນ, ບັນດາຄະນະຂະແຫນງການກ່ຽວຂ້ອງຂອງນະຄອນ ຫາຍຟ່ອງ ໄດ້ມີການໂອ້ລົມສົນທະນາໂດຍກົງເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ຍູ້ແຮງການປະຕິຮູບລະບຽບການດ້ານບໍລິຫານ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອສົ່ງເສີມການລົງທຶນກັບບັນດາວິສາຫະກິດ. ທ່ານ ບຸ່ຍງອກຫາຍ, ຮອງຫົວຫນ້າ ຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ໃຫ້ຮູ້ວ່າ:

  “ພວກຂ້າພະເຈົ້າກະກຽມໃຫ້ແກ່ແຜນການປີຫນ້າດ້ວຍຄາດໝາຍດຶງດູດທຶນ FDI ຢ່າງຫນ້ອຍສຸດແມ່ນ 3 ຕື້ USD. ສະນັ້ນ ນັບແຕ່ປະຈຸບັນ ພວກຂ້າພະເຈົ້າສຸມໃສ່ກະກຽມກໍ່ສ້າງບັນດາເຂດອຸດສາຫະກຳໃຫມ່, ກະກຽມຫນ້າພຽງ, ເນື້ອທີ່ດິນ, ແກ້ໄຂບັນຫາເຮືອນຢູ່ໃຫ້ແກ່ກຳມະກອນ. “

ຫາຍຟ່ອງ ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ - ảnh 2ນະຄອນຫາຍຟ່ອງ ເອົາໃຈໃສ່ສັກວັກຊິນກັນໂຄວິດ ໃຫ້ກຳມະກອນໃນເຂດອຸດສາຫະກຳ

ທີ່ການເຮັດວຽກກັບຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ຫວ່າງແລ້ວນີ້, ທ່ານ ເຈີນລືວກວາງ, ເລຂາຄະນະພັກນະຄອນ ຫາຍຟ່ອງ ເນັ້ນຫນັກວ່າ: ຫາຍຟ່ອງ ຄວນເສີມຂະຫຍາຍບັນດາທ່າໄດ້ປຽບທີ່ຕັ້ງພູມສາດ ພ້ອມກັບລະບົບຂົນສົ່ງເປັນຫລາຍຮູບແບບຄື: ມີສະຫນາມບິນ, ທ່າກຳປັ່ນທະເລ, ຄົມມະນາຄົມທາງບົກຢ່າງສະດວກ. ນອກນັ້ນ ກໍ່ເປັນເຈົ້າການຊອກຫາ, ດຶງດູດບັນດານັກລົງທຶນ, ວິສາຫະກິດໃຫຍ່, ຫາຍຟ່ອງ ຄວນຍູ້ແຮງການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ປະຕິຮູບລະບຽບການບໍລິຫານ ເພື່ອຮັບໃຊ້ບັນດານັກລົງທຶນ.

ປະຈຸບັນ ຢູ່ ນະຄອນ ຫາຍຟ່ອງ ມີ 12 ເຂດອຸດສາຫະກຳ ພວມເຄື່ອນໄຫວ. ດ້ວຍທິດນຳດຶງດູດບັນດານັກລົງທຶນໃຫຍ່ຂອງໂລກ, ໃນໄລຍະ ປີ 2021 -2025, ຫາຍຟ່ອງ ຈະກໍ່ສ້າງຕື່ມອີກ 15 ເຂດອຸດສາຫະກຳໃຫມ່, ດ້ວຍຍອດເນື້ອທີ່ກວ່າ 6.200 ເຮັກຕາ. ນີ້ແມ່ນປະຖົມປັດໄຈເພື່ອໃຫ້ນະຄອນ ຫາຍຟ່ອງ ວາງຄາດໝາຍດຶງດູດທຶນ FDI 5 ຕື້ USD/ປີ ໃນໄລຍະ 5 ປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ