ຫາຍ​ຟ່ອງ ສູ້​ຊົນ​ກາຍ​ເປັນ​ກຳ​ລັງ​ຫ​ນູນ​ເຕີບ​ໂຕ​ຂອງ​ທົ່ວ​ປະ​ເທດ

(VOVWORLD) -ໃນຊຸມປີຜ່ານມານະຄອນ ຫາຍຟ່ອງ ບັນລຸການເຕີບໂຕຢ່າງລຽນຕິດ ແລະ ນອນໃນ Top ນຳຫນ້າທົ່ວປະເທດປີ 2021 ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ 19 ຜັນແປສັບສົນນະຄອນ ຫາຍຟ່ອງ ຍັງຄົງສືບຕໍ່ຮັກສາການເຕີບໂຕເປັນ ຕົວເລກແມ່ນລະດັບສູງສຸດໃນທົ່ວປະເທດ.ໂດຍບໍ່ຢຸດຢູ່ລະດັບພັດທະນາຄືປະຈຸບັນຫາຍຟ່ອງ ວາງຄາດໝາຍບຸກທະລຸຢ່າງແຮງກາຍເປັນນະຄອນອຸດສາຫະກຳພັດທະນາທັນສະໄຫມອັດສະລິຍະຍືນຍົງລະດັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໂລກກາຍເປັນກຳລັງຫນູນເຕີບໂຕຂອງທົ່ວປະເທດ.



ຫາຍ​ຟ່ອງ ສູ້​ຊົນ​ກາຍ​ເປັນ​ກຳ​ລັງ​ຫ​ນູນ​ເຕີບ​ໂຕ​ຂອງ​ທົ່ວ​ປະ​ເທດ - ảnh 1ໃນຊຸມປີຜ່ານມາ, ນະຄອນ ຫາຍຟ່ອງ ລ້ວນແຕ່ນອນໃນ Top ນຳຫນ້າທົ່ວປະເທດກ່ຽວກັບການເຕີບໂຕ  ພາບ:: VOV

ການເຕີບໂຕເສດຖະກິດ (GRDP) ບັນລຸເກືອບ 12,4%, ນຳຫນ້າທົ່ວປະເທດ; ເກັບລາຍຮັບງົບປະມານບັນລຸ 94.000 ຕື້ດົ່ງ; ດຶງດູດເງິນລົງທຶນຂອງຕ່າງປະເທດ (FDI) ບັນລຸກວ່າ 5 ຕື້ດົ່ງ, ສູງທົບ 3,4 ເທົ່າເມື່ອທຽບໃສ່ປີ 2020 ແລະ ຢືນອັນດັບ 1 ຂອງທົ່ວປະເທດ. ປີ 2021 ຜ່ານມາ ສືບຕໍ່ແມ່ນປີຫນຶ່ງອີກທີ່ ຫາຍຟ່ອງ ປະສົບຜົນສຳເລັດ ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ 19 ຜັນແປສັບສົນ.

ບາງຈຸດເວລາໃນປີ ເມື່ອວັກຊິນກັນໂຄວິດ ຍັງບໍ່ທັນໄດ້ສັກໃຫ້ປະຊາຊົນທຸກຄົນ, ຫາຍຟ່ອງ ໄດ້ມີຄວາມເປັນເຈົ້າການໃນການວິໄຈຫາເຊື້ອໂດຍໄວ, ຍາດແຍ່ງບັນດາແຫລ່ງວັກຊິນເພື່ອສັກໃຫ້ປະຊາຊົນ. ໃນສະພາບການນັ້ນ, ມີຫລາຍກິດຈະການ, ໂຄງການຈຸດສຸມຂອງ ຫາຍຟ່ອງ ຍັງຄົງສືບຕໍ່ເລີ່ມລົງມືກໍ່ສ້າງ ແລະ ບັນລຸແຜນການວາງອອກ. ຕາມທ່ານ ເຈີນລືວກວາງ, ເລຂາຄະນະພັກນະຄອນ ຫາຍຟ່ອງ ແລ້ວ, ການຕ້ານໂລກລະບາດເປັນຢ່າງດີ ແມ່ນຂໍ້ກຸນແຈເພື່ອໃຫ້ນະຄອນ ຫາຍຟ່ອງ ບັນລຸການເຕີບໂຕສູງໃນປີ 2021.

  ໃນຂະນະທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ຫາຍຟ່ອງ ຍັງຄົງສືບຕໍ່ຮັກສາສະພາບແວດລ້ອມແຫ່ງການລົງທຶນ, ຮັກສາໄດ້ຈຳນວນກຳມະກອນຢູ່ເຮັດວຽກ. 3 ເສົາຄ້ຳ ຊື່ງກອງປະຊຸມໃຫຍ່ຄັ້ງທີ 16 ອົງຄະນະພັກ ນະຄອນ ວາງອອກ ແມ່ນ ອຸດສາຫະກຳເຕັກໂນໂລຊີສູງ - ທ່າກຳປັ່ນ, logistics - ທ່ອງທ່ຽວ; ການຄ້າ, ພວກຂ້າພະເຈົ້າສືບຕໍ່ມີຄວາມເອົາໃຈໃສ່ເຖິງການພັດທະນາພື້ນຖານໂຄງລ່າງໃນການພັດທະນາຕົວເມືອງຢ່າງຄົບຊຸດກາຍເປັນຕົວເມືອງທີ່ດີ ເພື່ອໃຫ້ຜູ້ຊ່ຽວຊານ ແລະ ຄົນງານກັບມານີ້ດຳລົງຊີວິດ

ຫາຍຟ່ອງກາຍເປັນ “ຈຸດນັດພົບ” ຂອງກຸ່ມບໍລິສັດໃຫຍ່ຫລາຍແຫ່ງພາຍໃນປະເທດ ແລະ ໃນໂລກ. ໄລ່ສະເພາະ ປີ 2021 ໄດ້ມີ 29 ໂຄງການລົງທຶນໂດຍກົງຂອງຕ່າງປະເທດໃຫມ່ທີ່ລົງທຶນເຂົ້ານະຄອນ ຫາຍຟ່ອງ, ດ້ວຍຍອດຈຳນວນທຶນ FDI ແມ່ນກວ່າ 327 ລ້ານ  USD; 52 ໂຄງການ FDI ດັດປັບເພີ່ມທຶນ, ໃນນັ້ນ ໂຄງການຂອງ LG Display HaiPhong ດ້ວຍການດັດປັບທຶນເປັນສອງຄັ້ງ ແລະ ເພີ່ມເປັນ 2,15 ຕື້ USD. ມີຫລາຍໂຄງການໃຫຍ່ໄດ້ຮັບຫນັງສືອະນຸຍາດໃຫ້ລົງທຶນ, ຈະເລີ່ມລົງມືກໍ່ສ້າງໃນປີ 2022.

ປີ 2022, ຫາຍຟ່ອງ ວາງຄາດໝາຍ GRDP ເພີ່ມ 13% ຂຶ້ນໄປເມື່ອທຽບໃສ່ປີ 2021, ດຶງດູດ 2,5 -3 ຕື້  USD ທຶນ  FDI ເຂົ້າບັນດາເຂດອຸດສາຫະກຳ, ເຂດເສດຖະກິດໃນບໍລິເວນ. ຕາມທ່ານ ເລຈູງກຽນ, ຫົວຫນ້າຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ແລ້ວ, ຄາດໝາຍ 3 ຕື້  USD ການລົງທຶນ FDI ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍດ້ວຍຫລາຍວຽກງານ, ຫນ້າທີ່ລະອຽດ.

ເພື່ອບັນລຸ 3 ຕື້ USD ທຶນ FDI, ທາງນະຄອນ ຈະຕ້ອງເສີມຂະຫຍາຍໝາກຜົນ ແລະ ຄວາມຮັບຮູ້ກວ່າກ່ຽວກັບຄາດຫວັງກ້າຄິດກ້າທຳ. ພວກເຮົາຄວນໝູນໃຊ້ວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານ, ດີຈີຕອນ. ດຶງດູດການລົງທຶນ ຕ້ອງເຮັດແນວໃດນຳໃຊ້ທີ່ດິນຫນ້ອຍ, ແຮງງານຫນ້ອຍ ແຕ່ຕ້ອງມີເຕັກໂນໂລຊີສູງ, ລາຍຮັບສູງ, ບໍ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ, ບໍ່ຫລີກຫລ້ຽງການເສຍພາສີ”

ຫາຍ​ຟ່ອງ ສູ້​ຊົນ​ກາຍ​ເປັນ​ກຳ​ລັງ​ຫ​ນູນ​ເຕີບ​ໂຕ​ຂອງ​ທົ່ວ​ປະ​ເທດ - ảnh 2 ໂຄງການຂົວຣ່າວ ແມ່ນຫນຶ່ງໃນບັນດາກິດຈະກຳຈຸດສຸມຂອງ ນະຄອນ ຫາຍຟ່ອງປີ 2021. ພາບ:  VOV

ເພື່ອແນໃສ່ປະຕິບັດມະຕິເລກທີ 45 ຂອງກົມການເມືອງກ່ຽວກັບການພັດທະນານະຄອນ ຫາຍຟ່ອງ ຮອດປີ 2030, ວິໄສທັດຮອດປີ 2045. ຫາຍຟ່ອງ ຕ້ອງພັດທະນາບໍ່ພຽງແຕ່ສະເພາະນະຄອນເທົ່ານັ້ນ ຫາກຍິ່ງກວ່າແມ່ນເພື່ອການພັດທະນາລວມຂອງທົ່ວປະເທດອີກດ້ວຍ. ທີ່ການເຮັດວຽກກັບນະຄອນ ຫາຍຟ່ອງ ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ຊີ້ອອກບັນດາຫນ້າທີ່ຈຸດສຸມ ຊື່ງ ຫາຍຟ່ອງ ຄວນປະຕິບັດເພື່ອມີການພັດທະນາກວ່າອີກ ແລະ ສົມກັບຄວາມເອົາໃຈໃສ່ຂອງສູນກາງ.

ຫາຍຟ່ອງ ຕ້ອງເສີມຂະຫຍາຍລັກສະນະເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອໃຫ້ພວກເຮົາພັດທະນາຢ່າງວ່ອງໄວ, ໝັ້ນຄົງ. ອີງໃສ່ວິທະຍາສາດເຕັກໂນໂລຊີ, ການປ່ຽນໃຫມ່ປະດິດຄິດສ້າງ, ອີງໃສ່ການຫັນເປັນດີຈີຕອນເພື່ອພັດທະນາຮອບດ້ານກ່ຽວກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ໃນນັ້ນມີອຸດສາຫະກຳ ຕ້ອງແມ່ນອຸດສາຫະກຳທັນສະໄຫມ, ອຸດສາຫະກຳຂຽວ, ການບໍລິການຕ້ອງກ້າວຫນ້າ, ທັນສະໄຫມ, ການທ່ອງທ່ຽວຕ້ອງມີຄຸນນະພາບສູງ, ກະສິກຳຂຽວ, ຍືນຍົງ. ທີຫນຶ່ງແມ່ນ ພັດທະນາຮອບດ້ານ, ອີງໃສ່ວິທະຍາສາດເຕັກໂນໂລຊີ; ທີສອງ ຕ້ອງພັດທະນາຢ່າງກົມກຽວ. ພັດທະນາວັດທະນະທຳຕ້ອງສົມກັບການພັດທະນາດ້ານການເມືອງ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ.”

ດ້ວຍຄວາມເອົາໃຈໃສ່, ລົງທຶນຈາກລັດ, ດ້ວຍມູນເຊື້ອ “ອົງອາດກ້າຫານ - ຕັດສິນໃຈຍາດເອົາໄຊຊະນະ” ຄື ດັ່ງຄຳຍ້ອງຍໍຂອງທ່ານປະທານໂຮ່ຈີນມິນ, ນະຄອນ ຫາຍຟ່ອງ ພວມສືບຕໍ່ພັດທະນາຮອບດ້ານ ແລະ ເຂັ້ມແຂງກວ່າອີກເພື່ອກາຍເປັນກຳລັງຫນູນເຕີບໂຕຂອງພາກພື້ນ ແລະ ທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ