ອົງການUNDPໜູນຊ່ວຍປະຊາຊົນແຂວງກວ໋າງຫງາຍປ້ອງກັນ,ຕ້ານໄພທຳມະຊາດ

(VOVWORLD) - ພາຍຫລັງພາຍຸMolave, ອຳນາດການປົກຄອງແລະປະຊາຊົນຕາແສງບີ່ງທ້ວນເມືອງບີ່ງເຊີນແຂວງກວ໋າງຫງາຍພວມມານະພະຍາຍາມແກ້ໄຂບັນດາຜົນເສຍຫາຍແລະສ້າງຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບເປັນປົກກະຕິ. ຮູບແບບເຮືອນປອດໄພໂດຍໂຄງການເພີ່ມທະວີຄວາມສາມາດຕ້ານແລະຮັບມືກັບການກະທົບຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ບັນດາວົງຄະນະຍາດທີ່ມີຄວາສ່ຽງຢູ່ແຄມທະເລຫວຽດນາມໂດຍ ກອງທຶນດິນຟ້າອາກາດສີຂຽວຂອງສະຫະປະຊາຊາດ(Green Climate Fund ຫຼື GCF),ລັດຖະບານຫວຽດນາມແລະໂຄງການພັດທະນາຂອງສະຫະປະຊາຊາດ(UNDP)ໄດ້ນູນຊ່ວຍແລະເສີມຂະຍາຍປະສິດທິຜົນ, ຊ່ວຍໃຫ້ປະຊາຊົນຢູ່ເຂດນີ້ມີຄວາມປອດໄພໃນບັ້ນເກີດພາຍຸຮ້າຍແຮງທີ່ສຸດໃນຮອບເວລາ 10 ປີຜ່ານມາ.

 

ອົງການUNDPໜູນຊ່ວຍປະຊາຊົນແຂວງກວ໋າງຫງາຍປ້ອງກັນ,ຕ້ານໄພທຳມະຊາດ - ảnh 1ເຮືອນປອດໄພບໍ່ຖືກຜົນສະທ້ອນຈາກພາຍຸ

ພາບ:baotainguyenmoitruong.vn

ແມ່ຕູ້ຮີ່ງທິເຟື້ອງ, ຢູ່ເຂດຊຸມຊົນເລກ 9 ຕາແສງບີ່ງທ້ວນເມືອງບີ່ງເຊີນແຂວງກວ໋າງຫງາຍປີນີ້ມີອາຍຸເກືອບ 80 ປີແລ້ວໄດ້ເວົ້າວ່າ: ແມ່ຍັງບໍ່ທັນເຫັນພາຍຸຫົວໃດແຮງຄືພາຍຸMolaveທີ່ພັດເຂົ້າກວ໋າງຫງາຍໃນຊຸມມື້ທ້າຍເດືອນຕຸລາຜ່ານມາ. ພຽງແຕ່ສອງສາມຊົ່ວໂມງເທົ່ານັ້ນພາຍຸຫົວນີ້ກໍ່ເຮັດໃຫ້ຕົ້ນໄມ້ຫັກ, ເຮືອນຊານເພພັງ, ພືດຜັກ.. ເສຍຫາຍຢ່າງຫນັກຫນ່ວງ.

ລຸງຫງວຽນລອງປະຊາຊົນຕາແສງບີ່ງທ້ວນໃຫ້ຮູ້ວ່າຄອບຄົວຂອງລຸງກໍ່ຖືກຜົນສະທ້ອນຈາກພາຍຸ. ພາຍຸMolaveໄດ້ເຮັດໃຫ້ຄອບຄົວລຸງແລະບັນດາຄອບຄົວອື່ນຢູ່ຕາແສງບໍ່ສາມາດໄປຫາປາຢູ່ທະເລໄດ້ສະນັ້ນການດຳລົງຊີວິດຈຶ່ງປະສົບກັບຄວາຫຍຸ້ງຍາກຍ້ອນແຫລ່ງລາຍຮັບຫລຸດລົງ.

 ໃນຂະນະທີ່ມີຫລາຍຄອບຄົວຢູ່ໃນບ້ານຖືກເສຍຫາຍຢ່າງຫນັກຫນ່ວງ, ແຕ່ ສຳລັບຄອບຄົວ ປ້າ ຟ້າມທິແອນ ເກືອບຄືວ່າບໍ່ມີຫຍັງເສຍຫາຍ ຍ້ອນເຮືອນຂອງປ້າ ແມ່ນ “ເຮືອນປອດໄພ”. ເຮືອນຂອງປ້າ ແອນ ໄດ້ຮັບການກໍ່ສ້າງມາແຕ່ເດືອນ ມິຖຸນາ ປີ 2020  ໂດຍມີການຫນູນຊ່ວຍຈາກລັດຖະບານ, ກອງທຶນGCF-UNDP.ປ້າ ແອນ ໃຫ້ຮູ້ວ່າ: ກ່ອນນີ້ ມີພາຍຸຫົວຫນຶ່ງທີ່ເກີດຂຶ້ນໃນປີ 2019 ໄດ້ເຮັດໃຫ້ຫົວເຮືອນຂອງປ້າ ປິວໄປໝົດເຫຼືອແຕ່ຝາ. ຄອບຄົວຂອງປ້າ ແອນແມ່ນຄອບຄົວທຸກຍາກ ສະນັ້ນ ໂຄງການຈຶ່ງຫນູນຊ່ວຍ ກໍ່ສ້າງ “ເຮືອນປອດໄພ”ໃຫ້.

ອົງການUNDPໜູນຊ່ວຍປະຊາຊົນແຂວງກວ໋າງຫງາຍປ້ອງກັນ,ຕ້ານໄພທຳມະຊາດ - ảnh 2 ເຮືອນຫລາຍຫລັງຢູ່ເມືອງ ບີ່ງເຊີນ ຖືກເພພັງພາຍຫລັງຖືກພາຍຸພັດເຂົ້າ

ພາບ:baotainguyenmoitruong.vn

ຄວາມແຕກຕ່າງກັນຂອງ “ເຮືອນປອດໄພ” ນັ້ນແມ່ນ ໄດ້ເຮັດຊັ້ນລອຍໃສ່ຕື່ມເມື່ອນ້ຳຂຶ້ນສູງນັ້ນ ເຈົ້າຂອງເຮືອນສາມາດຂຶ້ນໄປຢູ່ຊັ້ນດັ່ງກ່າວນັ້ນໄດ້,ເພື່ອຮັບປະກັນຄວາມປອດໄພໃຫ້ຄົນ ແລະ ຊັບສິນ. ທ່ານ ຫວູທາຍເຈື່ອງ ພະນັກງານໂຄງການຂອງອົງການUNDPໃຫ້ຮູ້ວ່າ:

 ມາດຕະຖານສຳຄັນທີ່ສຸດ ນັ້ນແມ່ນຕອ້ງຮັບປະກັນ ສາມແຂງ ນັ້ນແມ່ນ ພື້ນເຮືອນແຂງ,ຮາກຖານເຮືອນແຂງແລະໂຄງເຮືອນແຂງ …… ນອກນັ້ນ ເຮືອນຕ້ອງມີຊັ້ນຕ້ານນ້ຳຖ້ວມສູງກວ່າ ລະດັບນ້ຳຖ້ວມ ແຕ່1,5 ແມັດຂຶ້ນໄປ. ຂັ້ນໄດຂຶ້ນຊັ້ນທີ່ຕ້ານນ້ຳຖ້ວມ ຕ້ອງມີຮາວຈັບແລະ ຕ້ອງເຮັດດ້ວຍອຸປະກອນທີ່ມີຄວາມທົນທານ. ອີກອັນຫນຶ່ງແມ່ນ ປະຕູເຂົ້າ ແລະ ປ່ອງຢ້ຽມ  ຕ້ອງເຮັດດ້ວຍວັດສະດຸທີ່ມີຄວາມທົນທານແລະແໜ້ນໜາດີ ຕ້ອງມີໄລແລະໃສ່ໄລໃຫ້ແໜ້ນເພື່ອຮັບປະກັນຄວາມແຈບເມື່ອ ລົມພາຍຸພັດເຂົ້າ ແລະ ຕ້ານນ້ຳຝົນໄດ້. ຫລັງຄາເຮືອນຕ້ອງແມ່ນດິນຂໍ ຫລື ສັງກະສີ ແລະ ຕ້ອງໄດ້ເສີມດ້ວຍເຫຼັກເກາະກ່ຽວໄວ້ຢ່າງແໜ້ນໜາດີ. ລະບົບລະບາຍນ້ຳຢູ່ອ້ອມແອ້ມເຮືອນ ຕ້ອງລະບາຍນ້ຳໄດ້ດີເພື່ອຮັບປະກັນຫລັກອະນາໄມສິ່ງແວດລ້ອມ.”

 ໂຄງການ “ເຮືອນປອດໄພ” ໄດ້ສຸມໃສ່ຫນູນຊ່ວຍຜູ້ທຸກຍາກ, ແມ່ຍິງຢູ່ໂດດດ່ຽວ, ຜູ້ປະສົບກັບຄວາມຫຍຸ້ງຍາກ ແລະ ຄົນພິການ. ງົບປະມານໃນການກໍ່ສ້າງເຮືອນປອດໄພແຕ່ລະຫລັງນັ້ນ ແມ່ນເໝາະສົມ ໂດຍມີການເຂົ້າຮ່ວມຂອງປະຊາຊົນໃນທ້ອງຖິ່ນ ແລະ ໄດ້ຮັບການກວດກາຢັ້ງຢືນຈາກສະຖາບັນວິທະຍາສາດເຕັກໂນໂລຊີຂອງກະຊວງກໍ່ສ້າງ ແລະ ພະແນກກໍ່ສ້າງຢູ່ບັນດາທ້ອງຖິ່ນທີ່ມີໂຄງການ.

ເມື່ອແບ່ງປັນກັບນັກຂ່າວ, ທ່ານ ໂງວັນເວືອງ, ປະທານ ຄະນະກຳມະການປະຊາຊົນ ຕາແສງ ບີ່ງທ້ວນ ໃຫ້ຮູ້ວ່າ: ບັນດາ “ເຮືອນປອດໄພ” ສາມາດເສີມຂະຫຍາຍຄຸນປະໂຫຍດໄດ້ເປັນຢ່າງດີເມື່ອເກີດພາຍຸ Molave, ນຳມາເຊິ່ງຄວາມປອດໄພໃຫ້ແກ່ປະຊາຊົນ. ທາງທ້ອງຖິ່ນກໍ່ພວມສົ່ງເສີມປະຊາຊົນມີເງື່ອນໄຂຕ້ອງກໍ່ສ້າງເຮືອນປອດໄພດ້ວຍຕົນເອງ. ກໍລະນີບໍ່ມີເງື່ອນໄຂ ກໍ່ສາມາດຈັດແບ່ງເນື້ອທີ່ ຈັກສອງສາມ ຕາແມັດ ສ້າງໃຫ້ມີຄວາມແໜ້ນໜາຖາວອນ ເພື່ອປ້ອງກັນຕ້ານພາຍຸ.

ພວກຂ້າພະເຈົ້າໄດ້ໂຄສະນາ, ຂົນຂວາປະຊາຊົນເມື່ອເກີດພາຍຸນ້ຳຖ້ວມທາງຕາແສງຕ້ອງຕັ້ງນ້າຍົກຍ້າຍປະຊາຊົນໄປຢູ່ເຂດປອດໄພ. ແຕ່ປະຈຸບັນມີບາງຄອບຄົວມີເງື່ອນໄຂດ້ານເສດຖະກິດເຂົາເຈົ້າໄດ້ກໍ່ສ້າງເຮືອນແໜ້ນໜາຖາວອນດີ.ເກີດພາຍຸຫວ່າງແລ້ວນີ້ທາງຕາແສງກໍ່ໄດ້ຍົກຍ້າຍປະຊາຊົນໄປຢູ່ບ່ອນປອດໄພແມ່ນຫຼາຍກວ່າ 1 ພັນຄົນ.”

ຍ້ອນຕັ້ງຢູ່ເຂດຖືກຜົນສະທ້ອນຈາກໄພທຳມະຊາດສະນັ້ນອຳນາດການປົກຄອງຕາແສງບີ່ງທ້ວນຈຶ່ງຕັ້ງຫນ້າຫນູນຊ່ວຍປະຊາຊົນກ່ຽວກັບຄວາມຮູ້, ທັກສະໃນການປ້ອງກັນ, ຕ້ານໄພທຳມະຊາດແລະຫນູນຊ່ວຍປະຊາຊົນຍົກຍ້າຍໄປຢູ່ເຂດປອດໄພໃນກໍລະນີຮີບດ່ວນ. ເຖິງຢ່າງໃດກໍຕາມນັ້ນພຽງແຕ່ແມ່ນບັນດາມາດຕະການແບບສຸກເສີນເທົ່ານັ້ນ. ມາດຕະການແບບຍືນຍົງນັ້ນແມ່ນປະຊາຊົນຕ້ອງໄດ້ຮັບປະກັນຄວາມປອດໄພຢູ່ໃນເຮືອນປອດໄພເມື່ອເກີດພາຍຸ, ນ້ຳຖ້ວມ. ສະນັ້ນອົງການUNDP ພ້ອມກັບອຳນາດການປົກຄອງບັນດາທ້ອງຖິ່ນແຄມທະເລພາກກາງຫວຽດນາມໄດ້ແລະພວມຕັ້ງຫນ້າຜັນຂະຫຍາຍໂຄງການເຮືອນປອດໄພໃຫ້ແກ່ປະຊາຊົນໃນເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ