ອົງການກຳມະບານໜູນຊ່ວຍຊາວປະມົງຫາປາບົນທະເລ

(vovworld) - ກຳມະບານ - ອົງການ​ຕາ​ງໜ້າ​ໃຫ້​ແກ່​ຊາວ​ຜູ້​ອອກ​ແຮງ​ງານ​ ຫວຽດນາມ ກ່ວາ 50 ລ້ານ​ຄົນ, ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ສັງຄົມ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຊາວ​ປະມົງ​ຫາ​ປາ​ບົນ​ທະ​ເລ, ສ້າງ​ຄວາມ​ຮັ່ງມີ​ຈາກ​ອະ​ຊີບ​ການປະມົງ. ການ​ໜູນ​ຊ່ວຍ​ນີ້​ໄດ້​​ເປັນ​ກຳລັງ​ໜູນຊຸກຍູ້​ໃຫ້​ຂະ​ແໜງ​ຂຸດ​ຄົ້ນ​ສິນ​​ໃນ​ນ້ຳ​ຢ່າງ​ແຮງ, ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​​ໃນ​ແຜນ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ທະ​ເລຂອງ ຫວຽດນາມ, ພ້ອມ​ທັງ​ຢືນຢັນ​ບົດບາ​ດສັງຄົມ​ຂອງ​ອົງການ​ກຳມະບານ. ​ເນື່ອງ​ໃນ​ໂອກາດ​ວັນ​ກຳມະ​ກອນ​ສາກົນ (1/5/2014), ວິທະຍຸ​ກະຈາຍສຽງ ຫວຽດນາມ ຂໍ້​ແນະນຳ​ບົດ​ຂຽນດ້ວຍ​ຫົວ​ຂໍ້​ວ່າ “ອົງ​ການ​ກຳມະບານ​ໜູນ​ຊ່ວຍ​ຊາວ​ປະມົງ​ຫາ​ປາ​ບົນ​ທະ​ເລ”.

ອົງການກຳມະບານໜູນຊ່ວຍຊາວປະມົງຫາປາບົນທະເລ - ảnh 1

ພາບປະກອບ

    ​ເວລາ​ການ​ໄປ​ຫາ​ປາ​ທະ​ເລ​ຄັ້ງ​ທີ 3 ຢ່າງ​ລຽນຕິດ​ຫວ່າງ​​ແລ້ວ​ຂອງຊາວ​ປະ​ມົງ ​ໂງ​ດຶກ​ເລີ້​ຍ, ພ້ອມ​ກັບ​ຊາວ​ປະມົງ​ກ່ວາ 10 ຄົນ​​ໃນ​ກຳ່​ປັນ BD 093 – 02 TS, ​ໄດ້​ຮັບ​ຜົນ​ສູງ​ນັບ​ແຕ່​ຕົ້ນ​ປີ​ມາ​ນີ້. ພາຍຫຼັງ 3 ອາທິດ​ທຳ​ການຫາ​ປາ​ທະ​ເລ​ຢູ່ໝູ່​ເກາະ ຮ່ວາງ​ຊາ ກັບ​​ເມືອ, ກຳ​່ປັນ​ຂອງ​ທ່ານ ​ເລີ້​ຍ ​ໄດ້​ເຂົ້າທຽບ​ທ່າ​ ກູ​ຍ​ເຍີນ ດ້ວຍ​ປາທູ​ນາ​ ​ແລະ ສິນ​ທະ​ເລ​ປະ​ເພດ​ອື່ນໆ​ອີກ 7 ​ກ່ວາໂຕນ. ຄາດ​ວ່າ, ​ພາຍຫຼັງລົບ​ຄ່າ​ໃຊ້​ຈ່າຍ​ທັງໝົດ, ​ຊາວ​ປະມົງ​ແຕ່ລະຄົນ​ສ້າງ​ລາຍ​ຮັບ​ໄດ້​ກ່ວາ 10 ລ້ານ​ດົ່ງ/ຄົນ. ທ່ານ ​ໂງ​ດຶກ​ເລີ້​ຍ, ກັບຕັນ​ເຮືອ​ຂອງ​ກຳ່​ປັນ BD 093 – 02 TS, ຖື​ວ່າ: ປະສິດທິ​ຜົນ​ຈາກ​ຮູບ​ແບບ​ຫາ​ປາ​ຕາມ​ໜ່ວຍ, ສະມາ​​ອາຊີບ​ປະມົງ​ໄດ້​ດຶງ​ດູດ​ຊາວ​ປະມົງ​ເຂົ້າ​ຮ່ວມ​ດ້ວຍ​ຄວາມ​ສະໝັກ​ໃຈ​ນັບ​ມື້​ນັບ​ຫຼາຍ.

        “ປີ​ກ່າຍນີ້ ​ຂ້າພະ​ເຈົ້າ​ຫາ​ປາ​ພຽງ​ຜູ້​ດຽວ. ປີ​ນີ້, ຂ້າພະ​ເຈົ້າ ​ແລະ ອ້າຍ​ນ້ອງ​ພ້ອມ​ກັນ​ເຮັດ, ຂ້າພະ​ເຈົ້າ​​ພ້ອມ​ກັບ​ກຳ່​ປັນ​ອື່ນ​ອີກ 5 6 ລຳ ​ພ້ອມ​ກັນ​ໄປ​ຫາ​ປາ​ຢູ່​ທະ​ເລ​.”

        ບັນດາ​ໜ່ວຍ, ສະມາ​ຊີບຫາ​ປາທະ​ເລ​ ​ເຊິ່ງຊາວ​ປະມົງ ​ໂງ​ວັນ​ເລີ້​ຍ ​ແລະ ຊາວ​ປະມົງ​ອື່ນໆ​ເຂົ້າ​ຮ່ວມນັ້ນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຈາກ​​ແຜນ​ນະ​ໂຍບາຍ​ໂດຍ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ປຸກລະດົມ​ນັບ​ແຕ່​ປີ 2011, ​ເພື່ອ​ແນ​ໃສ່​ສ້າງ​ຮູບ​ແບບ​ຕິດ​ພັນ​ຊາວ​ປະມົງ​ຕິດ​ພັນກັບ​ທະ​ເລ. ມາ​ຮອດ​ປະຈຸ​ບັນ, ​ໄດ້ມີ 22 ສະມາ​ຊີບ​ຫາ​ປາ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນຢູ່ 8 ທ້ອງ​ຖີ່​ນ, ດ້ວຍ​ກຳ່​ປັນ 739 ລຳ ​ແລະ ມີ​ຊາວ​ປະມົງ​ເຂົ້າ​ຮ່ວມກ່ວາ 3.094 ຄົນ. ຈາກ​ຜົນສຳ​ເລັດ​ຂອງ​ຮູບ​​ແບບ​ນີ້​,  ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ  ມີ​ແຜນການ​ພັດທະນາ​ສະມາຊີບ​ຫາ​ປາ ຫວຽດນາມ ​ໃຫ້ກາຍ​ເປັນ​ສະມາຊິກ​ຂອງ​ສະມາ​ຊີບ​ຫາ​ປາ​ສາກົນ. ທ່ານ ດັ້ງ​ງອກ​ຕູ່​ງ, ປະທານ ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ສະມາ​ຊີບ​ຫາ​ປາ ຫວຽດນາມ ຈະ​ເຂົ້າ​ຮ່ວມສະມາ​ຊີບ​ຫາ​ປາ ສາກົນ ​ເພື່ອ​ສະ​ແຫວງຫາ​ການ​ສະໜັບສະໜູນ​ຂອງ​ສາກົນ. ຊາວ​ປະມົງ​ຜູ້​ໃດ​ຂອງ​ພວກ​ເຮົາ​ປະສົບ​ກັບ​​ເຄາະ​ຮ້າຍ, ກຳ່​ປັນ​ລຳ​ໃດ​​​ໃນ​ສະມາຊິກ​ຂອງ​ສະມາ​ຊີບຖື​ກຈົມ​ນ້ຳ, ສະມາ​ຊີບ​ຫາ​ປາສາກົນ, ອົງການ​ກຳມະບານ​ສາກົນ​ຈະ​ອອກສຽງ ​ແລະ ມີ​ການ​ຊ່ວຍ​ເຫຼືອ​ຢ່າງ​ແນ່ນອນ. ດັ່ງ​ນັ້ນ, ບໍ່​ພຽງ​ແຕ່​ຮ່ວມ​ສຳພັນ​ກັບສະມາ​ຊີບ​ຫາ​ປາ ​ພາຍ​ໃນ​ປະ​ເທດ​​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຮ່ວມ​ສຳພັນ​​ໃນ​ຂອບ​ຂະໜາດ​ສາກົນ​ອີກ​ດ້ວຍ.”

ອົງການກຳມະບານໜູນຊ່ວຍຊາວປະມົງຫາປາບົນທະເລ - ảnh 2

ພາບປະກອບ

        ນອກຈາກ​ເລື່ອງ​ປຸກລະດົມຊາວ​ປະມົງ​ເຂົ້າ​ຮ່ວມ​ບັນດາ​ໜ່ວຍ, ສະມາ​ຊີບ​ຫາ​ປາ, ຕາມ​ແຜນ​ນະ​ໂຍບາຍ​ຂອງ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ, ອົງການ​ກຳມະບານ​ທຸກ​ຂັ້ນ ຍັງ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ, ​ໃນ​ນັ້ນ​ມີ​ການ​ປຸກລະດົມ​​​ແຫຼ່ງ​ເງິນ​ຂອງ​ບັນດາ​ສະມາຊິກກຳມະບານ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ອື່ນໆ​ເພື່ອ​ຊ່ວຍ​ເຫຼືອ​ຊາວ​ປະມົງ​ຜ່ານ​ລາຍການ​ສົ່ງ​ຂໍ້ຄວາມ​ສະໜັບສະໜູນ “​ແຫ​ແຫ່ງ​ຄວາມ​ຮັກ​​ແພງໃຫ້​ແກ່​ຊາວ​ປະມົງ​ຮ່ວາງ​ຊາ, ​ເຈື່ອງ​ຊາ”. ທ່ານ​ດັ້ງ​ງອກ​ຕູ່​ງ, ປະທານ​ສະຫະພັນ​ໃຫຍ່​ແຮງງານ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​​ໄຂ​​ໃຫ້​ຊາວ​ປະມົງ​ສາມັກຄີ​ຫາ​ປາ​ຢູ່​​ເຂດ​ທະ​ເລ​ແລ້ວ, ພວກ​ຂ້າພະ​ເຈົ້າ​ຍັງປຸກລະດົມ​ປະຊາຊົນ​ພາຍ​ໃນ​ປະ​ເທດ​ຊ່ວຍ​ເຫຼືອ​ຊາວ​ປະມົງ, ຕົວ​ຢ່າງ​ຄື ການ​ປຸກລະດົມ​ລາຍ​ການ “​ແຫ​ແຫ່ງ​ຄວາມ​ຮັກ​ແພງ​ໃຫ້​ແກ່​ຊາວ​ປະມົງ ຮ່ວາງ​ຊາ, ​ເຈື່ອງ​ຊາ”. ຈາກ​ຈຳນວນ​ເງິນ​ທີ່ຊາວ ຫວຽດນາມ, ບັນດາ​ວິ​ສາ​ຫະກິດ​ສະໜັບສະໜູນ​ກອງ​ທຶນ​ນີ້ ພວກ​ຂ້າພະ​ເຈົ້າ​ໄດ້​ຊື້ ​ແຫ, ອຸປະກອນ​ຕິດ​ຕໍ່​ກັບ​​ດິນ​ຕໍ່​ແຜ່ນ, ຊື້ບັດ​ປະກັນ​ໃຫ້​ຊາວ​ປະມົງ​ເພື່ອ​ໃຫ້​ຊາວ​ປະມົງ​ສືບຕໍ່​ຕິດ​ພັນ​ກັບ​ທະ​ເລ”

        ດ້ວຍ​​ເລື່ອງ​ທົ່ວ​ລະບົບ​ກຳມະບານ​ພ້ອມ​ກັບ​ຊາວ​ປະມົງ​ໄປ​ຫາ​ປາທະ​ເລ, ມາ​ຮອດ​ປະຈຸ​ບັນ​ໂຄງການ “​ແຫ​ແຫ່ງ​ຄວາມ​ຮັກ​​ແພງໃຫ້​ແກ່​ຊາວ​ປະມົງ​ຮ່ວາງ​ຊາ, ​ເຈື່ອງ​ຊາ” ​ໄດ້​ຮັບ​ຈຳນວນ​ເງິນ ​ແລະ ອຸປະກອນ​ທີ່​ມີ​ມູນ​ຄ່າ​ກ່ວາ 3,4 ຕື້​ດົ່ງ  ​ແລະ ​ໃນ​ເບື້ອງ​ຕົ້ນ​ໄດ້ໜູນ​ຊ່ວຍ​ ​ບັນດາ​ຄອບ​ຄົວຊາວ​ປະມົງ, ສະມາຊິກ​ຂອງ​ສະມາ​ຊີບ​ຫາ​ປາ​ຢູ່​ແຂວງ ກວາງ​ຫງາຍ, ຟູ໋ອຽນ, ບິ່ງ​ທ້ວນ, ບິ່ງ​ດິ້ງ, ກວາງ​ນາມ.​.​.​ ທີ່​ປະສົບ​​ເຄາະ​ຮ້າຍ​ບົນ​ທະ​ເລ 2,3 ຕື້​ດົ່ງ. ​ກໍ່​ໃນ​ຮອບ​ເວລາ 3 ປີ, ກອງ​ທຶນ “ນ້ຳ​ໃຈ​ຄຳ” ຂອງ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ຂົນຂວາຍ​ກຳມະກອນ​ຜູ້​ອອກ​​ແຮງ​ງານ​ໃນ​ທົ່ວ​ປະ​ເທດ​ໜູນ​ຊ່ວຍ​ຊາວ​ປະມົງ​ຊື້​ອຸປະກອນ​ຕິດ​ຕໍ່​ກັບ​​ເຂດ​ດິນ​ຕໍ່​ແຜ່ນ, ຊື້​ແຫ, ຊື້ບັດ​ປະກັນກຳ່​ປັນ​ທີ່​ມີ​ມູນ​ຄ່າ​ຂຶ້ນ​ເຖິງ 50 ລ້ານ​ດົ່ງ/ ລຳ.​.​.​ ກອງ​ທຶນ​ນີ້​ຍັງ​ມີ​ແຜນ​ນະ​​ໂຍບາຍ​ສືບ​ຕໍ່​ໜູນ​ຊ່ວຍ​ຊາວ​ປະມົງ​ຫັນ​ກຳ່​ປັນຫາ​ປາ​ເປັນ​ທັນ​ສະ​ໄໝ ຕາມ​ໂຄງການ​ໃໝ່​ຂອງ​ລັດຖະບານ. ທ່ານ ​ເຈີ​່ນຢູຍ​ເຟືອງ, ປະທານ​ກອງ​ທຶນ “ນ້ຳ​ໃຈ​ຄຳ”, ​ໃຫ້​ຮູ້​ວ່າ:

        “ດ້ວຍ​ໂຄງການ​ຫັນ​ກຳ່​ປັນຫາ​ປາ​ເປັນ​ທັນ​ສະ​ໄໝ, ດ້ານ​ໜຶ່ງ ພວກ​ຂ້າພະ​ເຈົ້າ​ໄດ້​ນ​ຳຊາວ​ປະມົງ​ເຂົ້າ​ສະມາ​ຊີບ​ຫາ​ປາ ​ເພື່ອ​ສະໜັບສະໜູນ​ຊ່ວຍ​ເຫຼືອເຊິ່ງກັນ ​ແລະ ກັນ, ດ້ານ​ໜຶ່ງ​ອີກ​ແມ່ນ​ຊ່ວຍ​ຊາວ​ປະມົງ​ປະຕິບັດ​ບັນດາ​ລະບຽບ​ການ​​ກູ້​ຢືມ​ສິນ​ເຊື່ອ​ໃຫ້​ໄດ້ ​ເພື່ອຫັນ​ພະ​ຫະນະ, ອຸປະກອນ​ຫາ​ປາ​​ໃຫ້ທັນ​ສະ​ໄໝ.”

        ​ເລື່ອງ​ຈັດ​ຕັ້ງ​ເພື່ອ​ໃຫ້​ຊາວ​ປະມົງ​ອອກ​ແຮງ​ງານ, ທຳ​ການ​ຜະລິດ​ຕາມ​ຮູບ​ແບບ​ສະມາ​ຊີບ​ຫາ​ປາ​ແມ່ນ​ການ​ເຄື່ອນ​ໄຫວ​ເບິ່ງ​ແຍງ​ດູ​ແລ, ປົກ​ປັກ​ຮັກສາ​ສິດ, ຜົນ​ປະ​ໂຫຍ​ດຂອງ​ຊາວ​ປະມົງ​ຂອງ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ຢ່າງ​ແທດ​ຈິງ. ດ້ວຍ​ການ​ເຄື່ອນ​ໄຫວ​ນີ້, ອົງການ​ກຳມະບານ ​ໄດ້ ​ແລະ ພວມ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ສຳຄັນ​ຂອງ​ຕົນ​ເປັນ​ຢ່າງ​ດີ, ພ້ອມ​ທັງ​ຢືນຢັນ​ບົດບາດ​ສັງຄົມ, ​ມະນຸດ​ຊາດ​ຢ່າງ​ເລິກ​ເຊິ່ງ, ປະກອບສ່ວນ​ປະຕິບັດ​ຍຸ​ດທະ​ສາດ​ພັດທະນາ​ເສດຖະກິດ​ທະ​ເລ​ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ