ອາຊີບຫາປາທູນາຢູ່ຫວຽດນາມ


(vovworld)- ປາ​ທູ​ນາ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​​ທີ່ມີ​ແງ່​ຫວັງ​ຂອງ​ຫວຽດ​ນາມ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​​ສູງກ່ຽວ​ກັບ​ຄຸນ​ນະ​ພາບຈາກ​ລູກ​ຄ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ປະ​ຈຸ​ບັນ ການ​ຫາ​ປາ​ທູ​ນາ​ຂອງ​ຊາວ​ປະ​ມົງ ຍັງ​ຄົງ​ອີງ​ໃສ່​ປະ​ສົ​ບກ​ານ, ບໍ່​ທັນ​ໄດ້​ຮັບ​ການ​ລົງ​ທຶນ​ອຸ​ປະ​ກອນ​ຫລາຍ​. ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຕົວ​ເສດ​ຖະ​ກິດ​ທະ​ເລ ຊື່ງ​ແມ່ນ​ທ່າ​ແຮງ​ຂອງ​ພາກ​ກາງ, ຊາວ​ປະ​ມົງ​ບັນ​ດາ​ແຂວງ ຄື ບີງດ​ີ້ງ, ຟູ​ອຽນ, ແຄງ​ຮ່​ວາ ພວມ​ຈັດ​ຕັ້ງ​ການ​ຜະ​ລິດ​ຄືນ​ໃຫມ່, ​ໝູນ​ໃຊ້ເຕັກ​ໂນ​ໂລ​ຊີ​ຫາ​ປາ​ຂອງ​ຍີ່​ປຸ່ນ, ເປີດ​ທິດ​ພັດ​ທະ​ນາ​ການ​ສົ່ງ​ອອກ​ປາ​ທູ​ນາ. ບົດ​ຂຽນ​ຂອງ​ ຫາຍ​ເຊີນ, ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ທີ່​ມີ​ຫົວ​ຂໍ້​ວ່າ: ອາ​ຊີບ​ຫາ​ປາ​ທູ​ນາ​ຢູ່​ຫວຽດ​ນາມ

 

ອາຊີບຫາປາທູນາຢູ່ຫວຽດນາມ - ảnh 1
ປາ​ທູ​ນາ
ພາບ:http://vietstock.vn

        ປະ​ຈຸ​ບັນ ທົ່ວ​ປະ​ເທດ​ມີ​ກຳ​ປັ່ນ​ຫ​າ​ປາ​ທູ​ນາ​ປະ​ມານ 3.600 ລຳໂດຍສຸມ​ໃສ່​ຕົ້ນ​ຕໍ​ຢູ່​ 3 ແຂວງ​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ພາກ​ກາງ​ຫວຽດ​ນາມ ນັ້ນ​ແມ່ນ ບີງດີ້ງ, ຟ​ຸ​ອຽນ ແລະ ແຄງ​ຮ່​ວາ. ໃນ​ສອງ​ສາມ​ປີ​ມານີ້, ປະ​ລິ​ມານ​ການຂຸດ​ຄົ້ນ​ປາ​ທູ​ນາ​ມີ​ຄວາມ​ເປັນ​ປົກ​ກະ​ຕິ, ບັນ​ລຸ​ປະ​ມານ 16.000 ໂຕນ/ປີ, ມູນ​ຄ່າ​ການ​ສົ່ງ​ອອກ​ປາ​ທູ​ນາ ເພີ່ມ​ຂຶ້ນ​ເກືອບ 600 ລ້ານ USDໃນ​ປີ ​ກາຍ. ປະ​ຈຸ​ບັນ, ປາ​ທູ​ນາ​ຂອງ​ຫວຽດ​ນາມ ໄດ້​ສົ່ງ​ອອກ​ໄປ​ຍັງ​ເກືອບ 100 ປະ​ເທດ ແລະ ເຂດ​ແຄ້ວນ, ຕະ​ຫລາດ​ຕົ້ນ​ຕໍ​ແມ່ນ​ສະ​ຫະ​ພາບ​ເອີ​ລົບ, ອາ​ເມ​ລິ​ກາ… ແຕ່​ລະ​ປີ, ຍີ່​ປຸ່ນ ບໍ​ລິ​ໂພກ​ປາ​ທູ​ນາ​ປະ​ມານ 600.000 ໂຕນ. ນີ້​ແມ່ນ​ກາ​ລະ​ໂອ​ກາດທີ່​ດີ​ເພື່ອ​ສົ່ງ​ອອກ​ປາ​ທູ​ນາ ຫວຽດ​ນາມ ໄປ​ຂາຍ​ຢູ່​ບັນ​ດາ​ຕະ​ຫລາດ​ໃຫຍ່.

        ​ໃນ​ຊຸມມື້ນີ້ ບັນ​ຍາກາດຢູ່​ທ່າ​ກຳ​ປັ່ນ​ຫລາຍ​ແຫ່ງ​ຂອງ​ບັນ​ດາ​ແຂວງ​ພາກ​ກາງ​ຍິ່ງ​ຟົດ​ຟື້ນ​ຍ້ອນ​ເຮືອ ກຳ​ປັ່ນເຂົ້າ​ທຽບ​ທ່າ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ໄລ​ຍະ​ນີ້, ບັນ​​ດາ​ເຂດ​ຫາ​ປາ​ເກົ່າ ປະ​ກົດ​ມີປາ​ທູ​ນາຫລວງ​ຫລາຍ, ສ​ະ​ນັ້ນ ເຮືອ​ກຳ​ປັ່ນ​ຫາ​ປາ​ທູ​ນາ​ຂຸດ​ຄົ້ນ​ປະ​ລິ​ມານ​ປາ​ຫລາຍ​ສົມ​ຄວນ. ກຳ​ປັ່ນ​ລຳ​ໃດ​ກໍ​ຫາ​ປາ​ທູ​ນາ​ໄດ້​ແຕ່ 2 ໂຕນ​ຂຶ້ນ​ໄປ. ອ້າຍຟ້າມ​ວັນ​ຮົ່ງ, ຊາວ​ປະ​ມົງ​ຢູ່​ຕາ​ແສງ 6, ນະ​ຄອນ ຕູຍ​ຮ່​ວາ, ແຂວງ ຟູ​ອຽນ ໃຫ້​ຮູ້​ວ່າ: ​ການ​ຫາ​ປາ​ທູ​ນາໄດ້​ຮັບ​ຜົນ​ດີ, ລາ​ຄາ​ເກັບ​ຊື້​ສູງ ສະ​ນັ້ນ ພໍ່​ແມ່​ປະ​ຊາ​ຊົນ​ສືບ​ຕໍ່​ອອກ​ຝັ່ງ​ຫາ​ປາ.

        “ໃນ​ການ​ອອກ​ຝັ່ງ​ຫາ​ປາ​ຜ່ານ​ມາ ສະ​ເພາະ ພໍ່​ແມ່​ປະ​ຊາ​ຊົນ​ແຂວງ ຟູ​ອຽນ ບັນ​ລຸ​ໄດ້ 100% ແລະ ລາຍ​ຮັບ​ເກັບ​ມາ​ໄດ້​ປະ​ມານ 100 ລ້ານ​ດົງ. ໃນ​ການ​ຫາ​ປາ​ຄັ້ງ​ນີ້ ຂ້າ​ພະ​ເຈົ້າ​ຕຶກ​ປາ​ໄດ້​ 38 ໂຕ, ດ້ວຍ​ນ້ຳ​ຫນັກ​ປະ​ມານ 1,9 ໂຕນ, ລາຍ​ຮັບ​ເກັບ​ມາ​ໄດ້​ກວ່າ 80 ລ້​ານ​ດົງ. ຄັ້ງ​ຈະ​ມາ​ເຖິງ, ຂ້າ​ພະ​ເຈົ້າ​ຈະ​ປະ​ຕິ​ບັດ​​ທົດ​ລອງຕາມ​ຮູບ​ແບບ​ຂອງຍີ່​ປຸ່ນ ເພື່ອ​ໃຫ້​ປາ​ບັນ​ລຸ​ຄຸນ​ນະ​ພາບ​ສູ​ງກວ່າ.”

ອາຊີບຫາປາທູນາຢູ່ຫວຽດນາມ - ảnh 2
ປຸງ​ແຕ່ງ​ປາ​ທູ​ນາ
ພາບ:baokhanhoa.com

        ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ຊາວ​ປ​ະ​ມົງ ບັນ​ດາ​ແຂວງ​ແຄມ​ທະ​ເລ​ພາກ​ກາງ​ຫວຽດ​ນາມ ພວມ​ໝູນ​ໃຊ້ ເຕັກ​ໂນ​ໂລ​ຊີ​ຂອງ ຍີ່​ປຸ່ນ ​ໃນ​ການ​ຫາ​ປາ​ທູ​ນາ​.  ກອງ​ກຳ​ປັ່ນ​ຫາ​ປາ​ທູ​ນາ​ຂອງ​ຊາວ​ປະ​ມົງ ຕາ​ແສງ ຕາມກວາ​ນ​ບັກ, ເມືອງ ຮ່​ວາຍ​ເຍີນ ແຂວງ ບີງດີ້ງ ແມ່ນ​ນຳ​ຫນ້າ​ກ່ຽວ​ກັບ​ວິ​ທີ​ຫາ​ປາ​ໃຫມ່ ໄດ້​ສ້າງ​ກຳ​ລັງ​ຫນູນ​ໃຫ້​ແກ່​ຊາວ​ປະ​ມົງ​ພາກ​ກາງ ປ່ຽນ​ແປງວິ​ທີ​ຫາ​ປາ​ເກົ່າ. ໃນ​ການ​ເດີນ​ທະ​ເລ​ຫາ​ປາ, ຊາວ​ປະ​ມົງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ອຳ​ນາດ​ການ​ປົກ​ຄອງ, ວິ​ສາ​ຫະ​ກິດ ແລະ ຄູ່​ຮ່ວມ​ມື​ຍີ່​ປຸ່ນ ຕິດ​ຕັ້ງ​ບັນ​ດາ​ພາ​ຫະ​ນະອຸ​ປະ​ກອນ​ຫາ​ປາ​ທັນ​ສະ​ໄຫມ. ໃນ​ຊຸມມື້​ໃກ້​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ຜ່ານ​ມາ, ມີ​ປາ​ທູ​ນາ​ເກືອບ 10 ໂຕ ໄດ້​ຂົນ​ສົ່ງ​ທາງ​ອາ​ກາດ​ໄປ​ຂາຍ​ຢູ່​ຕະ​ຫລາດ Osaka ຂອງ​ຍີ່​ປຸ່ນ. ພາຍ​ຫລັງ​ສົ່ງ​ອອກ​ປາ​ທູ​ນາ​ເປັນ 2 ຄັ້ງ, ມີ​ປາ​ທູ​ນາ​ເກືອບ 20 ໂຕ​ຂອງ​ຊາວ​ປະ​ມົງ ບີ່ງດີ້ງ ກໍ​ໄດ້​ຈຳ​ຫນ່າຍ​ຢູ່​ຕະ​ຫລາດນີ້. ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ ແຂວງ ບີງດີ້ງ ແລະ ຄູ່​ຮ່ວມ​ມື ​ນັ້ນແມ່ນ​ບໍ​ລິ​ສັດ Kato Offce ຂອງ​ຍີ່​ປຸ່ນ ເບື້ອງ​ຕົ້ນ​ໄດ້​ນຳ​ມາ​ເຊິ່ງ​ສັນ​ຍານ​ດີ​ສ​ົມ​ຄວນ, ເປ​ີດ​ທິດ​ໃຫມ່​ໃຫ້​ແກ່​ການ​ສົ່ງ​ອອກ​ປາ​ທູ​ນາ​ຫວຽດ​ນາມ ເຂົ້າ​ຕະ​ຫລາດ ຍີ່​ປຸ່ນ. ທ່ານ​ນາງ ກາວ​ທິ​ກີມ​ລານ, ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ​ຫຸ້ນ​ສ່ວນ​ສິນ​ໃນ​ນ້ຳ ບີງດີ້ງ(Bidifsco) ໃຫ້​ຮູ້​ວ່າ: ແຫລ່ງ​ປາ​ທູ​ນາ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ຕາມ​ຮູບ​ແບບ​ໃຫມ່ ໄດ້​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດມີ​ຄວາມ​ສາ​ມາດ​ເພື່ອ​ສົ່ງ​ຜະ​ລິດ​ຕະ​ພັນ​ໄປ​ຍັງ​ບັນ​ດາ​ຕະ​ຫລາດ​ໃຫຍ່​ໄດ້.

        “ແຂວງ​ໄດ້​ຊີ້​ນຳ​ວິ​ສາ​ຫະ​ກິດ​ກໍ​ຄື​ເມືອງ ຮ່​ວາຍ​ເຍີນ ສອນ​ອາ​ຊີບ​ຫາ​ປາ​ໃຫ້​ຊາວ​ປະ​ມົງ​ຄືນ​ໃຫມ່, ມີ​ຄວາມ​ຊຳ​ນານ​ງານກວ່າ, ນັບ​ທັງ​ທິດ​ສະ​ດີ ແລະ ການ​ປະ​ຕິ​ບັດ​ໂດຍ​ກົງ, ຈະ​ສຳ​ຫລວດກວດ​ຄືນ​ເຕັກ​ໂນ​ໂລ​ຊີ​ຂອງ​ຍີ່​ປຸ່ນ, ດັດ​ປັບ, ເພີ່ມ​ເຕີມ​ອຸ​ປະ​ກ​ອນ​ຢູ່​ກຳ​ປັ່ນ​ໃຫ້​ພຽງ​ພໍ ເໝາະ​ສົມ​ກັບ​ເງື່ອ​ນ​ໄຂ​ຫາ​ປາ​ຢູ່​​ແຂວງ ບີງດີ້ງ.”

        ຄຽງ​ຄູ່​ກັບ​ກາ​ນ​ສົ່ງ​ອອກ​ປາ​ທູ​ນາ​ໄປ​ຍັງ ຍີ່​ປຸ່ນ, ແຂວງ ບີງດີ້ງ ພວມ​ເປີດກວ້າງ​ການ​ຈຳ​ຫນ່າຍ​ປາ​ທູ​ນາ​ສົດ​ຢູ່​ບັນ​ດາ​ຮ້ານ​ຄ້າ​ຂອງ ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ ແລະ ສົ່ງ​ໄປ​ຍັງ​ຕະ​ຫລາດ​ລັດ​ເຊຍ ແລະ ເອີ​ລົບ. ປະ​ຈຸ​ບັນ, ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ຈຳ​ນວນ​ຫນຶ່ງ ໄດ້​ຕັ້ງ​ບັນ​ຫາ​ຢາກ​ລົງ​ທຶນ​ໂຮງ​ງານ​ປຸງ​ແຕ່ງ​ສິນ​ໃນ​ນ້ຳ​ສົ່ງ​ອອກ​ດ້ວຍ​ຂອບ​ຂະ​ຫນາດ​ໃຫຍ່​ຢູ່​ແຂວງ ບີງດີ້ງ. ແຂວງ ບີງດີ້ງ ແລະ ບັນ​ດາ​ແຂວງ​ທາງ​ພາກ​ກາງ​ຫວຽດ​ນາມ ມີ​ທ່າ​ແຮງ​ກ່ຽວ​ກັບ​ການ​ຫາ​ປາ​ທູ​ນາ​ຢູ່​ພາກ​ກາງ ກໍ​ພວມ​ດຶງ​ດູດ​ວິ​ສາ​ຫະ​ກິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ລົງ​ທຶນ​ເຂົ້າ​ເຂດ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່າງ​ສິນ​ໃນ​ນ້ຳ. ນີ້​ຈະ​ແມ່ນ​ທິດ​ກ້າວ​ເດີນ​ຕັ້ງ​ຫນ້າ ເປີ​ດ​ແງ່​ຫວັງ​ນຳ​ການ​ສົ່ງ​ອອກ​ປາ​ທູ​ນາ ຫວຽດ​ນາມ ອອກ​ສູ່​ຫລາຍ​ປະ​ເທດ​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ