ອຳນາດການປົກຄອງປະກອບສ່ວນສ້າງເຄື່ອງໝາຍການຄ້າ PCI 2015 ຢືນອັນດັບທີ 2 ຂອງດົ່ງທາບ

(vovworld) - ໃນ​ຕາ​ຕະ​ລ​າງ​ຈັດ​ອັນ​ດັບດັດຊະນີ​​ກຳ​ລັງຄວາມ​ສາມາດ​ແກ່ງ​ແຍ້​ງຂັ້ນ​ແຂວງ (PCI) 2015, ແຂວງ​ດົ່ງ​ທ​າບ ​​ຢືນ​​ອັນ​ດັບ​ທ​ີ 2 ​ໄວ້​ໄ​ດ້ ແລະ ໄດ້​ນຳ​ໜ້າ​ຢູ່​ເຂດ​ທົ່​ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ດ້ວຍ 66,39 ຄະ​ແນນ. ນີ້​ກໍ​ແມ່ນ​ປີ​ທີ 8 ຢ່າງ​ລຽນ​ຕິດ​ທີ່ທ້ອງ​ຖິ່ນນີ້ນອນ​ໃນກ​ຸ່ມ ​5 ແຂວງ, ນະ​ຄອນ​​ທີ່ມີ​ດັ​ດ​ຊະ​ນີ PCI ​ນຳ​ໜ້າໃນທົ່ວ​ປະ​ເທດ. ນີ້​ແມ່ນ​ຄວາ​ມ​ເບີກ​ບ່ານ​ມ່ວ​ນ​ຊື່ນຍ້ອນ “ເຄື່ອງໝາຍ​ການ​ຄ້າ​ດົ່ງ​ທາບ - PCI” ຄ່ອຍ​ໆໄດ້​ຮັບ​ການຢັ້ງ​ຢືນ​. ນີ້​ກໍ​ແມ່ນ​ໝາກ​ຜົນ​ຂອງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະ​ຫວ່າງ​ອຳ​ນາດ​ການ​ປ​ົກ​ຄອງ ແລະ ວິ​ສາ​ຫະ​ກິດ​ໃນ​ການ​ປະ​ກອບ​ສ່ວນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ຂອງ​ດົ່ງ​ທາບ. ບົດ​ຂຽນ​ຂອງ ແທງ​ຕຸ່ງ, ນັກ​ຂ່າວ VOV.

   PCI ແມ່ນ​ຊຸດຕົວ​ເລກ​​ດັດ​ຂະ​ນີ​ທີ່​ໄດ້​ນຳ​ໃຊ້​ຢ່າງກວ້າງ​ຂວາງຢູ່​ຫວຽດ​ນາມ ເພື່ອ​ຕີ​ລາ​ຄາ​ລະ​ດັບ​ຄວາມ​ສະ​ດວກ​ຂອງ​​ລະ​ບຽບ​ການ​ບໍ​ລະ​ຫານ​ຢູ່​ບັນ​ດາ​ອົງ​ການ​ລັດ​ຂັ້ນ​ແຂວງ​ແຕກ​ຕ່າງ​ກັນ ແລະ ລະ​ດັບ​ໜູນ​ຊ່ວຍ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ ພວມ​ເຄື່ອນ​ໄຫວ​ຢູ່​ທ້ອນ​ຖິ່ນ​ນັ້ນ. ໃນ​ຈຳ​ນວນ 10 ຕົ​ວ​ເລກ​ດັດ​ຊະ​ນີພາກ​ສ່ວນ​ຕີ​ລາ​ຄາ PCI 2015, ແຂວງ​ດົ່ງ​ທາບ ມີ 2/10 ຕົວ​ເລກ​​ດັດ​ຊະ​ນີພາກ​ສ່ວນ​ຢືນ​ແຖວ​ໜ້າ​ຂອງ​ທົ່ວ​ປະ​ເທດ, ນັ້ນ​ແມ່ນ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ອຳ​ນາດ​ການ​ປົກ​ຄອງ ແລະ ເວ​ລ​າ​ເຮັດ​ລະ​ບຽ​ບ​ການ. ຕາມ​ບັນ​ດາ​ນັກ​ລົງ​ທຶນ​ໃນ​ບໍ​ລິິ​ເວນ​ແຂວງຫຼາ​ຍ​ຄົນ​ແລ້ວ, ທ່າ​ແຮງ​ຂອງ​ທ້ອງ​ຖິ່ນນັ້ນ​ແມ່ນ ​ຄວາມຂະ​ຫຍັນ​ຂັນ​ເຄື່ອນ​, ​ການຕ​ັດ​ສິນ​ໃຈ​ຂອງ​ການ​ນຳ​ແຂວງ ແລະ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສາ​ຫະ​ກິດ. ພິ​ເສດ, ບ່ອນ​ໃດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ວິ​ສາ​ຫະ​ກິດ​ມີ​ຂໍ້​ຕິດ​​ຂັດ, ​ທາງແຂວງ​ລ້ວນແຕ່​​ມາ​ຊອກ​ຮູ້ ແລະ ແກ​້​ໄຂ​ຢ່າງ​ທັນ​ການ. ທ່ານ Jo Hyung Tae, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ In Jae ດົ່ງ​ທາບ ຈຳ​ກັດ, ດ້ວຍ​ເງິນ​ລົງ​ທຶນ 100% ຂອງ​ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ, ບໍ​ລິ​ສັດ​ຂອງ​ທ່ານ​ຫາກ​ໍ​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ການ​ລົງ​ທຶນ​ຂ​ອງ​ແຂວງ ພາຍ​ຫຼັງ​ເຮັດ​ສຳ​ເລັດ​ລະ​ບ​ຽບ​ການ​ຈົດ​ທະ​ບຽນ​ໃນ​ເວ​ລາ​ອັນ​ສັ້ນໆ. ກໍ​ຄື​​ນັກ​ລົງ​ທຶນ​​ຫຼາຍ​ຄົນທີ່​ພວມ​ມີ​ໂຄງ​ການ​ຜະ​ລິດ​ຢູ່​ດົ່ງ​ທ​າບ, ທ່ານ Jo Hyung Tae ​ກໍ່ສະ​ແດງ​ຄວາມ​ປະເອີ​ບ​ໃຈ ແລະ ຕີ​ລາ​ຄາ​ສ​ູງ​ໝາກ​ຜົນ PCI 2015 ເຊິ່ງ​ດົ່ງ​ທາບ​ ບັນ​ລຸ​ໄດ້.

        “ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສ​ູງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂ​ອງ​ແຂວງ ດົ່ງ​ທາບ. ເມື່ອ​​ເຂົ້າມາ​ນີ້, ພວກ​ຂ້​້າ​ພະ​ເຈົ້າ​ໄດ້​ຮັບ​ບຸ​ລິ​ມະ​ສິດ​​ຈາກ​ອຳ​ນາດ​ການ​ປົກ​ຄອງ​ຫຼາຍ​​ທີ່​ສຸດ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ຊາວ ດົ່ງ​ທາບ ມີ​ຄວາມ​ໃກ້​ຊິດ​ສະ​ໜິດ​ສະ​ໜົມ. ໃນ​ໄລ​ຍະ​ຜ່ານ​ມາ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ​ຫຼາຍ​ຢ່າງ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບໍ​ລິ​ສັດ​ຈະ​ເປີດກວ້າງ​ການ​ຜະ​ລິດ ແລະ ຮັບ​ສະ​ໝັກ​ກຳ​ມະ​ກອນ​ຕື່ມ​ອີກ ເພື່ອ​​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​​ເປັນ​ຈຳ​ນວນ​ຫຼວງ​ຫຼ​າຍ​ໃຫ້​ແຂວງ​ເວົ້າ​ລວມ”.


ອຳນາດການປົກຄອງປະກອບສ່ວນສ້າງເຄື່ອງໝາຍການຄ້າ PCI 2015 ຢືນອັນດັບທີ 2 ຂອງດົ່ງທາບ - ảnh 1
ທ່ານ ເລ​ມິງ​ຮ​ວານ, ເລ​ຂາ​ຄະ​ນະ​ພັກ​ແຂວງ ດົ່ງ​ທາບ
(ພາບ: dantri)

​      ປະ​ຈຸ​ບັ​ນ, ​ເປົ້າ​ໝາຍ​ໃຫຍ່ກວ່າ​ໝູ່​ເຊິ່ງ​ແຂວງ ດົ່ງ​ທາບ ພວມ​ຕັດ​ສິນ​ໃຈ​ປະ​ຕິ​ບັດ, ນັ້ນ​ແມ່ນ ສ້າງ​ພາບ​ພົດ​ຂອງ​ທ້ອງ​ຖິ່ນ ເພື່ອ​ແນ​ໃສ່​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່, ນຳ​ແຂວງ​ດົ່ງ​ທ​າບ ໃຫ້​ກາຍ​ເປັນ​​ຈຸດ​ນັດ​ພົບທີ່​ດູດ​ດື່ມສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ, ເປັນ​ເຂດ​ດິນ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ເຄື່ອງໝາຍ​ການ​ຄ້າ ດົ່ງ​ທາບ ແມ່ນ​​ຂໍ້ກຸ​ນ​ແຈເປີດ​ກາ​ລະ​ໂອ​ກາດ​ດ​ຶງດ​ູດ​ແຫຼ່ງ​ຊັບ​ພະ​ຍາ​ກອນ, ເງິນ​ລົງ​ທຶນ​ເພື່ອ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ, ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ສັງ​ຄົມ. ເມື່ອ​ສ້າງ​ເຄື່​ອງ​ໝາຍ​ການ​ຄ້າ ແລະ ພາບ​ພົດ​ໄດ້​ແລ້ວ ຈະ​ຊ່ວຍ​ເພີ່ມ​​ກຳ​ລັງການ​ດູດ​ດື່ມ​ຕໍ່​ວິ​ສາ​ຫະ​ກິດ ກໍ​ຄືດຶງ​ດູດ​​ເອົາ​ແຫຼ່ງເງິນ​ລົງ​ທຶນ​ໃ​ດ້​ຫຼາຍກວ່າ; ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​​ແບບ​ງ່າຍ​ດາຍ, ​ສ້າງຄວາມ​ສະ​ດວກ​ໃນ​ການ​ສົ່ງ​ເສີມ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ບ້ານ​ເກີດ​ເມືອງນອນ​ໃ​ຫ​້​ປະ​ຊາ​ຊົນ​ແຕ່​ລະ​ຄົນ. ເລື່ອງ ດົ່ງ​ທາບ ສືບ​ຕໍ່​ຮັກ​ສາ​ທີ່​ຕ​ັ້ງ​​ອັນ​​ດັບ​ທີ 2 ໃນ​ທົ່​ວ​ປະ​ເທດ ແລະ ຢືນ​ແຖວ​ໜ້າ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ໄດ້​ສ້າງ​ກຳ​ລັງ​ໜູນ​ໃໝ່ ເພື່ອ​ໃຫ້​ແຂວງ​ສືບ​ຕໍ່​ປ່ຽນ​ໃໝ່ ແລະ ພັດ​ທະ​ນາ. ທ່ານ ເລ​ມິງ​ຮ​ວານ, ເລ​ຂາ​ຄະ​ນະ​ພັກ​ແຂວງ ດົ່ງ​ທາບ ໃຫ້​ຮູ້​ວ່າ.

        “ຢ​າກ​ດຶງ​ດູດ​ນັກ​ລົງ​ທຶນ, ອຳ​ນາດ​ການ​ປົກ​ຄອງ​ຕ້ອງ​​ມີ​ການ​ປະ​ພຶດ​ຕົວ ແລະ ໜູນ​ຊ່ວຍ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຢູ່​ທ້ອງ​ຖິ່ນ​ໃຫ້​ເຕີບ​ໃຫ​ຍ່​ເຂັ້ມ​ແຂງ. ​ປະ​ຊ​າ​ຄົມ​ວິ​ສາ​ຫະ​ກິດ​​ພວມ​ດຳ​ເນີນ​ທຸລະ​ກິດ​ຢູ່​ທ້ອງ​ຖິ່ນ​ເອງ ຈະ​ສ້າງ​ການ​ເຊື່ອມ​ຕໍ່, ​ແຜ່​ຂະ​ຫຍາຍ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ອື່ນ​ຮູ້​ຈັກ​ເຖິງ”.

ອຳນາດການປົກຄອງປະກອບສ່ວນສ້າງເຄື່ອງໝາຍການຄ້າ PCI 2015 ຢືນອັນດັບທີ 2 ຂອງດົ່ງທາບ - ảnh 2
ເມື່ອ​ສ້າງ​ເຄື່​ອງ​ໝາຍ​ການ​ຄ້າ ແລະ ພາບ​ພົດ​ໄດ້​ແລ້ວ
ຈະ​ຊ່ວຍ​ເພີ່ມ​​ກຳ​ລັງການ​ດູດ​ດື່ມ​ຕໍ່​ວິ​ສາ​ຫະ​ກິດໃ​ດ້​ຫຼາຍກວ່າ
(ພາບ​ປະ​ກອບ: dantri)

       ດ້ວຍ​ການ​ຢືນ​ອັນ​ດັບ 2 ໃນ​ຈຳ​ນ​ວນ 63 ແຂວງ, ນະ​ຄອນ​ກ່ຽວ​ກັບ PCI, ແຂວງ ດົ່ງ​ທາບ ໄດ​້ ແລະ ພວມສືບ​ຕໍ່​ຢັ້ງ​ຢືນ​ການ​ສ້າງ​ຕັ້ງ​ອຳ​ນາດ​ການ​ປົ​ກ​ຄອ​ງ​ທີ່​ມີ​ຄວາມ​ໃກ້​ຊິດ​ກັບ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ທ່ານ ເຈົາ​ຮົ່ງ​ຟຸກ, ຮອງ​ປະ​ທານ​ຄະ​ນະ​ກ​ຳ​ມະ​ການ​ປະ​ຊາ​ຊົນແຂວງ ດົ່ງ​ທ​າບ ໃຫ້​ຮູ້​ວ່າ, ​ຍາ​ມ​ໃດທາງ​​ແຂວງ​ກໍ​ຖື​ວຽກ​ງານ​ການ​ປະ​ຕິ​ຮູບ ແລະ ​ການຫັນ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ​ເປັນງ່າຍ​ດາຍ ແມ່ນ​ເພື່ອ​ຮັບ​ໃຊ້​ສັງ​ຄົມ, ຮັບ​ໃຊ້​ປະ​ຊາ​​ຊົນ ແລະ ວິ​ສາ​ຫະ​ກິດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ດົ່ງ​ທາບ ຈະ​ສຸມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ຍູ້​ແຮງ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ; ສຸມ​ໃສ່​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ເພື່ອ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ມຸ່ງ​ໄປ​ເຖິງ​ການ​ຂຸດ​ຄົ້ນ​ທ່າ​ແຮງ​ເສດ​ຖະ​ກິດດ່ານ​ຊາຍ​ແດນ, ​ບັນ​ດາທ່າ​ແຮງ​ຂອງແຂວງ; ປະ​ກອບ​ສ່ວນ​ພັດ​ທະ​ນາ​ດ້ານ​ການ​ຄ້າ, ການ​ບໍ​ລິ​ການ, ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ຂອ​ງ​ທ້ອງ​ຖິ່ນ​ໃຫ້​​ມີ​ການພັດ​ທະ​ນາ. ທ່ານ ເຈົາ​ຮົ່ງ​ຟ​ຸກ ຊີ້​ແຈ້ງວ່າ.

        “ພວກ​ຂ້າ​ພະ​ເຈົ້າ​​ສືບ​ຕໍ່ປັບ​ປຸງ​ໃຫ້​ດີກວ່າ​ອີກ. ບົນ​ພື້ນ​ຖານ​ຕົວ​ເລກ​ດັ​ດ​ຊະ​ນີ PCI, ພວມ​ຂ້າ​ພະ​ເຈົ້າ​ຈະ​ກວດ​ກາ​ຄືນ​ບັນ​ດາ​ຕົວ​ເລກ​ດັ​ດ​ຊະ​ນີພາກ​ສ່ວນ, ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ປັບ​ປຸງ​ໃຫ້​ດີກວ່າ​ອີກ. ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ, ​ຍາມ​ໃດພວກ​ຂ້າ​ພະ​ເຈົ້າ​ກໍ​ຖື​ເປັນ​ສຳ​ຄັນ​ບັນ​ດາ​ແນວ​ຄວາມ​ຄິດ​ໃນ​ການ​ລົງ​ທຶ​ນ, ຄຳ​ເຫັ​ນ​ປະ​ກອບ​ຂອງວິ​ສາ​ຫະ​ກິດ. ຜ່ານນັ້ນ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້ວິ​ສາ​ຫະ​ກິດ, ສ້າງ​ຄວາມ​ອຸ່ນ​ອ່ຽນໃຈເມື່ອ​ລົງ​ທຶນ​ຢູ່​ທ້ອ​ງ​ຖິ່ນ”.

        ​ດ້ວຍ​​ການ​ກະ​ທົບ​ຕອບ​ຈາກ​ຝ່າຍ​ປະ​ຊາ​ຄົມ​ວິ​ສ​າ​ຫະ​ກິດ​ຢູ່​ດົ່ງ​ທາບ “ເຄື່ອ​ງ​ໝາຍການ​ຄ້າ​ດົ່ງທາບ - PCI” ບໍ່​ພຽ​ງ​ແຕ່​ມີ​ລັກ​ສະ​ນະ​ລະ​ດົມ​ກຳ​ລັງ​ໃຈ​ສຳ​ລັບ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ເທົ່າ​ນັ້ນ, ຫາກ​​ມີຄວາມ​ໝາຍ​ເລິກ​ເຊິ່ງ​ແມ່ນ​​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ຂອງ​ປະ​ຊາ​ຊົນ​ຕໍ່​ກົງ​ຈັກ​ອຳ​ນາດ​ການ​ປົກ​ຄອງ​ອີກ​ດ້ວຍ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນັ້ນ​ເມື່ອ​ກາຍ​ເປັນ “ພາບ​ພົດຂ​ອງ​ທ້ອງ​ຖິ່ນ​, ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ທ້ອງ​ຖິ່ນ” ​ແລ້ວຈະ​ກາຍ​ເປັນ​ກຳ​ລັງ​ແຮງ​ສັງ​ລວ​ມ​ເພື່ອ​ໃຫ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ ແລະ ອຳ​ນາດ​ການ​ປົກ​ຄອ​ງ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາ​ບ້ານ​ເ​ກີິດ​ເມືອງນ​ອນ​ໃຫ້​ພັດ​ທະ​ນາ.

ຂ່າວ/ບົດ​ອື່ນ