ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ຟື້ນຕົວເທື່ອລະກ້າວໃນປີ 2013

    (vovworld)- ປີ 2013 ​ແມ່ນປີ​ທີ່​ພື້ນຖານ​ເສດຖະກິດ​ຫວຽດນາມ ປະສົບ​ກັບສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ບັນດາ​ບັນຫາ​ຄື: ໜີ້​ເສຍ, ໜີ້ຄ້າງ​ຊຳລະ…​ຂອງ​ຕະຫຼາດ​ອະສັງຫາລິມະ​ສັບ, ສະພາບ​ວິ​ສາ​ຫະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ….​ສືບ​ຕໍ່​ສົ່ງຜົນ​ສະທ້ອນ​​ເຖິງພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ​ໃນ​ສະພາບ​ການ​ດັ່ງ​ກ່າວ, ບັນດາ​ນະ​ໂຍບາຍ, ລັດຖະນະ​ໂຍບາຍບໍລິຫານ​ພື້ນຖານ​ເສດຖະກິດ​ມະຫາ​ພາກ​ຢ່າງ​ທັນ​ການ, ມີ​ໄຫວ​ພິບ​ຂອງ​ລັດຖະບານ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຜົນງານ​​​ແຫ່ງການຜ່ານຜ່າ​ຄວາມ​ຫຍຸ້ງຍາກຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ໃນ​ 1 ປີຜ່ານ​ມາ.

ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ຟື້ນຕົວເທື່ອລະກ້າວໃນປີ 2013 - ảnh 1

(ພາບປະກອບ)

   ພາຍຫຼັງ​​ໄລຍະ​ຍາວ​ທີ່​ພື້ນຖານ​ເສດຖະກິດ​ຫວຽດນາມ ຕົກ​ເຂົ້າສູ່​ສະພາບ​ວິ​ກິດ​ການ ​ເຮັດ​​ໃຫ້​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ຕ້ອງ​ບຸບ​ເລີກ, ປີ​ນີ້, ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​​ໄດ້​ຮັບຜົນງານ​ແລ້ວ. ​ເສດຖະກິດ​ມະຫາ​ພາກ​ມີ​ການ​ຫັນປ່ຽນ​ອັນຕັ້ງໜ້າ. ​ໃນ​ບັນດາ​ດັດຊະນີເສດຖະກິດ, ໜ້າ​ເອົາ​ໃຈ​ໃສ່​ທີ່​ສຸດແມ່ນ​ລະດັບ​ເຕີບ​ໂຕຍ​ອດຜະລິດ​ຕະພັນ​ພາຍ​ໃນ (ຈີ​ດີ​ພີ) ບັນລຸ​ປະມານ 5,4%. ບັນລຸ​ໄດ້​ໝາກ​ຜົນ​ນີ້​ແມ່ນ​ຍ້ອນ​ລັດຖະບາ​ນຫວຽດນາມ ​ເດັດ​ດ່ຽວ​ວາງ​ຈຸດໝາຍ​ອັນ​ດັບ​ໜຶ່ງ​ແມ່ນ​ຮັກສາ​ເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ຮັບປະກັນ​ຊີວິດ​ສັງຄົມ. ທ່ານ​ເຈິ່ນຢູລິກ, ຜູ້​ຊ່ຽວຊານ​ເສດຖະກິດ​ຕີ​ລາຄາ​ວ່າ:

   “ດ້ວຍ​ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ແລະ ພວມ​ປະຕິບັດ​ນັ້ນ​ແມ່ນ​ສຸມ​ໃສ່​ຮັບປະກັນ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ໃນ​ບັນດາ​ຄາ​ດໝາຍ​ໃຫ່ຍ ​ແລະ ປະຕິບັດ​ນະ​ໂຍບາຍ​ໜູນ​ຊ່ວຍ​ຕະຫຼາດ​ຈຳນວນ​ໜຶ່ງ, ຂ້າພະ​ເຈົ້າຖື​ວ່າ, ປີ 2013, ລະດັບ​ເຕີບ​ໂຕ​ເສ​ດຖະກິດ​ຂອງ​ທັງ​ປີ​ຢູ່​ໃນ​ລະດັບ​ແຕ່ 5,3-5,4%. ລະດັບ​ເຕີບ​ໂຕ​ນີ້​ບໍ່​ທັນ​ບັນລຸ​ໄດ້​ຄື​ດັ່ງ​ຄວາມ​ມຸ່ງ​ຫວັງກໍ່ຕາມ​​ແຕ່​ມັນ​ໄດ້ສ້າງ​ຄວາມ​​ເຊື່ອໝັ້ນວ່າ​ຕະຫຼາດ​ຈະ​ເປັນ​ປົກກະຕິ“.

ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ຟື້ນຕົວເທື່ອລະກ້າວໃນປີ 2013 - ảnh 2
(ພາບ: TTXVN)

     ປີ 2013, ບັນດາ​ຂົງ​ເຂດ​ຜະລິດ​ອຸດສາຫະກຳ, ກະສິກຳ, ປ່າ​ໄມ້, ສິນ​ໃນ​ນ້ຳກໍ່​ໄດ້​ຮັບ​ການ​ປັບປຸງ​ເທື່ອ​ລະ​ກ້າວ. ອັດຕາ​ແລກປ່ຽນ​ເງິນ​ດົ່ງ​ຫວຽດນາມ ກັບ​ເງິນ​ຕາ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ເປັນ​ປົກກະຕິ​ໂດຍ​ພື້ນຖານ, ການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດຝາກມາ​ເພີ່ມ​ຂຶ້ນ. ສະພາບ​ການ​ຂຶ້ນ​ກັບ​ເງິນ​ໂດ​ລາ​ສະຫະລັດ ​ແລະ ​ຄຳ​ໄດ້​ຫລຸດ​ລົງ​ຫຼາຍ​ພໍ​ສົມຄວນ, ຄວາມ​ເຊື່​ອໝັ້ນ ຕໍ່​ເງິນ​ດົ່ງ​ຫວຽດນາມ ເພີ່ມ​ຂຶ້ນກໍ່​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ. ພິ​ເສດ, ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​​ໃຫ້​ຢູ່ໃນ​ລະດັບ 1 ຕົວ​ເລກ​ໃນ​ປີ​ນີ້​ເກືອບ​ຄື​ວ່າ​ຈະ​ບັນລຸ​ໄດ້​ດ້ວຍ​ດັດຊະນີ​ເພີ່ມ​ລາຄາ (CPI) ທັງ​ປີ​ແມ່ນ 7%. ທ່ານ​ເຈິ່ນກວາງ​ທັງ, ຜູ້​ຊ່ຽວຊານດ້ານ​ເສດຖະກິດ​​ໃຫ້​ຮູ້​ວ່າ:

   “ດ້ວຍການ​ດັດສົມຂອງ​ລັດ, ພວກ​ເຮົາ​ເຊື່ອໝັ້ນສ່ວນ​ໃດ​ສ່ວນ​ໜຶ່ງ​ເຂົ້າ​ໃນ​ການ​ສະກັດ​ກັ້ນ​ໄພ​ເງິນ​ເຟີ້ດ້ວຍ​​ເງື່ອນ​ໄຂ​ມີ​ຂັນຕອນການ​ເພິ່ມລາຄາ​ໄຟຟ້າ, ລາຄາ​ນ້ຳມັນ​ເຊື້ອ​ໄຟ…​ພວກ​ເຮົາມີ​ຂັ້ນຕອນ​ປະຕິບັດຢ່າງ​ເໝາະສົມ ​ແລະ ຈະຄວບ​ຄຸມ​ສະພາບ​ໄພ​ເງິນ​ເຟີ້​ໄດ້“.

   ​ໃນ​ປີຜ່ານມາ, ​ໂອກາດ​ຟື້ນ​ຕົວ ​ແລະ ​ເປີດ​ກ້ວາງ​ການ​ຜະລິດ​ສຳລັບ​ວິ​ສາ​ຫະກິດ​ໄດ້​ຈະ​ແຈ້ງ​ກ່ວາ. ​ເລື່ອງ​ລັດຖະບານ​ຮັບຮອງ​ເອົາ ​ແລະ ຜັນ​ຂະຫຍາຍ​ບັນດາ​ມະຕິ ​ແລະ ​ແຜນ​ຮ່າງສ້າງ​ໂຄງ​ປະກອບ​ພື້ນ​ຖານ​ເສດຖະກິດ​ຄືນ​ໃໝ່ ດ້ວຍ​ຄວາ​ມານະ​ພະຍາຍາມ​ຫລຸດຜ່ອນ​ອັດຕາ​ດອກ​ເບັ້ຍ, ຄວາມ​ຫຍຸ້ງຍາກ​ດ້ານການ​ເງິນ ແລະ, ລະບຽບ​ກົດໝາຍ​ໃຫ້​ວິ​ສາ​ຫະກິດ ພ້ອມ​ກັບການ​ສ້າງ​ໂຄງ​ປະກອບ​ບັນດາ​ລັດວິ​ສາ​ຫະກິດ​ ກໍ່​ຄື​ທົ່ວ​ພື້ນຖານ​ເສດຖະກິດ ​ໄດ້​ປະກອບສ່ວນ​ຫຼາຍ​ພໍ​ສົມຄວນ​ເຂົ້າ​ໃນ​ການ​ຮັກສາ​​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ທ່ານ​ເຈິ່ນຫວຽດ​ແອ​ງ, ຜູ້ອຳນວຍການ​ໃຫ່ຍບໍລິສັດ​ຂາ​ອອກ​ຂາ​​ເຂົ້ານາມ​ທາຍ​ເຊີນ ​ໃຫ້​ຂໍ້ສັງ​ເກດ​ວ່າ:

   “​ເມື່ອ​ທຽບ​ກັບ​ປີ 2012, ປີ 2013, ​ເສດຖະກິ​ມີ​ການພັດທະນາ​, ນັບ​ແຕ່​ຕົ້ນ​ເ​ເດືອນ 6 ​ໄດ້​ມີ​ຄວາມ​ເປັນ​ປົກກະຕິ​ແລ້ວ. ພິ​ເສດ, ອັດຕາ​ດອກ​ເບັ້ຍທະນາຄານ​ສະຫງວນ​ໃຫ້​ວິ​ສາ​ຫະກິດ​ແມ່ນ​ຕ່ຳ​ທີ່​ສຸດ, ຊື່​ງ​ແມ່ນ​ອັດຕາ​ດອກ​ເບັ້ຍຕ່ຳ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ. ຂ້າພະ​ເຈົ້າຫວັງ​ວ່າ, ດ້ວຍ​ລະດັບ​ການ​ພັດທະນາ​ຄື​ແນວ​ນີ້, ພື້ນຖານ​ເສດຖະກິດ​ຫວຽດນາມ ຈະ​​ເຕີບ​ໂຕກ່ວາ​ອີກ“.

  ການ​ສົ່ງ​ອອກ​ໃນ​ປີ 2013 ກໍ່​ບັນລຸ​ໄດ້ຜົນ​ງານ​ທີ່​ພົ້ນ​ເດັ່ນ​ຄາດ​ວ່າ​ວົງ​ເງິນ​ສົ່ງ​ອອກ​ຈະ​ບັນລຸ​ກ່ວາ 133 ຕື້​ໂດ​ລາ​ສະຫະລັດ. ​ໃນ​ຂະນະ​ນັ້ນ, ການ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ (FDI) ກໍ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ເມື່ອ​ທຽບ​ກັບ​ປີ 2012, ພ້ອມ​ກັນນັ້ນ, ທຶນ​ປ່ອຍ​ເງິນ​ກໍ່​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ກັບ​ໄລຍະ​ກ່ອນ. ຫຼາຍ​ໂຄງການ FDI ທີ່​ມີ​ມູນ​ຄ່ານັບ​ຕື້​ໂດ​ລາ​ສະຫະລັດ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ຊຸມ​ເດືອນ​ທ້າຍ​ປີ​. ສິ່ງ​ດັ່ງກ່າວ​ສະ​ແດງໃຫ້​ເຫັນ​ວ່າ ຫວຽດນາມ ສືບ​ຕໍ່​​ແມ່ນ​ຈຸດ​ນັດ​ພົບ​ທີ່​ດຶງດູດ​​ບັນ​ດານັກ​ລົງທຶນ​ໂດຍ​ກົງຂອງ​ຕ່າງປະ​ເທດ. ປີ​ນີ້, ຫວຽດນາມ ບັນລຸ​ໄດ້​ຄາດໝາຍ​ດືງດູດ 16,3 ຕື້​ໂດ​ລາ​ສະຫະລັດ​ເມື່ອ​ທຽບກັບ​ລະດັບ​ຄາ​ດຄະ​ເນ​​ແມ່ນແຕ່ 13-14 ຕື້​ໂດ​ລາ​ສະຫະລັດ ຂອງແຜນການ​ໄດ້​ວາງ​ອອກ. ທ່ານ​ເຈິ່ນຢູລິກ, ຜູ້​ຊ່ຽວຊານ​ດ້ານເສດຖະກິດຢືນຢັນ​ວ່າ:

   “ຂ້າພະ​ເຈົ້າຖື​ວ່າ, ​ເສດຖະກິດ​ຈະ​ຄ່ອຍໆຫລຸດ​ພົ້ນອອກ​ຈາກ​ໄລຍະ​ຊັກ​ຊ້າ, ​ເສດຖະກິດ​ມະຫາ​ພາກ​ສືບ​ຕໍ່​ເປັນ​ປົກກະຕິ ​ແລະ​ ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ອາດ​ຈະ​ຟື້ນ​ຕົວ​ດີ​ຂຶ້ນ. ​ເຖິງ​ວ່າ, ຕະຫຼາດ​ອະສັງຫາລິມະ​ສັບ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ​ແຕ່​ຈະ​ຄ່ອຍໆ​ດີ​ຂຶ້ນ. ໜີ​້ເສຍ​ຈະ​ຄ່ອຍໆຫລຸດ​ລົງ, ອັດຕາ​ດອກ​ເບັ້ຍກໍ່​ຈະ​ຫລຸດ​ລົງ, ​ໄພ​ເງິນ​ເຟີ້​ຈະ​ຮັກສາ​ໃນ​ລະດັບ​ປົກກະຕິ, ນັ້ນ​ແມ່ນ​ບັນດາ​ເງື່ອນ​ໄຂ​ທີ່​ຈະ​ໜູນ​ຊ່ວຍ​ໃຫ້​ຕະຫຼາດ ​ແລະ ວິ​ສາ​ຫະກິດ“.

    ການ​ຟື້ນ​ຕົວ ​ແລະ ​ເປັນ​ປົກກະຕິ​ຂອງ​ພື້ນຖານ​ເສດຖະກິດ​ມະຫາ​ພາກ​ໃນ​ປີ 2013 ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ໃຫ້​ພື້ນຖານ​ເສດຖະກິດ​ຫວຽ​ດນາມ ສືບ​ຕໍ່​ພັດທະນາ​ໃນ​ປີ​ຕໍ່​ໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ