ຮຶງ​ອຽນ ຍູ້​ແຮງວຽກ​ງານ ​ຊຸກ​ຍູ້ ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ

(VOVWORLD) -ຊຸກຍູ້ ການຄ້າ ແມ່ນແຜນນະໂຍບາຍ ໂດຍແຂວງ ຮຶງອຽນ ຜັນຂະຍາຍປະຕິບັດໃນຫລາຍປີມານີ້ ຜ່ານບັນດາງານບຸນ, ງານຕະຫລາດນັດແນະນຳຜະລິດຕະພັນກະເສດພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດຍ້ອນເຫດນັ້ນ ເລື່ອງຈຳນ່າຍຜະລິດຕະພັນກະເສດຢູ່ແຂວງ ຮຶງອຽນ ແມ່ນມີຄວາມສະດວກກວ່າ ແລະ ມີຜະລິດຕະພັນກະເສດຫລາປະເພດຂອງທ້ອງຖິ່ນໄດ້ຮັບຄວາມນິຍົມຈາກລູກຄ້າຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍປະຈຸບັນ ແຂວງ ຮຶງອຽນ ມຸ່ງໄປເຖິງເລື່ອງສົ່ງ ຜະລິດຕະພັນກະເສດຫລັກແຫລ່ງຫລາປະເພດຂອງແຂວງ ໄປຂາຍຢູ່ບັນດາຕະຫລາດຕ່າງປະເທດ ດ້ວຍວິທີການເພີ່ມທະວີການ ຊຸກຍູ້ ການຄ້າ ຜະລິດຕະພັນກະເສດ.

ກອງປະຊຸມແມ່ນເນື້ອໃນຈຸດສຸມໃນລະບົບບັນດາເຫດການ ຊຸກຍູ້ ການຄ້າຂອງແຂວງ ຮຶງອຽນ ປີ 2020. ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ, ຮ້ານສັບພະສິນຄ້າ, ບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ມີໂອກາດໄດ້ພົບປະກັບບັນດານັກຄຸ້ມຄອງ, ຫົວຫນ້າສະຫະກອນ, ເຈົ້າຂອງເຮືອນສວນ ເພື່ອຊອກຮູ້ ກ່ຽວກັບ ຜະລິດຕະພັນກະເສດຫລັກແຫລ່ງຂອງແຂວງ ຮຶງອຽນ.

ພ້ອມກັບກອງປະຊຸມຄັ້ງນີ້ ປີ 2020 ແຂວງ ຮຶງອຽນ ຍັງມີການເຄື່ອນໄຫວ ຊຸກຍູ້ ການຈຳຫນ່າຍ ຜະລິດຕະພັນກະເສດປະເພດອື່ນໆຄື: ງານບຸນໝາກລຳໄຍ; ກອງປະຊຸມສຳມະນາຫົວເລື່ອງສະເພາະການຜະລິດກະສິກຳການປຸກຝັງປອດສານພິດ, ຍືນຍົງ; ການເຄື່ອນໄຫວທ່ອງທ່ຽວ ຢ້ຽມຊົມສວນລຳໄຍ, ສັບປະດາໝາກລຳໄຍຢູ່ ຮ່າໂນ້ຍ… ຜ່ານບັນດາການເຄື່ອນໄຫວນີ້ ຜູ້ບໍລິໂພກນັບມື້ນັບຮູ້ຈັກເຖິງບັນດາຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຂອງແຂວງ ຮຶງອຽນ.

ຮຶງ​ອຽນ ຍູ້​ແຮງວຽກ​ງານ ​ຊຸກ​ຍູ້ ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ - ảnh 1ໝາກລຳໄຍ ແຂວງ ຮຶງອຽນ ໄດ້ວາງສະແດງໃນງານຕະຫຼາດນັດ (ພາບ: baotainguyenmoitruong.com.vn)

ໄລຍະຜ່ານມາ , ແຂວງ ຮຶງອຽນ ໄດ້ ແລະ ພວມຜັນຂະຫຍາຍການເຄື່ອນໄຫວຕ່າງໆເພື່ອ ຊຸກຍູ້ ການຈຳຫນ່າຍຜະລິດຕະພັນກະເສດຕາມທິດປັບປຸງ ແລະ ພັດທະນາຕະຫລາດພາຍໃນປະເທດ; ເປີດກວ້າງຕະຫລາດສົ່ງອອກ; ຫນູນຊ່ວຍການເຊື່ອມຕໍ່ຂໍ້ມູນຂ່າວສານ, ການສຳຜັດ ແລະ ເປີດກວ້າງຕະຫລາດ; ເພີ່ມທະວີວຽກງານໂຄສະນາຜະລິດຕະພັນ; ຍົກສູງຄຸນນະພາບຜະລິດຕະພັນກະເສດ ຕອບສະຫນອງບັນດາມາດຕະຖານຄວາມປອດໄພ. ທ່ານ ຫງວຽນມິງກວາງ ຮອງປະທານຄະນະກຳມະການປະຊາຊົນແຂວງ ຮຶງອຽນ ໃຫ້ຮູ້ວ່າ: ຫນຶ່ງໃນບັນດາທ່າແຮງຂອງຜະລິດຕະພັນກະເສດ ແຂວງ ຮຶງອຽນ ນັ້ນແມ່ນປະຕິບັດຂັ້ນຕອນຜະລິດຕາມທິດປອດສານພິດ ແລະ ປະຕິບັດຕາມມາດຖານ VietGAP  ຢ່າງເຂັ້ມງວດ. ຍ້ອນເຫດນັ້ນ ໃນສອງສາມປີມານີ້ ໝາກລຳໄຍຂອງແຂວງ ຮຶງອຽນ ໄດ້ມີຫນ້າໃນບັນດາເຍື່ອງອາຫານ ຮັບໃຊ້ ຜູ້ໂດຍສານຂອງບໍລິສັດການບິນແຫ່ງຊາດຫວຽດນາມ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ໂດຍສານພາຍໃນປະເທດ ແລະ ຕ່າງປະເທດ.

ທ່ານ ໂງຮົ່ງມິງ ຜູ້ຕາງຫນ້າ Vietnam Airlines ໃຫ້ຮູ້ວ່າ:

“ນັບແຕ່ປີ 2018 ພວກຂ້າພະເຈົ້າໄດ້ສົມທົບກັບ ພະແນກອຸດສາຫະກຳ ການຄ້າແຂວງ ນຳເອົາໝາກລຳໄຍ ຮຶງອຽນ ມາຮັບໃຊ້ໃນບັນດາສາຍການບິນ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ໂດຍສານ. ເມື່ອບັນລຸໄດ້ມາດຖານຂອງ Viet Gap ແລ້ວ ແມ່ນສາມາດຮັບໃຊ້ຜູ້ໂດຍສານໃນສາຍການບິນຕ່າງໆໄດ້`".

ປະລິມານຈຳຫນ່າຍຜະລິດຕະພັນກະເສດ ເປັນປົກກະຕິ ຍ້ອນໄດ້ມີການປະຕິບັດຂັ້ນຕອນຄຸນນະພາບຢ່າງເຂັ້ມງວດ ຊ່ວຍໃຫ້ຜູ້ປູກຕົ້ນລຳໄຍ, ຜູ້ຜະລິດມີຄວາມອຸ່ນອ່ຽນໃຈກວ່າ, ມີລາຍຮັບເປັນປົກກະຕິ. ທ່ານ ຫງວຽນກວາງດ້ຽນ ສະຫະກອນໝາກລຳໄຍ ແຂວງ ຮຶງອຽນ ແບ່ງປັນວ່າ:

ພາຍຫລັງ Vietnam Airlines ພິຈາລະນາຄຸນນະພາບຂອງໝາກລຳໄຍຂອງພວກຂ້າພະເຈົ້າ ແລະ ຕີລາຄາສູງແລ້ວ ເຂົາເຈົ້າໄດ້ມາຊື້ເປັນຈຳນວນຫລວງຫລາຍ. ຂ້າພະເຈົ້າດີໃຈທີ່ສຸດ ເພາະພໍ່ແມ່ປະຊາຊົນພວມປະຕິບັດຕາມມາດຖານ VietGap ບັນລຸປະສິດທິຜົນ.”

ຮຶງ​ອຽນ ຍູ້​ແຮງວຽກ​ງານ ​ຊຸກ​ຍູ້ ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ - ảnh 2
ບໍລິສັດການບິນ Vietnam Airlines ເລືອກເອົາໝາກລຳໄຍ ຮຶງອຽນ ຮັບໃຊ້ຜູ້ໂດຍສານໃນສາຍການບິນຕ່າງໆ  (ພາບ: baodautu.vn)  

ຄາດວ່າ, ປະລິມານການຜະລິດໝາກລຳໄຍທັງໝົດຂອງແຂວງ ຮຶງອຽນ ປີ 2020 ຈະບັນລຸ 11.000 ໂຕນ, ເພີ່ມຂຶ້ນ 3.000 ໂຕນ ເມື່ອທຽບໃສ່ລະດູການຂອງປີ 2019. ພ້ອມກັນນັ້ນ, ປະລິມານການຜະລິດຂອງບັນດາຜະລິດຕະພັນກະເສດອື່ນໆຄື ໝາກກ້ຽງ, ໝາກກ້ວຍ... ກໍ່ລ້ວນແຕ່ເພີ່ມຂຶ້ນ. ປັດຈຸບັນ, ທ້ອງຖິ່ນຕ່າງໆໃນແຂວງ ຮຶງອຽນ ຖືການສົ່ງເສີມການຄ້າ ແມ່ນຄວາມຮັບຜິດຊອບຂອງຄະນະພັກ, ອຳນາດການປົກຄອງ ເພື່ອແນໃສ່ຊອກຫາມາດຕະການຈຳໜ່າຍຜະລິດຕະພັນກະເສດຂອງທ້ອງຖິ່ນ. ພິເສດ, ໃນໄລຍະຜ່ານມາ, ສະມາຄົມຊາວກະສິກອນແຂວງ ກໍຈັດຕັ້ງການໂຄສະນາ, ແນະນຳຜະລິດຕະພັນເປັນປະຈຳ ແລະ ຂາຍສິນຄ້າຜ່ານຫຼາຍຊ່ອງທາງ ຄື ໜູນຊ່ວຍຮ້ານວາງສະແດງສິນຄ້າໃນງານຕະຫຼາດນັດ, ກອງປະຊຸມສຳມະນາໃນສື່ສັງຄົມອອນລາຍ, ຊ່ວຍຊາວກະສິກອນເປີດກວ້າງຕະຫຼາດຈຳໜ່າຍ. ທ່ານ ຫງວຽນຕວ໊ນຫວຽດ, ປະທານສະມາຄົມຊາວກະສິກອນແຂວງ ຮຶງອຽນ ໃຫ້ຮູ້ວ່າ:

“ສະມາຄົມຊາວກະສິກອນ ຮຶງອຽນ ໄດ້ມອບໃຫ້ສູນສອນ ສີມື/ວິຊາ ອາຊີບ ແລະ ໜູນຊ່ວຍຊາວກະສິກອນແຂວງ ໃນຊຸມປີຜ່ານມາ ໄດ້ຈັດຕັ້ງບັນດາການເຄື່ອນໄຫວໃຫ້ຊາວກະສິກອນເຊື່ອມຕໍ່ກັບບັນດາວິສາຫະກິດ ເພື່ອໜູນຊ່ວຍ, ຊ່ວຍເຫຼືອການເກັບຊື້ບັນດາຜະລິດຕະພັນກະເສດ, ໃນນັ້ນ ເອົາໃຈໃສ່ເຖິງບັນດາຜະລິດຕະພັນຄື ພືດຜັກ, ໝາກໄມ້”.

ສຳລັບແຜນການຂອງຊຸມປີຈະມາເຖິງ, ຮຶງອຽນ ໄດ້ວາງອອກບາງມາດຕະການຕົ້ນຕໍ ເພື່ອແນໃສ່ຍູ້ແຮງການສົ່ງເສີມການຈຳໜ່າຍຜະລິດຕະພັນກະເສດຂອງແຂວງ, ເຊື່ອມຕໍ່, ສົມທົບກັບຫ້ອງການທູດການຄ້າ ຫວຽດນາມ ປະຈຳ ຕ່າງປະເທດ ເພື່ອໄດ້ຄັດເລືອກໃຫ້ເຂົ້າຮ່ວມບາງເຫດການສົ່ງເສີມການຄ້າ, ການຈຳໜ່າຍຜະລິດຕະພັນກະເສດສາກົນ ເພື່ອເຊື່ອມຕໍ່, ຊອກຫາແຫຼ່ງຕະຫຼາດໃໝ່. ສ້າງເຄື່ອງໝາຍການຄ້າ, ຍີ່ຫໍ້, ການຫຸ້ມຫໍ່ຜະລິດຕະພັນ, ສິນຄ້າ ແລະ ທີ່ມາຂອງບັນດາຜະລິດຕະພັນກະເສດຂອງແຂວງ.

ດ້ວຍບັນດາມາດຕະການທີ່ໄດ້ຜັນຂະຫຍາຍຢ່າງຄົບຊຸດ, ແຂວງ ຮຶງອຽນ ພວມພະຍາຍາມເສີມຂະຫຍາຍທ່າແຮງຂອງບັນດາປະເພດຜະລິດຕະພັນກະເສດ, ຜະລິດຕະພັນທີ່ເປັນເອກະລັກຂອງເຂດທີ່ມີເຄື່ອງໝາຍການຄ້າ, ສະໜອງໃຫ້ຕະຫຼາດບັນດາຜະລິດຕະພັນກະເສດທີ່ມີຄຸນນະພາບ ແລະ ມູນຄ່າສູງ. ຜ່ານການສ້າງບັນດາຊ່ອງຈຳໜ່າຍທີ່ມີຫຼາຍຮູບຫຼາຍແບບ ເຊິ່ງ ແຂວງ ຮຶງອຽນ ໄດ້ຜັນຂະຫຍາຍໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນສ້າງເງື່ອນໄຂເພື່ອໃຫ້ຜະລິດຕະພັນກະເສດຂອງແຂວງ ໄດ້ວາງຂາຍບໍ່ ວ່າ/ພຽງແຕ່ ຢູ່ບັນດາຕະຫຼາດພາຍໃນປະເທດເທົ່ານັ້ນ ຫາກຍັງສົ່ງອອກໄປຍັງຕະຫຼາດໂລກອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ