ຮັບປະກັນບັນດາແຫລ່ງດຸ່ນດ່ຽງໃຫຍ່, ສ້າງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບຊ່ວຍ GDP ຫວຽດນາມ ເຕີບໂຕເປັນປົກກະຕິ

(VOVWORLD) - ຕາມໝາກຜົນບົດລາຍງານດ້ານເສດຖະກິດ ສັງຄົມ 9 ເດືອນຂອງປີ 2020 ຂອງຫວຽດນາມຈາກ ກົມໃຫຍ່ສະຖິຕິ ແລ້ວ, ການເຕີບໂຕ  GDP 9 ເດືອນຜ່ານມາ ບັນລຸ 2,12%. ນີ້ແມ່ນລະດັບເຕີບໂຕຕ່ຳສຸດ ເມື່ອທຽບໃສ່ໄລຍະດຽວກັນຂອງ 10  ປີມານີ້ ແຕ່ຕໍ່ຫນ້າການກະທົບຂອງໂລກລະບາດໂຄວິດ 19 ໄດ້ສົ່ງຜົນສະທ້ອນຢ່າງຫນັກຫນ່ວງເຖິງທຸກດ້ານເສດຖະກິດ ສັງຄົມ ຂອງທຸກປະເທດໃນໂລກ, ລະດັບການເຕີບໂຕ 2,12%, ຫວຽດນາມ ໄດ້ຮັບການຕີລາຄາຈາກ ອົງການຈັດອັນດັບໄວ້ວາງໃຈສາກົນ S&P Global Ratings (S&P)ວ່າ ແມ່ນປະເທດຟື້ນຟູເສດຖະກິດດີທີສອງຢູ່ ອາຊີ - ປາຊີຟິກ.

ຮັບປະກັນບັນດາແຫລ່ງດຸ່ນດ່ຽງໃຫຍ່, ສ້າງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບຊ່ວຍ GDP ຫວຽດນາມ ເຕີບໂຕເປັນປົກກະຕິ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ

ພາບ:VGP/Quang Hieu

ການຄວບຄຸມໂລກລະບາດເປັນຢ່າງດີ - ນັ້ນແມ່ນຈຸດເດັ່ນທຳອິດຊ່ວຍ ຫວຽດນາມ ຫລຸດພົ້ນອອກຈາກສະພາບ “ເວັ້ນໄລຍະຫ່າງສັງຄົມ”ໂດຍໄວ ແລະ ຫັນມາສູ່ສະພາບເປັນປົກກະຕິ ທັງປ້ອງກັນ ທັງພັດທະນາເສດຖະກິດ. ວັນທີ 22 ເມສາ ທີ່ກອງປະຊຸມປະຈຳເດືອນຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກຳນົດສະພາບເປັນປົກກະຕິໃຫມ່ ເມື່ອຍັງບໍ່ທັນມີ ວັກຊີນ ແລະ ຢາປົວໂຄວິດ 19.

 ໂດຍປະຕິບັດຄຳສັ່ງຂອງ ນາຍົກລັດຖະມົນຕີ, ເມື່ອໂລກ ມີກວ່າ 210 ປະເທດ ພວມປະເຊີນຫນ້າກັບສະພາບການໂຄວິດ 19, ໃນນັ້ນ ມີ 10 ພື້ນຖານເສດຖະກິດໃຫຍ່ຂອງໂລກ ກໍ່ແມ່ນບັນດາຄູ່ຮ່ວມມືດ້ານເສດຖະກິດໃຫຍ່ຂອງຫວຽດນາມ ພວມແມ່ນ “ບ່ອນເຊື້ອພະຍາດໂຄວິດລະບາດຢ່າງຮ້າຍແຮງ”, ມີຫລາຍມາດຕະການພັດທະນາການຜະລິດຕິດພັນກັບການສ້າງໂຄງປະກອບເສດຖະກິດຄືນໃຫມ່,ຟື້ນຕົວການເຄື່ອນໄຫວຕະຫລາດພາຍໃນ, ເປີດກວ້າງການຊອກຫາຕະຫລາດ, ຫັນບັນດາຜະລິດຕະພັນສົ່ງອອກເປັນຫລາຍຮູບຫລາຍແບບ ຕາມຄວາມຕ້ອງການຂອງບັນດາປະເທດ.. ໂດຍໄດ້ຮັບການຜັນຂະຫຍາຍຈາກຂະແຫນງອຸດສາຫະກຳ ການຄ້າ. ທ່ານ ເຈີນຕວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເນັ້ນຫນັກວ່າ:

   “ເພື່ອນຳພື້ນຖານເສດຖະກິດກັບຄືນສູ່ສະພາບເປັນປົກກະຕິ ມີ 2 ເປົ້າໝາຍສຳຄັນ, ທີຫນຶ່ງ: ວິສາຫະກິດ ແລະ ບັນດາຄອບຄົວດຳເນີນທຸລະກິດ. ທີສອງ ແມ່ນປະຊາຊົນ ແລະ ຜູ້ໃຊ້ສອຍ. ພວກເຮົາຕ້ອງຮັບປະກັນຂອດແກ້ໄຂຄວາມຫຍຸ້ງຍາກໃຫ້ເຂົາເຈົ້າເພື່ອນຳການເຄື່ອນໄຫວກັບຄືນສູ່ເປັນປົກກະຕິ. ສະນັ້ນ ຕ້ອງມີການຫນູນຊ່ວຍຢ່າງສຸດຂີດຈາກລັດ ແລະ ບັນດາອົງການມີຫນ້າທີ່ຮັບຜິດຊອບເພື່ອຊ່ວຍບັນດາວິສາຫະກິດ, ຄອບຄົວດຳເນີນທຸລະກິດຜ່ານຜ່າຄວາມຫຍຸ້ງຍາກເພື່ອສາມາດຟື້ນຟູການຜະລິດ ດຳເນີນທຸລະກິດຄືນໃຫມ່

ຊຸກຍູ້ການປ່ອຍເງິນລົງທຶນຂອງລັດ ແມ່ນສິ່ງສຳຄັນທີສອງໃນນະໂຍບາຍຂອງລັດຖະບານ. ເພາະວ່າ ການລົງທຶນຂອງລັດ ແມ່ນຫນຶ່ງໃນບັນດາມາດຕະການສຳຄັນ ຊ່ວຍຜ່ານຜ່າຄວາມຫຍຸ້ງຍາກ ທັງພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ ທັງດຶງດູດການເຂົ້າຮ່ວມຂອງພາກເອກະຊົນ ແລະ ການລົງທຶນຂອງຕ່າງປະເທດເຂົ້າພື້ນຖານເສດຖະກິດ, ຜ່ານນັ້ນ ຊຸກຍູ້ການເຄື່ອນໄຫວຜະລິດດຳເນີນທຸລະກິດ, ການເຕີບໂຕເສດຖະກິດ, ສ້າງວຽກເຮັດງານທຳ, ປະກອບສ່ວນເຂົ້າໃນງົບປະມານແຫ່ງລັດ. ໄລ່ລວມ 9 ເດືອນຕົ້ນປີ 2020, ທົ່ວປະເທດປ່ອຍເງິນໄດ້ກວ່າ 50% ແຜນການເງິນລົງທຶນຂອງລັດ.

ສິ່ງສຳຄັນທີ 3 ນັ້ນແມ່ນ ການເປັນເຈົ້າການ, ຄວາມມານະພະຍາຍາມຂອງພາກເອກະຊົນ - ວິສາຫະກິດຂະຫນາດກາງ ແລະ ນ້ອຍ ຢູ່ພາຍໃນປະເທດໃນການເຄື່ອນໄຫວສົ່ງອອກ. ໃນສະພາບການໂລກລະບາດໂຄວິດ 19 ພວມຜັນແປໄປຢ່າງສັບສົນໃນໂລກເຮັດໃຫ້ການຄ້າສາກົນຖືກຕັດຕອນ ແຕ່ການເຄື່ອນໄຫວສົ່ງອອກສິນຄ້າຂອງຫວຽດນາມ ຍັງຄົງຮັກສາລະດັບເຕີບໂຕທາງບວກ ດ້ວຍຍອດວົງເງິນສົ່ງອອກ ນຳເຂົ້າສິນຄ້າບັນລຸເກືອບ 389 ຕື້ USD, ໃນນັ້ນການສົ່ງອອກບັນລຸເກືອບ 203 ຕື້ USD, ເພີ່ມຂຶ້ນ 4,2%.

ການຄ້າໃນ 9 ເດືອນສືບຕໍ່ເກີນດຸນ ດ້ວຍລະດັບເກືອບ 17 ຕື້ USD. ໃນນັ້ນ ມີການປະກອບສ່ວນຢ່າງໃຫຍ່ຫລວງຈາກປະເພດສິນຄ້າຄື: ເຂົ້າສານ, ກາເຟ, ເກີບຫນັງ. ທ່ານ ຟ້າມເຕີດທັງ ຜູ້ຊ່ຽວຊານການຄ້າຂັ້ນສູງ ຖືວ່າ:

 “ໃນໄລຍະເກີດໂລກລະບາດໂຄວິດ 19, ໃນຮ້ານສັບພະສິນຄ້າຂອງອີຢູ ມີສິນຄ້າຫລາຍປະເພດຂອງ ຫວຽດນາມ.  ການສົ່ງອອກສິນຄ້າຂອງຫວຽດນາມ ນັບມື້ນັບເພີ່ມຂຶ້ນ. ແລະ ຊ້ຳບໍ່ໜຳ ມີບາງການຕີລາຄາວ່າ ສິນຄ້າຫວຽດນາມ ກວມເອົາອັດຕາສ່ວນຕະຫລາດ ອີຢູ ໃນຊ່ວງເວລາເກີດໂລກລະບາດໂຄວິດ ຜ່ານມາ. ນັ້ນແມ່ນສິ່ງທີ່ຫນ້າຊື່ນຊົມ.”

 ໃນຫລາຍມາດຕະການ ຈາກມະຫາພາກ ຕະຫລອດຮອດຈຸລະພາກ, ມາດຕະການລະອຽດ, ຮີບດ່ວນ... ອາດເວົ້າເຖິງເລື່ອງ ເປັນຄັ້ງທຳອິດ ລັດຖະບານ ຕົກລົງຜັນຂະຫຍາຍບ້ວງເງິນ ຮັບປະກັນຊີວິດສັງຄົມລວມມູນຄ່າ 62.000 ຕື້ດົ່ງ ເພື່ອຫນູນຊ່ວຍໃຫ້ແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ມີຄວາມສ່ຽງ ນັບທັງແຮງງານເສລີ, ບໍ່ມີສັນຍາແຮງງານ ແລະ ວິສາຫະກິດ, ຮາກຖານການຜະລິດ ດຳເນີນທຸລະກິດ, ຄ້າຂາຍຍ່ອຍ ທີ່ຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ 19. ອາດເຫັນໄດ້ວ່າ ບັນດານະໂຍບາຍຂອງລັດຖະບານ, ກະຊວງ ຂະແຫນງການທອ້ງຖິ່ນ ໄດ້ຊ່ວຍໃຫ້ຫວຽດນາມ ຮັກສາໄດ້ການດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ຮັບປະກັນທັງສອງເປົ້າໝາຍຄວບຄູ່ ທັງພັດທະນາເສດຖະກິດ ທັງປ້ອງກັນສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ, ສູ້ຊົນໃຫ້ GDP ຂອງທັງປີ 2020 ອາດບັນລຸລະດັບສູງກວ່າ 2%.

ຕອບກັບ

ຂ່າວ/ບົດ​ອື່ນ