ຮູບ​ແບບກໍ່ຕັ້ງ startup ໄລ​ຍະ 2022 – 2025

(VOVWORLD) -Sun Startups ເຊິ່ງເປັນ Startup Studio (ອູ່ startup) ສັງກັດກຸ່ມບໍລິສັດ Sun Asterish ຫວຽດນາມ ຫາກໍ່ປະກາດຮູບແບບກໍ່ຕັ້ງ startup ໄລຍະ 2022  2025 ຢູ່ ຮ່າໂນ້ຍ. ນີ້ແມ່ນຄັ້ງທຳອິດຢູ່ ຫວຽດນາມ ທີ່ມີໂຄງການກໍ່ຕັ້ງ startup ດ້ວຍການເຕົ້າໂຮມທັງ 3 ແຫຼ່ງກຳລັງຢ່າງຄົບຖ້ວນນັ້ນແມ່ນ ເຕັກໂນໂລຢີ - ທຶນຮອນ - ຕະຫຼາດ, ອັນໄດ້ສະແດງໃຫ້ເຫັນວ່າ ຕະຫຼາດ startup ຫວຽດນາມ ແມ່ນຈຸດນັດພົບທີ່ກອງທຶນລົງທຶນຕ່າງໆນິຍົມຊົມຊອບ.
ຮູບ​ແບບກໍ່ຕັ້ງ  startup  ໄລ​ຍະ 2022 – 2025 - ảnh 1ພິທີປະກາດຮູບແບບກໍ່ຕັ້ງ startup  (ພາບ: Ngoc Anh)

ຮູບແບບກໍ່ຕັ້ງ startup ເຄື່ອນໄຫວເໝືອນດັ່ງລະບົບຊີວະພາບຂອງອູ່ບຳລຸງສ້າງ, ເຕົ້າໂຮມແຫຼ່ງກຳລັງຕ່າງໆເພື່ອໜູນຊ່ວຍວິສາຫະກິດ startup ກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານຢູ່ ຫວຽດນາມ. ນັບແຕ່ປີ 2018, Sun Startups ໄດ້ເລີ່ມທົດລອງຮູບແບບກໍ່ຕັ້ງ startup ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານແລ້ວ. ຮູບແບບນີ້ຢັ້ງຢືນໄດ້ຜົນສຳເລັດຍ້ອນກຳລັງຄວາມສາມາດບົ່ມຊ້ອນຂອງ Sun* - ເຊິ່ງເປັນກຸ່ມບໍລິສັດເຕັກໂນໂລຢີຂໍ້ມູນຂ່າວສານທີ່ມີອິດທິພົນຊື່ສຽງໃນໂລກ. ພິເສດ, Sun* ມີປະສົບການເຮັດວຽກກັບກວ່າ 300 startup ຢູ່ທັງສອງປະເທດ ຍີ່ປຸ່ນ ແລະ ຫວຽດນາມ. ທ່ານ ຫງວຽນຫງອກຕວັນ, ຫົວໜ້າຄະນະໜູນຊ່ວຍການ startup ຂອງ Sun Startups ໃຫ້ຮູ້ວ່າ:

“ກຸ່ມບໍລິສັດ Sun Startups ແມ່ນກຸ່ມບໍລິສັດເຕັກໂນໂລຢີທີ່ມີສຳນັກງານຕັ້ງຢູ່ ຍີ່ປຸ່ນ. ພວກຂ້າພະເຈົ້າໄດ້ສຸມໃສ່ວິທະຍາສາດ startup. ພວກຂ້າພະເຈົ້າຫວັງວ່າຈະໄດ້ຮ່ວມເດີນທາງພ້ອມກັບບັນດາ startup ນັບແຕ່ຕົ້ນຕະຫຼອດຮອດເມື່ອ startup ສາມາດເຕີບໃຫຍ່ແບບໝັ້ນຄົງເຂັ້ມແຂງ ແລະ ກາຍເປັນຄູ່ຮ່ວມມືຂອງກັນ. ພວກຂ້າພະເຈົ້າຖືວ່າ ເລື່ອງໃຫ້ການໜູນຊ່ວຍບັນດາ startup ໃນໄລຍະຕົ້ນແມ່ນສຳຄັນທີ່ສຸດ”.

ກ້າວເຂົ້າສູ່ໄລຍະ 2022 – 2025, ຮູບແບບກໍ່ຕັ້ງ startup ໄດ້ສຸມໃສ່ໃຫ້ການໜູນຊ່ວຍບັນດາ startup ກ່ຽວກັບເຕັກໂນໂລຢີໃນຂົງເຂດສາທາລະນະສຸກ ແລະ ການສຶກສາຢູ່ ຮ່າໂນ້ຍ. ໃນໄລຍະກະກຽມ ຫຼື ມີຜະລິດຕະພັນແລ້ວ ແຕ່ຍັງຕ້ອງສືບຕໍ່ພັດທະນາ. ຈຸດພິເສດຂອງຮູບແບບໃນໄລຍະນີ້ແມ່ນຄຳໝັ້ນສັນຍາໜູນຊ່ວຍໃນການຄຸ້ມຄອງຜະລິດຕະພັນ, ໃຫ້ຄຳປຶກສາກ່ຽວກັບເຕັກໂນໂລຢີ ໄປຄຽງຄູ່ກັບການຮັບປະກັນແຫຼ່ງທຶນ, ຕະຫຼາດສົ້ນອອກຈາກບັນດານັກລົງທຶນ ແລະ ຄູ່ຮ່ວມມືຍຸດທະສາດຂອງໂຄງການ. ທ່ານນາງ ບຸ່ຍທິທູຈາງ ຜູ້ອຳນວຍການໂຄງການກໍ່ຕັ້ງ Sun Startups ເນັ້ນໜັກວ່າ:

“ໂຄງການດັ່ງກ່າວໄດ້ແບ່ງອອກເປັນ 2 ໄລຍະ. ໄລຍະທຳອິດແກ່ຍາວໃນຮອບເວລາແຕ່ 6 ຫາ 9 ເດືອນ, ພວກຂ້າພະເຈົ້າແນະນຳກ່ຽວກັບລາຍການວິທະຍາສາດກ່ຽວກັບ startup ແລະ ບັນດາປັດໄຈສຳຄັນສຳລັບວິສາຫະກິດ ນັ້ນແມ່ນການກຳນົດເຄື່ອງໝາຍການຄ້າ ແລະ ວາງແຜນກຳນົດແຫຼ່ງກຳລັງ, ຜະລິດຕະພັນ. ໃນໄລຍະທີ 1 ຊີ້ໃຫ້ເຫັນສັນຍານຂອງຄວາມສາມາດບົ່ມຊ້ອນ, ຖ້າຫາກວ່າ startup ໃດມີຄວາມສາມາດບົ່ມຊ້ອນ, ນັກລົງທຶນຈະມີການດັດປັບແຫຼ່ງທຶນໃນເບື້ອງຕົ້ນແຕ່ 20.000 USD ຂຶ້ນເຖິງ 60.000 USD, ຊ່ຳບໍ່ໜຳແມ່ນບໍ່ມີກຳນົດໃນການດັດປັບແຫຼ່ງທຶນ. ຈຸດປະສົງແມ່ນເພື່ອໃຫ້ບັນດາ startup ສາມາດເດີນໄປຕໍ່ໄລຍະທີ 2, ຍົກລະດັບການຕະຫຼາດ, ພັດທະນາຜະລິດຕະພັນໃນໄລຍະ ແຕ່ 4 ຫາ 5 ເດືອນ ຕໍ່ໄປ. ຖ້າຫາກວ່າ startup ໄດ້ຮັບການຄັດເລືອກ, ໝາຍຄວາມວ່າ ບັນດານັກລົງທຶນຕັດສິນລົງທຶນນັ້ນ, ໃນໄລຍະ ທີ 2 ພວກຂ້າພະເຈົ້າ ຈຶ່ງພິຈາລະນາວ່າ ຈະລົງທຶນນັກວິສະວະກອນເຕັກໂນໂລຢີໃຫ້ເຂົາເຈົ້າຫຼືບໍ ນອກຈາກບັນດາແຫຼ່ງກຳລັງອື່ນທີ່ໄດ້ໃຫ້ຄຳໝັ້ນສັນຍາໄປແລ້ວ. ພວກຂ້າພະເຈົ້າຫວັງວ່າ, ແຕ່ລະປີ ຈະມີ 5 ໂຄງການ startup ປະສົບຜົນສຳເລັດໃນໂຄງການນີ້.”

ຮູບ​ແບບກໍ່ຕັ້ງ  startup  ໄລ​ຍະ 2022 – 2025 - ảnh 2ຕາງໜ້າ Sun Startups ແນະນຳກ່ຽວກັບຮູບແບບ (ພາບ: Vietnam+)

ປີ 2021 ມີຈຳນວນເງິນລົງທຶນກວ່າ 1,35 ຕື້ USD ສະຫງວນແກ່ບັນດາ startup ຫວຽດນາມ. ຂົງເຂດທີ່ດຶງດູດແຫຼ່ງເງິນລົງທຶນແມ່ນ ການສຶກສາ, ສາທາລະນະສຸກ, ເຕັກໂນໂລຢີການເງິນ, ເກມ, ການຄ້າເອເລັກໂຕນິກ… ໂຄງການກໍ່ຕັ້ງຂອງ Sun Startups ໂດຍມີການຮ່ວມເດີນທາງຂອງ 20 ກວ່ານັກລົງທຶນ, ຄູ່ຮ່ວມມືຍຸດທະສາດ. ທ່ານ ຫງວຽນຕວນແມ້ງ, ຜູ້ອຳນວຍການກອງທຶນ ອານຫວຽດ Ventures, ໜຶ່ງໃນບັນດານັກລົງທຶນ, ຄູ່ຮ່ວມມືຍຸດທະສາດໃນຮູບແບບກໍ່ຕັ້ງ startup ໄລຍະ 2022 – 2025, ຖືວ່າ:

“ມີບາງຄົນເລືອກ startup ນັບແຕ່ຄາວເປັນນັກສຶກສາ, ສະນັ້ນ Sun Startup ໄດ້ແນະນຳ  ເພື່ອເຂົ້າຮ່ວມໂຄງການບຳລຸງສ້າງ startup ກໍຄື ການລົງທຶນ. ນີ້ກໍແມ່ນສິ່ງທີ່ ກອງທຶນ ອານຫວຽດ Ventures ພວມຊອກຫາ. ພວກຂ້າພະເຈົ້າຫວັງວ່າ ດ້ວຍແຫຼ່ງກຳລັງທີ່ມີຢູ່ແລ້ວໃນລະບົບຊີວະພາບ startup, ແຫຼ່ງກຳລັງຂອງບັນດານັກລົງທຶນ ແລະ ປະສົບການຈາກຕະຫຼາດຕົວຈິງ ຈະຊຸກຍູ້ໃຫ້ໂຄງການຂອງ Sun Startup ບຳລຸງສ້າງຫຼາຍ startup ປະສົບຜົນສຳເລັດໃນໄລຍະ 2022 2025”.

ພາຍຫຼັງປະຕິບັດການທົດລອງໄລຍະ 2020 – 2021, ຮູບແບບກໍ່ຕັ້ງ startup ຂອງ Sun Startup ຈະໄດ້ສະຫຼຸບການຕີລາຄາ, ຈາກນັ້ນ ກໍຂະຫຍາຍ, ເພີ່ມທະວີວິໄສທັດຮອດປີ 2030. ນີ້ແມ່ນຮູບແບບກອງທຶນລົງທຶນເຕັກໂນໂລຢີສູງທີ່ມີຄວາມສ່ຽງ. ຮູບແບບກໍ່ຕັ້ງ startup ໄດ້ຊ່ວຍເຊື່ອມຕໍ່ກັບແຫຼ່ງທຶນ ແລະ ນັກລົງທຶນຕ່າງໆ, ໝັ້ນໝາຍວ່າຈະກໍ່ສ້າງໄດ້ຫຼາຍ startup ທີ່ປະສົບຜົນສຳເລັດ./.

ຕອບກັບ

ຂ່າວ/ບົດ​ອື່ນ