ຮ່ວມສຳພັນກັບບັນດາຜູ້ຜະລິດ ແລະ ບໍລິສັດຈຳຫນ່າຍສິນຄ້າເພື່ອພັດທະນາຕະຫລາດພາຍໃນປະເທດ

(vovworld)- ປະຈຸ​ບັນ ນະຄອນ​ໂຮ່ຈິ​ມິນ  ​ແມ່ນ​ຕະຫລາດຈຳຫນ່າຍສິນຄ້າ​ຫລາຍກວ່າ​ໝູ່ ​ແລະ ມີ​ຄວາມ​ສາມາດ​ຊຸກ​ຍູ້​ການ​ພັດທະນາ​ຕະຫລາດ​ສິນຄ້າ​ຂອງ​ທັງ​ປະ​ເທດ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​, ນະຄອນ​ໂຮ່ຈິ​ມິນ ​ໄດ້​ຍູ້​ແຮງ​​ໂຄງການ​ຮ່ວມສຳພັນ​ລະ​ຫວ່າງ​ຜູ້​ຜະລິດ ​ແລະ ບໍລິສັດ​ຈຳຫນ່າຍ​ສິນຄ້າ ​ເພື່ອ​ສ້າງ​ລະບົບ​ດຳ​ເນີນ​ທຸລະ​ກິດ​ມີ​ປະສິດທິ​ຜົນ ​ແລະ ຕອບ​ສະໜອງ​ບັ້ນ​ຂົນຂວາຍ “ຊາວ​ ຫວຽດນາມ ບຸລິ​ມະ​ສິດ​ຊົມ​ໃຊ້​ສິນຄ້າ ຫວຽດນາມ.” ບົດ​ຂຽນ​ຂອງ​ນັກ​ຂ່າວ ​​ໂຕ​ຕວນ ທີ່​ມີ​ຫົວ​ຂໍ້​ວ່າ“ຮ່ວມ​ສຳພັນ​ລະ​ຫວ່າງ​ບັນດາ​ຜູ້​ຜະລິດ ​ແລະ ບໍລິສັດ​ຈຳຫນ່າຍ​ສິນຄ້າ​ເພ່ືອ​ພັດທະນາ​ຕະຫລາດ​ພາຍ​ໃນ” ຈະ​ສ່ອງ​ແສງ​​ເຖິງ​ບັນຫາ​ດັ່ງກ່າວ..

        ​ໃນ​ຫລາຍ​ປີ​ມາ​ນີ້, ​ລາຍການ​​ເຮັດ​ໃຫ້​ຕະຫລາດ​ຢູ່​ນະຄອນ ​ໂຮ່ຈິ​ມິນ ​ເປັນ​ປົກກະຕິ ​ແມ່ນຫນຶ່ງ​ໃນ​ບັນດາ​ເຄື່ອງມື​ບໍລິຫານ​ຕະຫລາດ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ການ​ຮັບປະກັນ​ຊີວິດ​ສັງຄົມ​ເປັນ​ປົກກະຕິ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງຈຸດ​ເວລາ​ໃນ​ປີ, ລາຄາ​ສິນຄ້າ​ຢູ່​ນະຄອນ ​ໂຮ່ຈິ​ມິນ ຍັງ​ຄົງ​ມີ​ການ​ເຫນັງ​ຕິງ, ​ເປັນ​ຕົ້ນ​ໃນ​ໄລຍະ​ກ່ອນ ​ແລະ ຫລັງ​ບຸນ​ເຕັດ. ​ສະ​ນັ້ນ​ເພື່ອ​​ເຮັດ​ໃຫ້​ລາຄາ​ໃນ​ທ້ອງ​ຕະຫລາດ​ເປັນ​ປົກກະຕິ, ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ສ້າງ​ລາຍການ​ຮ່ວມ​ສຳພັນ​ລະຫວ່າງ​ຜູ້​ຜະລິດ ​ແລະ ບໍລິສັດ​ຈຳຫນ່າຍ​ສິນຄ້າ ​ເພື່ອ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ພັດທະນາ​ເສດຖະກິດ ລະຫວ່າງ ນະຄອນ​ໂຮ່ຈິ​ມິນ ກັບ​ບັນດາ​ແຂວງ​ ທີ່​ຂຶ້ນ​ກັບ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ. ​ເຂົ້າ​ຮ່ວມ​ລາຍການ​ຮ່ວມ​ສຳພັນ​ດັ່ງກ່າວ ມີ​ 14 ພະ​ແນ​ກອຸດສາຫະກຳ ການ​ຄ້າ ​ແລະ ​ວິ​ສາ​ຫະກິດ ​ເກືອບ 100 ​ແຫ່ງ​ທີ່​ຂຶ້ນ​ກັບ​ບັນດາ​ແຂວງ​ທາງ​ທິດຕາ​ເວັນ​ອອກ, ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ຫວຽດນາມ. ສະ​ເພາະ ນະຄອນ​ໂຮ່ຈິ​ມິນ ມີ​ສູນ​ການ​ຄ້າ 6 ​ແຫ່ງ, ຮ້ານຊັບພະ​ສິນຄ້າ 12 ​ແຫ່ງ,  ຮ້ານ​ຄ້າ​ໃຫຍ່ 5 ຮ້ານ, ຕະຫລາດ 17 ​ແຫ່ງ, ​ໃນ​ນັ້ນ ຕະຫລາດ​​ເຕົ້າ​ໂຮມ​ ​ແລະ ຈຳຫນ່າຍສິນຄ້າ 3 ​ແຫ່ງ. ຈຸດ​ໝາຍ​ຕົ້ນຕໍ​ຂອງ​ລາຍການ ​ແມ່ນ​ເພື່ອ​ຮ່ວມ​ສຳ​ພັນ​ລະຫວ່າງ​ການ​ລົງທຶນ, ການ​ຜະລິດ, ​ຈຳຫນ່າຍ​ສິນຄ້າ, ຮັບປະກັນ​ລາຄາ​ສິນຄ້າ, ຜະລິດ​ຕະພັນ​​​ເປັນ​ປົກກະຕິ. ທ່ານ ຫງວຽນ​ວັນ​ທ້ວນ, ຮອງ​ຜູ້ອຳນວຍ​ການ​ບໍລິສັດ​ຫຸ້ນ​ສ່ວນ​ສິນ​ໃນ​ນ້ຳ​ນະຄອນ​ໂຮ່ຈິ​ມມິນ ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ຂົວ​ເຊື່ອມ​ຕໍ່​ດີ​ທີ່​ສຸດ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ຜະລິດ ​ແລະ ບັນດາ​ບໍລິສັດ​ຈຳຫນ່າຍ​ສິນຄ້າ, ​ເພາະກ່ອນ​ນີ້ ​ເພື່ອ​​ເຊື່ອມ​ຕໍ່​ຕາຫນ່າງ​ຮ້ານຊັບພະ​ສິນຄ້າ​ແມ່ນ​ຍາກ​ຫລາຍ. ສະ​ນັ້ນ ຜ່ານ​ການ​ຮ່ວມ​ສຳພັນນີ້, ບັນດາ​ຜູ້​ຜະລິດ​ສິນຄ້າ​ມີ​ຜະລິດ​ຕະພັນ​ສາມາດ​ແລກປ່ຽນ​ໂດຍ​ກົງ​ກັບ​ວິ​ສາ​ຫະກິດ ບົນ​ພື້ນຖານ​ນັ້ນ ສ້າງ​ຄວາມ​ຜູກ​ພັນ​ໃນ​ການຈຳຫນ່າຍ.”

ຮ່ວມສຳພັນກັບບັນດາຜູ້ຜະລິດ ແລະ ບໍລິສັດຈຳຫນ່າຍສິນຄ້າເພື່ອພັດທະນາຕະຫລາດພາຍໃນປະເທດ - ảnh 1
ຮ້ານຊັບພະສິນຄ້າຢູ່ນະຄອນ ໂຮ່ຈິມິນ
ພາບ:internet

        ປະຈຸ​ບັນ ບັນດາ​ວິ​ສາ​ຫະກິດ​ຈຳຫນ່າຍ​ສິນຄ້າ​ຢູ່​ນະຄອນ ​ໂຮ່ຈິ​ມິນ ຄື: Vinatex, Saigon Coop, Big C, ບໍລິສັດ​ໃຫຍ່​ການ​ຄ້າ​ໄຊ​ງ່ອນ, Vissan ​ໄດ້​ຂະຫຍາຍ​ລະບົບ​ຈຳຫນ່າຍ​ສິນຄ້າ​ຢູ່​ບັນດາ​ແຂວງ​ເຂດ​ທົ່ງພຽງ​ແມ່ນ​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ ​ເພື່ອ​ເພີ່ມ​ຕາ​ຫນ່າງ​ຈຳຫນ່າຍ​ສິນຄ້າ ທັງ​ແກ້​ໄຂ​ວຽກ​​ເຮັດ​ງານ​ທຳ ​ແລະ ​ເຂົ້າ​ຮ່ວມ​ຮັກສາ​ລາຄາ​​ໃນທ້ອງ​ຕະຫລາດຢູ່​ບັນດາ​ແຂວງ​ນີ້​ໃຫ້​ເປັນ​ປົກກະຕິ. ທ່ານ​ນາງ ຟ້າ​ມທິຮ່ວຽນ​ແອ​ງ, ຜູ້ອຳ​ນວຍ​ການ Big C ຮ່ວາງ​ວັນ​ທູ້, ນະຄອນ ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

        “​ການ​ຮ່ວມ​ສຳພັນ​ດັ່ງກ່າວ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່ Big C, ​ເພາະວ່າ ການ​ເກັບ​ຊື້​ສິນຄ້າ​ບໍ່​ຕ້ອງ​ຜ່ານ​ຂອດ​ກາງ ​ແລະ ຄຽງ​ຂ້າງ​ນັ້ນ Big C ສາມາດ​ເປັນ​ເຈົ້າ​ການ​ໃນ​ການ​ຄວບ​ຄຸມ​ຕົ້ນ​ກຳ​ເນີ​ດ​ກໍ​ຄື​ຄຸນ​ນະພາ​ບຂອງ​ສິນຄ້າ. ສ່ວນ​ຜູ້​ຜະລິດ, ສິນຄ້າ​ໄດ້​ຮັບ​ການຈຳຫນ່າຍ ສະ​ນັ້ນ​ເຂົາ​ເຈົ້າ​ມີ​ຄວາ​ມອຸ່ນ​ອ່ຽນ​​ໃຈ​​ໃນ​ການຜະລິດ.”

        ​ເລື່ອງ​ສ້າງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ບໍລິສັດ​ຈຳຫນ່າຍ​ສິນຄ້າ ​ແລະ ຜູ້​ຜະລິດ, ນອກຈາກ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທັງ​ສອງ​ຝ່າຍ, ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ສະ​ນັ້ນ ​ເຂົາ​ເຈົ້າ​ຊື້​ສິນຄ້າ​ຂອງ ຫວຽດນາມ ປ່ຽນ​ແທນ​ໃຫ້​​ແກ່​ການຊື້ສິນຄ້ານຳ​ເຂົ້າຈາກ​ຕ່າງປະ​ເທດ. ​ໃນ​ປີ 2012, ມີ​ວິ​ສາ​ຫະກິດ​ຢູ່​ນະຄອນ ​ໂຮ່ຈິ​ມິນ ຫລາຍ​ແຫ່ງ ​ໄດ້​ລົງ​​ໄປ​ຍັງບັນດາ​ແຂວງ, ນະຄອນ​ໃນ​ເຂດ ບໍ່​ພຽງ​ແຕ່​ຊອກ​ຫາ​ບ່ອນ​ຈຳຫນ່າຍ​ສິນຄ້າ​ເທົ່າ​ນັ້ນ ຫາກ​ຕັ້ງຫນ້າ​ນຳ​ສິນຄ້າ ຫວຽດນາມ ລົງ​ໄປ​ຂາຍ​ຢູ່​ເຂ​ດຊົນນະບົດ. ​ໃນ​ຂົງ​ເຂດ​ຂາຍຍ່ອຍ​, ​ເລື່ອງ​ສົ່ງ​ສິນຄ້າ ຫວຽດນາມ ກໍ່​ຄື​​ເພີ່ມ​ອັດຕາ​ສ່ວນ​ສິນຄ້າ​ພາຍ​ໃນ​ປະ​ເທດ​ຢູ່​ບັນດາ​ຮ້ານ​ຊັບພະ​ສິນຄ້າ​​ໄດ້​ກາຍ​ເປັນ​ທ່າ​ອ່ຽງຂອງ​ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ຢູ່​ບໍລິ​ເວນ​ນະຄອນ. ນອກ​ນັ້ນ ບັນດາ​ຮ້າ​ນຊັບພະ​ສິນຄ້າ​ພາຍ​ໃນ​ປະ​ເທດ​ຄື: Coop Mart, Maximark, Citimart ​ແລະ ຢູ່​ຮ້ານ​ຊັບພະ​ສິນຄ້າ​ທີ່​ມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ຄື: Lotte mart, Giant, Big C, Metro.. ສິນຄ້າ​ຂອງ​ຫວຽດນາມ​ກໍ​ກວມ​ອັດ​ຕາ​ສ່ວນ​ເຖິງ 90%, ບາງ​ຮ້ານ​ແມ່ນ 96%. ນີ້​​ແມ່ນ​ທິດ​ກ້າວ​ເດີນ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ສິນຄ້າ ຫວຽດນາມ ມີ​ກາລະ​ໂອກາດ​ແກ້ງ​ແຍ້​ງກັບ​ບັນດາ​ຜະລິດ​ຕະພັນ​ສິນຄ້າ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ, ປະກອບສ່ວນ​ຊຸກຍູ້​ພື້ນຖານ​ເສດຖະກິດ​ພັດທະນາ​ຕາມ​ທິດ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ