(vovworld) - ບັນຍາກາດມິດງຽບຢູ່ບັນດາໝູ່ບ້ານຫັດຖະກຳ, ຜະລິດຕະພັນຄ້າງສາງ, ນັ້ນແມ່ນສະພາບລວມຂອງໝູ່ບ້ານຜະລິດເຄື່ອງສິລະປະຫັດຖະກຳຫລາຍແຫ່ງຢູ່ ຫວຽດນາມ ໃນໄລຍະມໍ່ໆມານີ້. ຫນຶ່ງໃນບັນດາສາຍເຫດຕົ້ນຕໍນັ້ນແມ່ນຕະຫລາດສົ່ງອອກຖືກຮັດແຄບຍ້ອນຜົນກະທົບຈາກວິກິດການເສດຖະກິດໂລກ. ການຊອກຫາສົ້ນອອກໃຫ້ແກ່ຜະລິດຕະພັນ, ຍູ້ແຮງການຮ່ວມສຳພັນລະຫວ່າງບັນດາຄອບຄົວໃນໝູ່ບ້ານຫັດຖະກຳນຳກັນ ເພື່ອຕອບສະຫນອງຄວາມຕ້ອງການຂອງຕະຫລາດພາຍໃນປະເທດ ແລະ ເພີ່ມລັກສະນະແກ້ງແຍ້ງກັບບັນດາຜະລິດຕະພັນຂອງຕ່າງປະເທດ ພວມແມ່ນທິດທາງຊຶ່ງ ໝູ່ບ້ານຫັດຖະກຳຫລາຍແຫ່ງຢູ່ຫວຽດນາມພວມປະຕິບັດໃນ ປະຈຸບັນ.
ເຄື່ອງປັ້ນດິນເຜົາຢູ່ ບາດຈ່າງ
ພາບ:internet
|
ປະຈຸບັນ ຢູ່ ຫວຽດນາມ ມີໝູ່ບ້ານຫັດຖະກຳ ແລະ ໝູ່ບ້ານອາຊີບກວ່າ 4500 ແຫ່ງ, ໃນນັ້ນໝູ່ບ້ານຫັດຖະກຳ 1600 ແຫ່ງໄດ້ຮັບການຮັບຮູ້, 400 ແຫ່ງແມ່ນໝູ່ບ້ານມູນເຊື້ອ ແລະ ສິລະປະກອນນັບພັນໆຄົນໄດ້ຮັບນາມມະຍົດນາຍຊ່າງເກັ່ງ. ບັນດາໝູ່ບ້ານຫັດຖະກຳໄດ້ດຶງດູດຄົນງານປະມານ 12 ລ້ານຄົນ, ນອກນັ້ນ ຍັງສ້າງວຽກເຮັດງານທຳໃຫ້ແກ່ຄົນງານຢູ່ເຂດຊົນນະບົດເມື່ອລະດູການວ່າງນັບລ້ານຄົນ. ໃນໄລຍະເກືອບ 1 ທົດສະວັດຜ່ານມາ, ວົງເງິນສົ່ງອອກສະເລ່ຍໃນແຕ່ລະປີຂອງບັນດາໝູ່ບ້ານຫັດຖະກຳບັນລຸກວ່າ 1 ຕື້ USD/ປີ. ເຖິງຢ່າງໃດກໍຕາມ, ໃນເວລາ 2 ປີມານີ້, ຍ້ອນຜົນສະທ້ອນຈາກວິກິດການເສດຖະກິດໂລກ, ຕະຫລາດສົ່ງອອກຖືກຮັດແຄບ, ສະພາບຜະລິດ, ດຳເນີນທຸລະກິດຂອງບັນດາ ໝູ່ບ້ານຫັດຖະກຳປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ນັບທັງໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ ຢູ່ ເມືອງ ຢາເລີມ ຮ່າໂນ້ຍ ຊຶ່ງແມ່ນໝູ່ບ້ານເຄີຍບັນລຸວົງເງິນສົ່ງອອກຫລາຍກວ່າໝູ່ເມື່ອທຽບໃສ່ບັນດາໝູ່ບ້ານຫັດ ຖະກຳໃນທົ່ວປະເທດກໍເຊັ່ນດຽວກັນ. ໃນໄລຍະມໍ່ໆມານີ້ ຈຳນວນລູກຄ້າມາຊື້ເຄື່ອງຂອງກໍຖືກຫລຸດລົງ, ມີໃບຊັ່ງຊື້ສິນຄ້າຫລາຍໃບຖືກຍົກເລີກ, ສິນຄ້າຄ້າງສາງເປັນຈຳນວນຫລາຍ. ນອກນັ້ນ ມີ ໝູ່ບ້ານຫັດຖະກຳຫາຍແຫ່ງຄື: ໝູ່ບ້ານແພໄຫມ ຫວ້ານຟຸກ, ໝູ່ບ້ານຜະລິດເຄື່ອງຈັກສານຢູ່ຕາແສງ ຟຸຕຸກ ເມືອງຟຸຊວຽນ ຫລື ໝູ່ບ້ານຄວັດສະຫລັກໄມ້ ດົງຢາວ ຢູ່ ແຂວງຫາຍເຢືອງ, ຊ້ຳບໍ່ໜຳບັນດາໝູ່ບ້ານທີ່ເຄີຍໄດ້ຮັບຖືວ່າ ແມ່ນໝູ່ບ້ານຫັດຖະກຳເງິນຕື້ຄື: ໝູ່ບ້ານຜະລິດໄມ້ສິລະປະຫັດຖະກຳ ດົ່ງກີ້ ຢູ່ ແຂວງ ບັກນີງ ກໍລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກເຊັ່ນດຽວກັນ. ເຖິງຢ່າງໃດກໍຕາມ, ມີຫລາຍຄອບຄົວໃນບັນດາ ໝູ່ບ້ານຫັດຖະກຳດັ່ງກ່າວ ໄດ້ເປັນເຈົ້າການໃນການແກ້ໄຂຄວາມຫຍຸ້ງຍາກ, ຫັນທິດຢ່າງວ່ອງໄວ, ລົງທຶນຜະລິດບັນດາຜະລິດຕະພັນຮັບໃຊ້ຄວາມຕ້ອງການພາຍໃນປະເທດ ແທນທີ່ຈຸດປະສົງສົ່ງອອກ. ດ້ວຍຄວາມມານະພະຍາຍາມນັ້ນ, ມີຫຼາຍວິສາຫະກິດຢູ່ໝູ່ບ້ານຫັດຖະກຳ ບໍ່ພຽງແຕ່ຟື້ນຕົວການຜະລິດໄດ້ເທົ່ານັ້ນ ຫາກຍັງຊອກໄດ້ທິດພັດທະນາໃຫມ່ອີກດ້ວຍ. ຕົວຢ່າງຄື ຄອບຄົວອ້າຍ ຫງວຽນທູຍເຢືອງ, ເຈົ້າຂອງຮາກຖານຜະລິດເຄື່ອງປັ້ນດິນເຜົາ ຢູ່ ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ຢາກກາວ ຕາແສງ ບາດຈ່າງ, ໃນເມື່ອກ່ອນພຽງແຕ່ຜະລິດສະເພາະເຄື່ອງຂອງທີ່ເປັນມູນເຊື້ອເທົ່ານັ້ນ ແຕ່ປະຈຸບັນ ຄອບຄົວອ້າຍໄດ້ຫັນມາຜະລິດສິນຄ້າຫລາຍປະເພດເພື່ອຮັບໃຊ້ຄວາມຕ້ອງການພາຍໃນປະເທດ, ດັ່ງນັ້ນ ຄອບຄົວຂອງອ້າຍຈຶ່ງຜ່ານຜ່າຄວາມຫຍຸ້ງຍາກໄດ້, ຊ້ຳບໍ່ໜຳ, ໃນ 10 ເດືອນຂອງປີ 2012 ຍັງສ້າງລາຍຮັບສູງກວ່າເມື່ອທຽບໃສ່ໄລຍະດຽວກັບຂອງປີກາຍ. ອ້າຍ ຫງວຽນທູຍເຢືອງ ໃຫ້ຮູ້ວ່າ:
“ກ່ອນນີ້ ຈຳນວນສິນຄ້າສົ່ງອອກຂອງໝູ່ບ້ານໄປຍັງປະເທດຕ່າງໆແມ່ນຫລາຍທີ່ສຸດ. ແຕ່ໃນຊຸມປີມໍ່ໆມານີ້ ຍ້ອນບັນດາໃບຊັ່ງຊື້ສິນຄ້າຈາກຕ່າງປະເທດບໍ່ຫລາຍ, ສະນັ້ນ ພໍ່ແມ່ປະຊາຊົນໃນໝູ່ບ້ານຈຶ່ງຫັນທິດຜະລິດສິນຄ້າຮັບໃຊ້ຄວາມຕ້ອງການພາຍໃນປະເທດ.”
ໝູ່ບ້ານຫັດຖະກຳ ດົ່ງກີ້
ພາບ:vietbao.vn
|
ຕໍ່ຫນ້າຄວາມຫຍຸ້ງຍາກລວມ, ມີໝູ່ບ້ານຫັດຖະກຳຫລາຍແຫ່ງໄດ້ເປັນເຈົ້າການໃນການຮ່ວມສຳພັນລະຫວ່າງບັນດາຮາກຖານຜະລິດເພື່ອສ້າງບັນດາຜະລິດຕະພັນໃຫມ່ມີຫລາຍຮູບຫລາຍແບບກວ່າ, ຕອບສະຫນອງຄວາມຕ້ອງການໃຊ້ສອຍພາຍໃນປະເທດ, ແທນທີ່ຈະຊອກວິທີເພື່ອສົ່ງໄປຂາຍຢູ່ຕ່າງປະເທດ. ໃນສະພາບການນັ້ນ ຫວຽດນາມ ພວມຍູ້ແຮງການຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຂອງຫວຽດນາມ” , ເລື່ອງຍູ້ແຮງການໃຊ້ສອຍພາຍໃນປະເທດຂອງບັນດາວິສາຫະກິດໃນ ໝູ່ບ້ານຫັດຖະກຳ ກໍແມ່ນວິທີກະຕຸ້ນຄວາມຕ້ອງການພາຍໃນປະເທດຢ່າງມີປະສິດທິຜົນ. ຄວາມຈິງແລ້ວ, ມີວິສາຫະກິດໃນ ໝູ່ບ້ານຫັດຖະກຳຫລາຍແຫ່ງ ໂດຍຜ່ານການເຄື່ອນໄຫວຊອກຫາຕະຫລາດ ສາມາດເຫັນໄດ້ວ່າຕະຫລາດພາຍໃນປະເທດແມ່ນທິດທາງທີ່ຊ່ວຍເຂົາເຈົ້າຟື້ນຟູການຜະລິດດຳເນີນທຸລະກິດ. ພ້ອມກັບບັນດາມາດຕະການກ່ຽວກັບຕະຫລາດ, ໝູ່ບ້ານຫັດຖະກຳ ຫວຽດນາມ ພວມຍູ້ແຮງການລົງທຶນກ່ຽວກັບຮູບແບບເຕັກໂນໂລຊີ ເພື່ອຍົກສູງຄຸນນະພາບ, ເປັນຕົ້ນແມ່ນຍົກສູງຄວາມສາມາດແກ້ງແຍ້ງຂອງບັນດາຜະລິດຕະພັນສິລະປະຫັດຖະກຳຂອງຫວຽດນາມຢູ່ຕະຫລາດໂລກ. ຄຽງຄູ່ກັນນັ້ນ, ສະຫະສະມາຄົມ ໝູ່ບ້ານຫັດຖະກຳ ຫວຽດນາມ ກໍເລັ່ງໃສ່ຄວາມຈຳເປັນຕ້ອງຮ່ວມສຳພັນກັບບັນດາຂະແຫນງອື່ນຄື: ວັດທະນະທຳກິລາ ແລະ ການທ່ອງທ່ຽວ ເພື່ອເຮັດໃຫ້ຜະລິດຕະພັນສຳພັດກັບຜູ້ອຸປະໂພກບໍລິໂພກ ຫວຽດນາມ ກໍຄືສ້າງຄວາມດຶງດູດຊາວຕ່າງປະເທດກວ່າ. ທ່ານ ລືວຢູຍເຢີນ, ປະທານສະຫະສະມາຄົມ ໝູ່ບ້ານຫັດຖະກຳ ຫວຽດນາມຖືວ່າ:
“ເມື່ອປະເທດຊາດເຊື່ອມໂຍງກັບສາກົນແລ້ວ, ມັນຮຽກຮ້ອງໃຫ້ຜະລິດຕະພັນຕ້ອງມີຄຸນນະພາບສູງກວ່າ. ສະນັ້ນ ບັນຫາເຕັກໂນໂລຊີຕ້ອງປະຕິບັດຢ່າງວ່ອງໄວເພື່ອເຊື່ອມໂຍງກັບໂລກ ແລະ ຕ້ອງເປັນເຈົ້າການກຳແຫນ້ນສະພາບການໂລກໃນວິວັດທະນາການເຊື່ອມໂຍງ. ເສດຖະກິດ ໝູ່ບ້ານຫັດຖະກຳຈຳເປັນຕ້ອງແກ້ໄຂຄວາມຫຍຸ້ງຍາກດ້ານທຶນຮອນ, ຕະຫລາດ, ເຕັກໂນໂລຊີ, ແຮງງານ, ບັນຫາສິ່ງແວດລ້ອມ, ຫນ້າພຽງເພື່ອທຳການຜະລິດ. ສະນັ້ນ ຄຽງຂ້າງການຫນູນຊ່ວຍຈາກລັດ, ໝູ່ບ້ານຫັດຖະກຳ, ບັນດາຄອບຄົວຜະລິດປະຈຸບັນຕ້ອງມີການຮ່ວມສຳພັນ, ຮ່ວມມືລົງທຶນນຳກັນ.”
ໃນສະພາບການຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ແຕ່ມູນຄ່າການສົ່ງອອກບັນດາປະເພດສິນຄ້າສິລະປະຫັດຖະກຳຂອງຫວຽດນາມຄື: ເຄື່ອງຈັກສານ, ເຄື່ອງປັ້ນດິນເຜົາ, ຜະລິດຕະພັນສີຂັດມັນ.....ໃນ 9 ເດືອນຕົ້ນປີ 2012 ຍັງຄົງບັນລຸກວ່າ 1,1 ຕື້ USD ແລະ ຄາດວ່າທັງປີ 2012 ບັນລຸ 1,6 ຕື້ USD. ການກຳນົດທິດພັດທະນາຂອງໝູ່ບ້ານຫັດຖະກຳ, ຂະແຫນງອາຊີບຂອງ ຫວຽດນາມ ໄລຍະ 2012-2020 ໄດ້ກຳນົດວ່າ: ພັດທະນາໝູ່ບ້ານຫັດຖະກຳແມ່ນຕິດພັນກັບການທ່ອງທ່ຽວໝູ່ບ້ານຫັດຖະກຳ, ພັດທະນາຕາມທິດຍືນຍົງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ. ເຮັດໄດ້ຄືແນວນັ້ນ ໝູ່ບ້ານຫັດຖະກຳ ຫວຽດນາມ ຈຶ່ງພັດທະນາຕາມແບບຍືນຍົງຜ່ານບັນດາຜະລິດຕະພັນຂອງຕົນໄດ້.