ຮ່ວມສຳພັນເພື່ອພັດມະນາເສດຖະກິດຢູ່ເຂດຕາເວັນອອກພາກໃຕ້

(vovworld) - ເຂດຕາ​ເວັນ​ອອກ​ພາກ​ໃຕ້ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຂດ​ເສດ​ຖະ​ກິດ​ສ້າງ​ກຳ​ລັງ​ໜູນ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ຂອງ​ທົ່ວ​ປະ​ເທດ, ພ້ອມ​ທັງ​ແມ່ນ “ປະ​ຕູ” ເສດ​ຖະ​ກິດ ແລະ ແມ່ນ​ຂົ​ວ​ເຊື່ອມ​ຕໍ່​ຂອ​ງ​ຫວຽດ​ນາມ ອອກ​ສູ່​ໂລກ. ເຂດນີ້​ພວມ​ເຕົ້າ​ໂຮມ​ບັນ​ດາ​ທ່າ​ແຮງດີ​ທີ່​ສຸດ ແລະ ມີ​ເງື່ອນ​ໄຂ​​ຫຼາຍ​ຢ່າງ​ເພື່ອພັດ​ທະ​ນາອຸດ​ສາ​ຫະ​ກຳ, ການ​ບໍ​ລິ​ການ, ນຳ​ໜ້າ​ໃນ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັ​ນ​ສະ​ໄໝ. ໃນ​ໄລ​ຍະເຊື່ອ​ມ​ໂຍງ​ຄື​ປະ​ຈຸ​ບັນ, ບັນ​ດາ​ແຂວງ, ນະ​ຄອນໃນ​ເຂດ​ໄດ້​ເພີ່​ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ ເພື່ອ​ພ້ອມ​ກັນ​​ບັນ​ລຸ​ລະ​ດັບເຕີບ​ໂຕ​ສູ​ງ ແລະ ໝັ້​ນ​ຄົງ. ບົດ​ຂຽນ​ຂອງ ເລ້​ຮັ່ງ, ນັກ​ຂ​່າວ VOV ປະ​ຈຳ​ນະ​ຄອນ​ໂຮ່​ຈ​ິ​ມິນ ດ້ວຍ​ຫົວ​ຂໍ້​ວ່​າ “​ຮ່ວມ​ສຳ​ພັນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢູ່​ເຂດ​ຕາ​ເວັນ​ອອກ​ພາກ​ໃຕ້”.


ຮ່ວມສຳພັນເພື່ອພັດມະນາເສດຖະກິດຢູ່ເຂດຕາເວັນອອກພາກໃຕ້ - ảnh 1
(ພາບ​ປະ​ກອບ)

ໃນ​ຊຸ​ມ​ປີ​ຜ່ານ​ມາ, ບັນ​ດາ​ທ້ອ​ງ​ຖິ່ນ​ເຂດຕາ​ເວັນ​ອອກ​ພາກ​ໃຕ້ ​ໄດ້ພັດ​ທະ​ນາ​ນັບ​ມື້​ນັບ​ຂະ​ຫຍັນ​ຂັນ​ເຄື່ອ​ນ​, ​ບັນ​ລຸລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງ, ໝັ້ນ​​ຄົງ​ໃນ​ຫຼາຍ​ຂົງ​ເຂດ​ຄື: ເຄື່ອງ​ເອ​ເລັກ​ໂຕ​ນິກ, ຊອບ​ແວ, ບັນ​ດາ​ການ​ບໍ​ລິ​ການ​ດ້ານ​ການ​ຄ້າ, logistics, ການ​ເງິນ​… ເຂດນີ້ກໍ່​ນຳ​ໜ້າໃນ​ການ​ເຊື່ອມ​ໂຍງ, ເປີດກວ້າງ​ການ​ແລກ​ປ່ຽນ, ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ອາ​ຊ​​ີໃຕ້ ແລະ ໂລກຢ່າງ​ມີ​ປະ​ສິດ​ທິ​ຜົນ. ໄລ່​ສະ​ເພາະ 6 ເດືອນຕົ້ນ​ປີ 2016, ເຂດຕາ​ເວັນ​ອອກ​ພາກ​ໃຕ້ ໄດ້​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຫຼາຍກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ, ກວມ​ເອົາ 51,6% ​ຈຳນວນ​ໂຄງ​ການ​ໃໝ່, 62,5% ໂຄງ​ການ​ເພີ່ມ​ເງິນ​ລົງ​ທຶນ, ກວມ​ເອົາ 42,2% ຍອດ​ເງິນ​ລົງ​ທຶນ​ທົ່ວ​ປ​ະ​ເທດ. ວົງ​ເງິນ​ສົ່ງ​ອອກ​ຂອງ​ແຂວງກວ​ມ​ເອົາເກືອບ 60% ຍອດ​ວົງ​ເງິນ​ສົ່ງ​ອອກ​ຂອງ​ທົ່ວ​ປະ​ເທດ. ອັດ​ຕາ​ເງິນລົງ​ທຶນ​ຕໍ່ GDP ກວມ​ເອົາ 50%, ຫຼາຍ​ທົບ 1,5 ເທົ່າ​ເມື່ອທຽບ​ໃສ່​ທົ່ວ​ປະ​ເທດ; ລະ​ດັບ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ເກິດ​ສູງກວ່າ 1,4 – 1,6 ເທົ່າ ເມື່ອ​ທຽບ​ໃສ່​ລະ​ດັບ​ເຕີບ​ໂຕ​ສະ​ເລ່ຍ​ລວມ​ຂອງ​ທົ່ວ​ປະ​ເທດ. ປະ​ຈຸ​ບັນ, ເຂດຕາ​ເວັນ​ອອກ​ພາກ​ໃຕ້ ໄດ້ຂະ​ຫຍາຍ​ການ​ສ້າງ​ຕັ້ງ​ເຂດ​ຕົວ​ເມືອງ​​ຢູ່ອ້ອມ​ນະ​ຄອ​ນ​ໂຮ່​ຈິ​ມິນ, ​ຮ່ວມ​ສຳ​ພັ​ນ​ດ້ວຍ​ບັນ​ດາ​ເສັ້ນ​ທາງ​​ຫຼວງ ແລະ ເສັ້ນ​ທາງ​ອ້ອມ​ຮອບ​ທີ່​ສະ​ດວກ​ສະ​ບາຍ. ເຂດ​ອຸດ​ສາ​ຫະ​ກຳ​ຈຸດ​ສຸມ​ໃຫຍ່ທີ່​ສຸດ​ຂອງ​ທົ່ວ​ປະ​ເທດນີ້ິ້ ກໍ່​​ໄດ້​ຮັບ​ການສ້າງ​ຕັ້ງ ແລະ ​ຮ່ວມ​ສຳ​ພັນເຄືອ​ຂ່າຍບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປາຍ​ແຫຼມ​ຄື: ຂຸດ​ຄົ້ນ ແລະ ​ປ​ຸງ​ແຕ່ງ​ນຳ​້​ມັນ​ອາຍ​ແກັ​ສ, ພະ​ລັງ​ງານ​ໄຟ​ຟ້າ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ເຄ​ມີ​ພື້ນ​ຖານ… ​ຊຶ່ງເປັນ​ພື້ນ​ຖານ​​ຫັນ​ເປັນອຸດ​ສາ​ຫະ​ກຳ​ຂອງ​ເຂດ ແລະ ທົ່ວ​ປະ​ເທດ.

        ເຖິງວ່າ, ເຂດຕາ​ເວັນ​ອອກ​ພາກ​ໃຕ້ ໄດ້​ເຕົ້າ​ໂຮມ​ບັນ​ດາ​ທ່າ​ແຮງ​ທີ່​ດີ​ສຸດກໍ່​ຕາມ, ແຕ່​ການ​ພັດ​ທະ​ນາ​ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂ​ອງ​​ເຂດເທື່ອ. ສິ່ງ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ຂອງ​ເຂດ​ໃນ​ອະ​ນາ​ຄົ​ດ​ແມ່ນ​ຕ້ອງ​ມີ​ອົງ​ການ​ປະ​ສານ​ງານ​ເຂດ ມີ​ກຳ​ລັງ​ຢ່າງ​ພຽງ​ພໍ​ເພື່​ອ​ຊີ້​ນຳ​ບໍ​ລິ​ຫານ​​ປະ​ຕິ​ບັດ​ການ​ວາງ​ແຜນ​ຜັງ. ທີ່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດເຂດຕາ​ເວັນ​ອອກ​ພາກ​ໃຕ້, ເຊິ່ງ​ດຳ​ເນີນ​ໃນ​ວັນ​ທີ 16/09 ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ທ່ານ ວໍ​ວັນ​ຕື, ຜູ​້​ອຳ​ນວຍ​ການ​ສູນ​ສົ່ງ​ເສີມ​ການ​ຄ້າ​ແຂວງ ເລີມ​ດົ່ງ, ມີ​ຂໍ​້​ສະ​ເໜີ​ແນະ​ວ່າ.

        “ໄລ​ຍະ​ທຳ​ອິດ, ພວກ​ເຮົາ​ຕ້ອງ​ມີ​ຄະ​ນະ​ບໍ​ລິ​​ຫານ​ງານ​ທີ່​ມີ​ກຳ​ລັງ​​ຄວາມ​ສາ​ມາດຢ່າງ​ພຽງ​ພໍ ນັ້ນ​ແມ່ນ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ຫຼື ລັດ​ຖະ​ບານ. ຫຼັງ​ຈາກນັ້ນ, ພວກ​ເຮົາ​ມອບ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ບໍ​ລິ​ຫານ​ເອງ. ພວກ​ເຮົາ​ບໍ່​ທັນ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ຢ່າງ​ແຮງ ເພື່ອ​ປະ​ຕິ​ບັດ​ການ​ວາງ​ແຜນ​ຜັງ. ພວກ​ເຮົາ​ວາງ​ແຜນ​ຜັງ​​ແຕ່ບໍ່​ນຳ​ໃຊ້, ແຂວງ​ໃດ​ມີ​ທ່າ​ແຮງ​ແຂວງ​ນັ້ນ​ປະ​ຕິ​ບັດ​.”

        ເພື່ອ​ແກ້​ໄຂ​ບັນ​ຫາ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດເຂດຕາ​ເວັນ​ອອກ​ພາກ​ໃຕ້ ຍັງ​ບໍ່​ທັນ​ສູງ, ຂາດ​ລັກ​ສະ​ນະໝັ້ນ​ຄົງ; ຄຸນ​ນະ​ພາບ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸ​ຍັງ​ຕ່ຳ​ ເມື່ອ​ທຽບ​ໃສ່ຄວາມ​ຕ້ອງ​ການ​ພັດ​ທະ​ນາ, ພື້ນ​ຖານ​ໂຄງ​ລ່າງ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ທ່ວງ​ທັນ​ກັບ​ຄວາມ​ຕ້ອງ​ການ ແລະ ບັນ​​ຫາ​​ຮ່ວ​ມ​ສຳ​ພັ​ນ​ພັດ​ທະ​ນາ​ເ​ຂດ, ທ່ານ ໂດ້​ຮ່າ​ນາມ, ຜູ້​ອຳ​ນວຍ​ການ​ໃຫຍ່ບ​ໍ​ສິ​ສັດ​ຫຸ້ນ​ສ່ວນກ​ຸ່ມ​ບໍ​ລິ​ສັດ INTIMEX GROUP ຖື​ວ່າ.

        “ເປັນ​ຫຍັງ​ພວກ​ເຮົາ​ບໍ່​ເຊື່ອມ​ຕໍ່​ລະ​ບົບ​ຄົມ​ມະ​ນາ​ຄົມ​ໃນ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຄືນ​ໃໝ່, ມັນ​ຈະ​ສ້າງຄວາ​ມ​ສະ​ດວກ​ສະ​ບາຍ​ໃນ​ເຂດ. ໃນ​​ເວ​ລານັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ​ຈະ​ຊອກ​ຫາ​ເມື່ອ​ເຂົາ​ເຈົ້າ​ເຫັນ​ວ່າມີ​ຜົນ​ປະ​ໂຫຍດ ແລະ ເຊື່ອມ​ຕໍ່​ນຳ​ກັນ. ຍ້ອນ​ປະ​ຈຸ​ບັ​ນ, ​ມີ​ບາງ​​ເຂດ​ຄື ບິ່ງ​ເຢືອງ ພື້ນ​ຖານ​ໂຄງ​ລ່າງ​ອຸດ​ສາ​ຫະ​ກຳ​​ແມ່ນ​ໃຫຍ່​ຫຼວງ ແຕ່ຢາກ​ເປີດກວ້າງ​ອອກ​ສູ່​ເຂດ​ອື່ນກໍ່​ບໍ່​ສາ​ມາດ​ເຊື່ອມ​ຕໍ່​ໄດ້​ຍ້ອນ​ພື້​ນ​ຖານ​ໂຄງ​ລ່າງ​ອ່ອນ​ດ້ອຍ”.

        ເພື່ອ​ພັດ​ທະ​ນາ​ທ່າ​ແຮງເຂດຕາ​ເວັນ​ອອກ​ພາກ​ໃຕ້ ແມ່ນ​ອຸດ​ສາ​ຫະ​ກຳ​ຕຳ​ແຜ່ນ​ຕັດ​ຫ​ຍິບ, ປະ​ຈຸ​ບັນ​ກວມ​ປະ​ມານ 60% ວົງ​ເງິນ​ສົ່ງ​ອອກ​ເຄື່ອງ​ຕຳ​ແຜ່ນ​ຕັດ​ຫຍິບ​ຂອງ​ທົ່ວ​ປະ​ເທດ, ບັນ​ດາ​ແຂວງ​ເຂດຕາ​ເວັນ​ອອກ​ພາກ​ໃຕ້ ຕ້ອ​ງ​ແກ້​ໄຂ 2 ບັນ​ຫາ ນັ້ນ​ແມ່ນ: ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ວັດ​ຖຸ​ດິບ. ປະ​ຈຸ​ບັນ, ບັນ​ດາ​ແຂວງ, ນະ​ຄອນ​ພວມ​ສ້າງ​​ລະ​ບົບ​ຮ່ວມ​ສຳ​ພັນກຸ່ມ​ອຸດ​ສາ​ຫະ​ກຳ​ວັດ​ຖຸ​ດິບ, ວັດ​ຖຸ​ເສີມ​ຮັບ​ໃຊ້​ເຄື່ອງຕຳ​ແຜ່ນ​ຕັດ​ຫ​ຍິບ. ທ່ານ​ປະລິ​ຍາ​ເອກ ວູ​ແທ່ງ​ຕື້​ແອງ, ຜູ້​ອຳ​ນວຍ​ການ​ຄົ້ນ​ຄວ້າ​ຫຼັດ​ສູດການ​ສິດ​ສອນ Fulbright, ເນັ້ນ​ໜັກ​ວ່າ.

        “ນະ​ຄອນ​ໂຮ່​ຈິ​ມິນ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ບັນ​ດາ​ການ​ອອກ​ແບບ, ລົງ​ທຶນ​ເຂົ້າ​ບັນ​ດາ​ໂຮງ​ຮຽນ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ສ​ຶກ​ສາ​​ກໍ່​ສ້າງແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ການ​ອອກ​ແບບ ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ແ​ຟ​ຊັນ. ຖ້າ​ພວກ​ເຮົາ​ພ້ອ​ມ​ກັນ​ກໍ່​ສ້າງ​ກຸ່​ມ​ຂະ​ແໜງ​ອອກ​ແບບ​ແ​ຟ​ຊັນ ໝາຍ​ຄວາມ​ວ່າ​ພວກ​ເຮົ​າ​ພວມ​ຈັດ​ແບ່ງ​ແຮງ​ງານ​ຢູ່​ເຂດຕາ​ເວັນ​ອອກ​ພາກ​ໃຕ້”.

        ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ເຂົ້າ​ຕະ​ຫຼາດ​ສາ​ກົນ​ໃນ​ຊຸມ​ປີ​ຕໍ່​ໄປ​ຈະ​ແມ່ນ​ກາ​ລະ​ໂອ​ກາດ​ໃໝ່, ແຕ່ກໍ່​ຕ້ອງ​ມີ​ແຫຼ່ງ​ກຳ​ລັງໃໝ່ ເພື່ອ​ຫັນ​ກາ​ລະ​ໂອ​ກາດ​​ໃຫ້​​ປະ​ກົດ​ຜົນ​ເປັນຈິງ. ສະ​ນັ້ນ, ເຂດຕາ​ເວັນ​ອອກ​ພາກ​ໃຕ້ ໄດ້ ແລະ ພວມ​ມີ​ການ​​ຮ່ວມ​ສຳ​ພັນ ແລະ ແກ່ງ​ແຍ້ງ​ສູງ​​ຢູ່​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ ກ​ໍ​ຄື​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ