ຮ່າໂນ້ຍ: ຈຸດເດັ່ນໃນການດຶງດູດການລົງທຶນຂອງຕ່າງປະເທດ

(VOVWORLD) -ນະຄອນ ຮ່າໂນ້ຍ ຍາມໃດກໍ່ນອນໃນກຸ່ມນຳຫນ້າທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ຍ້ອນສະພາບແວດລ້ອມແຫ່ງການລົງທຶນສະດວກ, ການເມືອງມີສະຖຽນລະພາບ, ພື້ນຖານໂຄງລ່າງສະດວກ, ແຫລ່ງຊັບພະຍາກອນມະນຸດອຸດົມສົມບູນ, ມີຄຸນນະພາບສູງ. ກະແສເງິນລົງທຶນໂດຍກົງຂອງຕ່າງປະເທດເຂົ້າມາ ຮ່າໂນ້ຍ ສືບຕໍ່ເພີ່ມຂຶ້ນ ໄດ້ປະກອບສ່ວນພັດທະນາເສດຖະກິດຂອງນະຄອນຫລວງ ພ້ອມທັງຮັບປະກັນຊີວິດສັງຄົມ.

ຮ່າໂນ້ຍ: ຈຸດເດັ່ນໃນການດຶງດູດການລົງທຶນຂອງຕ່າງປະເທດ - ảnh 1ຄວາມງາມຂອງ ນະຄອນ ຮ່າໂນ້ຍ . (ພາບ: dantri)
 
 

10 ເດືອນຕົ້ນປີ 2022, ຮ່າໂນ້ຍ ໄດ້ດຶງດູດເງິນລົງທຶນຂອງຕ່າງປະເທດ (FDI) 1,28 ຕື້  USD, ເພີ່ມຂຶ້ນ 27% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ ມີ 283 ໂຄງການໃຫມ່ ດ້ວຍຈຳນວນທຶນບັນລຸກວ່າ 185 ລ້ານ USD; 163 ໂຄງການເພີ່ມເງິນລົງທຶນ ດ້ວຍ 573 ລ້ານ USD, ມີ 324 ເທື່ອນັກລົງທຶນ ປະກອບທຶນ, ຊື້ຫຸ້ນບັນລຸເກືອບ 522 ລ້ານ USD. ດ້ວຍໝາກຜົນນີ້, ຮ່າໂນ້ຍ ນອນໃນ Top 10 ທ້ອງຖິ່ນທີ່ມີການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດຫລາຍສຸດຂອງທົ່ວປະເທດ.

ບັນດາປະເທດທີ່ມີໂຄງການລົງທຶນໃຫຍ່ເຂົ້າຮ່າໂນ້ຍ ສ່ວນຫລາຍແມ່ນຢູ່ ອາຊີ ຄື: ຍີ່ປຸ່ນ, ສ.ເກົາຫລີ, ສິງກະໂປ, ສຸມໃສ່ເຂົ້າໃນບັນດາຂົງເຂດຂາອອກ - ຂາເຂົ້າ, ຈຳຫນ່າຍສິນຄ້າ, ກໍ່ສ້າງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ອຸດສາຫະກຳປຸງແຕ່ງ, ຜະລິດປະດິດສ້າງ. ທ່ານ Hung Sun, ຮອງປະທານສະຫະສະມາຄົມວິສາຫະກິດ ສ.ເກົາຫລີ ປະຈຳຫວຽດນາມ ແບ່ງປັນວ່າ:

ສຳລັບ ຮ່າໂນ້ຍ ແລ້ວ, ມີນັກລົງທຶນຫລາຍທ່ານຖືວ່າ ການນຳນະຄອນ ໄດ້ມີການປ່ຽນແປງຫລາຍຢ່າງໃນການຊີ້ນຳ, ບໍລິຫານ ກໍ່ຄືມີຄວາມເອົາໃຈໃສ່ເຖິງບັນດານັກລົງທຶນ. ສິ່ງນີ້ເຮັດໃຫ້ນັກລົງທຶນຕ່າງປະເທດມີຄວາມອຸ່ນອ່ຽນໃຈ, ໃນນັ້ນ ວິສາຫະກິດ .ເກົາຫລີ

ຕາມທ່ານ ຫງວຽນກວັກຫວຽດ, ຮອງຫົວຫນ້າສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍແລ້ວ, ເລື່ອງເພີ່ມແຫລ່ງເງິນລົງທຶນ FDI ເຂົ້າຮ່າໂນ້ຍ ແມ່ນສັນຍານຕັ້ງຫນ້າໃນສະພາບຜົນສະທ້ອນຈາກໂລກລະບາດໂຄວິດ 19 ຢູ່ ຫລາຍແຫ່ງ ຍັງຫນັກຫນ່ວງ, ນັບທັງພາກພື້ນ, ປະເທດທີ່ມີກຳລັງແຮງດ້ານເສດຖະກິດ, ຄວາມສາມາດການລົງທຶນແຖວຫນ້າໂລກ.

“ໝາກຜົນນີ້ສະແດງໃຫ້ເຫັນວ່າ ໄດ້ມີການຟື້ນຕົວຫລາຍສົມຄວນໃນປີ 2022. ສິ່ງນີ້ຈະສ້າງແງ່ຫວັງຕັ້ງຫນ້າໃນການດຶງດູດກະແສເງິນລົງທຶນຕ່າງປະເທດ”.

ການນຳ ນະຄອນຮ່າໂນ້ຍ ໄດ້ກຳນົດວ່າ ປະຊາຄົມວິສາຫະກິດ ເວົ້າລວມ, FDI  ເວົ້າສະເພາະ ແມ່ນກຳລັງຫນູນສຳຄັນແກ່ການພັດທະນາ ແລະ ເຊື່ອມໂຍງຂອງນະຄອນຫລວງ. ນະຄອນ ວາງຄາດໝາຍດຶງດູດເງິນລົງທຶນຕ່າງປະເທດໃຫ້ໄດ້ປະມານ 30 – 40 ຕື້ USD, ການປ່ອຍທຶນບັນລຸ 20 – 30 ຕື້  USD ໃນໄລຍະ 2021 – 2025, ການກຳນົດທິດດຶງດູດ  FDI ຕາມທິດລວງເລິກ ຕິດພັນກັບຄາດໝາຍພັດທະນາແບບຍືນຍົງ, ໃຫ້ບຸລິມະສິດບັນດາໂຄງການຄຸນນະພາບສູງ, ຜະລິດຕະພັນມີມູນຄ່າເພີ່ມ ແລະ ລັກສະນະແກ້ງແຍ້ງສູງ.

ຮ່າໂນ້ຍ: ຈຸດເດັ່ນໃນການດຶງດູດການລົງທຶນຂອງຕ່າງປະເທດ - ảnh 2ທ່ານ Hong Sun ຮອງປະທານ ສະຫະສະມາຄົມວິສາຫະກິດ ສ ເກົາຫລີ ຫວຽດນາມ. (ພາບ:zingnews.vn)

ເພື່ອສືບຕໍ່ຮັກສາທີ່ຕັ້ງໃນກຸ່ມບັນດາທ້ອງຖິ່ນນຳຫນ້າທົ່ວປະເທດ ກ່ຽວກັບການດຶງດູດທຶນ  FDI, ປີ 2021 ການນຳ ນະຄອນຮ່າໂນ້ຍ ກໍ່ຕົກລົງເຊັນອະນຸມັດ “ແຜນຮ່າງສ້າງຕັ້ງ 2 -5 ເຂດອຸດສາຫະກຳໃນບໍລິເວນ ນະຄອນຫລວງ ໄລຍະ 2021 – 2025”. ບັນດາເຂດອຸດສາຫະກຳຄາດວ່າ ຈະໄດ້ສ້າງຂຶ້ນລວມມີ: ເຂດອຸດສາຫະກຳສະອາດ ຊອກເຊີນ, ດົງແອງ, ບັກເທື່ອງຕີນ, ຟູເຫງ໊ຍເປີດກວ້າງ, ຟຸ້ງຫຽບ. ຄຽງຄູ່ກັນນັ້ນ ນະຄອນ ຮ່າໂນ້ຍ ກໍມີບົດບາດເພີ່ມທະວີການເຊື່ອມຈອດ, ຮ່ວມສຳພັນເຂດ, ຊຸກຍູ້ການພັດທະນາຕົວເມືອງ, ມີຄວາມໝາຍອັນໃຫຍ່ຫລວງສຳລັບການພັດທະນາເສດຖະກິດ ສັງຄົມ ແລະ ດຶງດູດການລົງທຶນ. ທ່ານ ຮສ.ປອ ເຈີນດີງທຽນ, ອະດີດຫົວຫນ້າ ສະຖາບັນເສດຖະກິດ ຫວຽດນາມ ຖືວ່າ:

   “ເພື່ອດຶງດູດການລົງທຶນ  ບັນຫາທຳອິດແມ່ນຄວນກໍ່ສ້າງພື້ນຖານໂຄງລ່າງ. ພື້ນຖານຕົວເມືອງ, ອຸດສາຫະກຳ ຕ້ອງໄດ້ຮັບການຈັດແຈງແກ້ໄຂເປັນຢ່າງດີ. ຖ້າຫາກປະຕິຮູບຕະຫລາດພາຍໃນປະເທດໃຫ້ດີ ຄວາມສາມາດດຶງດູດເງິນລົງທຶນຂອງຕ່າງປະເທດຈະນັບມື້ນັບສູງ. ບັນດານັກລົງທຶນຕ່າງປະເທດເຂົ້າມາຫລາຍ, ໂຄງການທີ່ມີຄຸນນະພາບສູງກໍ່ຍິ່ງມີຫລາຍ ຈະສ້າງກຳລັງຫນູນເພື່ອໃຫ້ ຮ່າໂນ້ຍ ປະຕິຮູບຢ່າງແຮງກວ່າ”.

ນະຄອນ ຮ່າໂນ້ຍ ກໍ່ໄດ້ສຸມໃສ່ດຶງດູດການລົງທຶນຂອງຕ່າງປະເທດ ຕາມທິດລວງເລິກ ຕິດພັນກັບການພັດທະນາແບບຍືນຍົງ, ໃຫ້ບຸລິມະສິດບັນດາໂຄງການທີ່ມີຄຸນນະພາບ, ຜະລິດຕະພັນມີມູນຄ່າເພີ່ມ ແລະ ມີລັກສະນະແກ້ງແຍ່ງສູງ ເຊິ່ງສຸມໃສ່ເຂົ້າບັນດາຂົງເຂດຄື: ພັດທະນາພື້ນຖານໂຄງລ່າງຕົວເມືອງ, ກໍ່ສ້າງນະຄອນອັດສະລິຍະ, ອຸດສາຫະກຳຫນູນຊ່ວຍ ນຳໃຊ້ເຕັກໂນໂລຊີທັນສະໄຫມ, ເປັນມິດກັບສິ່ງແວດລ້ອມ, ບັນດາໂຄງການໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ຄົ້ນຄ້ວາພັດທະນາ, ທ່ອງທ່ຽວ, ບໍລິການການເງິນ, ທະນາຄານ, ອາຫານປອດສານພິດ… ທ່ານ ຫງວຽນແມ້ງກວ່ຽນ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:

ນະຄອນ ຈະປັບປຸງການວາງແຜນຜັງຄືນໃຫມ່, ບົນພື້ນຖານນັ້ນ ພວກຂ້າພະເຈົ້າຈະສ້າງບັນຊີລາຍຊື່ຂົງເຂດລົງທຶນເພື່ອດູດດຶງການລົງທຶນໃຫ້ແກ່ແຕ່ລະເຂດ, ຂົເຂດ ແລະ ຜະລິດຕະພັນ ເພື່ອຄັດເລືອກໂຄງການທີ່ມີການນຳໃຊ້ເຕັກໂນໂລຊີສູງ, ບົນພື້ນຖານນັ້ນ ກໍປະກາດໃຊ້ບັນດາແຜນການ, ໂຄງການ, ກົນໄກ, ນະໂຍບາຍເພື່ອດຶງດູດໂຄງການ.

ເລື່ອງດຶງດູດເງິນລົງທຶນຂອງຕ່າງປະເທດເຂົ້າ ນະຄອນຮ່າໂນ້ຍ ໃນ 10 ເດືອນຜ່ານມາ ທີ່ບັນລຸໝາກຜົນຕັ້ງຫນ້າ ໄດ້ຢັ້ງຢືນຄວາມເຊື່ອໝັ້ນຂອງນັກລົງທຶນຕ່າງປະເທດຕໍ່ກັບສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະ. ຖ້າຫາກຍາດແຍ່ງປະສິດທິຜົນບັນດາທ່າໄດ້ປຽບທີ່ມີຢູ່ແລ້ວນັ້ນ ພ້ອມກັບການກຳນົດທິດທີ່ໃກ້ຊິດຕິດແທດຂອງອຳນາດການປົກຄອງນະຄອນຫລວງ, ຮ່າໂນ້ຍ ຈະສືບຕໍ່ແມ່ນສະຖານທີ່ດູດດື່ມສຳລັບການລົງທຶນໃນໄລຍະຈະມາເຖິງ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ