ຮ່າໂນ້ຍ ຍູ້ແຮງການຮ່ວມສຳພັນເພື່ອພັດທະນາເສດຖະກິດທ່ອງທ່ຽວ

(vovworld)- ນະຄອນຫລວງ ຮ່າ​ໂນ້ຍ ມີ​ປູຊະນີ​ຍະສະ​ຖານ​ກວ່າ 5000 ​ແຫ່ງ, ໝູ່​ບ້ານ​ຫັດຖະກຳ​ປະມານ 1300 ​ແຫ່ງ ພ້ອມ​ກັບມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຫລາຍ​ແຫ່ງ, ທັງ​ໝົດ​ເຫລົ່າ​ນັ້ນ​ໄດ້​ຮັບ​ຖື​ວ່າ​ແມ່​ນຊັບພະຍາກອນ​ອັນ​ລຳ້​ຄ່າ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ບັນຫາ​ທີ່​ຂະ​ແຫນງ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ພວມ​ຖື​ເປັນ​ສຳຄັນ ນັ້ນ​ແມ່ນ​ສ້າງ​ບັນດາຈຸດ​ທີ່​ພົ້ນເດັ່ນ ​ແລະ ຍູ້​ແຮງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ເຂດ​ເພື່ອ​ເພີ່ມ​ປະສິດທິ​ຜົນ​ເສດຖະກິດ​ໃນ​ການ​ພັດທະນາ​ການທ່ອງທ່ຽວ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ແຜນ​ນະ​ໂຍບາຍ​ອັນ​ຖືກຕ້ອງ ​ແລະ ສຳຄັນ​ເພື່ອ​ໃຫ້​ຂະ​ແຫນງ​ທ່ອງ​ທ່ຽວ​ຮ່າ​ໂນ້ຍໝູນ​ໃຊ້​ທ່າ​ໄດ້​ປຽບ​ໃນ​ການ​ພັດທະນາ.

ຮ່າໂນ້ຍ ຍູ້ແຮງການຮ່ວມສຳພັນເພື່ອພັດທະນາເສດຖະກິດທ່ອງທ່ຽວ - ảnh 1
ຫນອງ​ຮ່ວານ​ກຽມ
photo:internet

        ​ໃນ 3 ​ເດືອນ​ຕົ້ນ​ປີ 2014, ຮ່າ​ໂນ້ຍ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ກວ່າ 700.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 15% ​ແລະ ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 4,87 ​ລ້ານເທ່ືອ​ຄົນ, ​ເພີ່ມ​ຂຶ້ນກວ່າ 8% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ບັນລຸ​ໄດ້​ໝາກຜົນ​ຫລາຍ​ພໍ​ສົມຄວນ ດັ່ງກ່າວ ​ແມ່ນຍ້ອນ​ມີ​ຄວາມ​ມາ​ນະພະ​ຍາ​ຍາມ​ປັບປຸງ​ສະພາບ​ແວດ​ລ້ອມ, ພາບ​ພົດ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ ຮ່າ​ໂນ້ຍ, ພິ​ເສດ ​ແມ່ນ​ຍູ້​ແຮງ​ການ​ຮ່ວມ​ສຳພັນທີ່​ໄດ້, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດນຳ​ກັນ ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ. ທ່ານ ລື​ວດືກ​ເກ, ຜູ້ອຳ​ນວຍ​ການ​ບໍລິສັດ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ​ແຜນ​ນະ​ໂຍບາຍ​ຂອງ​ນະຄອນ​ໃນ​ໄລ​ຍະ​ຜ່ານ​ມາ ​ໄດ້​ຊ່ວຍ​​ໃຫ້ບັນດາ​ວິ​ສາ​ຫະກິດ​ຍູ້​ແຮງ​ການ​ຮ່ວມ​ສຳພັນ ​ໄດ້ ​ແລະ ພວມ​ປະກອບສ່ວນ​ສ້າງ​ບາດກ້າວ​ຫັນປ່ຽນ​ໃນ​ຂົງ​ເຂດ​ເສດ​ຖະກິດ​ທ່ອງ​ທ່ຽວ.

        “​ໃນ​ຂະນະ​ມີ​ຫລາຍ​ຂົງ​ເຂດ​ເສດຖະກິດ​ອື່ນ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາ​ກ,  ​ແຕ່ຂ​ະ​ແຫນງ​ທ່ອງ​ທ່ຽວ ຍັງ​ຄົງ​ຮັກສາ​ລະດັບ​ການ​ພັດທະນາ ​ແລະ ລະດັບ​ຈະ​​ເລີ​ນ​ເຕີບ​ໂຕ, ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ. ຂ້າພະ​ເຈົ້າ​ຄິດ​ວ່າ: ນີ້​ແມ່ນ​ກາລະ​ໂອກາດ​ເພ່ືອ​ໃຫ້​ລັດ ຢືນຢັນ​ຄວາມ​ເອົາ​ໃຈ​ໃສ່​ຫນູນ​ຊ່ວຍ​​ເພື່ອໃຫ້ຂະ​ແຫນງ​ທ່ອງ​ທ່ຽວ​ພັດທະນາ.”

ຮ່າໂນ້ຍ ຍູ້ແຮງການຮ່ວມສຳພັນເພື່ອພັດທະນາເສດຖະກິດທ່ອງທ່ຽວ - ảnh 2
ລະຄອນຕຸກກະຕານ້ຳ

        ​ໃນ​ໄລຍະ​ຜ່ານ​ມາ, ນອກຈາກ​ຍົກ​ລະດັບ​ສະຖານ​ທີ່​ທ່ອງ​ທ່ຽວ, ນະຄອນ ຮ່າ​ໂນ້ຍ ກໍ​ໄດ້​ສ້າງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຫລາຍ​ຢ່າງ​ຕື່ມ​ອີກ ​ເພື່ອ​ດຶງ​ດູດ​ແຂກມາ​ຢ້ຽມຢາມ,​ຊອກ​ຮູ້​ນະຄອນຫລວງ​ຮ່າ​ໂນ້ຍ. ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​​ໃຈກາງນະຄອນຫລວງ ຮ່າ​ໂນ້ຍ ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຊົມ​ຫລາຍ​ກວ່າ​ໝູ່ ນັ້ນ​ແມ່ນ: ​ໂຮງ​ລະຄອນ​ຕຸກກະຕາ​ນຳ້ ທັງລອງ, ​ໂຮງ​ລະຄອນ​ຕຸກກະຕາ​ນຳ້ ສູນ​ກາງ, ວິຫານ ງອກ​ເຊີນ, ຫນອງ​ຮ່ວານ​ກຽມ, ຄຸກ​ຫວາ​ຫລໍ່, ວັດ​ມຽວ ກວກ​ຕືຢາມ. ນອກ​ນັ້ນ ຢູ່​ຊານ​ກຳ​ແພງ, ຮ່າ​ໂນ້ຍ ພວມ​ສ້າງ​ແຜນ​ກຳນົດ​ພັດທະນາ​ເຂດ ບາ​ຫວີ່ ຊວຍ​ຮາ​ຍ ​ໃຫ້​ກາຍ​ເປັນ​ເຂດ​ທ່ອງທ່ຽວ​ຂະຫນາດ​ໃຫຍ່, ພັດທະນາ​ທອ່ງທ່ຽວ​ວົງ​ຄະນາ​ຍາດ​ຢູ່ 7 ຕາ​ແສງ​ພູດ​ອຍ ຢູ່​ເມືອງ​ ບາ​ຫວີ່. ​ເລື່ອງ​ສ້າງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ ​ແລະ ບໍລິສັດ​ທ່ອງ​ທ່ຽວ ພວມ​ສ້າງ​ກຳລັງ​ແຮງ,​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຈັດ​ຕັ້ງ, ບໍລິຫານ, ຜັນ​ຂະຫຍາຍ​ບັນດາ​ລາຍການ​ທ່ອງ​ທ່ຽວ, ສາຍ​ທ່ອງ​ທ່ຽວ​ຢ່າງ​ຮຽບຮ້ອຍ, ມີ​ປະສິດທິ​ຜົນ​ກວ່າ. ​ເອື້ອຍ ຫງວຽນ​ທິຮວານ, ຜູ້ນຳ​ທ່ຽວ​ສັງກັດບໍລິສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ​ນະຄອນຫລວງ ​ໃຫ້​ຮູ້​ວ່າ:

        “ຍູ້​ແຮງ​ການ​ຮ່ວມ​ສຳພັນ ຈະ​ສ້າງ​ບັນດາ​ຜະລິດ​ຕະພັນ​ກທ່ອງທ່ຽວ​ອຸດົມສົມບູນ, ຫລາຍ​ຮູບ​ຫລາຍ​ແບບ​ກວ່າ. ຄຽງ​ຄູ່​ກັນ​ນັ້ນ ການ​ສົມທົບ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດທ່ອງ​ທ່ຽວ ຈະ​ຊ່ວຍ​ແຂກ​ທ່ອງ​ທ່ຽວ​ເລືອກ​ເຟັ້ນບໍລິການ​ທີ່​ມີ​ລາຄາ​​ເໝາະ​ສົມ​ທີ່​ສຸດ ​ແລະ ຮັບປະກັນຄຸນ​ນະພາ​ບບໍລິການ​ດີ​ທີ່ສຸດ​.”

          ຊຸກຍູ​​້ການ​​ຮ່ວມ​ສຳພັນ, ຈະ​ສ້າງບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຢ້ຽມຢາມ​ຮ່າ​ໂນ້ຍ​ໃນ​ໄລຍະ​ຍາວ​ກວ່າ ພວມ​ແມ່ນ​ຄວາມ​ສົນ​ໃຈ, ​ແມ່ນຈຸດໝາຍ​ມຸ່ງ​ໄປ​ເຖິງ​ຂອງ​ບັນດາ​ຜູ້​ດຳ​ເນີນ​ທຸລະ​ກິດ​ການທ່ອງທ່ຽວ​ຢູ່ ຮ່​າ​ໂນ້ຍ. ຕາມ​ທິດ​ນີ້, ນະຄອນ​ຮ່າ​ໂນ້ຍ ພວມ​ສົ່ງ​​ເສີມ​ສ້າງ​ສູນ​ ແນະນຳໝູ່​ບ້ານ​ຫັດຖະກຳ​ຮ່າ​ໂນ້ຍ ດ້ວຍ 3 ລາຍການ​ຄື:  ​ແນະນຳ​ບັນດາ​ໝູ່​ບ້ານ​ຫັດຖະກຳ​ທີ່​ພົ້ນ​ເດັ່ນ, ຂັ້ນ​ຕອນ​ຜະລິດ ​ແລະ ຈັດ​ຕັ້ງ​ບັນດາ​ບໍລິການ​ລະ​ຫລິ້ນ​ບັນ​ເທິງ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ສູນ​ແຫ່ງ​ນີ້ ມີ​ເນື້ອ​ທີ່ກໍ່ສ້າງ 40-50 ​ເຮ​ັກຕາ, ຊື່​ງຄາດ​ວ່າ ຈະ​ຖືກ​ຕັ້ງ​ຢູ່ບໍລິ​ເວນ​ເມືອງ ດົງ​ແອ​ງ ຫລື ​ແຄມ​​ແມ່​ນຳ້​ແດງ. ທ່ານ ​ໂຕ​ວັນ​ດົ້ງ, ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຮ່າ​ໂນ້ຍ ຢືນຢັນ​ວ່າ: ປີ 2014,  ຮ່າ​ໂນ້ຍ ຈະ​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ເພື່ອ​ໃຫ້​ສົມ​​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ດູດ​ດື່ມ.

        “ຮ່າ​ໂນ້ຍ ພວມ​ຜັນ​ຂະຫຍາຍ​​ບັນດາ​ໂຄງການ​ພັດທະນາ​ທ່ອງ​ທ່ຽວຢ່າງ​ຂ້ຽວຂາດ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ມໍລະດົກ,​ໃນ​ນັ້ນ ຖື​ເປັນ​ສຳຄັນ​ບັນຫາ​ບູລະນະ​ປະຕິສັງ​ຂອນ. ​ເມື່ອ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຢ້ຽມ​ຊົມ, ທັງ​ແນະນຳ​ໃຫ້​ນັກ​ທ່ອງ​ທ່ຽວ, ທັງ​ມີ​​ເອກະສານ​​ແນະນຳ​ທີ່​ເໝາະສົມ​​ແປ່​ເປັນ​ພາສາ​ຕ່າງປະ​ເທດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ສາມາດ​ຄົ້ນຄ​ວ້າຢ່າງ​ເລິກ​ເຊິ່ງ, ລະອຽດ​ກວ່າ.”

        ດ້ວຍ​ບັນດາ​ຄວາມ​ສາມາດ​ບ່ົມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ, ນະຄອນ ຮ່າ​ໂນ້ຍ ມີ​ຫລາຍ​ກາລະ​ໂອກາດ​ເພື​່ອພັດທະນາ​ຂະ​ແຫນງທ່ອງ​ທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແຫນງ​ປາຍ​ແຫລມ. ປີ 2014, ຮ່າ​ໂນ້ຍ ສູ້​ຊົນ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 3 ລ້ານ​ເທື່ອ​ຄົນ ​ແລະ ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 16 ລ​​້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 20% ​ເມື່ອ​ທຽບ​ໃສ່​ປີ 2013. ນະ​ຄອນ​ຮ່າ​ໂນ້ຍ ວາງ​ຈຸດໝາຍ ສືບ​ຕໍ່​ສ້າງ​ຮ່າ​ໂນ້ຍ​ໃຫ້​ກາຍ​ເປັນ​ສູນ​ທ່ອງ​ທ່ຽວ​ໃຫຍ່, ດູດ​ດື່ມ​ຂອງ​ທັງ​ປະ​ເທດ ​ແລະ ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ