ຮ່າໂນ້ຍ ຮັກສາລາຄາສິນຄ້າເປັນປົກກະຕິເພື່ອຮັບໃຊ້ປະຊາຊົນຕ້ອນຮັບ ບຸນປີໃໝ່ປະຈຳຊາດ


        ບຸນປີ​​ໃຫມ່​ປະຈຳ​ຊາດ ປີ​ມະ​ໂຣງ 2012 ​ໃກ້ຈະ​ມາຮອດ​ແລ້ວ, ​ເພື່ອ​ປະກອບສ່ວນ​​ເຂົ້າ​ໃນ​ການຮັກສາ​ລາຄາ​ສິນຄ້າ​ໃນ​ທ້ອງ​ຕະຫລາດ​ໃຫ້​ເປັນ​ປົກກະຕິ, ຕອບ​ສະຫນອງ​​ໄດ້​ຕາມຄວາມ​ຕ້ອງການ​ສິນ​ຄ້າ​​ຂອງ​ປະຊາຊົນ​ໃນ​ໂອກາດ​ບຸນ​ເຕັດ, ຂະ​ແຫນງ​ອຸດສາຫະກຳ ການ​ຄ້າ ​ແລະ ວິ​ສາ​ຫະກິດ​ຢູ່​ໃນ​ນະຄອນ​ຮ່າ​ໂນ້ຍຫລາຍ​ແຫ່ງ ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ຫລາຍ​ມາດ​ຕະການ​ເພື່ອ​ຮັບປະກັນ​ສະຫນອງ​ສິນຄ້າ​ໃຫ້​ແກ່​ປະຊາຊົນຢ່າງ​ພຽງພໍ ​ເພື່ອ​ໃຫ້​ປະຊາຊົນ​ໄດ້​ຕ້ອນຮັບ​ບຸນ​ປີ​ໃຫມ່​ປະຈຳ​ຊາດດ້ວຍຄວາມອົບ​ອຸ່ນ ພ້ອມ​ທັງ​ສູ້​ຊົນ​ຮັກສາ​ ດັດຊະນີ​ລາຄາ​ໃຊ້​ສອຍ CPI ​ໃນ​ເດືອນ 1/2012 ​​ໃຫ້ເພີ່ມ​ຂຶ້ນ​ໃນ​ລະດັບ​ຕຳ່​ສຸດ.

        ຕາມ​ພະ​ແນ​ກອຸດສາຫະກຳ ການ​ຄ້າ ນະຄອນ ຮ່າ​ໂນ້ຍ​ແລ້ວ, CPI ​ໃນ​ເດືອນ​ຕ້ອນຮັບ​ບຸນ​ເຕັດ (1/2012) ຈະ​ເພີ່ມ​ຂຶ້ນ​ສູງ​ກວ່າ​ເມື່ອ​ທຽບ​ໃສທຸກເດືອນ​ໃນ​ປີ.​ ຄາດ​ວ່າ ຍອດ​ລະດັບ​ຈໍລະ​ຈອນ​ສິນຄ້າ​ຂາຍຍ່ອຍ​ຢູ່ ຮ່າ​ໂນ້ຍ ​ໃນ​ເດືອນ 1/2012 ຈະ​ເພີ່ມ​ຂຶ້ນ​ແຕ່ 20 -22%, ​ເມື່ອ​ທຽບ​ໃສ່​ຊຸມ​ເດືອນ​ໃນ​ປີ​ແມ່ນປະມານ 24.000 ຕຶ້ດົງ/​ເດືອນ. ພິ​ເສດ​​ແມ່ນປີ​ນີ້ ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ເຂົ້າ​ຮ່ວມ​​ໂຄງການ​ຮັກສາ​ລາຄາ​ສິນຄ້າ​ເປັນ​ປົກກະຕິ. ນະຄອນ ຮ່າ​ໂນ້ຍ ກໍ​ຈັດ​ຕັ້ງ 34 ຕະຫລາດນັດ​ຫວຽດ, ​ໃນ​ນັ້ນ ບັນດາ​ວິ​ສາ​ຫະກິດກໍ​ໄດ້​ໃຫ້​ຄຳ​ໝັ້ນ​ໝາຍວ່າ ຈະ​ຂາຍພຽງສິນຄ້າ​ໂດຍ​ຫວຽດນາມ​ຜະລິດ​ເອງ​ເທົ່າ​ນັ້ນ. ພະ​ແນກອຸດສາຫະກຳ ການ​ຄ້າ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ທຸກ​ວຽກ​ງານ​ໄດ້​ກະກຽມສຳ​ເລັດ​ກ່ອນ​ເດືອນ​ ຕ້ອນຮັບ​ບຸນ​ເຕັດ​ແລ້ວ. ທ່ານ ຫງວຽນ​ວັນ​ດົ່ງ ຮອງ​ຫົວຫນ້າ​ພະ​ແນ​ກອຸດສາຫະກຳ ການ​ຄ້າ ນະຄອນຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “​ຂະ​ແຫນງ​ອຸດສາຫະກຳ​ການ​ຄ້າ​​ໄດ້ ກະກຽມ​ປະລິມານສິນຄ້າ ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ໃນ​ໂອກາດ​ບຸນ​ເຕັດນັບແຕ່​ກ່ອນ​ແລ້ວ. ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ການຂຸດ​ຄົ້ນ​ສິນຄ້າ​ໃນ​ທົ່ວ​ປະ​ເທດ ພິ​ເສດ​ແມ່ນ​ເຂດ​ເສດຖະກິດ​ຈຸດ​ສຸມ​ຂອງ​ພາກ​ເຫນືອ ​ແລະ ຮ່ວມ​ສຳພັນ​ກັບ​ບັນດາ​ແຂວງ​ທາງ​ພາກ​ເ​ໜືອ​ເພື່ອ​ຮັບປະກັນ​ສິນຄ້າຮັບ​ໃຊ້​​ຄວາມ​ຕ້ອງການຂອງ​ປະຊາຊົນ.“

ຮ່າໂນ້ຍ ຮັກສາລາຄາສິນຄ້າເປັນປົກກະຕິເພື່ອຮັບໃຊ້ປະຊາຊົນຕ້ອນຮັບ ບຸນປີໃໝ່ປະຈຳຊາດ - ảnh 1

ປະເພດສິນຄ້າໄດ້ຮັກສາລາຄາເປັນປົກກະຕິ

        ຕາມ​ພະ​ແນ​ກອຸດສາຫະກຳ ການ​ຄ້າ ຮ່າ​ໂນ້ຍ​ແລ້ວ, ທາງ​ນະ​ຄອນ ​ໄດ້​ມອບ​ຫນ້າ​ທີ່,  ມັດ​ຈຳ​​ເງິນ​ກ່ອນ ​ແລະ ວິ​ສາ​ຫະກິດ ຕ້ອງ​ຮັບປະກັນ​ການ​ສະ​ສົມ​ປະລິມານ​ສິນຄ້າ​ໃຫ້​ຫຼາຍທົບ​ສອງ​ເທົ່າ​​ເມື່ອ​ທຽບ​ໃສ່​ປະລິມານ​ສິນຄ້າ​ທີ່​ໄດ້​ວາງ​ອອກ. ວັນ​ທີ 9/1 ຜ່ານ​ມາ, ນະຄອນ ຮ່າ​ໂນ້ຍ ​ໄດ້​ເປີດ​ບັນດາ​ຮ້ານຊັບພະ​ສິນຄ້າ​ເຄື່ອນ​ທີ່​ໃນ​ພາບ​ດຽວ​ ຢູ່ 9 ​ເມືອງ​ຊານ​ນະຄອນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຕິບັດ​ລາຍການ​ສົ່ງ​ສິນຄ້າ​ລົງ​ໄປ​ຂາຍ​ຢູ່​ເຂດ​ຊົນນະບົດ, ບັນດາ​ເຂດ​ອຸດສາຫະກຳ​​ເພື່ອຮັບ​​ໃຊ້​ຊາວ​ກະສິກອນ ​ແລະ ກຳມະກອນ, ຜູ້ມີ​ລາຍ​ຮັບ​ຕຳ່​ໃນ​ໂອກາດ​ບຸນ​ເຕັດ, ປະກອບສ່ວນ​ຮັບປະກັນ​ຊີວິດ​ສັງຄົມ. ມາ​ຮອດ​ປະຈຸ​ບັນ, ບັນດາ​ຮ້ານ​ຊັບພະ​ສິນຄ້າ​ໃຫຍ່​ຄື: Metro, BicC, Coopmart ​ໄດ້​ສະ​ສົມ​ທຸກ​ປະ​ເພດ​ສິນຄ້າ​ທີ່​ຈຳ​ເປັນ​ດ້ວຍ​ຍອດ​ຈຳນວນ​ເງິນ​ຂຶ້ນ​ເຖິງ 1.900 ຕຶ້ດົ່ງ. ບໍລິສັດ​ໃຫຍ່​ການ​ຄ້າ​ຮ່າ​ໂນ້ຍ Hapro ​ແມ່ນ​ຫນຶ່ງ​ໃນ 15 ວິ​ສາ​ຫະກິດ​ທີ່​ເຂົ້າ​ຮ່ວມ​ການ​ສະ​ສົມ​ສິນຄ້າໄດ້​ກະກຽມ​ແຫ​ລ່ງສິນຄ້າ​ສະ​ສົມ​ຢ່າງ​ພຽງພໍ ປະກອບ ສ່ວນ​ຮັກສາ​ລາຄາ​ໃນ​ບໍລິ​ເວນ​ຮ່າ​ໂນ້ຍ​ໃຫ້​ເປັນ​ປົກກະຕິ. ນັບ​ແຕ່​ຊຸມເດືອນ​ທ້າຍ​ປີ, Hapro ​ໄດ້​ເພີ່ມ​ທະວີ​ການສະ​ສົມ​ປະລິມານ​ສິນຄ້າ​ແລ້ວ​ເພື່ອ​ໃຫ້​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ຈາກ​ໃຈກາງ​ນະຄອນ​ກໍ່​ໄດ້​ຊົມ​ໃຊ້ລາຍການ​ການ​ຮັກສາລາຄາ​ສິນຄ້າ​ເປັນ​ປົກກະຕິ. ຢູ່​ຮ້ານ​ຊັບພະ​ສິນຄ້າ Hapromart ດົງ​ແອ​ງ, ປະຊາຊົນ​ມາ​ຊຶ້ສິນຄ້າ​ກໍ​ດີ​ໃຈ​ຫລາຍ ​ເພາະ​ວ່າສິນຄ້າ​ມີ​ຫລາຍ​ປະ​ເພດ, ລາຄາ​ກໍ​ເໝາະ​ສົມ. ​ເອື້​ອຍ​ເວີນ​ແດງ ​ເຊິ່ງ​ແມ່ນລູກ​ຄ້າ​ຜູ້​ຫນຶ່ງ​ໄດ້​​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ ຢູ່​ທີ່​ນີ້​ມີ​ ​ສິນຄ້າ​ຫລາຍ​ປະ​ເພດທີ່​ແຕກ​ຕ່າງ​ກັນ ລາຄາ​ກໍ​ເໝາະ​ສົມ. ​ເມື່ອ​ທຽບ​ໃສ່​ຮ້ານ​ຂາຍ​ເຄື່ອງ​ອື່ນ​ຢູ່​ໃນ​ທ້ອງ​ຕະຫລາດ​, ລາຄາ​ຢູ່​ທີ່​ນີ້​ແມ່ນ​ເໝາະສົມ​ພໍ​ສົມຄວນ ​ແລະ ພໍດີກັບ​ຄວາມ​ສາມາດ​ຂອງ​ປະຊາຊົນ.“

        ຕາມ​ທ່ານ ຫວູມີນຕວັນ, ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ​ການ​ຄ້າ Hapro ລອງ​ບຽນ​ແລ້ວ, ​ໂດຍເປັນ​ເຈົ້າ​ການ​ໃນ​ການ​ເຂົ້າ​ຮ່ວມ​ບັນດາ​ລາຍການ​ຮັກສາ​ລາຄາ​ສິນຄ້າ​ເປັນ​ປົກກະຕິ​ໃນ​ໂອກາດ​ບຸນ​, Hapro ຖື​ວ່າ: ນີ້​ແມ່ນ​ທິດ​ທາງອັນ​ຕັ້ງຫນ້າ ​ເພື່ອ​ເປີດ​ກວ້າງ​ຕະຫລາດ ​ແລະ ພັດທະນາ​ເຄື່ອງໝາຍການ​ຄ້າ​ຂອງ​ຕົນ. ທ່ານ ຫວູມີນຕວັນ ​ໃຫ້​ຮູ້​ວ່າ:

        “ດ້ວຍ​ລະບົບ​ຂາຍຍ່ອຍ Hapromart ຂອງ​ບໍລິສັດ​ໃຫຍ່, ​ໃນ​ການ​ພັດທະນາ​ຂອງ​ຕົນ ​ທາງບໍລິສັດ​ໃຫຍ່​ໄດ້​ກຳນົດ​ທິດ​ເປີດ​ກວ້າງ​ຕະຫລາດ​ຂາຍຍ່ອຍ ພິ​ເສດ ຕະຫລາດ​ຢູ່​ເຂດ​ຊົນ​ນະ​ບົດ, ນັ້ນ​ແມ່ນ​ຕະຫລາດ​ອັນ​ກ້ວາງ​ໃຫຍ່​ຂອງ​ນະຄອນຫລວງ​ຮ່າ​ໂນ້ຍ. ທາງ​ບໍລິສັດ​ໃຫຍ່ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ສາມາດ​ສັງ​ລວມກ່ຽວ​ກັບ​ການ​ກຳນົດ​ທິດ​ການ​ອຸປະ​ໂພ​ກບໍລິ​ໂພ​ກ, ມີ​ຄວາມ​ສາມາດ​ໃນ​ການ​ເຈລະຈາ ກັບ​ບໍລິສັດ​ສະຫນອງ​ສິນຄ້າ ​ເພື່ອ​ມີ​ນະ​ໂຍບາຍ​ບຸລິມະສິດ, ລາຄາ​ເໝາະ​ສົມ ຮັບ​ໃຊ້​ປະຊາຊົນ​​ ​ດ້ວຍ​ລາຄາ​ເໝາະ​ສົມ, ​ແຕ່​ຮັບ​ປະກັນ​ດ້ານຄຸນ​ນະພາ​ບ.“

        ອາດ​ເຫ​ັນ​ໄດ້​ຢ່າງຈະ​ແຈ້ງວ່າ ນະຄອນ ຮ່າ​ໂນ້ຍ​ໄດ້​ຖື​ວຽກ​ງານ​ຮັກສາ​ລາຄາ​ສິນຄ້າ​ໃນ​ທ້ອງ​ຕະຫລາດ​ເປັນ​ປົກກະຕິ ​​ແມ່ນ​ຫນ້າ​ທີ່​ຈຸດ​ສຸມ​ນັບ​ແຕ່​ນີ້​​ຈົນໝົດ​ໄຕ​ມາດ ທີ1 ຂອງ​ປີ 2012, ​ໃນ​ນັ້ນ ສຸມ​ໃສ່​ໄລຍະ​ກ່ອນບຸນ​ເຕັດ, ​ໃນ​ເວລາ​ຕ້ອນຮັບ​ບຸ​ນ​ເຕັດ ​ແລະ ຫລັງ​ບຸນ​ເຕັດ.​ ນະຄອນ ຮ່າ​ໂນ້ຍ ກໍ​ຈະປະຕິບັດ​ວຽກ​ງານ​ຮັກສາ​ລາຄາ​ສິນຄ້າ​ເປັນ​ປົກກະຕິ ຕິດ​ພັນກັບ​ບັນດາ​​ໂຄງການ​ຂອງ​ລັດຖະບານ ​ເພື່ອ​ຮັດ​ກຸມລາຍ​ຈ່າຍ​ຂອງ​ລັດ, ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ ​ແລະ ຮັບປະກັນ​ຊີວິດ​ສັງຄົມ./.
ໂຕຕວັນ

ຕອບກັບ

ຂ່າວ/ບົດ​ອື່ນ