ຮ່າໂນ້ຍ ເພີ່ມທະວີການພັດທະນາອຸດສາຫະກຳຫນູນຊ່ວຍ

(VOVWORLD) -ໂດຍກຳນົດວ່າ ອຸດສາຫະກຳນູນຊ່ວຍມີບົດບາດສຳຄັນໃນການພັດທະນາອຸດສາຫະກຳ, ແມ່ນເສົາຄ້ຳສຳຄັນຂອງການເຄື່ອນໄຫວດ້ານເສດຖະກິດ, ໃນຊຸມປີຜ່ານມາ ນະຄອນ ຮ່າໂນ້ຍ ໄດ້ມີຫລາຍກົນໄກນະໂຍບາຍ, ມາດຕະການ ພ້ອມກັບບັນດາແຜນການຜັນຂະຍາຍລະອຽດກ່ຽວກັບການພັດທະນາອຸດສາຫະກຳນູນຊ່ວຍ. ຍ້ອນເຫດນັ້ນ ກຸ່ມອຸດສາຫະກຳນູນຊ່ວຍຢູ່ບໍລິເວນນະຄອນ ໄດ້ມີການເຕີບໂຕຢ່າງແຮງ, ນູນຊ່ວຍການເຄື່ອນໄຫວຜະລິດອຸດສາຫະກຳຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາລວມຂອງເສດຖະກິດນະຄອນຫລວງ.

ຮ່າໂນ້ຍ ເພີ່ມທະວີການພັດທະນາອຸດສາຫະກຳຫນູນຊ່ວຍ - ảnh 1ທ່ານນາງ ເຈີນທິເຟືອງລານ, ຜູ້ຮັກສາການ ຫົວຫນ້າພະແນກອຸດສາຫະກຳ ການຄ້າ ນະຄອນ ຮ່າໂນ້ຍ. ພາບ:hanoimoi.com.vn
 
 

ຫນຶ່ງໃນບັນດານະໂຍບາຍເປັນຫນ້າສົນໃຈທີ່ສຸດໃນໄລຍະຜ່ານມາກ່ຽວກັບການພັດທະນາອຸດສາຫະກຳຫນູນຊ່ວຍຂອງນະຄອນ ຮ່າໂນ້ຍ ແມ່ນເລື່ອງປະກາດໃຊ້ຂໍ້ກຳນົດກົດລະບຽບ “ການຄຸ້ມຄອງງົບປະມານພັດທະນາອຸດສາຫະກຳຫນູນຊ່ວຍ ແລະ ກຳນົດລະອຽດບັນດາການເຄື່ອນໄຫວພັດທະນາອຸດສາຫະກຳຫນູນຊ່ວຍຂອງນະຄອນຮ່າໂນ້ຍ” ເມື່ອເດືອນ ມິຖຸນາປີ 2020 ເພື່ອເປົ້າໝາຍຫນູນຊ່ວຍບັນດາວິສາຫະກິດຂະແຫນງອຸດສາຫະກຳຫນູນຊ່ວຍເຊື່ອມຕໍ່ກັບບັນດາວິສາຫະກິດພາກພື້ນ ອາຊີ ກໍ່ຄືບັນດາພື້ນຖານອຸດສາຫະກຳພັດທະນາໃນໂລກ ເພື່ອພັດທະນາ. ທ່ານນາງ ເຈີນທິເຟືອງລານ, ຜູ້ຮັກສາການ ຫົວຫນ້າພະແນກອຸດສາຫະກຳ ການຄ້າ ຮ່າໂນ້ຍ ຖືວ່າ:

 “ນະຄອນ ຮ່າໂນ້ຍ ໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 11 ເພື່ອນູນຊ່ວຍບັນດາວິສາຫະກິດອຸດສາຫະກຳນູນຊ່ວຍ, ລວມມີ ຂົງເຂດນູນຊ່ວຍພື້ນຖານໂຄງລ່າງ, ການກໍ່ສ້າງພັດທະນາບັນດາເຄື່ອງໝາຍການຄ້າ, ການເຊື່ອມຕໍ່, ູນໃຊ້ວິທະຍາສາດເຕັກນິກ, ເຂົ້າຮ່ວມບັນດາໂຄງການສົ່ງເສີມເປັນຫລາຍຮູບແບບຢູ່ພາຍໃນ ແລະ ຕ່າງປະເທດ. ເພື່ອແນໃສ່ຊ່ວຍບັນດາວິສາຫະກິດສາມາດເຂົ້າເຖິງ, ເຊື່ອມຕໍ່ກັບລະບົບວິສາຫະກິດພາຍໃນພາກພື້ນ ອາຊີ ກໍ່ຄື ບັນດາປະເທດທີ່ມີພື້ນຖານອຸດສາຫະກຳກ້າວນ້າໃນໂລກຄື  G7 ເພື່ອໃຫ້ພັດທະນາອຸດສາຫະກຳນູນຊ່ວຍໃນບໍລິເວນນະຄອນ.

ປີ 2022 ຮ່າໂນ້ຍ ວາງຄາດໝາຍໃຫ້ມີປະມານ 920 ວິສາຫະກິດເຄື່ອນໄຫວໃນບັນດາຂົງເຂດອຸດສາຫະກຳຫນູນຊ່ວຍ, ໃນນັ້ນ ປະມານ 300 ວິສາຫະກິດມີລະບົບຜະລິດ ແລະ ຜະລິດຕະພັນບັນລຸມາດຕະຖານສາກົນ, ມີກຳລັງຄວາມສາມາດຢ່າງພຽງພໍເພື່ອສະຫນອງເຂົ້າໃນເຄືອຂ່າຍການຜະລິດທົ່ວໂລກຂອງບັນດາກຸ່ມບໍລິສັດນາໆຊາດຢູ່ ຫວຽດນາມ. ມູນຄ່າການຜະລິດຂອງອຸດສາຫະກຳຫນູນຊ່ວຍກວມເອົາປະມານ 16% ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ, ປະດິດສ້າງ; ດັດຊະນີການພັດທະນາອຸດສາຫະກຳຫນູນຊ່ວຍເພີ່ມຂຶ້ນກວ່າ 11%. ເພື່ອບັນລຸໃຫ້ໄດ້ຄາດໝາຍນີ້ ນະຄອນ ຮ່າໂນ້ຍ ວາງອອກ 6 ມາດຕະການລະອຽດ ແລະ ບັນດາມາດຕະການນີ້ໄດ້ຮັບຄວາມເຫັນດີສະຫນັບສະຫນູນຈາກປະຊາຄົມວິສາຫະກິດ. ຫລາຍວິສາຫະກິດຖືນີ້ແມ່ນກຳລັງຫນູນສຳຄັນເພື່ອສືບຕໍ່ເປີດກວ້າງການລົງທຶນ, ພັດທະນາຜະລິດຕະພັນ. ທ່ານ ຫງວຽນວັນຟອງ, ຮອງຜູ້ອຳນວຍການກຸ່ມບໍລິສັດ Iintech ຢັ້ງຢືນວ່າ:

ພວກຂ້າພະເຈົ້າສະຫນອງການບໍລິການຫລາຍຮູບແບບກ່ຽວກັບຜະລິດຕະພັນຂຶ້ນກັບຂົງເຂດປະດິດສ້າງ, ກົນຈັກ, ອັດຕະໂນມັດກໍ່ຄືກ່ຽວກັບເຕັກໂນໂລຊີ. ພວກຂ້າພະເຈົ້າຢາກນຳມາດຕະການຮອບດ້ານມາສູ່ລູກຄ້າ. ທີສອງ Iintech ໄດລົງທຶນສູນຄົ້ນຄ້ວາພັດທະນາແຫ່ງນຶ່ງເພື່ອຢາກສ້າງຜະລິດຕະພັນດີທີ່ສຸດມາຮັບໃຊ້ລູກຄ້າ. ສຳລັບ ຄຸນນະພາບ, ລະບົບກົນຈັກຂອງ Iintechໄດ້ຮັບການລົງທຶນຢ່າງມີແບບມີແຜນ, ຂັ້ນຕອນກວດກາຄຸນນະພາບກໍ່ເຄັ່ງຄັດ.

ຮ່າໂນ້ຍ ເພີ່ມທະວີການພັດທະນາອຸດສາຫະກຳຫນູນຊ່ວຍ - ảnh 2ງານຕະຫລາດນັດອຸດສາຫະກຳ ຫນູນຊ່ວຍ ນະຄອນຮ່າໂນ້ຍ ປີ 2022. ພາບ: congthuong.vn

ໂດຍເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ທ້າຍເດືອນ ສິງຫາຜ່ານມາ, ພະແນກອຸດສາຫະກຳການຄ້າ ຮ່າໂນ້ຍ ໄດ້ເປັນເຈົ້າພາບ, ສົມທົບກັບບັນດາອົງການ, ຫົວຫນ່ວຍທີ່ກ່ຽວຂ້ອງຈັດຕັ້ງງານຕະຫລາດນັດອຸດສາຫະກຳຫນູນຊ່ວຍນະຄອນ ຮ່າໂນ້ຍ ປີ 2022. ນີ້ແມ່ນງານຕະຫລາດນັດທີ່ມີຂອບຂະຫນາດໃຫຍ່ ກ່ຽວກັບຂະແຫນງອຸດສາຫະກຳຫນູນຊ່ວຍໂດຍ ນະຄອນ ຮ່າໂນ້ຍ ຈັດຕັ້ງທຸກປີແຕ່ປີ 2017 ມາຮອດປະຈຸບັນ. ງານຕະຫລາດນັດດຶງດູດການເຂົ້າຮ່ວມຂອງກວ່າ 250 ຮ້ານຂອງບັນດາວິສາຫະກິດອຸດສາຫະກຳຫນູນຊ່ວຍຢູ່ພາຍໃນ ແລະ ຕ່າງປະເທດ ຄື: ຍີ່ປຸ່ນ, ຈີນ, ໄທ, ມາເລເຊຍ.ໃນນັ້ນ ມີບັນດາ, ວິສາຫະກິດ, ກຸ່ມວິສາຫະກິດໃຫຍ່.

ບັນດາຜະລິດຕະພັນທີ່ນຳມາວາງສະແດງ, ແນະນຳຢູ່ງານຕະຫລາດນັດ ລ້ວນແຕ່ມີຄຸນນະພາບດີ, ມີລັກສະນະແກ່ງແຍ້ງສູງ, ນອນໃນບັນດາຂະແຫນງ, ຂົງເຂດອຸດສາຫະກຳຫນູນຊ່ວຍຫລັກຄື:ເຄື່ອງອາໄຫລ່, ອຸດສາຫະກຳຫນູນຊ່ວຍຮັບໃຊ້ບັນດາຂະແຫນງອຸດສາຫະກຳເຕັກໂນໂລຊີສູງ. ມີວິສາຫະກິດຫລາຍແຫ່ງຂຶ້ນກັບກຸ່ມອຸດສາຫະກຳຫນູນຊ່ວຍ ຖືເລື່ອງເຂົ້າຮ່ວມງານຕະຫລາດນັດແມ່ນໂອກາດທີ່ດີເພື່ອເຂົ້າຮ່ວມຢ່າງເລິກເຊິ່ງກວ່າ, ປະກອບສ່ວນຫລາຍກວ່າເຂົ້າໃນການພັດທະນາຂອງອຸດສາຫະກຳຫນູນຊ່ວຍຢູ່ບໍລິເວນນະຄອນ ແລະ ຂອງທົ່ວປະເທດຫວຽດນາມ. ທ່ານ ເລຈູງຮຽວ ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ Hexegon MI ຫວຽດນາມ ຈຳກັດ ຕີລາຄາ ວ່າ:

 “ Hexegon ແມ່ນວິສາຫະກິດແຖວນ້າໂລກ ກ່ຽວກັບຂົງເຂດການວັດແທກ ແລະ ເຕັກໂນໂລຊີອັດຕະໂນມັດ. ໃນ 10 ປີມານີ້, ບໍລິສັດໄດ້ເຂົ້າຮ່ວມຢ່າງເລິກເຊິ່ງໃນວິສາຫະກິດທີ່ມີເງິນລົງທຶນຂອງຕ່າງປະເທດ (FDI) ຄື: ບັນດາກຸ່ມບໍລິສັດເອເລັກໂຕນິກ, ລົດໂອໂຕລົງທຶນຢູ່ ຫວຽດນາມ. ເຂົ້າຮ່ວມງານຕະຫລາດນັດ, Hexegon ປາດຖະນາຢາກນຳບັນດາຜະລິດຕະພັນເຕັກໂນໂລຊີຂອງຕົນເຂົ້າໃກ້ກັບລະບົບສະຫນອງຂອງວິສາຫະກິດ ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາຂອງກຸ່ມວິສາຫະກິດນູນຊ່ວຍຂອງຫວຽດນາມ ຢ່າງເລິກເຊິ່ງກວ່າອີກ.

ການນຳພະແນກອຸດສາຫະກຳ ການຄ້າ ຮ່າໂນ້ຍ ຢັ້ງຢືນ: ໃນໄລຍະຈະມາເຖິງ, ຫົວຫນ່ວຍຈະສືບຕໍ່ຍູ້ແຮງການຫນູນຊ່ວຍໃຫ້ມີຄຸນນະພາບກວ່າ, ຊ່ວຍວິສາຫະກິດອຸດສາຫະກຳຫນູນຊ່ວຍເວົ້າສະເພາະ, ບັນດາວິສາຫະກິດຜະລິດເວົ້າລວມ ໃຫ້ພັດທະນາ. ກ່ອນອື່ນ ແມ່ນເລີ່ມລົງມືກໍ່ສ້າງບາງກຸ່ມອຸດສາຫະກຳໃນຍອດຈຳນວນ 43 ກຸ່ມອຸດສາຫະກຳ ທີ່ໄດ້ຮຽກຮ້ອງການລົງທຶນໃນປີ 2022 ຮັບປະກັນໃຫ້ຄາດໝາຍທີ່ວາງອອກໃນໄລຍະ 1 -2 ປີຈະມາເຖິງ ຈະມີຫນ້າພຽງນັບພັນໆເຮັກຕາຮັບໃຊ້ວິສາຫະກິດພັດທະນາການຜະລິດໃນບໍລິເວນນະຄອນຫລວງ.

ຕອບກັບ

ຂ່າວ/ບົດ​ອື່ນ