ຮ່າໂນ້ຍແກ້ໄຂຄວາມຫຍຸ້ງຍາກ ແລະ ຮຽງບ່າຮຽງໄຫລ່ກັບວິສາຫະກິດ

(vovworld) - ຕໍ່ຫນ້າ​ສະພາບ​ເສດຖະກິດ​ພາຍ​ໃນ​ປະ​ເທດ ​ແລະ ​ໃນ​ໂລກ​ສືບ​ຕໍ່​ປະສົບ​ກັບ​ຄວາ​ມຫຍຸ​້ງຍາກ​ໃນ​ປີ 2012 ພ້ອມ​ກັບ​ບັນດາ​ມາດ​ຕະການ​ຮີບ​ດ່ວນ ​ແລະ ຄົບ​ຊຸດ​ຂອງ​ລັດຖະບານ, ນະຄອນ ຮ່າ​ໂນ້ຍ ພວມ​ຜັນ​ຂະຫຍາຍ​ຫລາຍ​ມາດ​ຕະການ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ​້​ແກ່​ບັນດາ​ວິ​ສາ​ຫະກິດ. ຫນຶ່ງ​ໃນ​ບັນດາ​     ມາ​ດຕະການ​ຕົ້ນຕໍ ນັ້ນ​ແມ່ນ ຍູ້ແຮງການກະຕຸກຊຸກຍູ້ການໃຊ້ສອຍເພື່ອສ້າງເງື່ອນໄຂ​ສະດວກ​​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ເປ​ັນປົກກະຕິ ​ແລະ ພັດທະນາ​ການ​ຜະລິດ.

ຮ່າໂນ້ຍແກ້ໄຂຄວາມຫຍຸ້ງຍາກ ແລະ ຮຽງບ່າຮຽງໄຫລ່ກັບວິສາຫະກິດ - ảnh 1

ພາບປະກອບ:internet


        ຕົວ​ເລກ​ສະຖິຕິ​ສະ​ແດງໃຫ້​ເຫັນ​ວ່າ: ລາຄາ​ໃຊ້​ສອຍ (CPI) ຢູ່ ຮ່າ​ໂນ້ຍ ​ໃນ​ເດືອນ 4 ​ຫລຸດ​ລົງ 0,03% ​ເມື່ອ​ທຽບ​​ໃສ່​​ເດືອນ 3 ​ແລະ ​ໄດ້​ຮັບ​ຮູ້​ວ່າ​ແມ່ນ​ລະດັບ​ຕຳ່​ສຸດ​ໃນ​ຮອບ​ເວລາ 10 ປີ​ມາ​ນີ້. ​ໃນ​ຈຳນວນ 11 ໝວດ​ສິນຄ້າ​ທີ່​ຫຼຸດລາຄາ​ນັ້ນ, ມີ 3 ໝວດ​ສິນຄ້າກວມ​ອັດຕາ​ສ່ວນ​ໃຫຍ່​ຄື: ການບໍລິການ​ກິນ​ດື່ມ, ວັດ​ສະ​ດຸ​ກໍ່ສ້າງ ​ແລະ ບໍລິການ​ໄປສະນີ​ໂທລະ​ຄົມ ລ້ວນ​ແຕ່​ຫລຸດລາຄາ ອັນ​ໄດ້ເຮັດ​ໃຫ້​ດັດຊະນີ​ລວມຫລຸດ​ລົງ​ຢ່າງ​ແຮງ​ເມື່ອ​ທຽບ​ກັບ​ເດືອນ 3.  ຕາມທຳ​ມະ​ດາ​ແລ້ວ, ດັດຊະນີ CPI ຫລຸດ​ລົງ ​ແມ່ນ​ສັນຍາ​ນທີ່​ຫນ້າ​ຊື່ນ​ຊົມ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສາຍ​ເຫດ​ຕົ້ນຕໍ​ເຮັດ​ໃຫ້​ດັດຊະນີ CPI ຫລຸດ​ລົງ​ຢ່າງ​​ແຮງ ນັ້ນ​ແມ່ນ, ​ໃນ​ໄລຍະ​ຜ່ານ​ມາກຳລັງ​ຊື້​ສິນຄ້າ​ຂອງ​ປະຊາຊົນ​ຫລຸດ​ລົງ​ຢ່າງ​ແຮງ, ​ໃນ​ສະພາບ​ການ​ຄື​ແນວ​ນັ້ນ ຜູ້​ຂາຍ​ສິນຄ້າ​ຕ້ອງ​ຮັກສາ​ຫລືຫລຸດ​ລາຄາ​ສິນຄ້າ​ທຸກປະ​ເພດ​ເພື່ອ​ຊອກ​ຫາ​ລູກ​ຄ້າ. ​

        ​ໃນ​ຂະນະ​ນັ້ນ ຈຳນວນ​ວິ​ສາ​ຫະກິດ​ເພີ່ມ​ຂຶ້ນ​ໃນ​ໄຕ​ມາດ​ທີ 1 ປີ​ນີ້ ຍັງ​ຢູ່​​ໃນ​ລະດັບ​ຕຳ່​ສຸດເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ​ນີ້, ​ໃນ​ຂະນະ​ນັ້ນຈຳນວນ​ວິ​ສາ​ຫະກິດ​ທີ່ຢຸດຕິ​ການ​ເຄື່ອນ​ໄຫວ​ໄດ້​ເພີ່ມ​ຂຶ້ນ​ຢູ່​​ໃນ​ລະດັບ​ສູງ​ພໍ​ສົມຄວນ, ​ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະກິດ​ຢຸດຕິ​ການ​ດຳ​ເນີນ​ທຸລະ​ກິດ​ຊ່ົວຄາວ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາ​ຄົມ​ວິ​ສາ​ຫະກິດ​ຢູ່​ນະຄອນຫລວງ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ ຍ້ອນ​ຖືກ​ຜົນ​ສະທ້ອນ​ຈາກ​ການ​ຊຸດ​ໂຊມ​ຂອງ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ ພ້ອມ​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ​ທີ່ເກີດ​ຂຶ້ນ​ຈາກ​ພື້ນຖານ​ເສດຖະກິດ​ພາຍ​ໃນ​ປະ​ເທດ. ດອກ​ເຕີ Nguyen Minh Phong ຜູ້​ຊ່ຽ​ວຊານ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເສດຖະກິດ​ສັງຄົມ ຮ່​າ​ໂນ້ຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ຍ້ອນ​ຄວາມ​ຕ້ອງການທັງ​ໝົດ. ພິ​ເສດ​ແມ່ນ​ຄວາມ​ຕ້ອງການຊຳລະ ​ແລະ ຕະຫລາດ​ຊຳລະ​ໃນ​ຕະຫລາດ​ມີ​ການ​ຊຸດ​ໂຊມ ຊຶ່ງ​ເຮັດ​ໃຫ້​ສິນຄ້າ​ເຫລືອ​ເຟືອ ພິ​ເສດ​ປະລິມານ​ສິນຄ້າ​ຄ້າງ​ສາງ​ ກໍ່​ຄື​ສິນຄ້າທີ່​ຈຳ​ເປັນ​ຂອງ​ປະຊາຊົນ​ຍັງ​ມີ​ຫຼາຍ​ຢູ່, ອັນ​ໄດ້ເຮັດ​ໃຫ້​ຂາດ​ຄວາມ​ດຸນ​ດຽງລະຫວ່າງຄວາມ​ຕ້ອງການ ​ກັບ ການ​ສະຫນອງ​ ”

  ໃນ​ສະພາບ​ການ​ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ແມ່ນ​ເປົ້າ​ໝາຍ​ຖືກ​ກຳລັງ​ດັນ​ທີ່​ສຸດ​ເມື່ອຕ້ອງແກ້ໄຂບັນຫາສົ້ນເຂົ້າ
ສົ້ນອອກໃນການຜະລິດດຳເນີນທຸລະກິດ, ບັນດາລາຍຈ່າຍສົ້ນເຂົ້າລ້ວນແຕ່ເພີ່ມຂຶ້ນຄື: ນ້ຳມັນ, ອັດຕາດອກເບ້ຍທະນາຄານ​ເຖິງ​ວ່າ​​ໄດ້​ຫລຸດ​ລົງ​ແຕ່​ຍັງ​ຢູ່​​ໃນ​ລະດັບ​ສູງຢູ່, ​ໃນ​ຂະນະ​ນັ້ນ ການ​ຈຳໜ່າຍ​ສິນຄ້າ​ພັດ​ຊັກ​ຊ້າ, ​ແລະ ຈຳນວນ​ສິນຄ້າ​​ຄ້າງ​ສາງ​ຍັງ​ຫລາຍ​ພໍສົມຄວນ. ຕໍ່ຫນ້າ​ສະພາບ​ການ​ຄື​ດັ່ງກ່າວ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ບໍ່​ກ້າ​ເພີ່ມ​ລາຄາ​ສິນຄ້າ ຫາກພຽງ​ແຕ່​ພະຍາຍາມຜະລິດ​ໃນ​ລະດັບ​ຈຳກັດ. ພາຍຫລັງ​ລັດຖະບານ​ຕົກ​ລົງ​ຜັນ​ຂະຫຍາຍ​ໝວດ​ມາດ​ຕະການ​ການ​ເງິນ​ລວມມູນ​ຄ່າ 29.000 ຕື້​ດົ່ງ ​ເພື່ອ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ ​ແລະ ຕະຫລາດ, ນະຄອນ ຮ່າ​ໂນ້ຍ ​ໄດ້​ປະຕິບັດ​ຫລາຍ​ມາດ​ຕະການ​ເພື່ອ​ຫນູນ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໂດຍ​ໄວ. ຫນຶ່ງ​ໃນ​ບັນດາ​ມາດ​ຕະການ​ຕົ້ນຕໍ​ຊຶ່ງ​ນະຄອນ​ຮ່າ​ໂນ້ຍຖື​ເປັນ​ສຳຄັນ ນັ້ນ​ແມ່ນ​ຍູ້​ແຮງ​ນະ​ໂຍບາຍ​ກະຕຸກ​ຊຸກຍູ້​ຄວາມ​ຕ້ອງການ​ໃຊ້​ສອຍ ​ເພື່ອ​​ແນ​ໃສ່ຊ່ວຍ​ວິ​ສາ​ຫະກິດ​ຫລຸດຜ່ອນ​ສິນ​ຄ້າ​ຄ້າງ​ສາງ, ຜ່ານ​ນັ້ນ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ ​ແລະ ຫລຸດຜ່ອນ​ລາຄາ​ຜະລິດ​ຕະພັນ. ທ່ານ Vu Vinh Phu ປະທານ​ສະຫະ​ສະມາຄົມ​ຮ້ານສັບພະ​ສິນຄ້າ ຮ່າ​ໂນ້ຍ ​ຕີ​ລາຄາ​ວ່າ ນັບ​ແຕ່​ປີ 2010 ມາ​ຮອດ​ປະຈຸ​ບັນ, ກຳລັງ​ຊື້​​ໄດ້​ຫລຸດ​ລົງ​ຢ່າງ​ແຮງ ​ແລະ ປະຈຸ​ບັນ ພວມ​ຢູ່​ໃນ​ລະດັບ​ຕຳ່​ສຸດ ຍ້ອນ​ໄພ​ເງິນ​ເຟີ້​ແກ່ຍາວ. ທ່ານ Vu Vinh Phu ສະ​ເຫ​ນີວ່າ:

        “ຕ້ອງ​ຕໍ່​ກຳນົດ​ເວລາ​ເກັບ​ອາກອນ, ຍົກ​ເວັ້ນອາກອນ​ມູນ​ຄ່າ​​ເພີ່ມສຳລັບ​ການ​ດຳ​ເນີນ​ທຸລະ​ກິດແຕ່ 5 - 10%, ຫລຸດຜ່ອນ​ລາຍ​ຮັບ​ວິ​ສາ​ຫະກິດ …. ປະຕິບັດ​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ວິ​ສາ​ຫະກິດ​ຄົງ​ຕົວ​ໄດ້ ພ້ອມ​ກັນ​ນັ້ນ ມີ​ບັນດາ​ມາດ​ຕະການ​ເພື່ອ​ເພີ່ມ​ກຳລັງ​ຊື້​ຂອງ​ປະຊາຊົນ, ​ແກ້​ໄຂ​ວຽກ​​ເຮັດ​ງານ​ທຳ.”

ຮ່າໂນ້ຍແກ້ໄຂຄວາມຫຍຸ້ງຍາກ ແລະ ຮຽງບ່າຮຽງໄຫລ່ກັບວິສາຫະກິດ - ảnh 2
ວິສາຫະກິດຜະລິດເກີບ
ພາບປະກອບ:internet

        ມີ​ຜູ້​ຊ່ຽວຊານ​ເສດຖະກິດ​ຫລາຍທ່ານ​ກໍ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ທັດສະນະ​ນີ້ ​ເພາະວ່າ ປະຈຸ​ບັນ​ຈຳ​ເປັນຕ້ອງ​ຫລຸດຜ່ອນ​ອາກອນ​ລາຍ​ຮັບ​ສ່ວນ​ບຸກຄົນ, ​ເປີດ​ກວ້າງ​ ການ​ໃຫ້​ກູ້​ຢືມ​ທຶນ​ສຳລັບ​ການ​ໃຊ້​ຈ່າຍ ​ແລະ ສຳຄັນ​ແມ່ນ​ບໍ່​ປະ​​ໃຫ້​​ວິ​ສາ​ຫະກິດຫລາຍ​ແຫ່ງຖືກ​ລົ້ມ​ລະລາຍ​ ​ເພື່ອ​ໃຫ້ປະຊາຊົນ​ມີ​ລາຍ​ຮັບ, ສ້າ​ງກຳລັງ​ຊື້. ພາຍຫລັງ​ລັດຖະບານ​ຕົກລົງ​ຜັນ​ຂະຫຍາຍ​ໝວດ​ມາດ​ຕະການ​ການ​ເງິນ​ດ້ວຍ​ມູນ​ຄ່າ 29.000 ຕື້​ດົ່ງ ​ເພື່ອ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ ​ແລະ ຕະຫລາດ, ນະຄອນ ຮ່າ​ໂນ້ຍ ກໍ​ພວມ​ຮີບ​​ເຮັ່ງ​ຜັນ​ຂະຫຍາຍ 6 ໝວດ​ມາດ​ຕະການ ​ແຕ່​ນີ້​ຮອດ​ທ້າຍ​ປີ, ​ໃນ​ນັ້ນ ຮຽນ​ຮ້ອງໃຫ້​ບັນດາ​ອົງການ​ສ່ວຍ​ສາ​ອາກອນ, ພາສີ ຜັນ​ຂະຫຍາຍ​ໝວດ​ມາດ​ຕະການ​ບຸລິມະສິດ​ຂອງ​ລັດຖະບານ​ກ່ຽວ​ກັບ​ພາສີ, ຄ່າ​ໃຊ້​ຈ່າຍຢ່າງ​ທັນ​ການ​. ຄຽງ​ຂ້າງ​ນັ້ນ ຈະ​ຫນູນ​ຊ່ວຍ​ວິ​ສາ​ຫະກິ​ດຈຳຫນ່າຍ​ຜະລິດ​ຕະພັນ, ຫລຸດຜ່ອນ​ສິນຄ້າ​ຄ້າງ​ສາງ​ຜ່ານ​ບັນດາ​ໂຄງການ​ສົ່ງ​ເສີມ​ການ​ໃຊ້​ສອຍ, ​ເພີ່ມ​ງົບປະມານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ​ເປີດ​ກວ້າງ​ຕະຫລາດ​ສົ່ງ​ອອກ, ພ້ອມ​ທັງ​ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ສ້າງ​ສະພາບ​ແວດ​ລ້ອມ​ຢ່າງ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ