ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມຍູ້ແຮງການສົ່ງອອກກຸ້ງ

(VOVWORLD) -ປີ 2019 ບັນດາຜະລິດຕະພັນຈາກກຸ້ງຂອງຫວຽດນາມ ໄດ້ນຳມາເຊິ່ງມູນຄ່າການສົ່ງອອກບັນລຸເກືອບ 4 ຕື້  USD. ໃນນັ້ນ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນເຂດຈຸດສຸມການລ້ຽງກຸ້ງນ້ຳຈືດໆເຄັມໆຂອງທັງປະເທດ. ບັນດາແຂວງໃນພາກພື້ນ ພິເສດ ເຂດແຫລມ ກາເມົາ ພວມມານະພະຍາຍາມສູ້ຊົນບັນລຸປະລິມານການຜະລິດໃຫ້ໄດ້ຫລາຍກວ່າ 1,1 ລ້ານໂຕນ ແລະ ວົງເງິນການສົ່ງອອກໃຫ້ບັນລຸ ໄດ້ 10 ຕື້ USD ໃນປີ 2025.

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມຍູ້ແຮງການສົ່ງອອກກຸ້ງ - ảnh 1 ການລ້ຽງກຸ້ງ ຂອງ ປະຊາຊົນ ແຂວງ ກາເມົາ ນຳມາເຊິ່ງລາຍຮັບສູງ

ຄອບຄົວທ່ານ ຮີ່ງວັນຢູ໋ງ ຢູ່ຕາແສງ ເຕີນບັ່ງ ເມືອງ ເທີຍບີ່ງ  ແຂວງ ກາເມົາ ໄດ້ມີໄລຍະເວລາເຮັດຮູບແບບທັງປຸກເຂົ້າ ທັງລ້ຽງກຸ້ງ ຢູ່ ທ້ອງຖິ່ນນີ້ມາເປັນເວລາກວ່າ 10 ປີແລ້ວ. ຊຸມປີກ່ອນນີ້ ໄພນ້ຳເຄັມ ໂລກລະບາດໄດ້ຜົນສະທ້ອນຢ່າງຫນັກຫນ່ວງເຖິງເນື້ອທີ່ຜະລິດ, ລ້ຽງກຸ້ງຂອງຄອບຄົວກວ່າ 1,5 ເຮັກຕາ. ເຖິງຢ່າງໃດກໍຕາມ ໄລຍະມໍ່ໆມານີ້ ຍ້ອນໄດ້ເຂົ້າຮ່ວມປະຕິບັດ ແຜນຮ່າງ “ຍົກສູງລັກສະນະຍືນຍົງຂອງລະບົບລ້ຽງກຸ້ງ - ປຸກເຂົ້າ” ສະນັ້ນ ສະມັດຕະພາບການລ້ຽງກຸ້ງຂອງຄອບຄົວທ່ານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຍ້ອນໄດ້ໝູນໃຊ້ບັນດາເຕັກນິກໃຫມ່,   ປະຈຸບັນຄອບຄົວຂອງທ່ານ ສ້າງລາຍຮັບໄດ້ປະມານ 70- 80 ລ້ານດົງ/ເຮັກຕາ/ ປີ. ທ່ານ ຮີ່ງວັນຢູ໋ງ ແບ່ງປັນວ່າ:

“ປູກເຂົ້າໃນເນື້ອທີ່ລ້ຽງກຸ້ງ ຍາມໃດກໍ່ນຳມາເຊິ່ງປະສິດທິຜົນກວ່າ.ເຮັດນາບໍ່ບັນລຸປະສິດທິຜົນສູງ ແລະ ລຳບາກອີກ. ປະຈຸບັນ ກຸ້ງ ຂາຍໄດ້ເປັນລາຄາ ປົກກະຕິ ແມ່ນ 200.000 -300.000 ດົງ/ກິໂລກາມ ແຕ່ບາງມື້ຂາຍໄດ້ຈາກ 700.000 800.000 ດົງ/ກິໂລກາມ.”

ສ່ວນຢູ່ແຂວງ ບາກລຽວ ຊື່ງແມ່ນແຂວງ ມີເນື້ອທີ່ລ້ຽງກຸ້ງ ຢືນອັນດັບ 2 ໃນທົ່ວປະເທດ ຖັດຈາກ ກາເມົາ ແລະ ປະຈຸບັນ ພວມມີເນື້ອທີ່ດິນຜະລິດຕາມຮູບແບບ ປຸກເຂົ້າ - ລ້ຽງກຸ້ງກວ່າ 34.000 ເຮັກຕາ. ດ້ວຍ “ຄວາມມັກໃຫຍ່ໄຝ່ສູງ” ຢາກກາຍເປັນ “ເມືອງເອກຂອງຂະແຫນງກຸ້ງຂອງປະເທດ”, ແຂວງ ບາກລຽວ ພວມໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນບັນດາຮູບແບບລ້ຽງກຸ້ງ. ພົ້ນເດັ່ນແມ່ນ ຮູບແບບລ້ຽງກຸ້ງໝູນໃຊ້ເຕັກໂນໂລຊີເຮັດກະເສດສຸມໃນເຮືອນຮົ່ມຂອງກຸ່ມບໍລິສັດ ຫວຽດນາມ - ອົດສະຕາລີ ໄດ້ນຳມາເຊິ່ງສະມັດຕະພາບກວ່າ 100 ໂຕນ/ເຮັກຕາ/ປີ. ມີວິສາຫະກິດຫລາຍແຫ່ງ ແລະ ປະຊາຊົນຢູ່ໃນເຂດນີ້ກໍ່ພວມຄ່ອຍໆຫັນໄປສູ່ທິດລົງທຶນລ້ຽງກຸ້ງຕາມຮູບແບບດັ່ງກ່າວ, ຜ່ານນັ້ນ ປະກອບສ່ວນຍົກຍອດສະມັດຕະພາບການລ້ຽງກຸ້ງປີນີ້ຂອງແຂວງ ບາກລຽວ ບັນລຸກວ່າ 142.000 ໂຕນ ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ປີກາຍ.

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມຍູ້ແຮງການສົ່ງອອກກຸ້ງ - ảnh 2 ຮູບແບບລ້ຽງກຸ້ງ ຢູ່ແຂວງ ຊອກຈັງ

 ຕາມທ່ານ ເຢືອງແທ່ງຈູງ ປະທານ ຄະນະກຳມະການປະຊາຊົນ ແຂວງ ບາກລຽວ ແລ້ວ, ນອກຈາກເອົາໃຈໃສ່ເຖິງການລ້ຽງກຸ້ງຕາມທິດຮ່ວມສຳພັນລະບົບມູນຄ່າແລ້ວ ທາງແຂວງ ໄດ້ເລີ່ມກໍ່ສ້າງເຂດກະສິກຳໝູນໃຊ້ເຕັກໂນໂລຊີສູງສຳລັບຂະແຫນງກຸ້ງ ດ້ວຍຂອບເນື້ອທີ່ 418 ເຮັກຕາ ດ້ວຍຍອດຈຳນວນເງິນລົງທຶນປະມານ 1000 ຕື້ດົງ.

ແຕ່ດົນນານມາແລ້ວ, ເຄື່ອງໝາຍ ກຸ້ງ ຫວຽດນາມ ໄດ້ຮັບການຮູ້ຈັກເຖິງຈາກຫລາຍປະເທດໃນໂລກ. ປະຈຸບັນ ຜະລິດຕະພັນກຸ້ງ ຫວຽດນາມ ໄດ້ນຳໄປຂາຍຢູ່ເກືອບ 80 ປະເທດ, ເຂດແຄ້ວນ ແລະ ແຕ່ລະປີປະກອບສ່ວນເຂົ້າວົງເງິນສົ່ງອອກປະມານ 4 ຕື້  USD. ເຖິງຢ່າງໃດກໍຕາມ ໄລຍະຜ່ານມາ ຕະຫລາດສົ່ງອອກ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຄວນແກ້ໄຂ.

ທ່ານ ຫງວຽນຫວຽດຈູງ, ຫົວຫນ້າຫ້ອງການການຄ້າ - ພະແນກອຸດສາຫະກຳ ການຄ້າ ແຂວງກາເມົາ ຖືວ່າ: ຮົ້ວກີດຂວາງດ້ານເຕັກນິກຂອງຕະຫລາດບັນດາປະເທດນັບມື້ນັບສູງ. ໃນຂະນະນັ້ນ ສິນທະເລຂອງຫວຽດນາມ ຖືກບັດເຫລືອງຈາກ ອີຢູ ແລະ ສິນຄ້າປະເພດກຸ້ງກໍ່ຖືກຜົນສະທ້ອນໄປຕາມ ຖືກກວດກາຢ່າງເຄັ່ງຄັດກວ່າ.

ເຖິງຢ່າງໃດກໍຕາມ ຂະແຫນງກຸ້ງຂອງ ແຂວງ ກາເມົາ ເວົ້າສະເພາະ ແລະ ຫວຽດນາມເວົ້າລວມ ຈະພັດທະນາກວ່າໃນໄລຍະຈະມາເຖິງ ຍ້ອນມີການປ່ຽນແປງຢ່າງຕັ້ງຫນ້າຂອງບັນດາວິສາຫະກິດໃນການລ້ຽງປູກ ປຸງແຕ່ງ ຈະສ້າງຕະຫລາດສົ່ງອອກໃຫ້ຍືນຍົງໃນອະນາຄົດ. ນອກນັ້ນ ຄຽງຄູ່ກັບບັນດາຕະຫລາດເດີມຄື: ອາເມລິກາ, ຈີນ, ຍີ່ປຸ່ນ, ສ. ເກົາຫລີ ແລ້ວ ບັນດາວິສາຫະກິດ ກໍ່ໄດ້ເປີດກວ້າງຕະຫລາດສົ່ງອອກໄປຍັງ ລັດເຊຍ, ອັງກິດ.. ແລະ ສົນໃຈເຖິງຕະຫລາດພາຍໃນປະເທດກວ່າ. ທ່ານ ຫງວຽນຫວຽດຈູງ ແບ່ງປັນວ່າ:

 “ການສົ່ງອອກແມ່ນທິດພື້ນຖານ ຍົກສູງມູນຄ່າສິນຄ້າຂອງຊາວກະສິກອນ ແລະ ວິສາຫະກິດ. ພວກຂ້າພະເຈົ້າ ໄດ້ສົ່ງຜະລິດຕະພັນກຸ້ງໄປຂາຍຢູ່ຫລາຍປະເທດ ແລະ ນຳມາເຊິ່ງລາຍຮັບສູງ. ຄຽງຂ້າງນັ້ນ ຕ້ອງເອົາໃຈໃສ່ເຖິງຕະຫລາດພາຍໃນກວ່າ. ປະຈຸບັນ ຜະລິດຕະພັນກຸ້ງຂອງ ກາເມົາ ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກພາຍໃນປະເທດຢ່າງຫລວງຫລາຍ. ເປັນຕົ້ນແມ່ນຕະຫລາດ ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ. ການສົ່ງອອກສິນໃນນ້ຳເວົ້າສະເພາະ, ກຸ້ງເວົ້າລວມຂອງ ແຂວງກາເມົາ ໃນໄລຍະຈະມາເຖິງແມ່ນມີຄວາມຫວັງ.”

ໄລຍະຜ່ານມາ, ບັນດາແຂວງ ແຄມທະເລ ຢູ່ເຂດທົ່ງພຽງແມ່ນ້ຳຂອງ ໄດ້ສຸມໃສ່ ພັດທະນາຕາມທິດແຜນການດຳເນີນງານ ຂອງທ່ານນາຍົກລັດຖະມົນຕີກ່ຽວກັບ ການພັດທະນາຂະແຫນງກຸ້ງແບບຍືນຍົງ, ບັນດາທ້ອງຖິ່ນ, ວິສາຫະກິດ ແລະ ຊາວກະສິກອນ ຄວນປ່ຽນໃຫມ່, ໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການລ້ຽງ ປູກ ປຸງແຕ່ງ… ເພື່ອຕອບສະຫນອງບັນດາຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງຕະຫລາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ