ເຂດເສດຖະກິດຈຸດສຸມທາງພາກເໜືອ ລວມມີ 7 ແຂວງ, ນະຄອນຄື: ຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ, ຫາຍເຢືອງ, ຮືງອຽນ, ບັກນິງ ແລະ ວິ້ງຟຸກ ແລະ ສູນກາງຕົ້ນຕໍ່ກ່ຽວກັບດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ວິທະຍາສາດ - ເຕັກໂນໂລຊີ ຂອງທົ່ວປະເທດ. ນີ້ກໍ່ແມ່ນເຂດນຳໜ້າກ່ຽວກັບການຮ່ວມມືກັບສາກົນ ແລະ ດຶງດູດການລົງທຶນຈາກຕ່າງປະເທດ. ທັງ 7 ທ້ອງຖິ່ນໃນເຂດລ້ວນແຕ່ມີລະດັບການພັດທະນາຖືກຈັດຢູ່ໃນອັນດັບສູງໃນ ທົ່ວປະເທດ, ພິເສດແມ່ນນະຄອນຫຼວງຮ່າໂນ້ຍ. ພື້ນຖານໂຄງລ່າງໄດ້ຮັບການລົງທຶນຫຼາຍພໍສົມຄວນ, ໂດຍສະເພາະແມ່ນພື້ນໂຄງລ່າງຖານທາງຄົມມະນາຄົມດ້ວຍການເຊື່ອມຕໍຕົ້ນຕໍ່ກັບທາງຫຼວງເລກ 5, ທາງຫຼວງເລກ 18 ແລະ ທາງຫຼວງເລກ 10; ທ່າອາກາດສະຍານໂນ້ຍບາຍ, ກ໋າດບີ; ທ່າກ່ຳປັ່ນຫາຍຟ່ອງ, ທ່າກ່ຳປັ່ນນ້ຳເລິກ ແລກຫ້ຽນ… ເຂດເສດຖະກິດຈຸດສຸມທາງພາກເໜືອ ກໍແມ່ນແຫ່ງທີ່ມີທ່າແຮງອັນໃຫຍ່ຫຼວງກ່ຽວກັບແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບສູງ, ໄດ້ຮັບການບຳລຸງສ້າງເປັນລະບົບ, ແມ່ນເຂດມີອັດຕາສ່ວນນັກສຶກສາ/ຫົວຄົນຫຼາຍທີ່ສຸດໃນທົ່ວປະເທດ. ນີ້ແມ່ນເງື່ອນໄຂສະດວກເພື່ອສ້າງກຳລັງໜູນພັດທະນາເສດຖະກິດສັງຄົມໃຫ້ທົ່ວເຂດ ແລະ ໃນທົ່ວປະເທດ.
ໂດຍອີງໃສ່ບັນດາທ່າແຮງນັ້ນ, ໃນໄລຍະຜ່ານມາ, 7 ແຂວງ, ນະຄອນໃນເຂດໄດ້ເພີ່ມທະວີການຮ່ວມສຳພັນ, ການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນເພື່ອພ້ອມກັນພັດທະນາ. ໃນນັ້ນ, ດ້ວຍບົດບາດເປັນປະທານສະພາເຂດເສດຖະກິດຈຸດສຸມທາງພາກເໜືອໄລຍະແຕ່ປີ 2015 – 2016, ພ້ອມທັງເປັນເຂດເສດຖະກິດນຳໜ້າທາງພາກເໜືອ, ຮ່າໂນ້ຍ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວ, ລາຍການລະອຽດໃນຫຼາຍຂົງເຂດເພື່ອສ້າງຄວາມສະໜິດຕິດພັນ, ພັດທະນາເຂດເສດຖະກິດທີ່ຂະຫຍັນຂັນເຄື່ອນນີ້. ສິ່ງທີ່ໜ້າສົນໃຈແມ່ນການລົງທຶນ ແລະ ວາງແຜນທາງຄົມມະນາຄົມ, ເປີດກວ້າງ, ຍົກລະດັບບັນດາເສັ້ນທາງສຳຄັນຄື: ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫາຍຟ່ອງ, ຫ້າລອງ - ຫາຍຟ່ອງ ພ້ອມກັບການຍົກລະດັບທ່າອາກາດສະຍານສາກົນໂນ້ຍບ່າຍ ແລະ ກ໋າດບີ. ທີ່ກອງປະຊຸມການຮ່ວມມືພັດທະນາເຂດເສດຖະກິດຈຸດສຸມທາງພາກເໜືອຢູ່ຮ່າໂນ້ຍ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຮ່ວາງຈຸງຫາຍ, ຊີ້ແຈ້ງວ່າ.
“ນະຄອນຫຼວງຮ່າໂນ້ຍ ແລະ ບັນດາທ້ອງຖິ່ນໃນເຂດຈະສາມັກຄີກັນ, ຮ່ວມແຮງຮ່ວມໃຈມານະພະຍາຍາມກວ່າອີກ ເພື່ອສະເໜີບັນດາມາດຕະການແກ້ໄຂທີ່ເປັນໄປໄດ້ ເພື່ອແນໃສ່ພັດທະນາບັນດາການເຄື່ອນໄຫວຮ່ວມມືກວ່າອີກ, ພັດທະນາຢ່າງຮອບດ້ານ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ, ກາລະໂອກາດຂອງແຕ່ລະທ້ອງຖິ່ນ ແລະ ຂອງທົ່ວເຂດເສດຖະກິດຈຸດສຸມທາງພາກເໜືອຢ່າງສຸດຂີດ”.
ພາຍຫຼັງ 20 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ເຂດເສດຖະກິດຈຸດສຸມທາງພາກເໜືອ ໄດ້ມີລະດັບເຕີບໂຕສູງ, ເຖິງຢ່າງໃດກໍ່ຕາມ, ຕາມການຕີລາຄາຂອງບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ມີການເຄື່ອນໄຫວຮ່ວມມືຕົ້ນຕໍຫຼາຍຢ່າງພຽງແຕ່ຢຸດຕິຢູ່ໃນລະດັບແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ຊ່ວຍເຫຼືອບຳລຸງສ້າງພະນັກງານເທົ່ານັ້ນ, ຍັງບໍ່ທັນມີບັນດາໂຄງການ, ແຜນຮ່າງຢ່າງລະອຽດເພື່ອສ້າງກຳລັງໜູນຢ່າງແຮງໃຫ້ແກ່ການພັດທະນາຂອງເຂດເທື່ອ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໋ຢຸງ ຖືວ່າ: ສາຍເຫດຕົ້ນຕໍ ກ່ອນອື່ນໝົດແມ່ນຍ້ອນຍັງບໍ່ທັນມີກົນໄກປະສານງານ, ການຮ່ວມສຳພັນຢ່າງຈະແຈ້ງລະຫວ່າງບັນດາທ້ອງຖິ່ນໃນເຂດ, ບໍ່ທັນມີສະຕິ, ຈິນຕະນາການໃນການພັດທະນາເຂດທີ່ມີລັກສະນະຍຸດທະສາດໄດ້ເທື່ອ. ຈາກພຶດຕິກຳຕົວຈິງຂອງທ້ອງຖິ່ນ, ທ່ານ ຫງວຽນຊວນບິ່ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ ຖືວ່າ, ແຕ່ລະທ້ອງຖິ່ນໃນເຂດລ້ວນແຕ່ມີທ່າແຮງ. ເຖິງຢ່າງໃດກໍ່ຕາມ, ເພື່ອປະຕິບັດໃຫ້ເປັນຢ່າງດີກວ່າ, ຕ້ອງສ້າງກົນໄກພັດທະນາລະຫວ່າງເຂດ, ຕິດພັນບັນດາທ້ອງຖິ່ນນຳກັນ.
“ແຕ່ລະທ້ອງຖິ່ນຕ້ອງເຮັດລ້ອນໜ້າທີ່ຮັບຜິດຊອບຂອງຕົນ, ເພື່ອຕົນເອງ ແລະ ເພື່ອທ້ອງຖິ່ນອື່ນໆໃນເຂດ. ພິຈາລະນາ, ຕີລາຄາວິວັດທະນາການປະຕິບັດເປັນປະຈຳ ເພື່ອເພີ່ມເຕີມ, ແກ້ໄຂບັນດາບັນຫາທີ່ເຫັນວ່າ ຕ້ອງປັບປຸງຢ່າງທັນການເພື່ອວາງແຜນຜັງພັດທະນານັ້ນແມ່ນແຜນການດຳລົງຊີວິດ, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕໍ່ໜ້າ, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການໄລຍະຍາວໃຫ້ແກ່ການພັດທະນາຂອງເຂດ. ເສີມຂະຫຍາຍໄດ້ທ່າແຮງຂອງແຕ່ລະທ້ອງຖິ່ນ ແຕ່ຕ້ອງມີການຕິດພັນກັນ”.
ຄາດໝາຍເຂດເສດຖະກິດຈຸດສຸມທາງພາກເໜືອທີ່ໄດ້ວາງອອກຮອດປີ 2020 ວິໄສທັດຮອດປີ 2030 ແມ່ນ GDP ສະເລ່ຍໃສ່ຫົວຄົນບັນລຸໃຫ້ໄດ້ 5.500 USD. ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, ໃນໄລຍະຈະມາເຖິງ, ບັນດາແຂວງໃນເຂດເສດຖະກິດຈຸດສຸມທາງພາກເໜືອຕ້ອງສຸມໃສ່ເຂົ້າໃນການພັດທະນາອຸດສາຫະກຳເຂດ ຕິດພັນກັບວິທະຍາສາດ - ເຕັກໂນໂລຊີສູງ, ສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບສູງ ແລະ ມີມູນຄ່າແກ່ງແຍ້ງສູງ.