ເຂື່ອນໄຟຟ້ານ້ຳຕົກເຊີນລາ: ກິດຈະກຳຂອງພູມປັນຍາ ແລະ ຄຸນນະທາດ ຫວຽດນາມ

(vovworld) - ກິດຈະກຳ​​ເຂື່ອນໄຟຟ້າ​ນ້ຳຕົກ ​ເຊີນ​ລາ ຫາ​ກໍ່​ຕ້ອນຮັບ​ບຸນ​ເຕັດ​​ເປັນຄັ້ງ​ທຳ​ອິດ ພາຍຫລັງ​ເຊື່ອມ​ຕໍ່​ກະ​ແສ​ໄຟຟ້າ​ແຫ່ງ​ຊາດ. ​ເລື່ອງ​ນຳ​ໂຮງງານ​ໄຟຟ້າ​ນ້ຳຕົກ​ເຊີນ​ລາ​ເຂົ້າ​ໃຊ້​ການ ​ໄດ້​ຮັບ​ຖື​ວ່າ ​​ເປັນ​ຂີດ​ໝາຍ​ສຳຄັນ​ຂອງ​ຂະ​ແຫນງ​ໄຟຟ້າ ຫວຽດນາມ, ບໍ່​ພຽງ​ແຕ່​ນຳ​ມາ​​ເຊິ່ງຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ກິດຈະກຳ​ໄຟຟ້າ​ນ້ຳ​ຕົກ​ໃຫຍ່​ກວ່າ​ໝູ່, ມີ​ຂອບ​ຂະຫນາດ​ລະດັບພາກ​ພື້ນ ​ໂດຍ ຫວຽດນາມ ອອກ​ແບບ ​ແລະ ປະຕິບັດ​ເອງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນກິດ​ຈະ​ກຳທີ່​ພົ້ນ​ເດັ່ນ​ຂອງພູມ​ປັນຍາ ​ແລະ ຄຸນ​ນະ​ທາດ​ຫວຽດນາມ ອີກ​ດ້ວຍ.

ເຂື່ອນໄຟຟ້ານ້ຳຕົກເຊີນລາ: ກິດຈະກຳຂອງພູມປັນຍາ ແລະ ຄຸນນະທາດ ຫວຽດນາມ - ảnh 1

ເຂື່ອນໄຟຟ້ານ້ຳຕົກເຊີນລາ
ພາບ:internet

        ​ໂຄງການ​ໄຟຟ້າ​ນ້ຳຕົກ​ເຊີນ​ລາ ​ແມ່ນ​ກິດຈະກຳ​ຈຸດ​ສຸມ​ແຫ່ງ​ຊາດນອນ​ໃນ​ແມ່​ນ້ຳ​ດ່າ ຢູ່​ບໍລິ​ເວນຕາ​ແສງ ອິດ​ອອງ ​ເມືອງ​​ເມື່ອ​ງລາ ​ແຂວງ ​ເຊີນ​ລາ. ພາຍຫລັງ​ກໍ່ສ້າງ​ມາ​ເປັນ​ເວລາ 7 ປີ, ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊີນ​ລາ ສາມາດ​ສະຫນອງ​ໄຟຟ້າ​ສະ​ເລ່ຍ​ແຕ່ລະ​ປີກ​ວ່າ 10 ຕື້ Kw/h ​(ເທົ່າກັບ 10% ປະລິມານ​ການ​ຜະ​ລິດ​ໄຟຟ້າ​ຂອງ​ຫວຽດນາມ), ດ້ວຍ​ກຳລັງ​ການ​ຜະລິດ​ໄຟຟ້າ 2.400 Mw. ປະລິມານ​ບັນຈຸ​ນ້ຳຂອງ​ເຂື່ອນ​ໄຟຟ້າ​ເຊີນ​ລາແມ່ນ​ ກວ່າ 9 ຕື້ ​ແມັດ​ກ້ອນ ​ແລະ 4 ຕື້​ແມັດ​ກ້ອນ​ແມ່ນ​ຮັບ​ໃຊ້​ວຽກ​ງານ​ຕ້ານ​​ໄພ​ນ້ຳ​ຖ້ວມ​ໃຫ້​ແກ່​ເຂດ​ທົ່ງພຽງລຸ່ມ​ແມ່​ນ້ຳ. ຖ້າ​ຫາກ​ຍອດ​ຈຳນວນ​​ເງິນ​ລົງທຶນ​ໃຫ້​ແກ່​ໂຄງການ​ໄຟຟ້າ​ນ້ຳ​ຕົກ​ເຊີນ​ລາແມ່ນ ກວ່າ 60.000 ຕື້​ດົ່ງ, ​ໄລ່​ສະ​ເພາະ​ໄລຍະ 3 ປີ​ທີ່​ກິດຈະກຳ​ດັ່ງກ່າວ​ສຳ​ເລັດ​ກ່ອນ​ກຳນົດ​ເວລາ​​ນັ້ນໄດ້​ນຳ​ມາ​ເຊິ່ງມູນ​ຄ່າ​ປະມານ 45.000 ຕື້​ດົ່ງ. ທ່ານ ​ເຢືອງ​ແຄງ​ຕວານ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ ຊົງ​ດ່າ, ຊຶ່ງ​ແມ່ນ​ຫົວຫນ່ວຍທີ່​ເປັນ​​​ເຈົ້າ​ຂອງ​ການປະມູນກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ ​ເຊີນ​ລາ ຢືນຢັນ​ວ່າ:

        “​ເລື່ອງ​ກິດ​ຈະ​ກຳ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊີນ​ລາ​ສຳ​ເລັດ​ການ​ກໍ່​ສ້າງກ່ອນ​ກຳນົດ​ເວລາ 3 ປີ ​ເມື່ອ​ທຽບ​ໃສ່​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ນັ້ນ ​ໄດ້​​ເປັນ​ການປະຢັດ​ ​ແລະ ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ນັບ​ ສິບໆ ຕື້​ດົ່ງ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ. ​ເລື່ອງ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊີນ​ລາ​ສຳ​ເລັດ​ຜົນ​ແມ່ນ​ໝາກຜົນ​ຂອງ​ແນວທາງ​ປ່ຽນ​ແປງ​ໃຫມ່, ​ເສີມ​ຂະຫຍາຍ​ພູມ​ປັນຍາ ​ແລະ ກຳລັງ​ແຮງ​ພາຍ​ໃນ​ຂອງ​ປະ​ເທດ​ ​ແມ່ນ​ສັນຍາ​ລັກ​ຂອງ​ກຳມະກອນ ຫວຽດນາມ ​ເວົ້າ​ລວມ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງຜູ້​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳ​ຕົກ​ເວົ້າສະ​ເພາະ​ໃນ​ຍຸກ​ສະ​ໄຫມ​ໃຫມ່ - ຍຸກ​ສະ​ໄຫມ​ໂຮ່ຈິ​ມິນ.”

        ​ໂຄງການ​ກໍ່​ສ້າງ​ເຂື່ອນໄຟຟ້າ​ນ້ຳຕົກ​ເຊີນ​ລາ ມີ​ຖັນ​ແຖວ​ນັກ​ວິ​ສາວະ​ກອນ​ຫລາຍ​ສຸດ ​ແລະ ສາມາດ​ເປັນ​ເຈົ້າ​ການ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ​ທີ່​ສຸດ​ຢູ່ ຫວຽດນາມ ​ໃນປະ​ຈຸ​ບັນ. ທ່ານ ທາຍ​ຟຸ້ງ​​ເນ, ຮອງ​ຫົວຫນ້າ​ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊີນ​ລາ ຖື​ວ່າ: ສິ່ງ​ທີ່​ເປັນ​ຫນ້າ​ເຄົາລົບ ​ແລະ ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ນັ້ນ​ແມ່ນ​ວຽກ​ງານ​ຄຸ້ມ​ຄອງ​ໂຄງການ, ການອອກ​ແບບ ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດ​ກິດຈະກຳລ້ວນ​ແຕ່​ແມ່ນບັນດາ​ວິ​ສາ​ຫະກິດ ຫວຽດນາມ ປະຕິບັດ.

        “ນີ້​​ເປັນ​ຄັ້ງ​ທຳ​ອິດທີ່ ຫວຽດນາມ ສວມ​ບົດບາດ​​​ເປັນ​ທີ່​ປຶກສາ​ຕົ້ນ​ຕໍ​ໃນ​ໂຄງການ​ທີ່ມີ​ຂອບ​ຂະຫນາດ​ໃຫຍ່​ຂອງ​ໂລກ. ມາ​ຮອດ​ປະຈຸ​ບັນ ລະດັບ​ການ​ອອກ​ແບບ, ການກໍ່ສ້າງ ກໍ​ຄື​ຕິດ​ຕັ້ງ​ອຸປະກອນ​ຂອງ ຫວຽດນາມ ​ໄດ້​ມີ​ຄວາມ​ຄືບ​ຫນ້າ​ຫລາຍ​​. ກ່ອນ​ນີ້ຢາກ​ກໍ່ສ້າງ​ກິດຈະກຳ​ຄື​ແນວ​ນີ້ ຕ້ອງ​ລະດົມກຳມະກອນ 35.000 ຄົນ ​ແຕ່​ສຳລັບ​ໂຄງການເຂື່ອນ​​ໄຟຟ້ານ້ຳຕົກ​ເຊີນ​ລາ ​ຈຳ​ນວນກຳມະກອນ​ກໍ່ສ້າງ ​ແລະ ຕິດ​ຕັ້ງ​ກົນ​ຈັກ​​ແມ່ນບໍ່​ຮອດ 10.000 ຄົນ.”

ເຂື່ອນໄຟຟ້ານ້ຳຕົກເຊີນລາ: ກິດຈະກຳຂອງພູມປັນຍາ ແລະ ຄຸນນະທາດ ຫວຽດນາມ - ảnh 2
ຂົນສົ່ງອຸປະກອນຮັບໃຊ້ການກໍ່ສ້າງເຂື່ອນໄຟຟ້າ
ພາບ:internet

        ​ບັນລຸ​ໄດ້ຜົນ​ງານ​ຄື​ດັ່ງກ່າວ ​ແມ່ນຍ້ອນ​ມີ​ການ​ຊີ້​ນຳ​​ນຳ​ພາຢ່າງ​ຂ້ຽວຂາດ, ການບໍລິຫານ​ຢ່າງ​ວອ່ງ​ໄວ​ຂອງ​ລັດຖະບານ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ. ​ເພື່ອ​​ກະ​ແສ​ໄຟຟ້າຂອງ​ປະ​ເທດ​ຊາດ, ໄດ້ມີ​ 20.000 ກວ່າຄອບຄົວ​ຢູ່ສາມ​ແຂວງ ​ເຊີ​ນລາ, ລາຍ​ເຈົາ ​ແລະ ດ້ຽນບຽນ ​ຕ້ອງຍົກຍ້າຍ​​ທີ່​ຢູ່ໄປ​ຍັງແຫ່ງ​ໃຫມ່​ເພື່ອ​ມອບ​ທີ່​ດິນ​ໃຫ້​ແກ່​​ໂຄງການ​ກໍ່ສ້າງກິດຈະກຳ​ໄຟຟ້ານ້ຳຕົກ. ທ່ານ ​ເຈືອງ​ກວາງ​ເຫງຍ, ​ເລຂາ​ຄະນະ​ພັກ​​ແຂວງ​ເຊີນ​ລາ ​ໄດ້​ຢືນຢັນ​ວ່າ:

“​ໃນ​ໄລຍະ​​ເກືອບ 8 ປີ​ແຫ່ງ​ການ​ປະຕິບັດ, ອົງຄະ​ນະ​ພັກ ​ແລະ ປະຊາຊົນ 3 ​ແຂວງ​ໃນ​ເຂດ​ກໍ່ສ້າງ​ໂຄງການ​​ເຂື່ອນໄຟຟ້າ​ນ້ຳຕົກມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່​ໄດ້​ກໍ່ສ້າງ​ໂຄງການ​ສຳ​ເລັດຖືກ​ກັບຄວາມ​ຄືບ​ຫນ້າ​, ຮັບປະກັນ​ຄວາມ​ປອດ​ໄພຢ່າງ​ສ້ິນ​ເຊີງ ​ກໍ່​ຄື​ຮັບ​ປະກັນຊີວິດ​ການ​ເປັນ​ຢູ່​ຂອງ 20.000 ຄອບຄົວ​ທີ່ຍ້າຍ​​ໄປອາ​ໄສ​ຢູ່​ແຫ່ງ​ໃຫມ່​​ເປັນ​ປົກ​ກະ​ຕິ ແລະ ມີ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ”

​        ເລື່ອງນຳ​ເຂື່ອນໄຟຟ້າ​ນ້ຳຕົກ​ເຂົ້າ​ໃຊ້​ການ​ກ່ອນ​​ກຳນົດ​ເວລາ ​ໄດ້​ປະກອບສ່ວນ​ສຳຄັນ​ຮັບປະກັນ​ການ​ສະຫນອງ​ໄຟຟ້າ​ໃຫ້​ແກ່​ປະ​ເທດ​ຊາດ, ປັບ​ປຸງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ພ້ອມ​ທັງ​ປະກອບສ່ວນ​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ມອບ​ເຂົ້າ​ງົບປະມານ​ແຂວງ ​ເຊີນ​ລາ ​ປະມານ 1000 ຕື້​ດົ່ງ/ປີ. ພ້ອມ​ກັບ​ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊີນ​ລາ​ ຍັງມີ​ທາງ​ຄົມມະນາຄົມ​ຫລາຍ​ສາຍກໍ່​ໄດ້​ຮັບ​ການກໍ່ສ້າງ​ໃຫມ່, ​ເປີດ​ກວ້າງ ​ແລະ ຍົກ​ລະດັບ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ:

        “ກິດຈະກຳ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊີນ​ລາ ​ແມ່ນ​ກິດຈະກຳ​ໂດຍ​ບັນດາ​ກຸ່ມ​ບໍລິສັດ​ເສ​ດຖະກິດ, ບັນດາ​ບໍລິສັດ​ໃຫຍ່​ແຫ່ງ​ລັດ​ຮັບ​ຫນ້າ​ທີ່​ເປັນ​ເຈົ້າ​ຂອງ​ລົງທຶນ, ອອກ​ແບບ, ຈັດ​ຕັ້ງ​ການ​ກໍ່ສ້າງ ​ແລະ ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ. ບັນດາ​ກະຊວງ, ກຸ່ມ​ບໍລິສັດ​ໃຫຍ່, ບໍລິສັດ​ໃຫຍ່​ແຫ່ງ​ລັດ ຕ້ອງ​ຖອດ​ຖອນ​ບົດຮຽນ ​ແລະ ​ເສີມ​ຂະຫຍາຍ​ບັນດາຜົນງານ, ຄວາມ​ຄືບ​ຫນ້າຢ່າງ​ແຮງ, ​ແກ້​ໄຂ​ຂໍ້​ຈຳກັດ​ເພື່ອ​ສືບ​ຕໍ່​ກໍ່ສ້າງ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ, ບັນດາ​ບໍລິສັດ​ໃຫຍ່​ແຫ່ງ​ລັດ​ຢ່າງ​ແຮງ, ແນ​ໃສ່ກໍ່ສ້າງ​ກິດຈະກຳ​​ໃຫຍ່​ທັນ​ສະ​ໄຫມ​ຫລາຍ​ແຫ່ງຢ່າງ​ວ່ອງ​ໄວ ແລະ ມີປະສິດທິ​ຜົນ​ໃນ​ວິວັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ.”

        ອາດ​ເວົ້າ​ໄດ້​ວ່າ ກິດຈະກຳ​ເຂື່ອນໄຟຟ້າ​ນ້ຳຕົກ​ເຊີນ​ລາ ​​ໄດ້​ກາຍ​ເປັນ​ສັນຍາ​ລັກ​ຢ່າງ​ມີ​ຊີວິດ​ຊີວາ​​ກ່ຽວ​ກັບລັດທິ​ວິລະ​ຊົນ​ປະຕິວັດ ​ຂອງນ້ຳ​ໃຈ​ເພິ່ງ​ຕົນ​ເອງ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​​ເພື່ອບືນຕົວ​ຂຶ້ນ ​ໃນ​ພາລະກິດ​ສ້າງສາ​ປະ​ເທດ ຫວຽດນາມ ​ໃຫ້ຈະ​ເລີ​ນຮຸ່ງ​ເຮ​ືອງ. ຜົນສຳ​ເລັດ​ຂອງ​ໂຄງການ​​ແມ່ນ​ຍ້ອນ​ນ້ຳ​ໃຈ​ອອກ​ແຮງ​ງານຢ່າງ​ດຸ​ໝັ່ນ​ຂະຫຍັນ​ພຽນ​, ມີ​ຫົວຄິດ​ປະດິດ​ສ້າງຂອງ​ໝູ່​ຄະນະ​ພະນັກງານ​ກຳມະກອນ ​ແລະ ສະ​ແດ​ງ​ໃຫ້​ເຫັນ​ກຳລັງ​ແຮງ​​ແຫ່ງພູມ​ປັນ​ຍາ​ຂອງ​ຊາວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ