ເຂົ້າຮ່ວມ TPP-ບັນດາສິ່ງທ້າທາຍຊຶ່ງຫວຽດນາມຕ້ອງຜ່ານຜ່າ


(vovworld)- ວາ​ລະ​ເຈ​ລະ​ຈາ​ຂັ້ນ​ຫົວ​ຫ​ນ້າ​ຄະ​ນະ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ (TPP) ຫາ​ກໍ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ. ເລື່ອງ​ເຂົ້າ​ຮ່ວມ​ສັນ​ຍານີ້ ຈະ​ນຳ​ພື້ນ​ຖານ​ເສດ​ຖ​ະ​ກິດ​ຫວຽດ​ນາມ ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງກວ່າ, ເປີດ​ທ່າ​ແຮງ​ໄດ້​ຫລາຍກວ່າ​ໃຫ້​ແກ່​ການ​ລົງ​ທຶນ, ສົ່ງ​ອອກ, ແຕ່​ຫວຽດ​ນາມ ກໍ​ຕ້ອງ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ​ໃຫມ່​ຫລາຍ​ຢ່າງກວ່າ.

ເຂົ້າຮ່ວມ TPP-ບັນດາສິ່ງທ້າທາຍຊຶ່ງຫວຽດນາມຕ້ອງຜ່ານຜ່າ - ảnh 1
ພາບ​ປະ​ກອບ:internet

        ເຂົ້າ​ຮ່ວມ​ວາ​ລະ​ເຈ​ລະ​ຈາ​ຢູ່​ຮ່າ​ໂນ້ຍ, ນອກ​ຈາກ ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ມີ​ຜູ້​ຕາງ​ຫ​ນ້າ​ຂອງ 11 ປະ​ເທດ​ອື່ນ​ຄື: ອົດ​ສະ​ຕາ​ລີ, ບ​ຣູ​ໄນ, ກາ​ນາ​ດາ, ຈີ​ເລ, ຍີ່​ປຸ່ນ, ມາ​ເລ​ເຊຍ, ເມ​ຊີ​ໂກ, ນິວ​ເຊີ​ແລນ, ເປ​ຣູ, ສິງ​ກະ​ໂປ ແລະ ອາ​ເມ​ລິ​ກາ. ທີ່​ວາ​ລະ​ເຈ​ລະ​ຈາ, ບັນ​ດາ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຍັງ​ຄົງ​ຄ້າງ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ສຳ​ພັດ​ກັບ​ຕະ​ຫລາດ​ສິນ​ຄ້າ ແລະ ບໍ​ລິ​ການ, ຊັບ​ສິນ​ທາງ​ປັນ​ຍາ, ການ​ລົງ​ທຶນ, ສິ່ງ​ແວດ​ລ້ອມ, ລັດ​ວິ​ສາ​ຫະ​ກິດ, ສະ​ພາບ​ແວດ​ລ້ອມ​ດ້ານ​ນິ​ຕິ​ກຳ ແລະ ການ​ແລກ​ປ່ຽນ​ສອງ​ຝ່າຍ. ສຳ​ລັບ​ຫວຽດ​ນາມ, ຊື່ງ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ​ເຂົ້າ​ຮ່ວມ TPP, ສັນ​ຍານີ້​ຈະ​ສ້າງ​ກາ​ລະ​ໂອ​ກາດ​ໃຫ​ຍ່​ໃຫ້​ແກ່​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ພິ​ເສດ​ແມ່ນ​ຍູ້​ແຮງ​ກາ​ນ​ສົ່ງ​ອອກ.

        ເມື່ອ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ (TPP) ມີ​ຜົນ​ສັກ​ສິດ, ມີ​ເຖິງ 90% ປະ​ເພດ​ພາ​ສີ​ນຳເຂົ້​າ​ບັນ​ດາ​ຕະ​ຫລາດ​ໃຫ​ຍ່​ຄື: ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ຍີ່​ປຸ່ນ ແລະ ກາ​ນາ​ດາຖືກ​ຫລຸດ​ລົງ​​ເຫລືອ​ພຽງ 0%. ສິ່ງ​ດັ່ງກ່າວຈະ​ຊ່ວຍ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍູ້​ແຮງ​ການ​ສົ່ງ​ອອກ. ຄາດ​ຄະ​ເນ​ວ່າ, ດ້ວຍ​ວົງ​ເງິນ​ຂາ​ອອກ​ຂາ​ເຂົ້າ​ຂອງ​ບັນ​ດາ​ປະ​ເທດ​ໃນ TPP ຂຶ້ນ​ເຖິງ 230 ຕື້ ໂດ​ລາ​ສະ​ຫະ​ລັດ, ເລື່ອງ​ເຂົ້າ​ຮ່ວມ​ສັນ​ຍານີ້ ຈະ​​ຊ່ວຍ​ໃຫ້ສິນ​ຄ້າ​​ຫວຽດ​ນາມ​ເຕີບ​ໂຕ​​ແຕ່ 20-30%. ເຖິງ​ຢ່າງ​ໃດ​ກ​ໍ​ຕາ​ມ, ໂດຍ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ດ້ານ​ພາ​ສີ, ສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ຕ້ອງ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກ່ຽວ​ກັ​ບ​ຫລັກ​ການ​ຕົ້ນ​ກຳ​ເນີດ​ສິນ​ຄ້າ​ຈາກ​ພາຍ​ໃນ​ປະ​ເທດ ຫລື ໃນ​ບັນ​ດາ​ປະ​ເທດ​ເຂົ້​າ​ຮ່ວມ TPP. ໃນ​ຂະ​ນະ​ນັ້ນ, ສະ​ເພາະ ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ ປະ​ຈຸ​ບັນ ມີ​ເຖິງ 50% ແຫລ່ງວັດ​ຖຸ​ດິບ​ຍັງ​ຄົງ​ນຳ​ເຂົ້າ​ຈາກ​ບັນ​ດາ​ປ​ະ​ເທດນອກ​ກຸ່ມ TPP. ດ້ານ​ອື່ນ, ພ້ອມ​ກັບ​ການ​ຫລຸດ​ຜ່ອນ​ພາ​ສີ, ຕະ​ຫລາດ​ພາຍ​ໃນ​ກໍ່​ຕ້ອງ​ເປີດ​ປະ​ຕູນຳ​ເຂົ້າ​ສິນຄ້າ​ຢ່າງກວ້າງຂວາງກວ່າ​. ທ່ານ ຫງວຽນ​ດືກ​ທ້ວນ, ຮອງ​ປະ​ທານ​ສະ​ພາ​ບໍ​ລ​ິ​ຫານ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຖື​ວ່າ:

        “ສັນ​ຍາ TPP ມີ​ຫລາຍ​ຂົງ​ເຂດ​ໃຫມ່ ຊື່​ງ​ແຕ່​ດົນ​ນານ​ມາ​ແລ້ວ ພວກ​ເຮົາ​ບໍ່​ທັນ​​ມີ​ໂອ​ກາດເຂົ້າ​ຮ່ວມ​ການ​ເຈ​ລະ​ຈາປານ​ໃດ. ອົງ​ການ​ວາງ​ແຜນ​ນະ​ໂຍ​ບາຍ ຄວນ​ຊອກ​ຮູ້​ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ນິ​ຕິ​ກຳ ຊ່ວຍວິ​ສາ​ຫະ​ກິດ​ຫວຽດ​ນາມ​ຮັບ​ມື​ກັບ​ສະ​ພາບ​ແວດ​ລ້ອມ​ໃນ TPP. ລັດ​ຖະ​ບານ​ຄວນ​​ຊ່ວຍ​ກຳ​ນົດ​ທິດ​ລົງ​ທຶນ​ອຸດ​ສາ​ຫະ​ກຳ​ສຳ​ຮອງໃຫ້​ຂະ​ແໜງຕ່ຳ​ແຜ່ນ​ຕັດ​ຫ​ຍິບ, ສ່ວນວິ​ສາ​ຫະ​ກິດ​ເອງ​ຕ້ອງ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ເພື່ອ​ສາ​ມາດ​ຍົກ​ຂຶ້ນ​ສູ່ລະ​ດັບ​ສູງ​ໃຫມ່.”

        ຄຽງ​ຄູ່​ກັບ​ການ​ແກ້​ໄຂ​ບັນ​ຫາ​ທີ່​ເປັນ​ມູນ​ເຊື້ອ​ຄື: ຫັນ​ການ​ຄ້າ​ສິນ​ຄ້າ, ບໍ​ລິ​ການ ແລະ ການ​ລົງ​ທຶນ​ເປັນ​ເສ​ລີ, ສັນ​ຍານີ້ ກໍ​ເຕື້ອງ​ເຖິງ​ທຸກ​ຂົງ​ເຂດ​ໃຫມ່, ສຳ​ຄັນ​ຄື: ຊັບ​ສິນ​ທາງ​ປັນ​ຍາ, ນະ​ໂຍ​ບາຍ​ແກ້ງ​ແຍ້ງ, ລັດ​ວິ​ສາ​ຫະ​ກິດ, ການ​ຊື້​ຊັບ​ສິນ​ຂອງ​ລັດ​ຖະ​ບານ, ແຮ​ງ​ງານ ແລະ ສິ່ງ​ແວ​ດ​ລ້ອມ. ດ້ວຍບັນ​ດາ​ມາດ​ຖານ​ສູງ, ຄຳ​ໝັ້ນ​ສັນ​ຍາ​ເລິກ​ເຊິ່ງກວ້າງ​ຂວາງ, ເງື່ອນ​ໄຂ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ນັ້ນ​ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ຕ້ອງ​ຍູ້​ໄວ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່. ດ​ຣ ຫວໍ​ຈີ​ແທ່ງ, ຮອງ​ຫົວ​ຫ​ນ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກາ​ນ​ບໍ​ລິ​ຫານ​ເສດ​ຖະ​ກິດ​ສູນ​ກາງ​ຖື​ວ່າ: ສັນ​ຍານີ້​ໄດ້​​ເປັນ​ກຳ​ລັງ​ດັນ​ເພື່ອ​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ.

        “ບັນ​ດາ​ຜົນ​ປະ​ໂຫຍດ​ຊື່ງ​ພວກ​ເຮົາ​ສາ​ມາດ​ບັນ​ລຸ​ໄດ້​ຈາກ TPP ຍັງ​ອີງ​ໃສ່​ເລື່ອງ ຫວຽດ​ນາມ ຈະ​ປະ​ຕິ​ຮູບ​ໄດ້​ຄື​ແນວ​ໃດ. ການ​ປະ​ຕິ​ຮູບນັ້ນ ຕ້ອງ​ຕິດ​ພັນ​ກັບບັນ​ດາ​ລາຍ​ການ​​ຈຸດ​ສຸມກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່ ນັ້ນ​ແມ່ນ​ການລົງ​ທຶນ​ຂອງ​ລັດ, ລັດ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ອົງ​ການ​ສິນ​ເຊື່ອ, ການປັບ​ປຸງສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ​ການຈັດ​ແບ່ງ​ແຫລ່ງ​ກຳ​ລັງຄື​ນ​ໃຫມ່​ໃຫ້​ມີ​ປະ​ສິດ​ທິ​ຜົນ​ກວ່າ​ເພື່ອ​ສ້າງ​ບັນ​ດາ​ລະ​ບອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ໃຫ້​ສົມ​ບູນ​ແບບ.”

        ສັນ​ຍາ TPP  ມູ່ງ​ໄປ​ເຖິງ​ສະ​ພາບ​ແວດ​ລ້ອມ​ສະ​ເຫມີ​ພາບ, ບໍ່​ຈຳ​ແນກ​ປະ​ເທດ​ພ​ັດ​ທະ​ນາ ຫລື ພວມ​ພັດ​ທະ​ນາ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ໃຫ​ຍ່​ໃຫ້​ແກ່​ການ​ພັດ​ທະ​ນາ, ແຕ່​ກໍ​ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຕ້ອງ​ບືນ​ຕົວ​ຂຶ້ນ​ເພື່ອ​ມີ​ກຳ​ລັງຄວາມ​ສາ​ມາດ​ ຢ່າງ​ພຽງ​ພໍ​ແນ​ໃສ່ ແກ້​ງ​ແຍ້ງ​ກັບ​ວິ​ສາ​ຫະ​ກິດ​ຕ່າງໆຂອງບັນດາ​ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ຄື: ອາ​ເມ​ລິ​ກາ, ກາ​ນາ​ດາ ຫລື ອົດ​ສະ​ຕາ​ລີ… ສະ​ນັ້ນ ຢາ​ກ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ ແລະ ໄດ້​ຊົມ​ໃຊ້ຜົນ​ປະ​ໂຫຍ​ດ​ຈາກ​ສັນ​ຍາ TPP, ບັນ​ຫາ​ສຳ​ຄັນ​ທີ່​ວາງ​ອອກ​ສຳ​ລັບ​ຫວຽດ​ນາມ ນັ້ນແມ່ນ​ຕ້ອງ​ປະ​ຕິ​ຮູບ​ພາຍ​ໃນ​ປະ​ເທດຢ່າງ​ແຂງ​ແຮງ. ທ່ານ ເຈ​ີນ​ຢູ​ລີກ, ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຖື​ວ່າ:

        “ລັດ​ຖະ​ບານ ພວມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​, ທະ​ນາ​ຄານ, ການ​ລົງ​ທຶນ, ການຊື້​ຊັບ​ສິນ​ຂອງ​ລັດຄືນ​ໃຫມ່.. ເພື່ອ​​ເຊື່ອມ​ໂຍງ ແລະ ພັດ​ທະ​ນາກະ​ແສ​ການ​ລົງ​ທຶນ​ໃຫມ່, ຮັບ​ມື​ກັບ​ເງື່ອນ​ໄຂ​ສະ​ພາບ​ແວດ​ລ້ອມ​ຂອງ TPP. ສຳ​ລັບວິ​ສາ​ຫະ​ກິດ, ຮອດ​ຈຸດ​ເວ​ລາ​​ແລ້ວ​ທີ່​ຕ້ອງເລີ່ມ​ຕົ້ນ​ໄລ​ຍະ​ໃຫ​ມ່ ໂດຍ​ອີງ​ໃສ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ສະ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ໂຄງ​ປະ​ກອບ​ການ​ເຄື່ອນ​ໄຫ​ວ​, ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫານຄືນ​ໃຫມ່. ພິ​ເສດ ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະ​ພາບ​ແຫລ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຮ່ວມ​ສຳ​ພັນ, ປັບ​ປຸງບົດ​ບາດ​ຂອງ​ສະ​ຫະ​ສະ​ມາ​ຄົມ​ເພື່ອ​ເປັນ​ຂົວ​ເຊື່ອມ​ຕໍ່​​ວິ​ສາ​ຫະ​ກິດ​ກັບ​ຕະ​ຫລາດ.”

        ເພື່ອ​ເຂົ້າ​ຮ່ວມ​ສັນ​ຍາ​ເສດ​ຖະ​ກິດ​ທີ່ກວ້າງ​ຂວາງ ແລະ ຂະ​ຫ​ຍັນ​ຂັນ​ເຄື່ອນ​ອັນ​ດັບ​ຫ​ນຶ່ງ​ຂອງໂລກ​ຄື TPP, ຫວຽດ​ນາມ ຈະ​ຕ້ອງ​ແກ້​ໄຂ​ຫລາຍ​ບັນ​ຫາ. ນີ້​ກໍ​ແມ່ນ​ຈຸດ​ເວ​ລາ​ສຳ​ຄັນ​ເພື່ອ​ໃຫ້​ຫວຽດ​ນາມ ດຳ​ເນີນ​ບັນ​ດາ​ການ​ປະ​ຕິ​ຮ​ູບ​ຢ່າງ​ແຮງກວ່າ, ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ກະ​ຕຸກ​ຊຸກ​ຍູ້, ນຳ​ພ​ື້ນ​ຖານ​ເສດ​ຖ​ະ​ກິດ​ຫວຽດ​ນາມ​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ