ເຂົ້າຮ່ວມສັນຍາ FTA ແລະ ກາລະໂອກາດເພື່ອໃຫ້ຫວຽດນາມ ສ້າງໂຄງປະກອບຕະຫລາດຄືນໃຫມ່


(vovworld)- ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ເຂົ້າກັບ​ບັນ​ດາ​ພາກ​ພື້ນ, ພື້ນ​ຖານ​ເສດ​ຖະ​ກິດ​ໃຫ​ຍ່​ຂອງ​ໂລກ ເມື່ອ​ສັນ​ຍາ​ການ​ຄ້າ​ເສ​ລີ FTA ຫລາຍ​ສະ​ບັບ ໄດ້ ແລະ ພວມ​ກະ​ກຽມ​ໄດ້​ຮັບ​ການ​ລົງ​ນາມ. ຄຽງ​ຄູ່​ບັນ​ດາ​ບຸ​ລິ​ມະ​ສິດ​ຈະ​ໄດ້​ຊົມ​ໃຊ້​ຈາກ​ບັນ​ດາ​ສັນ​ຍາ FTA, ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ກໍ​ປະ​ເຊີນ​ຫ​ນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ແລະ ມີຫລາຍ​ວຽກ​ຕ້ອງ​ເຮັດ ເພື່ອ​ຮັບ​ກາ​ລະ​ໂອ​ກາດ​ໃຫ​ຍ່​ຫລວງດັ່ງ​ກ່າວ. ນີ້​ກໍ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ສ​້າງ​ໂຄງ​ປະ​ກອບ​ຕະ​ຫລາດ ​ກໍ​ຄື​ພື້ນ​ຖານ​ເສດ​ຖະ​ກິດ​ຄ​ືນ​ໃຫມ່.

ເຂົ້າຮ່ວມສັນຍາ FTA  ແລະ ກາລະໂອກາດເພື່ອໃຫ້ຫວຽດນາມ ສ້າງໂຄງປະກອບຕະຫລາດຄືນໃຫມ່ - ảnh 1

        ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ ແລະ​ຫລາຍ​ຝ່າຍ 10 ສະ​ບັບ. ໃນ​ນັ້ນ ມີ 2 ສະ​ບັບ​ຫາ​ກໍ​ໄດ້​ຮັບ​ການ​ລົງ​ນາມ ນັ້ນ​ແມ່ນ ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ​ເກົາ​ຫລີ ແລະ ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ພັນ​ທະ​ມິດ ອາ​ຊີ ເອີ​ລົບ. ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ໄດ້​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ໃຫມ່​ໃຫ້​ແກ່​ວິ​ສາ​ຫະ​ກິດ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ, ເປັນ​ຕົ້ນ​ເມື່ອ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນ​ຍາ​ລົບ​ລ້າງ​ພາ​ສີ​ນຳ​ເຂົ້າ. ສັນ​ຍາ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເຂົ້າ​ຮ່ວມ​ລະ​ບົບ​ສະ​ຫນອງ​ສິນ​ຄ້າ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື, ສິ່ງ​ດັ່ງ​ກ່າວ​ຈະ​ຊ່ວຍ​ວິ​ສາ​ຫະ​ກິດ​ດຳ​ເນີນ​ທຸ​ລະ​ກິດ​ເປັນ​ປົກ​ກະ​ຕິ, ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ. ພ້ອມ​ກັນ​ນັ້ນ ຊ່ວຍ​ຫວຽດ​ນາມ ສ້າງ​ໂຄງ​ປະ​ກອບ​ ແລະ ​ການດຸ່ນ​ດ່ຽງ​ລະ​ຫວ່າງຕະ​ຫລາດ​​ນຳ​ເຂົ້າ ແລະ ​ສົ່ງ​ອອກ, ຫລີກ​ລ້ຽງ​ການ​ອີງ​ໃສ່​ຕະ​ຫລາດ​ໃດ​ຫ​ນຶ່ງ. ເມື່ອ​ເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ເສ​ລີ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ຈະ​ເປ​ີດ​ຫລາຍປະ​ຕູໃຫ້​ຕະ​ຫລາດ​ສົ່ງ​ອອກ. ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ໃນ​ທ່າ​ພັດ​ທະ​ນາ​ຄືຫວຽດ​ນາມ ເລື່ອງ​ເປີດ​ກວ້າງຕະ​ຫລາດແມ່ນ​ສຳ​ຄັນ​ທີ່​ສຸດ. ທ່ານ​ນາງ ດັ້ງ​ເຟືອງ​ຢູງ, ເລ​ຂາ​​ທິ​ການ​ໃຫ​ຍ່ ສະ​ຫະ​ສະ​ມາ​ຄົມຕ່ຳ​ແຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ ຖື​ວ່າ: ສັນ​ຍາ​ການ​ຄ້າ​ເສ​ລີ​ແມ່ນ​ກາ​ລະ​ໂອ​ກາດ, ແມ່ນ​ກຳ​ລັງ​ຫ​ນູນ​ເພື່ອ​ສືບ​ຕໍ່​ພັດ​ທະ​ນາ​ວິ​ສາ​ຫະ​ກິດ, ຍົກ​ສູງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ. ນີ້​ແມ່ນ​​ສັນ​ຍາເມື່ອ​ບັນ​ດາ​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ຕ້ອງ​ປ່ຽນ​ໃຫມ່​​ຈີນ​ຕະ​ນາ​ການ ແລະ ວິ​ທີ​ການ​ດຳ​ເນີນ​ທຸ​ລະ​ກິດ. ທ່ານ​ນາງ ດັ້ງ​ເຟືອງ​ຢູງ ໃຫ້​ຮູ້​ວ່າ:

        “ຄວາມຕ້ອງການກ່ຽວ​ກັບຕົ້​ນ​ກຳ​ເນີດ​​ສິນ​ຄ້າຂອງ​ຝ່າຍ​ນຳ​ເຂົ້າ​ຍາມ​ໃດ​ກໍ​ສູງ. ນີ້​ກໍ​ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ລັບ​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ. ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ສ່ວນ​ຫລາຍ​ແມ່ນ​ນຳ​ເຂົ້າ​ວັດ​ຖຸ​ດິບ​ເພື່ອ​ສົ່ງ​ອອກ.”

        ດ້ວຍ​ວິ​ວັດ​ການ​ຫລຸດ​ຜ່ອນ​ບັນ​ດາ​ປະ​ເພດ​ພາ​ສີ​ຕາມ​ຄຳ​ໝັ້ນ​ສັນ​ຍາ, ມີ​ຜະ​ລິ​ດ​ຕະ​ພັນ​ກະ​ເສດຫລາຍ​ປະ​ເພດ​ຂອງ​ຫວຽດ​ນາມ  ຈະ​ຖືກ​ຜົນ​ກະ​ທົບ​ຢ່າງ​ແຮງ. ດ້ານ​ອື່ນ, ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຈຳ​ນວນ​ຫນຶ່ງ​ຄື: ລົດ​ໂອ​ໂຕ, ເຫລັກ​ກ້າ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຕ້ອງ​ແກ້ງ​ແຍ້ງ​ຢ່າງ​ຂ້ຽວ​ຂາດ​ກັບ​ຜະ​ລິດ​ຕະ​ພັນ​ຂອງ​ບັນ​ດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ. ເພື່ອ​ຍາດ​ແຍ່ງ​ບັນ​ດາ​ບຸ​ລິ​ມະ​ສິດ​ເປັນ​ຢ່າງ​ດີ ບັນ​ດາວິ​ສາ​ຫະ​ກິດ​ຄວນ​ຄົ້ນ​ຄ້​ວາ,ຊອກ​ຮູ້, ອັບດັດ​ບັນ​ດາ​ຂໍ້​ກຳ​ນົດ​ກໍ​ຄື​ຄຳ​ໝັ້ນ​ສັນ​ຍາ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ. ການ​ເຊື່ອມ​ໂຍງ​ແມ່ນ​ກຳ​ລັງ​ຫນູ​ນ​ເພື່ອ​ໃຫ້​ຫວຽດ​ນາມ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ພ້ອມ​ທັງ​ເປີດກວ້າງ​ຕ​ະ​ຫລາດ​ສົ່ງ​ອອກ​ສິນ​ຄ້າ, ເພີ່ມ​ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ໃຫ້​ແກ່​ສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທ​ດ​ໃນ​ພາກ​ພື້ນ. ທ່ານ ດັ້ງ​ຮ່​ວາງ​ຫາຍ, ຫົວ​ຫນ້າ​ກົມ​ຕະ​ຫລາດ​ເອີ​ລົບ, ກະ​ຊວງ​ອຸດ​ສ​າ​ຫະ​ກຳ​ການ​ຄ້າ ຖື​ວ່າ:

        “ການ​ຫນູນ​ຊ່ວຍ​ຈາກ​ສັນ​ຍານີ້ ແມ່ນ​ວາງ​ອອກວິ​ວັດ​ການ​ເໝາະ​ສົມ​ເພື່ອ​ໃຫ້​ບັນ​ດາ​ຂະ​ແຫນງ​ພາຍ​ໃນ​ປະ​ເທດ​ສາ​ມາດ​ຮ່ວມ​ມື​ລົງ​ທຶນ, ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ, ຮັບ​ປະ​ກັນ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ມີ​ກ​ຳ​ລັງແກ້ງ​ແຍ້ງ. ເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ ກຳ​ລັງ​ດັນ​ແມ່ນ​ຮັບ​ປະ​ກັນ​ໃຫ້​ສິນ​ຄ້າ​ຂອງ​ຫວຽດ​ນາມ​ພັດ​ທະ​ນາ​ໄດ້, ຮັບ​ປະ​ກັນ​ລັກ​ສະ​ນະ​ແກ້ງ​ແຍ້ງ​ຂອງ​ຕະ​ຫລາດ​ສາ​ກົນ. ກຳ​ລັງ​ດັນ​ນີ້​ອາດ​ຈະ​ຊ່ວຍ​ໃຫ້​ຫວຽດ​ນາມ ສ້າງ​ໂຄງ​ປະ​ກອ​ບ​ຄືນ​ໃຫມ່, ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ ແລະ ນຳ​ມາ​ເຊິ່ງ​ກຳ​ລັງ​ແກ້ງ​ແຍ້ງ​ໃຫ້​ສິນ​ຄ້າ​ຂອງ​ຫວຽດ​ນາມ.”

        ສັນ​ຍາ​ການ​ຄ້າ​ເສ​ລີ ທັງ​ຊ່ວຍ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ, ທັງ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຕີ​ລາ​ຄາ​ຕົນ​ເອງ​ຄືນ​ໃຫມ່, ຕ​ອບ​ສະ​ຫນອງ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ເຄັ່ງ​ຄັດ​ຂອງ​ບັນ​ດາ​ບໍ​ລິ​ສັດ​ນຳ​ເຂົ້າ. ເພື່ອ​ບັນ​ລຸ​ໄດ້​ຜົນ​ສຳ​ເລັດ ວິ​ທີ​ຫນຶ່ງ​ດຽວ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ບືນ​ຂຶ້ນ ແລະ ຢືນ​ຢັນ​ທີ່​ຕັ້ງ​ໃນ​ຕະ​ຫລາດ​ສາ​ກົນ ນັ້ນ​ແມ່ນ​ຄວນ​ເປັນ​ເຈົ້າ​ການກວ່າ​ໃນ​ການ​ຊອກ​ຮູ້​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ກໍ​ຄື​ຊອກ​ບັນ​ດາ​ຄູ່​ຮ່ວມ​ມື​ໃຫ້​ເໝາະ​ສົມ. ທ່ານ ລືວ​ບີກ​ໂຮ່, ອະ​ດີດ​ຫົວ​ຫນ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ພັດ​ທະ​ນາ, ສັງ​ກັດ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຖື​ວ່າ: ເພື່ອ​ກະ​ກຽມ​ໃຫ້​ຍຸດ​ທະ​ສາດ​ເຊື່ອມ​ໂຍງ ແລະ ໂລ​ກາ​ພິ​ວັດ, ວິ​ສາ​ຫະ​ກິດ​ຕ້ອງ​ແກ້ງ​ແຍ້ງ, ປ່ຽນ​ໃຫມ່ຢ່າງບໍ່​ຢຸດ​ຢັ້ງ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ພ້ອມ​ກັນ​ນັ້ນ, ຕັ້ງ​ຫນ້າ​ຊອກ​ຮູ້​ຕະ​ຫລາດ​ຢ່າງ​ຈະ​ແຈ້ງ, ເຂົ້າ​ໃຈ​ໄດ້​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫລາດ​ຊື່ງ​ຕົນ​ເອງ​ຈະ​ສົ່ງ​ສິນ​ຄ້າ​ໄປ​ຂາຍ​ເພື່ອ​ມີ​ຍຸດ​ທະ​ສາດ, ແຜນ​ການ​ປະ​ຕິ​ບັດຢ່າງ​ລະ​ອຽດ. ທ່ານ ລືວ​ບີກ​ໂຮ່ ເນັ້ນ​ຫນັກ​ວ່າ:

        “ໄລ​ຍະ​ຜ່ານ​ມາ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ແຊກ​ຊືມ​​ ແລະ ມີ​ທີ່​ຕັ້ງ​ຢູ່ຕະ​ຫລາດ​ຫລາຍ​ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ ແຕ່​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ​ນັບ​ມື້​ນັບ​ສູງ ສະ​ນັ້ນ ພວກ​ເຮົາ​ຕ້ອງ​ພະ​ຍາ​ຍາມເພື່ອ​ຫັນ​ສິ່ງ​ທ້າ​ທາຍ​ເປັນ​ກາ​ລະ​ໂອ​ກາດ​ແຮງກວ່າ ແລະ ດີກວ່າເພື່ອ​ໃຫ້​ມີ​ບາດ​ກ້າວ​ພັດ​ທະ​ນາ.”

        ກາ​ລະ​ໂອ​ກາດ​ຈາກ​ການ​ເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ເສ​ລີ​ທີ່​ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ພວມ​ໃກ້​ຈະ​ຮອດ​ແລ້ວ. ເພາະ​ສະ​ນັ້ນ ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້ ແລະ ພວມ ຍູ້​ແຮງ​ການ​ປະ​ຕິ​ຮູບ, ເປັນ​ເຈົ້າ​ການ​ຫັນ​ທິດ​ລົງ​ທຶນ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ເພື່ອ​ເພີ່ມ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ. ນອກ​ຈາກ ໄດ​້​ຮັບ​ບຸ​ລິ​ມະ​ສິດ​ຈາກ​ສັນ​ຍາ, ນີ້​ແມ່ນ​ກາ​ລະ​ໂອ​ກາດ​ໃຫຍ່​ເພື່ອ​ໃຫ້​ຫວຽດ​ນາມ ສ​້າງ​ໂຄງ​ປະ​ກອບ​ຕະ​ຫລາດ​ຄືນ​ໃຫມ່, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ ແລະ ມີ​ກຳ​ລັງ​ແຮງ​ຢ່າງ​ພຽງ​ພໍ​ເພື່ອ​ອອກ​ສູ່​ຕະ​ຫລາດ​ໂລກ.

ຂ່າວ/ບົດ​ອື່ນ