ເຂົ້າເປັນສະມາຊິກ WTO: ການປ່ຽນແປງຄວາມຊິນເຄີຍຂອງ ຜູ້ອຸປະໂພກບໍລິໂພກຫວຽດນາມ.

ເຂົ້າເປັນສະມາຊິກ WTO: ການປ່ຽນແປງຄວາມຊິນເຄີຍຂອງ ຜູ້ອຸປະໂພກບໍລິໂພກຫວຽດນາມ. - ảnh 1
ຜູ້ອຸປະໂພກບໍລິໂພກພວມເລືອກເຟັ້ນສິນຄ້າຢູ່ຊັບພະສິນຄ້າແຫ່ງຫນຶ່ງ
ພາບປະກອບ:vietbao.vn

(vovworld)- ນອກຈາກ​ບັນດາ​ຜົນສຳ​ເລັດ​ຂອງ​ພື້ນຖານ​ເສດຖະກິດ​ພາຍຫລັງ 5 ປີ​ທີ່​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ(WTO) ຄື: ​ເປີດ​ກວ້າງ​ຕະຫລາດ​ສົ່ງ​ອອກ, ລະດັບ​ຄ່າຄອງ​ຊີບ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ, ​ເລື່ອງ​ເຂົ້າ​ເປັນ​ສະມາຊິກ​ຂອງ​ WTO ​ໄດ້​​ເຮັດ​​ໃຫ້​ທ່າ​ອ່ຽງ​ໃຊ້​ສອຍ​ຂອງ​ປະຊາຊົນ​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງຫນ້າ, ​ເປັນ​ຕົ້ນ​ແມ່ນ​ຄວາມ​ຕ້ອງການ​ຊື້​ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບປະ​ເພດ​ຕ່າງໆ, ຮັບປະກັນ​ຫລັກ​ອະນາ​ໄມ​ຄວາມ​ປອດ​ໄພດ້ານ​ສະບຽງ​ອາຫານຢູ່​ບັນດາ​ສູນ​ການ​ຄ້າ, ຮ້ານ​ຊັບພະ​ສິນຄ້າ.

        ຕາມ​ການ​ສັງ​ເກດ​ຂອງ​ຜູ້​ຊ່ຽວຊານ​ຫລາຍ​ທ່ານ​ແລ້ວ, ພາຍຫລັງ 5 ປີ​ທີ່​ເຂົ້າ​ເປັນ​ສະມາຊິກ​ຂອງ WTO, ​ພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ ​ໄດ້​ພັດທະນາ​ຢ່າງ​​ແຮງ​ໃນ​ທຸກ​ຂົງ​ເຂດ ​ແລະ ພິ​ເສດ​ແມ່ນບັນດາ​ບໍລິການ​ແຈກ​ຢາ​ຍ,​ ການຂາຍຍ່ອຍ​ພັດທະນາ​ຢ່າງ​ແຮງ​​ໃນ​ຂະ​ນະ​ທີ່​ບັນດາ​ກຸ່ມ​ບໍລິ​ສັດ​ແຈກ​ຢາຍຂອງ​ຫລາຍ​ປະ​ເທດ​ພວມມີ​ການແກ້ງ​ແຍ້​ງຢ່າງ​ແຮງ. ບັນດາ​ວິ​ສາ​ຫະກິດ​ຢູ່​ພາຍ​ໃນ​ປະ​ເທດ​ກໍ​ມີ​ຄວາມຕັ້ງຫນ້າ​ເປີດ​ກວ້າງ​ລະບົບ​ຂາຍຍ່ອຍ, ​ເພີ່ມ​ຄຸນ​ນະພາ​ບບໍລິການ​ດ້ວຍ​ຫລາ​ຍ ຮູບ​ການ​ທີ່​ອຸດົມ​ສົມ​ບູນ. ຈຳນວນ​ຮ້ານ​ຊັບພະ​ສິນຄ້າ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃຫມ່​ພາຍຫລັງ 5 ປີ​ທີ່​ເຂົ້າ​ເປັນ​ສະມາຊິກ​ຂອງ​ WTO ​ແມ່ນ​ເພີ່ມ​ຂຶ້ນ 20%​ ເມື່ອ​ທຽບ​ໃສ່​ກັບ 5 ປີ​ກ່ອນ​ນີ້, ຈຳນວນ​ສູນ​ການ​ຄ້າ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃຫມ່​ກໍ​ເພີ່ມ​ຂຶ້ນ 72%. ພ້ອມ​ກັນ​ນັ້ນ, ຮ້ານ​ຂາຍ​ເຄື່ອງ​ນັບ​ຮ້ອຍ​ຮ້ານ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຕາມ​ຮູບ​ແບບ​ທັນ​ສະ​ໄໝ ​​ເຮັດ​ໃຫ້​​ໂສມ​ຫນ້າ​ຂອງ​ຂະ​ແຫນງ​ຂາຍຍ່ອຍ​ປ່ຽນ​ແປງ​ໄປ​ນຳ, ​ຄວາມ​ຊິນ​ເຄີຍ ​ແລະ ຈິດຕະສາດ​ຂອງ​ຜູ້​ອຸປະ​ໂພ​ກບໍລິ​​ໂພ​ກຫວຽດນາມ​ກໍ​ຖືກຫັນປ່ຽນ​ຕາມ​ທິດ​ສີວິ​ໄລ, ທັນ​ສະ​ໄໝ. ຕາມ​ສະຫະ​ສະມາຄົມ​ບັນດາ​ບໍລິສັດ​ຂາຍ​​ຍ່ອຍ​ຫວຽດນາມ​​ ​ແລ້ວ, ເລື່ອງ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ຂອງ WTO ​ໄດ້​ເຮັດ​ໃຫ້​ຄວາມ​ຊິນ​ເຄີຍ ​ແລະ ຈິດຕະສາດ​​ໃນ​ການ​ໃຊ້​ສອຍ​ຖືກ​ປ່ຽນ​ແປງ​​ໄປນຳ​ຄື: ຈາກ​ການ​ຊື້​ເຄື່ອງ​ຂອງ​ໃນ​​ແຕ່​ລະ​ມື້​ຢູ່​ບັນດາ​ຕະຫລາດ​ທຳ​ມະ​ດາຫັນ​ມາຊື້​ສິນຄ້າ​ດ້ວຍ​ຈຳນວນ​ຫລາຍ​ໃຫ້​ແກ່​ທັງ​ອາທິດ​ຢູ່​ບັນດາ​ຮ້ານ​ຊັບພະ​ສິນຄ້າ, ສູນ​ການ​ຄ້າ ​ແລະ ຜ່ານ​ເຄື່ອຂາ​ຍອິນ​ເຕີ​ແນ​ດ. ສິ່ງ​ດັ່ງກ່າວ​ກໍ​ເຮັດ​ໃຫ້​ມູນ​ຄ່າ​ການ​ຊື້​ເຄື່ອງ​ຂອງ, ການ​ນຳ​ໃຊ້​ສິນຄ້າ​ນັບ​ມື້​ນັບ​ຫລາຍ, ​ຜ່ານ​ບັນດາການ​ບໍລິການ​​ດູ​ແລສຸຂະພາບ, ນັບ​ທັງ​ບໍລິການ​ເສີມ​ສວຍໃຫ້​ແກ່​ທັງ​ຍິງ ​ແລະ ຊາຍ, ບໍລິການ​ທ່ອງ​ທ່ຽວ, ປະກັນ​ໄພ, ການ​ສຶກສາ... ​ເອື້ອຍ ຫງວຽນ​ທິ​ແທນ​ຮ່າ ຢູ່ ຖະຫນົນ ຫລໍ່​ດຸກ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ກ່ອນ​ນີ້ ​ເອື້ອຍພຽງ​​ແຕ່ຊື້​ສິນຄ້າ​ຢູ່​ບັນດາ​ຕະຫລາດ​ທຳ​ມະ​ນາ​ເທົ່າ​ນັ້ນ ​ແຕ່​ມາ​ບັດ​ນີ້​ມີ​ຄວາມ​ຊິນ​ເຄີ​ຍ​ໄປ​ຊື້​​ເຄື່ອງ​ຂອງ​ຢູ່​ຮ້ານ​ຊັບພະ​ສິນຄ້າ​ເປັນ​ປະ​ຈຳ​ແລ້ວ.

        “ຢູ່ຮ້ານ​ຊັບພະ​ສິນຄ້າ​ມີ​ສິນຄ້າ​ທຸກ​ປະ​ເພດ ​ແລະ ຄຸນ​ນະພາ​ບກໍ​ດີກ​ວ່າ, ລາຄາ​ກໍ​ເປັນ​ປົກກະຕິ, ສະ​ນັ້ນ ຈຳນວນປະຊາຊົນ​​ມາ​ຊື້​ເຄື່ອງ​ຂອງ​ຢູ່​ຮ້ານ​ຊັບພະ​ສິນຄ້າ​ນັບ​ມືື້ນັບ​ຫລາຍ. ລາຄາ​ສິນຄ້າ​ບາງ​ປະ​ເພດ​ຢູ່​ໃນ​ຮ້ານ​ຊັບພະ​ສິນຄ້າ​ສູງ​ກວ່າ​ຢູ່​ຕະຫລາດ​ທຳ​ມະ​ດາ, ​ແຕ່​ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄຸນ​ນະພາ​ບ.  ນອກ​ນັ້ນ, ຍັງ​ມີ​ສິນຄ້າຫລາຍ​ປະ​ເພດ​ເພື່ອ​ໃຫ້​ຂ້າພະ​ເຈົ້າ​ເລ​ືອກ​ເຟັ້ນອີກ

ເຂົ້າເປັນສະມາຊິກ WTO: ການປ່ຽນແປງຄວາມຊິນເຄີຍຂອງ ຜູ້ອຸປະໂພກບໍລິໂພກຫວຽດນາມ. - ảnh 2
ເມື່ອເຂົ້າເປັນສະມາຊິກ WTO, ປະຊາຊົນຫວຽດນາມປ່ຽນແປງຄວາມຊີນເຄີຍ
ໃນການໃຊ້ສອຍ.
ພາບປະກອບ:internet

        ປະ​ຈຸ​ບັນ, ຫວຽດນາມ ມີ​ຕະຫລາດ​ທຳ​ມະ​ດາກ​ວ່າ 8.500 ​ແຫ່ງ, ຮ້ານ​ຊັບພະ​ສິນຄ້າ​ກວ່າ 600 ​ແຫ່ງ, ສູນ​ການ​ຄ້າ​​ແລະ ຮ້ານ​ຂາຍ​ເຄື່ອງປະມານນັບ 100 ​ແຫ່ງ. ການ​ພັດທະນາ​ນັບ​ທັງ​ຈຳນວນ ​ແລະ ຄຸນ​ນະພາ​ບຂອງ​ບັນດາ​ສູນ​ການ​ຄ້າ​ໄດ້​ດຶງ​ດູດ ຜູ້​ອະປະ​ໂພ​ກບໍລິ​​ໂພ​ກມາ​ຊື້​ເປັນ​ຈຳນວນ​ຫລວງຫລາຍ. ຜູ້​ອຸປະ​ໂພ​ກບໍລິ​​ໂພ​ກສ່ວນ​ຫລາຍ​ຖື​ວ່າ: ຄວາມ​ອຸດົມສົມບູນ​ກ່ຽວ​ກັບປະ​ເພດ​ສິນຄ້າ, ລາຄາ​ເປັນ​ປົກກະຕິ, ຄຸນ​ນະພາ​ບດີ ​ແມ່ນ​ບັນດາ​ປັດ​ໄຈ​ດູດ​ດື່ມ ຜູ້​ອຸປະ​ໂພ​ກບໍລິ​​ໂພ​ກ. ​ເອື້ອຍ ຫງວຽນ​ຊວັນ​ຕວຽດ ຢູ່​ເມືອງ ຮ່ວາງ​ມາຍ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “​ເມື່ອຊື້​ເຄ່ືອງ​ຂອງ​ຢູ່​ຮ້ານ​ຊັບພະ​ສິນຄ້າ ຫລື​ຢູ່​ສູນ​ການ​ຄ້າ, ຂ້າພະ​ເຈົ້າ​ເຫັນ​ວ່າ ສິນຄ້າ​ຮັບປະກັນ​ກວ່າ. ຢູ່​ໃນ​ຮ້ານ​ຊັບພະ​ສິນຄ້າ, ລາຄາ​ສິນຄ້າຖືກ​ຕິດ​ປະກາດ, ພວກ​ເຮົາ​ບໍ່​ຕ້ອງ​ຕໍ່​ລາ​ຄາອີກ. ນອກ​ນັ້ນ ​​ໃນ​ຮ້ານ​ຊັບພະ​ສິນຄ້າ​ພວກ​ເຮົາ​ຍັງ​ໄດ້​ຮັບ​ການ​ແນະນຳ,​ໃຫ້​ຄຳປຶກສາ ​ແລະ ການ​ຊ່ວຍ​ເຫລື​ອຈາກ​ພະລາກອນ. ສິນຄ້າ​ກໍມີ​ຫລາຍ​ປະ​ເພດ​ເພື່ອ​​​ໃຫ້​ຜູ້​ຊົ​ມ​ໃຊ້ເລືອກ​ເຟັ້ນຢ່າງ​ສະ​ດວກ​ສະບາຍ​ຕາມ​ໃຈ​ມັກ.”

 

        ທ່ານ​ນາງ ດີງທິໝີ໋ລວາ​ນ ຮອງ​ປະທານ​ປະຈຳ ທັງ​ເປັນ​ເລຂາທິການ​ໃຫຍ່​ສະຫະ​ສະມາ​ຄົມ​ບັນດາ​ບໍລິສັດ​ຂາຍຍ່ອຍ​ຫວຽດນາມ ຖື​ວ່າ: ​ໄປ​ຄຽງ​ຄູ່​ກັບ​ການ​ປ່ຽນ​ແປງ​ຄວາມ​ຊິນ​ເຄີຍ​ໃນ​ການ​​ໃຊ້​ສອຍ​ແລ້ວ ​ແມ່ນ​ການ​ປ່ຽນ​ແປງ​​​ທ່າ​ອ່ຽງພັດທະນາ​ຂອງ​ຕະຫລາດ​ຂາຍຍ່ອຍ​ຢູ່ຫວຽດນາມ. ທ່າ​ອ່ຽງ ​ແລະ ການ​ກະທຳ​ອັນ​ຕັ້ງຫນ້າ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຂອງ​ບັນດາ​ວິ​ສາ​ຫະກິດ​ຂາຍຍ່ອຍ​ພາຍ​ໃນ​ປະ​ເທດ ​ແມ່ນ​ພ້ອມ​ກັນ​ຮ່ວມ​ສຳພັນ ​ແລະ ສ້າງ​ຍຸດ​ທະ​ສາດ​ຍາວ​ນານ, ​ເພີ່ມ​ທະວີ​ລັກສະນະ​ວິຊາ​ການ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ ​ແລະ ການ​ຄຸ້ມ​ຄອງ​ທີ່​ທັນ​ສະ​ໄຫມ. ທ່ານ​ນາງ ດີງທິໝີ໋ລວາ​ນ ​ເວົ້າວ່າ:

        “ ​​ຈຸດ​ເລີ່​ມຕົ້ນ​ຂອງ​ຂະ​ແຫນງ​ຂາຍຍ່ອຍ​ຫວຽດນາມ​ແມ່ນ​ຕ່ຳ​ຫຼາຍ, ກ່ອນ​ນີ້ ພວກ​ເຮົາ​ຂາຍສິນຄ້າ ຍ່ອຍ​ 100% ​ ​ຕາມ​ຮູບ​ການ​ເດີມ. ປະຈຸ​ບັນ ​ທ່າ​ອ່ຽງພັດທະນາ​ຢ່າງ​ແຮງຂອງ​ຕະຫລາດ​ຂາຍຍ່ອຍ​ຫວຽດນາມ ນັ້ນ​ແມ່ນ​ການ​ພັດທະນາ​ບັນດາ​ຮູບ​ການ​ຂາຍຍ່ອຍ​ທີ່ທັນ​ສະ​ໄໝ, ຊຶ່ງ​ທ່າ​ອ່ຽງຕໍ່​ຫນ້າກຳລັງ​ດັນ​ຈາກການ​ແກ້ງ​ແຍ້​ງ​ເປີດ​ປະຕູ​ສູ່ຕະຫລາດ​​ ຂອງ​ເລື່ອງເຂົ້າ​ເປັນ​ສະມາຊິກ​ຂອງ WTO ​ແລະ ​ເປັນ​ຕົ້ນ​ແມ່ນ​ການ​ເຕີບ​ໂຕ​ຂອງ​ບັນດາ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຕາມ​ຮູບ​ການ​ທັນ​ສະ​ໄຫມ, ບັນດາ​ວິ​ສາ​ຫະກິດ​ມີ​ຮູບ​ການ​ດຳ​ເນີນ​ທຸລະ​ກິດ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ຂອງຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ຫລຸດຜ່ອນ​ຄວາມ​ຫລ້າຫລັງ, ປະຈຸ​ບັນ ຕະຫລາດ​ຂາ​ຍ ຍ່ອຍ​ໄດ້​ມີ​ບາດກ້າວ​ຫັນປ່ຽນ​ຫຼາຍພໍ​ສົມຄວນ.”

        ອັດຕາ​ສ່ວນ​ຄອງ​ຕະຫຼາດ​ຂອງ​ບັນດາ​ຮູບ​ແບບຂາຍຍ່ອຍທີ່​ທັນ​ສະ​ໄຫມ​ຂອງ​ຫວຽດນາມ ປະຈຸ​ບັນ ກວມ​ປະມານ 20%, ​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​​ເມື່ອ​ທຽບ​ໃສ່​ໄລຍະກ່ອນທີ່​ຫວຽດນາມຈະເຂົ້າ​ເປັນ​ສະມາຊິກ​ຂອງ WTO ​ແລະ ມີທ່າ​ອ່ຽງຈະສືບ​ຕໍ່​ເພີ່ມ​ຂຶ້ນ. ມີ​ວິ​ສາ​ຫະກິດ​ຈຳນວນ​ຫນຶ່ງ​ແຈກ​ຢາຍທຶນ​ພາຍ​ໃນ​ປະ​ເທດ ​ໄດ້ ​ແລະ ພວມ​ຂະຫຍາຍບັນດາ​ພື້ນຖານ​ຂາຍຍ່ອຍ​ຕາມ​ຮູບ​ແບບລະບົບ​ເຄືອ​ຂ່າຍ ​ແລະ ຄ່ອຍໆ​​ເຄື່ອນ​ໄຫວ​ມີ​ລັກສະນະວິຊາ​ການ​ກວ່າ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ພັດທະນາ​ຂະ​ແຫນງ​ຂາຍຍ່ອຍ​ກວ່າ​ອີກ, ຫວຽດນາມ​ຄວນ​ມີ​ບັນດາ​ກຸ່ມ​ບໍລິສັດ​ຂາຍຍ່ອຍ​ທີ່​ມີ​ແຫ​ລ່ງ ທຶນ​ພາຍ​ໃນ​ປະ​ເທດ​ເຄື່ອນ​ໄຫວ​ຢ່າງ​ຊຳນານ​ງານ​ກວ່າ, ມີ​ກຳລັງ​ແຮງ​​ ​ແລະ ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອ​ຮ່ວມ​ມື​ກັບ​ບັນດາ​ກຸ່ມ​ບໍລິສັດ​ແຈກ​ຢາຍຕ່າງປະ​ເທດ​ທີ່ເຂົ້າ​ຫວຽດນາມ​ລົງທຶນ​​ກໍ່ສ້າງຮາກ​ຖານ​ຂາຍຍ່ອຍ​ຕາມ​ວິວັດ​ການ​ເປີດ​ປະຕູ​ການ​ບໍລິການແຈກ​ຢາຍ.

ຫວີງ​ຟອງ

ຕອບກັບ

ຂ່າວ/ບົດ​ອື່ນ