ເຄື່ອງໝາຍການຄ້າ ແລະ ທ່າແກ້ງແຍ້ງຂອງວິສາຫະກິດ

(vovworld)-​ໃນ​ສະພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ, ມີ​​ເຄື່ອງໝາຍ​ສິນຄ້າ​ຫລາຍ​ປະ​ເພດຂອງ​ຫວຽດນາມ​ ​ໄດ້ ​ແລະ ພວມ​​ໄດ້​ຮັບ​ການ​ສ້າງ​ຂຶ້ນ, ຢັ້ງຢືນ​ບົດບາດ​ທີ່​ຕັ້ງ​ໃນ​ເວທີ​ສາກົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ສະພາບ​ຄວາມ​ຫຍຸ້ງຍາກ​ລວມຂອງ​ພື້ນຖານ​ເສດຖະກິດ ດ້ວຍ​ລະດັບ​ແກ້​ງ​ແຍ້​ງນັບ​ມື້​ນັບ​ແຮງ​ຄື​ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ພວມ​ຍູ້​ແຮງ​ການ​ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ. ນີ້​ກໍ່​ແມ່ນ​ເນື້ອ​ໃນ​ບົດ​ຂຽນ​ຂອງ​ນັກ​ຂ່າວ ​ໂຕ​ຕວນ ທີ່​ມີ​ຫົວ​ຂໍ້​ວ່າ: ​ ເຄື່ອງໝາຍ​ການ​ຄ້າ ​ແລະ ທ່າ​​ແກ້ງ​ແຍ້​ງຂອງ​ວິ​ສາ​ຫະກິດ. ​

        ​ໃນ​ຕະຫລາດ​ສາກົນ, ຫວຽດນາມ ພວມ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ສົ່ງ​ອອກ​ຢ່າງ​ແຮງ ດ້ວຍ​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ອາ​ຫານ​ປຸງ​ແຕ່ງ, ​ເກີບ​ຫນັງ, ​ໂສ້ງ​ເສື້ອ, ​ເຄື່ອງ​ສິລະ​ປະ​ຫັດ​ຖະກຳ, ສິນ​​ໃນ​ນ້ຳ… ​ແລະ ຄຸນ​ນະພາ​ບຂອງ​ບັນດາ​ປະ​ເພດ​ສິນຄ້າ​ນັບ​ມື້​ນັບ​ເພີ່​ມຂຶ້ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ 90% ຈຳ​ນວນສິນຄ້າ​ຂອງ​ຫວຽດນາມ​ ທີ່​ສົ່ງ​ອອກ​ຕະຫລາດ​ໂລກຕ້ອງ​ຜ່ານ​ຂອດ​ກາງ ພາຍ​ໃຕ້​ຮູບ​ການ​ເປັນ​ວັດ​ຖຸດີບ ຫລື​ເຄື່ອງສຳຮອງຂອງບັນດາ​ເຄື່ອງໝາຍ​ການ​ຄ້າ​ທີ່​ມີ​ຊື່​ສຽງຂອງ​ຕ່າງປະ​ເທດ. ສະ​ນັ້ນ ຜູ້​ອຸປະ​ໂພ​ກບໍລິ​ໂພ​ກຕ່າງປະ​ເທດ​ ບໍ່​ທັນ​ຮູ້ຈັກ​ເຖິງ​ສິນຄ້າ​​ທີ່ມີ​ເຄື່ອງໝາຍ​​ຂອງຫວຽດນາມ. ນີ້​ແມ່ນຄວາມ​ເສຍ​ຫາຍ​ສຳ​ລັບ​ສິນຄ້າຫວຽດນາມ​ທີ່ສົ່ງ​​ໄປ​ຂາຍ​ຢູ່​ຕ່າງປະ​ເທດ. ​ໃນ​ສະພາບ​ເຊື່ອມ​ໂຍງ​ກັບ​ເສດຖະກິດ​ໂລກ ດ້ວຍ​​ເງື່ອນ​ໄຂ​ແກ້ງ​​ແຍ້​ງຢ່າງ​ຂ້ຽວ​ຂາດ​ຄື​ປະ​ຈຸ​ບັນ, ​ການເພີ່ມ​ທະວີ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ​ສຳລັບ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ. ທ່ານ ​ເຈີ​ນຮູ​ຍລຽມ, ນັກວິ​ຊາ​ການ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ​(VCCI) ຖື​ວ່າ:

        “​ໄລຍະ​ປະ​ຈຸ​ບັນ ພວມ​ແມ່ນວິວັດ​ການ​ເຊື່ອມ​ໂຍງ ບັນດາ​ວິ​ສາ​ຫະກິດ​ພວມ​ປະສົບ​ກັບຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​, ​ແຕ່​ນີ້​ກໍ​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສ້າງ​ໂຄງ​ປະກອບ​ຄືນ​ໃຫມ່ ​ແລະ ສຳ​ພັດ​ກັບ​ບັນດາ​ແຫ​ລ່ງຂໍ້​ມູນ​ຂ່າວສານ, ບັນດາ​ທັກ​ສະ, ຄວາມ​ຮູ້​ເພື່ອ​ສ້າງ​ເຄ່ືອງໝາຍ​ການ​ຄ້າ​ໃຫ້​ແກ່​ວິ​ສາ​ຫະກິດ​ຂອງຕົນ.”

ເຄື່ອງໝາຍການຄ້າ ແລະ ທ່າແກ້ງແຍ້ງຂອງວິສາຫະກິດ - ảnh 1
ພາບປະກອບ:internet

        ຄວາມ​ຈິງ​ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ມີ​ຫລາຍ​ກາລະ​ໂອກາດ​ເພື່ອ​ສຳ​ພັດ​ກັບ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ​ໃຫຍ່​ຂອງ​ໂລກ ​ເຂົາ​ເຈົ້າ​ມີ​ທັກ​ສະ, ບົດຮຽນ​ໃນ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ ​ແລະ ຜ່ານ​ນັ້ນ ມີ​ເງື່ອນ​ໄຂ​ຖອດຖອນ​ບົດຮຽນ ເພື່ອ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ຕົນ​. ພ້ອມ​ກັນ​ນັ້ນ ຫວຽດນາມ ພວມ​ກຳນົດ​ວ່າ​​ຕ້ອງສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ແຕ່ລະ​ຂະ​ແຫນງ​ອາຊີບ, ບັນດາ​ຜະລິດ​ຕະພັນ​​ທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫຍ່​ຄື: ຂະ​ແຫນງ​ປຸງ​ແຕ່ງອາຫານ, ​​ເອ​ເລັກ​ໂຕ​ນິກ, ຕຳ່​ແຜ່ນ​ຕັດຫຍີບ, ສິນ​ໃນ​ນ້ຳ, ຊື່​ງ​ແມ່ນ​ບັນດາ​ຂະ​ແຫນງ​ອຸດສາຫະກຳ​ທີ່ບັນລຸ​ໄດ້​ຜົນງານ​ຈຳ​ນວນ​ຫນຶ່ງ​ໃນ​ການ​ດຶງ​ດູດ​ທຶນ FDI, ມີ​ບົດບາດ​ໃຫຍ່​ຫລວງ​ໃນ​ການ​ສົ່ງ​ອອກ. ຄວາມ​ຈິງ​ຢູ່ ຫວຽດນາມ ມີ​ບາງ​ບໍລິສັດ, ວິ​ສາ​ຫະກິດ ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ​ໃນ​ການ​ສ້າງ​ເຄ່ືອງໝາຍ​ການ​ຄ້າ​, ພົ້ນ​ເດັ່ນ​ຄື: ກາ​ເຟຈູງ​ງວຽນ, ​ເບຍ​ສົດ​ຮ່າ​ໂນ້ຍ, ​ແພ​ໄຫ​ມ ທາຍ​ຕວນ… ນອກ​ນັ້ນ ມີວິ​ສາ​ຫະກິດ​ອື່ນ​ຫລາຍ​ແຫ່ງ​ພວມ​ຄ່ອຍໆ​ສ້າງ​​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ຜະລິດ​ຕະພັນ​ຂອງ​ຕົນ​ຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ. ບໍລິສັດ​​ເຄື່ອງ​ປັ້ນດິນ​ເຜົາ ມີ​ງລອງ ​ແມ່ນ​ຫນຶ່ງ​ໃນ​ຈຳນວນ​ບໍລິສັດ​ດັ່ງກ່າວ. ​ເຄື່ອງໝາຍ​ເຄື່ອງ​ປັ້ນດິນ​ເຜົາ ມີ​ງລອງ, ​ໃນຫລາຍ​ປີ​ມາ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຄື່ອງໝາຍ​ການ​ຄ້າ​ອັນ​ດັບ​ໜຶ່ງຂອງເຄື່ອງ​ປັ້ນດິນ​ເຜົາ​ທີ່​ນຳ​ໃຊ້​ໃນ​ຄອບຄົວ​ ຂອງ​ຂະ​ແຫນງ​ເຄື່ອງ​ປັ້ນ​ດິນ​ເຜົາ​ຫວຽດນາມ. ບັນດາ​ຜະລິ​ດຕະພັນ​ເຄື່ອງ​ປັ້ນ​ດິນ​ເຜົາ ມີ​ງລອງ ບໍ່​ພຽງ​ແຕ່​ໄດ້​ນຳ​ໄປ​ຂາຍ​​ຢູ່ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ສົ່ງ​ໄປ​ຂາຍ​ຢູ່​ຕະຫລາດ​ຕ່າງປະ​ເທດ​ອີ​ກດ້ວຍ. ທ່ານ ​ເລງ​ອກມີ​ງ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ເຄື່ອງ​ປັ້ນດິນ​ເຜົາ ມີ​ງລອງ 1 ​ໃຫ້ຮູ້​ວ່າ:       

        “​​ເລີ່ມຈາ​ກການ​ສ້າງ​ເຄື່ອງໝາຍ​ວັດທະນະທຳ​ໃຫ້​ແກ່ຜະລິດ​ຕະພັນ, ຕໍ່​ມາ ພວກ​ຂ້າພະ​ເຈົ້າ​ຈະສ້າງ​ຄວາມ​ແຕກ​ຕ່າງ​ກັນ​ໃຫ້​ແກ່​ຜະລິດ​ຕະພັນ​ຂອງ​ຕົນ. ຍາມ​ໃດ​ພວກ​ຂ້າພະ​ເຈົ້າ​ກໍ​ປ່ຽນ​​ໃຫມ່​​ຜະລິດ​ຕະພັນ​ ​ແລະ ສ້າງ​ພາບ​ພົດ​ບໍລິສັດ​ຂ​ອງຕົນ​​ໃຫ້ເປັນ​ລະບົບ​ ​ແລະ ​ສົມ​ກັບ​ເຄື່ອງໝາຍ​ການ​ຄ້າ​ໃຫຍ່.”

        ​ເພື່ອ​ສຳ​ພັດ​ກັບ​ຕະຫລາດ​ຕ່າງປະ​ເທດ, ບັນດາ​ຂະ​ແຫນງ​ອາຊີບ​ຂອງ​ຫວຽດນາມ ພວມ​ປ່ຽນ​ແປງ​ວິທີ​ດຳ​ເນີນ​ທຸລະ​ກິດ, ຕົວ​ຢ່າງ​ຄື: ​ຂະ​ແຫນງ​​ເອ​ເລັກ​ໂຕ​ນິກ ຫັນ​ຈາ​ກການ​ຜະລິດ​ອຸປະກອນ, ຕິດ​ຕັ້ງ​ເປັນ​ການ​​ຄົ້ນ​ຄ້ວາ, ອອກ​ແບບ ​ແລະ ປະດິດ​ສ້າງ​ຜະລິດ​ຕະພັນ​ດ້ວຍ​ເຄື່ອງໝານການ​ຄ້າ​ຫວຽດນາມ, ຢັ້ງຢືນ​ຜະລິດ​ຕະພັນ​ຂອງ​ຫວຽດນາມ​ຢູ່​ຕະຫລາດ​ໂລກ. ຄຽງ​ຄູ່​ກັບ​ບັນດາ​ປັດ​ໄຈ​ກ່ຽວ​ກັບ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ບັນຫາ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຍຸດ​ທະ​ສາດ​ເພື່ອ​ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ນັ້ນ​ແມ່ນ​ສະ​ແຫວ​ງຫາ​ພາບ​ພົດ​ວັດທະນະທຳ​ວິ​ສາ​ຫະກິດ, ສົ່ງ​ເສີມ​ການ​ຮ່ວມ​ມື, ປ່ຽນ​​ໃຫມ່​ຫົວ​ຄິດ​ປະດິດ​ສ້າງ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ດຳ​ເນີນ​ທຸລະ​ກິດ, ນອກ​ນັ້ນແຫ​ລ່ງຊັບພະຍາກອນ​ມະນຸດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​. ທ່ານ ຫວູດີງ​ແອ​ງ, ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ຖື​ວ່າ:

        “​ເພ່ືອ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ, ຮັກສາ​ເຄື່ອງໝາຍ​ການ​ຄ້າ ​ແລະ ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ນັ້ນ ບໍ່​ພຽງ​ແຕ່​​ຕ້ອງ​ມີຄວາມ​ມານະ​ພະຍາຍາມ​ຂອງ​ວິ​ສາ​ຫະກິດ, ຂອງ​ເຈົ້າ​ຂອງວິ​ສາ​ຫະກິດ​ນັ້ນ ຫາກ​ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ຮັກສາ​ຄຸນ​ນະພາ​ບຜະ​ລິດ​ຕະ​ພັນ ກໍ​ຄື​ກຳລັງ​ແກ້ງ​ແຍ້​ງຂອງ​ສິນຄ້າ​ອີກ​ດ້ວຍ ​ເພື່ອ​​ເຮັດ​ແນວ​ໃດ​ຮັກສາ​ທ່າ​​ແຮງຂອງ​ເຄື່ອງໝາຍ​ການ​ຄ້າໃຫ້​ໄດ້. ນອກ​ນັ້ນ ຕ້ອງ​ມີ​ການ​ປະສານ​ສົມທົບ​ກັນ​ບັນດາ​ອົງການ​ກ່ຽວຂ້ອງ​ເພື່ອ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຮັກສາ, ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ຂອງ​ຕົນ.”

        ​ໃນ​ວິວັດ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ, ບັນດາ​ວິ​ສາ​ຫະກິດ​ຄວນ​ເພີ່ມ​ທະວີ​ດ້ານ​ການ​ເງິນ, ​ທັກ​ສະ​ດຳ​ເນີນ​ທຸລະ​ກິດ​ສາກົນ. ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ຕ້ອງ​ມີ​ຄວາມ​ຫນູນ​ຊ່ວຍ​ຢ່າງ​ຕັ້ງຫນ້າ​ຈາກ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ລັດ​ກໍ​ຄື​ບັນດາ​ສະຫະ​ສະມາຄົມ​ຂະ​ແຫນງ​ສິນ​ຄ້າ​ໃນ​ທົ່ວ​ປະ​ເທດ, ໃນ​ການສະຫນອງ​ຂໍ້​ມູນ​ຂ່າວສານ, ​ເຊື່ອມ​ຈອດ​ການ​ດຳ​ເນີນ​ທຸລະ​ກິດ, ສຳ​ພັດ​ກັບ​ຕະຫລາດ,​ ຊ່ວຍ​ວິ​ສາ​ຫະກິດ​ສ້າງ​ເຄື່ອງໝາຍ​ການ​ຄ້າ​. ​ເມື່ອ​ກຳນົດ​ໄດ້​ເຄື່ອງໝາຍ​ການ​ຄ້າ​ແລ້ວ, ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຈະ​ສ້າງ​ທ່າ​ແກ້ງ​ແຍ້​ງ​ໃນ​ຕະຫລາດ ​ແລະ ບື​ນຕົວ​ຂຶ້ນ​ກາຍ​ເປັນ​ເຄື່ອງໝາຍ​ການ​ຄ້າ​ລະດັບ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ