ເຄື່ອງ​ໝາຍ​ກາ​ເຟ ຫວຽດ​ນາມ ມີ​ການ​ປ່ຽນ​ໃຫມ່, ປະ​ດິດ​ຄິດ​ສ້າງ​ເພື່ອ​ເຊື່ອມ​ໂຍງ

(VOVWORLD) -ຕໍ່ຫນ້າບັນດາສິ່ງທ້າທາຍລວມຂອງທົ່ວຂະແຫນງກະສິກຳຫວຽດນາມ, ເປັນຕົ້ນເມື່ອຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າລຸ້ນໃຫມ່ ຄື ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA); ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມ ປາຊິຟິກ (CPTPP); ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP),ລະບົບມູນຄ່າກາເຟຫວຽດນາມ ພວມຢືນຢູ່ຕໍ່ຫນ້າຄວາມຮຽກຮ້ອງຕ້ອງການ ຕ້ອງມີການປ່ຽນໃຫມ່, ປະດິດຄິດສ້າງເພື່ອເຊື່ອມໂຍງ, ພັດທະນາ. ໂດຍຮັບຮູ້ໄດ້ເຖິງຄວາມຮຽກຮ້ອງຕ້ອງການນັ້ນ ບັນດາຜູ້ຜະລິດກາເຟ ຢູ່ ໄຕງວຽນ ເມືອງເອກກາເຟຂອງທັງປະເທດ ພວມຕັ້ງຫນ້າມານະພະຍາຍາມ ເອົາໃຈໃສ່ປ່ຽນໃຫມ່ ປະດິດຄິດສ້າງໃນການຜະລິດດຳເນີນທຸລະກິດກາເຟ.

ທ່ານ ຫງວຽນເທລອງ, ສະຖາບັນນະໂຍບາຍ ແລະ ຍຸດທະສາດພັດທະນາກະສິກຳຊົນນະບົດຫວຽດນາມ ຖືວ່າ ການປ່ຽນໃຫມ່ປະດິດຄິດສ້າງໃນລະບົບຂະແຫນງກາເຟ ແມ່ນຍຸດທະສາດຍາວໄກ, ຕ້ອງມີແຜນການລະອຽດ ແລະ ມີການຮ່ວມເດີນທາງ, ການຮ່ວມສຳພັນຂອງທັງລະບົບທີ່ກ່ຽວຂ້ອງ. ສຳລັບວິສາຫະກິດ, ຄວນຍົກລະດັບຄຸນນະພາບ ແລະ ຫັນບັນດາຜະລິດຕະພັນກາເຟປຸງແຕ່ງເປັນຫລາຍຮູບຫລາຍແບບເພື່ອປັບປຸງການແກ້ງແຍ້ງກໍ່ຄື ສ້າງມູນຄ່າເພີ່ມ. ສຳລັບຜູ້ປູກກາເຟ ຕ້ອງປະຕິບັດການຜະລິດກາເຟແບບຍືນຍົງ, ໝູນໃຊ້ເຕັກໂນໂລຊີສູງເຂົ້າໃນການຈັດຕັ້ງການຜະລິດເພື່ອເພີ່ມເນື້ອທີ່ປູກກາເຟໂດຍ ມີຫນັງສືຢັ້ງຢືນ.

ເຄື່ອງ​ໝາຍ​ກາ​ເຟ ຫວຽດ​ນາມ ມີ​ການ​ປ່ຽນ​ໃຫມ່, ປະ​ດິດ​ຄິດ​ສ້າງ​ເພື່ອ​ເຊື່ອມ​ໂຍງ - ảnh 1 ທ່ານຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດພ້ອມດ້ວຍຄະນະລົງ ຢ້ຽມຢາມສວນກາເຟເຕັກໂນໂລຊີສູງຢູ່ເມືອງ ກື ເມີກາ ແຂວງດັກລັກ

ຈາກນັ້ນ ຕອບສະຫນອງໄດ້ບັນດາຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດຂອງບັນດາຕະຫລາດທີ່ຕ້ອງການຄຸນນະພາບສູງ ເມື່ອກາເຟໄດ້ຮັບຖືວ່າແມ່ນຂະແຫນງສິນຄ້າຫລັກແຫລ່ງເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃຫມ່. ທ່ານ ຫງວຽນເທລອງ ເນັ້ນຫນັກວ່າ:

 “ຫວຽດນາມ ຄວນເຂົ້າຮ່ວມບັນດາມາດຕະຖານກ່ຽວກັບການພັດທະນາກາເຟແບບຍືນຍົງ. ຕົວຢ່າງຄື ຫວຽດນາມ ພວມມີມາດຖານກ່ຽວກັບການປະມວນຫລັກການລວມໃຫ້ແກ່ປະຊາຄົມກາເຟ, ມາດຖານ UTZ,… ເມື່ອເຂົ້າຮ່ວມບັນດາມາດຖານນີ້, ພ້ອມນັ້ນ ຫວຽດນາມກໍ່ຕອບສະຫນອງໄດ້ບັນດາມາດຖານກ່ຽວກັບ ສັນຍາວ່າດ້ວຍການໝູນໃຊ້ບັນດາມາດຕະການ ກັກກັນພະຍາດສັດຜັກ, ພືດຂອງ WTO (SPS) ຫລື ບັນດາຄຳໝັ້ນສັນຍາພັດທະນາແບບຍືນຍົງ. ເລື່ອງເຂົ້າຮ່ວມບັນດາມາດຖານນີ້ ຈະປະກອບສ່ວນບັນລຸບັນດາມາດຖານຂອງ ອີຢູ ໄດ້ເທື່ອລະກ້າວ.”

ເປັນຫນ້າຊື່ນຊົມ ນັ້ນແມ່ນ ຜູ້ປູກກາເຟ, ຜະລິດກາເຟ ພວມນັບມື້ນັບຮັບຮູ້ຢ່າງຖືກຕ້ອງກ່ຽວກັບບັນຫາ ແລະ ຄວາມຈິງ ໄດ້ມີທິດກ້າວເດີນອັນເໝາະສົມ. ທີ່ກອງປະຊຸມສຳມະນາແບ່ງປັນບົດຮຽນໂຄງການປ່ຽນແປງໃຫມ່, ປະດິດຄິດສ້າງຂອງຂະແຫນງກາເຟ ໂດຍອົງການຮ່ວມມືສາກົນ ເຢຍລະມັນ (GIZ) ສົມທົບກັບສະຫສະມາຄົມ ເກເຟ ບວນມາທວດ ຈັດຕັ້ງໃນທ້າຍເດືອນຕຸລາຜ່ານມາ, ທ່ານ ຫງວຽນຈີເສົ໊າ, ປະທານສະພາຝ່າຍບໍລິຫານ ຜູ້ອຳນວຍການສະຫະກອນກະສິກຳຜະລິດ ແລະ ການຄ້າ ເຊົາຍູງ ຢູ່ ເມືອງ ດັກລັກ ແຂວງກອນຕູມ ແບ່ງປັນວ່າ ສະຫະກອນພວມປູກຕົ້ນກາເຟໃນເນື້ອທີ່ 300 ເຮັກຕາ ຕາມມາດຖານປອດສານພິດດ້ວຍ ລະບົບເຕັກໂນໂລຊີຫົດນຳ້ສີດແບບຝົນຝອຍ, ເຮືອນແກ້ວອົບຕາກດ້ວຍພະລັງງານແສງຕາເວັນ.

ເພື່ອຮັບປະກັນເປົ້າໝາຍວ່າ ຜະລິດຕະພັນໄດ້ຮັບ ຄວາມນິຍົມຈາກຜູ້ບໍລິໂພກເປັນຈຳນວນຫລວງຫລາຍ, ສະຫະກອນໄດ້ເອົາໃຈໃສ່ປະຕິບັດການປ່ຽນໃຫມ່ປະດິດຄິດສ້າງ ທັງວິທີການຜະລິດກໍ່ຄືຍົກສູງຄວາມຮັບຮູ້ຂອງຜູ້ຜະລິດ. ທ່ານ ຫງວຽນຈິເຊົາ ໃຫ້ຮູ້ວ່າ:

 “ 5 ແຂວງ ຢູ່ ເຂດໄຕງວຽນ ລ້ວນແຕ່ສຸມໃສ່ເຂົ້າຕົ້ນກາເຟ, ສະນັ້ນ ຕ້ອງມີການປ່ຽນໃຫມ່ ປະດິດຄິດສ້າງການປຸງແຕ່ງກາເຟໃຫ້ມີຄຸນນະພາບແມ່ນມີຄວາມຈຳເປັນທີ່ສຸດ. ຄວາມຈິງ ປະຈຸບັນ ຜູ້ຜະລິດກາເຟ ຜູ້ໃດກໍ່ຕ້ອງຮັບຮູ້ສິ່ງນີ້. ເພາະວ່າ ເມື່ອ/ຍ້ອນສາມາດ ປ່ຽນແປງຄວາມຮັບຮູ້ໃນການປຸງແຕ່ງ, ການຊົມ ໃຊ້, ການແນະນຳ ກາເຟ ຈຶ່ງນຳເອົາໄປຂາຍຢູ່ຕະຫລາດໄດ້, ຈຶ່ງແກ້ງແຍ່ງກັບບັນດາບໍລິສັດກາເຟໃຫຍ່ຂອງໂລກໄດ້.”

ເຄື່ອງ​ໝາຍ​ກາ​ເຟ ຫວຽດ​ນາມ ມີ​ການ​ປ່ຽນ​ໃຫມ່, ປະ​ດິດ​ຄິດ​ສ້າງ​ເພື່ອ​ເຊື່ອມ​ໂຍງ - ảnh 2ກຳມະກອນ ປະຕິບັດຂັ້ນຕອນ ອົບຕາກ ກາເຟ ດ້ວຍພະລັງງານແສງຕາເວັນ 

ໂດຍມີການຮັບຮູ້ຢ່າງຖືກຕ້ອງກັບລັກສະນະຈຳເປັນຂອງບັນຫາດັ່ງກ່າວ, ທ່ານ ເລດຶກຮູຍ ຮອງຜູ້ອຳນວຍການບໍລິສັດຂາເຂົ້າ-ຂາອອກຈຳກັດຜູ້ດຽວ 2/9 ດັກລັກ (Simexco Đăk Lăk), ເຊິ່ງແມ່ນຫນຶ່ງໃນບັນດາຫົວຫນ່ວຍສົ່ງອອກກາເຟຫລາຍສຸດໃນທົ່ວປະເທດ ຢືນຢັນວ່າ ປ່ຽນແປງໃຫມ່ຢ່າງປະດິດຄິດສ້າງ ແມ່ນຂໍ້ກຸນແຈແຫ່ງຄວາມສຳເລັດຂອງວິສາຫະກິດໃນສະພາບການເຊື່ອມໂຍງ ແລະ ແກ້ງແຍ່ງກັບສາກົນທີ່ນັບມື້ນັບຂ້ຽວຂາດຄືປະຈຸບັນ. ທ່ານ ເລດຶກຮູຍ ແບ່ງປັນວ່າ:

 “ເລື່ອງ ຍາມໃດກໍ່ຂົນຂວາຍໃນຂະແຫນງກາເຟ ເພື່ອເຮັດແນວໃດໃຫ້ຮັບປະກັນການເພີ່ມຄຸນນະພາບເພື່ອໃຫ້ໂລກຮູ້ຈັກກ່ຽວກັບຄຸນນະພາບກາເຟຫວຽດນາມ ກໍ່ຄື ຜູ້ບໍລິໂພກຮູ້ຈັກເຖິງເຄື່ອງໝາຍກາເຟຫວຽດນາມ ພວກເຮົາຕ້ອງຍົກສູງກຳລັງຄວາມສາມາດຂອງຊາວກະສິກອນ ແນະນຳໃຫ້ເຂົາເຈົ້າຮູ້ໄດ້ວ່າ ໃນໂລກຍັງມີກາເຟຫລາຍປະເພດທີ່ແຊບນົວດີ. ຈາກນັ້ນມີມາດຕະການຍົກສູງຄຸນນະພາບກາເຟຂຶ້ນ.”

ດ້ວຍຄວາມຮັບຮູ້ອັນຖືກຕ້ອງ ພ້ອມກັບຄວາມຕັດສິນໃຈກະທຳ, ບັນດາຜູ້ປູກກາເຟ, ຜະລິດ ແລະ ຈຳຫນ່າຍກາເຟ ຫວຽດນາມ ຈະສືບຕໍ່ຕັ້ງຫນ້າ ປະດິດຄິດສ້າງ ປັບຕົວໃຫ້ເໝາະສົມ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍ ຮັກສາການເຕີບໂຕ ຍົກສູງປະສິດທິຜົນ ສະມັດຕະພາບ ຄຸນນະພາບ, ຢັ້ງຢືນເຄື່ອງໝາຍການເຟຫວຽດນາມ ໃນຕະຫລາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ