ເຊື່ອມຕໍ່ລະຫວ່າງເຂດ ຢູ່ເຂດທົ່ງພຽງແມ່ນ້ຳຂອງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ເຊື່ອມຕໍ່ລະຫວ່າງເຂດກ່ຽວກັບພື້ນຖານໂຄງລ່າງ ແລະ ເສດຖະກິດ ເຂດທົ່ງພຽງແມ່ນ້ຳຂອງ ໂດຍລັດຖະບານໄດ້ລະບຸໃນມະຕິເລກທີ 120 ຊື່ງໄດ້ປະກາດໃຊ້ເມື່ອປີ 2017 ເພື່ອແນໃສ່ພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ມາຮອດປະຈຸບັນ ມີຫລາຍກິດຈະກຳລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຂອງເຂດທົ່ງພຽງແມ່ນ້ຳຂອງ ໄດ້ຮັບການກໍ່ສ້າງສຳເລັດ, ສ້າງກຳລັງຫນູນຊຸກຍູ້ການພັດທະນາເສດຖະກິດ ສັງຄົມ. ພ້ອມກັນນັ້ນ ກໍມີຫລາຍມາດຕະການລົງທຶນ ໄດ້ມີຄວາມເອົາໃຈໃສ່ເຖິງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ, ຮັບປະກັນສະຖຽນລະພາບແບບຍືນຍົງ.

ເຊື່ອມຕໍ່ລະຫວ່າງເຂດ ຢູ່ເຂດທົ່ງພຽງແມ່ນ້ຳຂອງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ຊາວກະສິກອນຢູ່ ແຂວງ ຕຽນຢາງ ປັບຕົວການຜະລິດກະສິກຳໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ

ພາຍຫລັງ 3 ປີແຫ່ງການປະຕິບັດມະຕິເລກທີ 120, ເຂດທົ່ງພຽງແມ່ນ້ຳຂອງ ໄດ້ມີການຫັນປ່ຽນໂດຍພື້ນຖານໃນຄວາມຮັບຮູ້, ຈິນຕະນາການ ແລະ ການກະທຳຂອງທຸກຂັ້ນ, ຂະແຫນງການ, ທ້ອງຖິ່ນ ໂດຍໄດ້ຮັບການເຂົ້າຮ່ວມຢ່າງຕັ້ງຫນ້າຈາກປະຊາຊົນ ແລະ ວິສາຫະກິດ ພ້ອມທັງລະດົມໄດ້ການຫນູນຊ່ວຍຂອງບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມມືພັດທະນາ.

ມະຕິແມ່ນບາດກ້າວບຸກທະລຸໃຫຍ່, ມີຄວາມໝາຍກຳນົດຍຸດທະສາດການພັດທະນາແບບຍືນຍົງຢູ່ເຂດທົ່ງພຽງແມ່ນ້ຳຂອງຕາມທິດສັງລວມ. ລັດຖະບານ ໄດ້ສຸມໃສ່ຊີ້ນຳກໍ່ສ້າງ, ເພີ່ມເຕີມ ສ້າງສຳເລັດກົນໄກນະໂຍບາຍໃຫ້ແກ່ການພັດທະນາແບບຍືນຍົງຕາມ 4 ຂົງເຂດຕົ້ນຕໍຄື: ພະລັງງານຜະລິດຄືນໃຫມ່ ແລະ ປະສິດທິຜົນພະລັງງານ; ພື້ນຖານໂຄງລ່າງ ແລະ ເຕັກນິກ ສິ່ງແວດລ້ອມ; ກະສິກຳ ແລະ ການລ້ຽງປູກສິນໃນນ້ຳ; ການປຸງແຕ່ງອາຫານ ແລະ ບັນດາການບໍລິການຂົນສົ່ງ. ຜ່ານນັ້ນ ກໍປະກອບສ່ວນດຶງດູດບັນດາວິສາຫະກິດລົງທຶນຢ່າງແຮງເຂົ້າຂົງເຂດກະສິກຳ, ເພີ່ມທະວີການຮ່ວມສຳພັນ ລະຫວ່າງ: ລັດ, ຊາວກະສິກອນ, ນັກວິທະຍາສາດ ແລະ ວິສາຫະກິດ ເພື່ອຍົກສູງລະບົບມູນຄ່າ, ສ້າງຈຸດຢືນໃຫ້ແກ່ບັນດາຜະລິດຕະພັນກະເສດໃນຕະຫລາດໂລກ. ທ່ານ ເຈີນຮົ່ງຫ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຖືວ່າ:

 “ ພາຍຫລັງ ຜັນຂະຫຍາຍມະຕິມາເປັນເວລາ 3 ປີ, ອາດຢັ້ງຢືນໄດ້ວ່າ ເຂດທົ່ງພຽງແມ່ນ້ຳຂອງ ໄດ້ມີການຫັນປ່ຽນຢ່າງແຮງ ດ້ວຍບັນດາຄວາມກ້າວຫນ້ານັບທັງຈີນຕະນາການ ແລະ ການກະທຳ, ຫັນປ່ຽນຈາກທ່າຮັບມາເປັນເຈົ້າການໃນການຮັບມືກັບບັນດາການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງເປັນເທື່ອລະກ້າວ, ສະພາບການພັດທະນາເສດຖະກິດເຂດນັບມື້ນັບດີຂຶ້ນ

ທ່ານ ຫງວຽນຈິຢູງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຖືວ່າ: ເຂດທົ່ງພຽງແມ່ນ້ຳຂອງ ພວມປະເຊີນຫນ້າກັບຄວາມສ່ຽງ ແລະ ສິ່ງທ້າທາຍຫລາຍຢ່າງຈາກການປ່ຽນແປງຂອງດິນຟ້າອາກາດ, ບັນດາການເຄື່ອນໄຫວພັດທະນາຂອງຍ່ານເຫນືອແມ່ນ້ຳ… ໄດ້ກໍ່ມົນລະພິດຕໍ່ສິ່ງແວດລ້ອມ, ເຮັດໃຫ້ຂາດຄວາມດຸ່ນດຽງດ້ານຊີວະພາບຢ່າງແຮງ. ເພື່ອໃຫ້ບັນລຸໄດ້ບັນດາຄາດໝາຍ ແລະ ຫນ້າທີ່ທີ່ວາງອອກນັ້ນ, ຄວນມີການເຊື່ອມຕໍ່, ຄວາມເຫັນດີເຫັນພ້ອມຂອງບັນດາທ້ອງຖິ່ນໃນເຂດ.

ເຊື່ອມຕໍ່ລະຫວ່າງເຂດ ຢູ່ເຂດທົ່ງພຽງແມ່ນ້ຳຂອງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 2ສູບນ້ຳຕ້ານໄພແຫ້ງແລ້ງຢູ່ ແຂວງ ຕຽນຢາງ

  ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 3 ກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຊື່ງດຳເນີນເມື່ອວັນທີ 13 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ເຂດທົ່ງພຽງແມ່ນ້ຳຂອງ ແມ່ນສູນຜະລິດກະສິກຳຂອງຫວຽດນາມ ປະກອບສ່ວນ 50% ປະລິມານການຜະລິດເຂົ້າ, 95% ປະລິມານເຂົ້າສານສົ່ງອອກ, 65% ປະລິມານການລ້ຽງປູກສິນໃນນ້ຳ, 70% ປະລິມານໝາກໄມ້ຂອງທົ່ວປະເທດ. ເພາະສະນັ້ນ ຢາກຮັກສາເຂດທົ່ງພຽງແມ່ນ້ຳຂອງໃຫ້ໄດ້ ຕ້ອງມີການຕິດພັນລະຫວ່າງ ສູນກາງ ກັບທ້ອງຖິ່ນ, ລັດກັບ ຕະຫລາດ, ປະຊາຊົນ ກັບວິສາຫະກິດ, ພາຍໃນປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ເປັນຕົ້ນແມ່ນຊກຍູ້ການຮ່ວມສຳພັນເຂດທົ່ງພຽງແມ່ນ້ຳຂອງ.

ທີຫນຶ່ງ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີສຸດໃຫ້ແກ່ວິສາຫະກິດ, ຊຸກຍູ້ຄວາມໄຫວພິບຂອງນະໂຍບາຍ ແລະ ບັນດາປັດໄຈດ້ານເສດຖະກິດ. ທີສອງ ແມ່ນຊຸກຍູ້ການພັດທະນາຢ່າງຄົບຊຸດ ແລະ ປັບປຸງບັນດາຕະຫລາດຫລັກແຫລ່ງໃຫ້ສຳເລັດ. ສຳລັບ ຕະຫລາດແຮງງານ, ບັນດາທ້ອງຖິ່ນ ຄວນເອົາໃຈໃສ່ບຳລຸງສ້າງ ແລະ ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດຄືນໃຫມ່ຢ່າງມີປະສິດທິຜົນ

ເພື່ອສ້າງສຳເລັດເປົ້າໝາຍກໍ່ສ້າງເຂດທົ່ງພຽງແມ່ນ້ຳຂອງ ໃຫ້ພັດທະນາອຸດົມສົມບູນ ວັດທະນາຖາວອນ, ບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ ໄດ້ ແລະ ພວມເພີ່ມທະວີການຮ່ວມສຳພັນຢ່າງແຮງກັບນະຄອນໂຮ່ຈີມິນ ຕາມເນື້ອໃນຈິດໃຈ ພ້ອມກັນພັດທະນາ, ເສີມຂະຫຍາຍບົດບາດ ສະພາບໍລິຫານງານເຂດ. ພ້ອມກັນນັ້ນ ກໍພັດທະນາຢ່າງແຮງບັນດາຕົວເມືອງໃນເຂດ, ວາງແຜນກຳນົດເຂດຊຸມຊົນຄືນໃຫມ່. ຍູ້ແຮງການຮ່ວມມືແຫ່ງຊາດ, ສາກົນ ແລະ ຍາດແຍ່ງບັນດາແຫລ່ງຫນູນຊ່ວຍຈາກສາກົນ… ສຸມໃສ່ສ້າງເຂດທົ່ງພຽງແມ່ນ້ຳຂອງໃຫ້ພັດທະນາຢ່າງແຮງ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ