ເປີດກວ້າງຕະຫລາດ, ເພີ່ມມູນຄ່າການສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ

(vovworld)- ຊອກ​ທິດ​ກ້າວ​ເດີນ​ແບບ​ຍືນ​ຍົງ​ໃຫ້​ແກ່​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ ​ແມ່ນ​ບັນຫາ​ທີ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ວາງ​ອອກ​​. ຕາມ​ທິດ​ນີ້, ບັນດາ​ວິ​ສາ​ຫະກິດ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ໃນ​ການ​ເປີດ​ກວ້າງ​ຕະຫລາດ, ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ, ສ້າງ​ໂຄງ​ປະກອບ​ບັນດາ​ປະ​ເພດ​ສິນຄ້າ​ສ່ົງ​ອອກຄືນ​ໃຫມ່ ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ຕໍ່ຫນ້າ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຫວຽດຮ່າ.

        ​ໃນ​ໄລຍະ​ຜ່ານ​ມາ, ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ ຂອງ​ຫວຽດນາມ ສືບ​ຕໍ່​ສຸມ​ໃສ່​ຕະຫລາດ​ນຳ​ເຂົ້າຂອງ​ຈີນ. ​ເພື່ອ​ເປີດ​ກວ້າງ​ຕະຫລາດ ​ແລະ ຫລີກ​ລ້ຽງ​ຄວາມ​​ສ່ຽງ​ເມື່ອ​ສົ່ງ​ອອກ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ ພວມ​ຜັນ​ຂະ​ຫຍາ​ຍການຊອກ​ຫາ ​ແລະ ​ເປີດ​ກວ້າງ​ໄປ​ຍັງ​ບັນດາ​ຕະຫລາດ​ນຳ​ເຂົ້າ​ໃຫມ່​ຄື: ຍີ່ປຸ່ນ, ສິງກະ​ໂປ, ສ​ເກົາຫລີ, ​ເອີ​ລົບ, ອາ​ເມ​ລິ​ກາ.. ປະຈຸ​ບັນ, ຫວຽດນາມ ພວມ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ກັບ​ອີ​ຢູ, ຫວຽດນາມ ກໍ່​ໄດ້​ເຊັນສັນຍາ​ກັບ 7 ປະ​ເທດ ​ໃນ​ຈຳ​ນວນ 8 ປະ​ເທດ​ເຂົ້າ​ຮ່ວມ FTA ຢູ່ ພາກ​ພື້ນ ອາຊີ. ບັນດາ​ການເຈລະຈານີ້ ​ໄດ້​ເປີດກາລະ​ໂອກາດ​ໃຫ້​ແກ່​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ​ເພື່ອ​ຊອກ​ຫາ​ບໍລິສັດ​​ໃຫມ່ນຳ​ເຂົ້າສິນຄ້າ ​ແທນ​ທີ່​ອີງ​ໃສ່​ຕະຫລາດດຽວ.  ຄວາມ​ຈິງ, ປະຈຸ​ບັນມີ​ຜະລິດ​ຕະພັນ​ກະ​ເສດ​​ຫລາຍ​ປະ​ເພດ​ຂອງ ຫວຽດນາມ ​ໄດ້​ສົ່ງ​ໄປ​ຂາຍ​ຢູ່​ຕະຫລາດ ຍີ່​ປຸນ, ອີ​ຢູ… ຫວ່າງ​ແລ້ວ​ນີ້, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ກະຊວງ​ກະສິກຳ ​ແລະ ພັດທະນາຊົນນະບົດ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຫລາຍ​ສະບັບ ​ເພື່ອ​ເພີ່ມ​ທະ​ວີ​ການ​ປະສານ​ສົມທົບ, ວາງ​ອອກ​ບັນດາ​ໝວດ​ມາດ​ຕະກາ​ນສ້າງ​ໂຄງ​ປະກອບ​ປະ​ເພດ​ສິນຄ້າ​ສົ່ງ​ອອກຄືນ​ໃຫມ່, ​ເປີດ​ກວ້າງ​ຕະຫລາດ. ສະຫະສະມາຄົມ​ຜັກ ​ແລະ ໝາກ​​ໄມ້ ຫວຽດນາມ ກໍ​ໄດ້​ຕັ້ງຫນ້າ​ຊອກ​ຫາ​ກາລະ​ໂອກາດ​ສົ່ງ​ອອກ​ໄປ​ຍັງ​ບັນດາ​ຕະຫລາດ​ຕ້ອງການ​ຜະລິດ​ຕະພັນທີ່​ມີຄຸນ​ນະພາ​ບສູງ​ຄື: ອາ​ເມ​ລິ​ກາ,​ ຍີ່​ປຸ່່ນ,​ ສ​.ເກົາຫລີ…  ທ່ານ ດີ​ງວັນ​ເຮືອງ, ປະທານ​ສະຫະສະມາຄົມ ຜັກ ແລະ ໝາກ​ໄມ້ ​ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ສິ່ງ​ທີ່ສະດວກ​ນັ້ນ​ແມ່ນ ຕະຫລາດ​​ໃຫຍ່​ຫລາຍ​ແຫ່ງ​ທີ່ຈຳຫນ່າຍ​ຜັກ,ໝາກ​ໄມ້​ນຳ​ເຂົ້າ​ນັບ​ມື້​ນັບ​ສົນ​ໃຈ​ເຖິງ​ແຫ​ລ່ງສະຫນອງ​ຈາກ​ຫວຽດນາມ. ປະຈຸ​ບັນ ບັນດາ​ວິ​ສາ​ຫະກິດ​ແມ່ນ​ສະມາຊິກ​ສະຫະ​ສະມາຄົມ ພວມ​ຮ່ວມ​ມື​ພັດທະນາ​ຢູ່ ນີງບີ​ງ, ຕວຽນ​ກວາງ,​ ບັກ​ຢາງ, ຮ່າ​ຢາງ ​ແລະ ຊານ​ນະຄອນ ຮ່າ​ໂນ້ຍ ​ເພື່ອ​ສະຫນອງ​ແຫ​ລ່ງສິນຄ້າ​ມີ​ຄຸນ​ນະພາ​ບຢ່າງ​ພຽງພໍ. ບັນດາ​ຄຳ​ຮຽກຮ້ອງຕ້ອງການ ​ແລະ ຮົ້ວ​​ເຕັກນິກ​ກ່ຽວ​ກັບ​ໂລກລະບາດ ​ແລະ ຄວາມ​ປອດ​ໄພ​ຫລັກ​ອະນາ​ໄມ​ດ້ານສະບຽງ​ອາຫານ​ຂອງ​ບັນດາ​ຕະຫລາດ​​ໃຫຍ່​ຄື: ອາ​ເມ​ລິ​ກາ, ອີ​ຢູ, ຍີ່​ປຸ່ນ ນັບ​ມື້​ນັບ​​​ເຄັ່ງ​ຄັດ, ບໍ່​ມີ​ຫລາຍ​ວິ​ສາ​ຫະກິດ​ຕອບ​ສະຫນອງ​ໄດ້. ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ແຕ່​ກໍ​ແມ່ນ​ກາລະ​ໂອກາດ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.”

ເປີດກວ້າງຕະຫລາດ, ເພີ່ມມູນຄ່າການສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ - ảnh 1

ພາບປະກອບ

        ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ມາດຕະຖານ​ສູງຂອງ​ຕະຫລາດ ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ຍົກ​ສູງ​ຄຸນນະພາ​ບຜະລິ​ດຕະພັນ​ ​ແລະ ​ເພີ່​ມທະວີ​ການ​ລົງທຶນປຸງ​ແຕ່ງ​ເພື່ອ​ເພີ່ມ​ມູນຄ່າ. ຕົວຢ່າງ​ຄື: ​ເຂົ້າສານ​ແມ່ນ​ປະ​ເພດ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຂອງ​ຫວຽດນາມ ​ແຕ່​ລາຄາ​ຕຳ່​ກວ່າ​ເມື່ອ​ທຽບ​​ໃສ່​​ເຂົ້າ​ສານ​ສົ່ງ​ອອກ​ຂອງບາງ​ປະ​ເທດ. ​ເພາະສະ​ນັ້ນ ສະຫະ​ສະມາຄົມ​ທັນ​ຍາ​ຫານ​ຫວຽດນາມ ພ້ອມ​ກັບ​ວິ​ສາ​ຫະກິດ ​ໄດ້​ລົງທຶນ​ຄົ້ນ​ຄ້ວາ,​ຊອກ​ຫາ​ບັນດາ​ແນວ​ພັນ​ເຂົ້າ​ຫອມ​ມີ​ຄຸນ​ນະພາ​ບສູງ ​ເພື່ອ​ຜະລິດ​ເຂົ້າ​ສົ່ງ​ອອກ​ມີ​ມູນ​ຄ່າ​ສູງ​ກວ່າ ດ້ວຍ​ລາຄາ 600-800 USD/​ໂຕນ ​ແທນ​ທີ່ 300-400 USD/​ໂຕນຄື​ປະຈຸ​ບັນ. ນອກ​ນັ້ນ,​ສະຫະ​ສະມາຄົມ, ຂະ​ແຫນງ​ສິນຄ້າ​ ​ໄດ້​ຫັນປ່ຽນ​ໂຄງ​ປະກອບ​ຜະລິດ​ຕະພັນ​ປຸງ​ແຕ່ງ​ໃຫ້​ເລິກ​ເຊິ່ງ​ເທື່ອ​ລະ​ກ້າວ, ຈຳກັດ​ການ​ຜະ​ລິດ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ​ດິບ. ປະຈຸ​ບັນ ສະຫະ​ສະມາຄົມ​ໝາກມ່ວງ​ຫິມະພານ ພວມ​ສົ່ງ​ເສີມ​ບັນດາ​ບໍລິສັດ​ປຸງ​ແຕ່ງ​ບັນດາ​ຜະລິດ​ຕະພັນ​ໃຫມ່, ​ເພື່ອ​​ເຮັດ​ໃຫ້ມູນ​ຄ່າ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ໝາກມ່ວງ​ຫິມະພານ​ເພີ່ມ​ຂຶ້ນ​ແຕ່ 8% ຂຶ້ນ​ເຖິງ 10% ​ໃນ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ຂະ​ແຫນງ​ໝາກມ່ວງຫິມະພານ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ດັ້ງ​ຮ່ວາງຢາ​ງ, ​ເລ​ຂາ​ທິການໃຫຍ່​ສະຫະ​ສະມາຄົມ​ໝາກມ່ວງ​ຫິມະພານ​ຫວຽດນາມ ​ໃຫ້​ຮູ້​ວ່າ​:

        “ກ່ຽວ​ກັບ​ການ​ປຸງ​ແຕ່ງ​ສົ່ງ​ອອກ ຈຸດ​​ເດັ່ນ​ຂອງ​ພວກ​ເຮົາ​ແມ່ນ​ປຸງ​ແຕ່ງໝາກ​ມ່ວງ​ຫິມະພານ. ພວກ​ເຮົາ​ມີ​ການ​ປັບປຸງ​ຫລາຍ​ຢ່າງ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ, ມີ​ເຄັດ​ລັບ​ໃນ​ການ​ປຸງ​ແຕ່ງ​ໝາກມ່ວງ​ຫິມະພານ ​ແລະ ພິ​ເສດ ກຳລັງ​​ແຮງງານ​ມີຄວາມ​ປະສົບ​ການ. ຄວາມ​ຈິງ ປະຈຸ​ບັນ ບັນດາ​ຜະລິດ​ຕະພັນ​ປຸງ​ແຕ່ງ​ມີ​ມຸນ​ຄ່າ​ເພີ່ມ​ສູງ ຍັງ​ຈຳກັດ​ຢູ່. ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງເຂົ້າ​ຮ່ວມ​ການ​ປຸງ​ແຕ່ງ​ ​ແຕ່​ຂອບ​ຂະຫນາດ​ການ​ຜະລິດ​ຍັງ​ນ້ອຍ ​ແລະ ອີງ​ໃສ່​ທຶນ​ກູ້​ຢືມ​ຈາກ​ທະນາຄານ.”

        ຕາມ​ການ​ຄາ​ດຄະ​ເນ, ​ແຕ່​ນີ້​ຮອດ​ທ້າຍ​ປີ ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​, ສິ່ງ​ທ້າ​ທາຍຫລາຍ​ຢ່າງ. ນອກຈາກ​ການ​ຊອກ​ຫາ,​​ເປີດ​ກວ້າງ​ຕະຫລາດ, ​ເພີ່ມ​ມູນ​ຄ່າ​ເພີ່ມ​ຜະລິດ​ຕະພັນ ​ເພື່ອ​ນຳ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ອອກ​ສູ່​​ໂລກ, ​ເລື່ອງ​ຍູ້​ແຮງ​ການ​ສົ່ງ​ອອກ​ຜ່ານ​ຊາຍ​ແດນ​ຍັງ​ສວມ​ບົດບາດ​ສຳຄັນ​ໃນ​ການ​ແກ້​ໄຂ​ບັນຫາ​ຕະຫລາດ​ຈຳຫນ່າຍ. ​ເພື່ອ​ແກ້​ໄຂ​ບັນຫາ​ນີ້, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ພວມ​ມີ​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ຫັນ​ຕະຫລາດ​ສົ່ງ​ອອກ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ພ້ອມ​ທັງ​ສົມທົບ​ກັບ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ສືບ​ຕໍ່ປະຕິບັດ​ການ​ລົງທຶນ​​ເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງ ​ເພື່ອ​ຍົກ​ສູງ​ມູນຄ່າ​ຜະລິດ​ຕະພັນ​ກະສິກຳ. ທ່ານ​ເຈີ​ນ​ແອ​ງຕວນ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ຢືນຢັນ​ວ່າ:

        “ຕ້ອງ​ຫັນ​ຕະຫລາດ​ສົ່ງ​ອອກ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ບົນ​ພື້ນຖານ​ຮັບປະກັນ​ລັກສະນະ​ຍືນ​ຍົງ​ຂອງ​ບັນດາ​ຕະຫລາດ. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ສືບ​ຕໍ່​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ສຳ​ພັດ​ກັບ​ບັນດາ​ຕະຫລາດ​ໃຫມ່. ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈະ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນ​ຄ້ວາຕະ​ຫລາດ ຊ່ວຍ​ໃຫ້​ວິ​ສາ​ຫະກິດ​​ສ້າງ ​ແລະ ຍົກ​ອອກ​ບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ບໍລິ​ໂພ​ກ ​ແລະ ລັກສະນະ​ຂອງ​ຕະຫລາດ. ຈາກ​ນັ້ນ ສ້າງ​ໂຄງ​ປະກອບ​​ໃນ​ການ​ຜະລິດ​ຄືນ​ໃຫມ່​ເພື່ອ​ຮັບປະກັນ​ມູນ​ຄ່າ​ເພີ່ມ​ກໍ​ຄື​ມູນ​ຄ່າ​ໃນ​ການ​ສົ່ງ​ອອກ.”

        ​ໃນ​ສະພາບ​ການ​ປະຈຸ​ບັນ, ການ​ເປັນ​ເຈົ້າ​ການ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ ​ແລະ ມູນ​ຄ່າ​ເພີ່ມ, ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ວິ​ສາ​ຫະກິດ​​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ຢັ້ງຢືນ​ເຄື່ອງໝາຍ​ການ​ຄ້າ, ທີ່​ຕັ້ງ​ບົດບາດຂອງ​ຜະລິດ​ຕະພັນ​ກະ​ເສດ​ຫວຽດນາມ ​ໃນ​ຕະຫລາດ​ໂລກ.

ຂ່າວ/ບົດ​ອື່ນ