ເປີດກວ້າງຕະຫລາດສົ່ງອອກຜະລິດຕະພັນກະເສດ

(vovworld)-ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ບັນລຸ​ກວ່າ 17,400 ຕື້ USD, ​ເພີ່ມ​ຂຶ້ນ​ເກືອບ 12% ​ເມ່ືອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຄາດ​ຄະ​ເນ​ວ່າ ​ໄລຍະ​ຈະ​ມາ​ເຖິງ, ​ເມື່ອ​ບັນດາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟີ​ກ (TPP), ສັນຍາ​ການ​ຄ້າ​ເສລີ​ກັບ​ສະຫະ​ພາບ​ເອີ​ລົບ (ອີ​ຢູ) ສຳ​ເລັດ​ໃນ​ທ້າຍ​ປີ​ນີ້, ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ຈະ​ມີ​ກາລະ​ໂອກາດ​ເປີດ​ກວ້າງ​ຕະຫລາດ, ຫລຸດຜ່ອນ​ການ​ອີງ​ໃສ່​ຕະຫລາດ​ຈຳນວນ​ຫນຶ່ງ, ຮັບປະກັນ​ໃຫ້​ການ​ສົ່ງ​ອອກ​​ເປັນ​ປົກກະຕິ ​ແລະ ໝັ້ນຄົງ. ບົດ​ຂຽນ​ຂອງ​ນັກ​ຂ່າວ ມີ​ງລອງ ທີ່​ພາດ​ຫົວ​ເລື່ອງ​ວ່າ: ເປີດກວ້າງຕະຫລາດສົ່ງອອກຜະລິດຕະພັນກະເສດ.

ເປີດກວ້າງຕະຫລາດສົ່ງອອກຜະລິດຕະພັນກະເສດ - ảnh 1
​ປີ 2013, ການ​ສົ່ງ​ອອກ​ໝາກ​ມັງກອນ​ແກ້ວ​ສົດ​ ບັນລຸ 326.000 ​ໂຕນ
photo:internet

        ການ​ສົ່ງ​ອອກ ກາ​ເຟ, ໝາກມ່ວງ​ຫິມະພານ, ໝາກ​ພິກ​ໄທ, ສິນ​ໃນ​ນຳ້, ​ໄມ້ ​ແລະ ຜະລິດ​ຕະພັນ​ປຸງ​ແຕ່ງ​ຈາກ​ໄມ້ ສືບ​ຕໍ່​ແມ່ນ​ໝວດ​ສິນຄ້າ​ທີ່​ບັນລຸ​ລະດັບ​ເຕີບ​ໂຕ​ນັບ​ທັງ​ດ້ານ​ປະລິມານ​ກໍ​ຄື​ມູນ​ຄ່າ. ​ໃນ​ຂະນະ​ນັ້ນ, ມີ​ຜະລິດ​ຕະພັນ​ກະ​ເສດ​ອື່ນຫລາຍ​ປະ​ເພດ​ຄື: ຜັກ, ໝາກ​ໄມ້​ຂອງ​ຫວຽດນາມ ​ໄດ້​ແຊກ​ຊືມ​ເຂົ້າ​ບັນດາ​ຕະຫລາດທີ່​ຕ້ອງການ​ຄຸນ​ນະພາ​ບສູງ​ຄື: ສະຫະພາບ​ເອີ​ລົບ, ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ​ເກົາຫລີ.. ສະ​ເພາະ​ໝາກສົ້ມ​ໂອ, ໝາກ​ມັງກອນ​ແກ້ວ ​ໄດ້​ສົ່ງ​ໄປ​ຂາຍ​ຢູ່ 40 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ, ດ້ວຍ​ປະລິມານ​ການ​ສົ່ງ​ອອກ​ໝາກ​ມັງກອນ​ແກ້ວ​ສົດ​ໃນ​ປີ 2013 ບັນລຸ 326.000 ​ໂຕນ ​ແລະ ມູນ​ຄ່າ​ການ​ສົ່ງ​ອອກ​ກວ່າ 200 ລ້ານ USD. ​ໃນ 7 ​ເດືອນ​ຜ່ານ​ມາ, ການ​ສົ່ງ​ອອກ​ໝາກ​ມັງກອນ​ແກ້ວ ສືບ​ຕໍ່​ເພີ່ມ​ຂຶ້ນ 16% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.​ ທ່ານ ຫງວຽນ​ຊວນ​ຮົ່ງ, ຮອງ​ຫົວຫນ້າ​ຄະນະ​ຊີ້​ນຳ​ການ​ພັດທະນາ​ຕະຫລາດ​ສົ່ງ​ອອກ​ຜັກ,ໝາກ​ໄມ້, ສັງກັດ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ຖື​ວ່າ: ​ເພື່ອ​ຮັບ​ກາລະ​ໂອກາດ​ເປີດ​ກວ້າງ​ຕະຫລາດ​ສົ່ງ​ອອກ, ບັນດາ​ວິ​ສາ​ຫະກິດ​ຄວນ​ປ່ຽນ​ແປງ​ວິທີ​ສຳ​ພັດ, ການຮັກສາ ​ແລະ ພັດທະນາ​ບັນດາ​ຕະຫລາດ​​ເດີມ ຜ່ານ​ການ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຄຸນຄ່າ​ບັນດາ​ປະ​ເພດ​ຜະລິດ​ຕະພັນ​ກະ​ເສດ ຊື່​ງຫວຽດນາມ ມີ​ທ່າ​ໄດ້​ປຽບ. ດ້ານ​ອື່ນ, ຕ້ອງ​ເພີ່ມ​ທະວີ​ການ​ລົງທຶນ​ ເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງຫລັງ​ການ​ເກັບ​ກ່ຽວ​ ສຳລັບ​ບັນດາປະ​ເພດ​ຜະລິດ​ຕະພັນ​ກະ​ເສດ.

        “ວິ​ສາ​ຫະກິດ​ຄວນ​ເພີ່ມ​ທະວີ​ການ​ລົງທຶນ​ປະກອບເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງ​ບັນດາ​ປະ​ເພດ​ຜະລິດ​ຕະພັນ​ກະ​ເສດ​ພາຍ​ໃນ​ປະ​ເທດ. ຕົວຢ່າງ ພວກ​ເຮົາ​ສາມາດ​ກໍ່ສ້າງ​ບັນດາ​ໂຮງງານ​ຜະລິດ​ນຳ້ມັນ Ethanol ​ໂດຍ​ນຳ​ໃຊ້​ມັນ​ຕົ້ນຜະລິດ​ພາຍ​ໃນ​ປະ​ເທດ ຫລື​ນຳ​ໃຊ້ຂີ້​ເລື່ອຍ​ເພື່ອ​ປຸງ​ແຕ່ງ​ບັນດາ​ຜະລິດ​ຕະ​ພັນ​ໄມ້​ແທນ​ໃຫ້ການ​ນຳ​ເຂົ້າ​ປະ​ເພດ​ສິນຄ້າ​ນີ້​ຈາກ​ຕ່າງ​ປະ​ເທດ.”

        ຍ້ອນ​ ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງ ​ແລະ ​ເພີ່ມ​ທະວີ​ວຽກ​ງານ​ສົ່ງ​ເສີມການ​ຄ້າ, ​ໄລຍະ​ຜ່ານ​ມາ ມີ​ຜະລິດ​ຕະພັນ​ກະ​ເສດ​ຫລາຍ​ປະ​ເພດຂອງ​ຫວຽດນາມ ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ຊອກ​ຫາ​ຕະຫລາດ​ໃຫມ່, ດ້ວຍ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃຫມ່  ໄດ້​ເປີດ​ທິດ​ສົ່ງ​ອອກ​ໃຫ້​ແກ່​ໝາກ​ໄມ້​ຂອງ​ຫວຽດນາມ. ​ໃນ​ຂະນະ​ນັ້ນ, ບັນດາ​ຕະຫລາດ​ຫາ​ກໍ່​ພົ້ນ​ເດັ່ນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ອາ​ຟຼິກາ ພວມ​ ​ຕ້ອງການ​ນຳ​ເຂົ້າຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ຫລາຍ​ສົມຄວນ, ​ອັນໄດ້ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງ​ຫວຽດນາມ. ດຣ ດັ້ງ​ກີ​ມ​ເຊີນ, ຫົວຫນ້າ​ສະ​ຖາ​ບັນນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ພັດທະນາ​ກະສິກຳ​ຊົນນະບົດ​ຖື​ວ່າ: ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຄວນ​ເປັນ​ເຈົ້າ​ການ​ກວ່າ​ອີກ​ໃນ​ການ​ຂຸດ​ຄົ້ນ​ບັນດາ​ຕະຫລາດ​ໃຫມ່​ເພື່ອ​ຫລີກ​ລ້ຽງ​ຄວາມ​ສ່ຽງ​ເມື່ອ​ອີງ​ໃສ່​ຕະຫລາດ​ຈຳນວນ​ຫນຶ່ງ.  ດຣ ດັ້ງ​ກີ​ມ​ເຊີນ ​​​ໄຈ້​ແຍກ​ວ່າ:

        “ຢາກ​ຮັບປະກັນ​ຕະ​ຫລາດ​ໄດ້ ກ່ອນ​ອື່ນ​ໝົດ ຕ້ອງ​ກຳ​ແຫນ້ນ​ໂຄງ​ປະກອບ​ຂອງ​ຕະຫລາດ. ຕ້ອງ​ເຂົ້າ​ໃຈ​ກຳລັງ​ຊື້, ສະຖານ​ທີ່​ຈຳຫນ່າຍ​ຂອງ​ຕະຫລາດ, ລະບົບ​ມູນ​ຄ່າ​ໃດ​ທີ່​ສາມາດ​ດຶງ​ດູດຜູ້​ໃຊ້​ສອຍ​ຜະ​ລິດ​ຕະພັນ​ຂອງ​ຕົນ​​ໄດ້ຫລາຍ​ກວ່າ.”

        ທ່ານ ຮ່າ​ກົງ​ຕວນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ ຫວຽດນາມ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ກະຊວງ​ພວມ​ຊີ້​ນຳ​ບັນດາ​ອົງການ​ກ່ຽວຂ້ອງ ກວດກາ​ຄືນ​ບັນດາ​ຕະຫລາດ ​ແລະ ສົມທົບ​​ບັນດາ​ກະຊວງ,​ຂະ​ແຫນງ​ການ​ກ່ຽວຂ້ອງ, ກັບ​ສະຫະ​ສະມາຄົມ​, ວິ​ສາ​ຫະກິດ ​​​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດຂັດ​ໃຫ້​ວິ​ສາ​ຫະກິດ. ຄຽງ​ຄູ່​ກັນ​ນັ້ນ, ກະຊວງ​ຈະ​ຫນູນ​ຊ່ວຍ, ສ້າງ​ຄວາມ​ສະດວກ​ໃຫ້​​ບັນ​ດາ​ວິ​ສາ​ຫະກິດ​ຍູ້​ແຮງ​ການ​ຜະລິດ, ດ້ວຍ​ການ​ກວດຄືນ ​ແລະ ສະຫນອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຕະຫລາດ​ຢ່າງ​ທັນ​ການ ​​ແນ​ໃສ່​ດັດ​ປັບ​ໃຫ້​ເໝາະ​ສົມ​ກັບ​ຂອບ​ຂະຫນາດ​ການ​ຜະລິດ.

        “​​ໄລຍະ​ຈະ​ມາ​ເຖິງ, ກະ​ຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຈະ​ສຸມ​ໃສ່​ວຽກ​ງານ​ຄຸ້ມ​ຄອງ​ລັດ, ສືບ​ຕໍ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​​ໃຫ້ວິ​ສາ​ຫະກິດ, ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຄືນ​ໃຫມ່​ເພື່ອ​ຮັບ​ມື​ກັບ​ບັນດາ​ການ​ຜັນ​ແປ​ຂອງ​ຕະຫລາດ, ​ຮັກສາ​ຕະຫລາດ ​ແລະ ການຈະເລີ​ນ​ເຕີບ​ໂຕ GDP ຂອງ​ຂະ​ແຫນງ​ໃນ​ປີ​ນີ້​ໃຫ້​ຢູ່​ໃນ​ລະດັບ 3%.”

        ​ໃນ​ຊຸມ​ປີຜ່ານມາ, ວົງ​ເງິນ​ສົ່ງ​ອອກ​ບັນດາ​ປະ​ເພດ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປາ​ຂອງ​ດົງ, ສິນ​ໃນ​ນ້ຳ ກວມ​ອັດຕາ​ສວ່ນ​ເກືອບ 20% ຍອດ​ວົງ​​ເງິນ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ທັງ​ປະ​ເທດ. ​ເພື່ອ​ເປີດກວ້າງ​ຕະຫລາດ, ​ໄລຍະ​ຈະ​ມາ​ເຖິງ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຈະ​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ ພ້ອມ​ກັບ​ການ​ຊັບ​ຊ້ອນ​ບັນດາ​ວິ​ສາ​ຫະກິດ​ຄືນ​ໃຫມ່ ຕາມ​ລະບົບ​ມູນ​ຄ່າ​ທົ່ວ​ໂລກ ​ເພື່ອ​ເພີ່ມ​ທະວີ​ລັກສະນະ​ແກ້​ງ​ແຍ້​ງຂອງຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ. ​ເພື່ອ​ປະຕິບັດ​ຫນ້າ​ທີ່​ນີ້, ​ເລື່ອງ​ສ້າງ​ໂຄງ​ປະກອບ​ຂະ​ແຫນງ​ຄືນ​ໃຫມ່​​ໄດ້​ຮັບ​ຖື​ວ່າ ​ແມ່ນຂອດ​ບຸກທະລຸ ​ເພື່ອ​ຮັກສາ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ. ດ້ານ​ອື່ນ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ກໍ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຄວາມ​ປອດ​ໄພ​ຫລັກ​ອະນາ​ໄມ​ດ້ານ​ອາຫານ ​ແລະ ຄຸ້ມ​ຄອງ​ອຸປະກອນ​ກະສິກຳ ​ເພື່ອ​ສ້າງ​ເຄື່ອງໝາຍ​ການ​ຄ້າ ​ແລະ ຢັ້ງຢືນ​ທີ່​ຕັ້ງ​ໃນ​ເວທີ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ