ເປີດອອກກາລະໂອກາດສົ່ງອອກບັນດາປະເພດສິນຄ້າຫລັກແຫລ່ງເຂົ້າຕະຫລາດ UAE

(VOVWORLD) -ສະຫະລັດ ອາຣັບ ເອມີເລດ(UAE)ໄດ້ຮັບຖືວ່າ ແມ່ນສູນການເງິນ, ການຄ້າຂອງພາກພື້ນ ຕາເວັນອອກກາງ, ແມ່ນປະຕູສຳຄັນເພື່ອສົ່ງສິນຄ້າຫວຽດນາມ ໄປຍັງຕາເວັນອອກກາງ, ອາຟິຼກາ, ເອີລົບ ແລະ ເປີດກວ້າງໄປຍັງທົ່ວໂລກ. ໃນຂະນະການສົ່ງອອກຂອງຫວຽດນາມ ໄປຍັງຕະຫລາດຫລາຍແຫ່ງບັນລຸລະດັບສູງແລ້ວ, UAEກໍໄດ້ຮັບການຕີລາຄາວ່າແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດ, ເປີດອອກກາລະໂອກາດໃຫ້ຫລາຍປະເພດສິນຄ້າຜະລິດຕະພັນກະເສດ, ສິນໃນນ້ຳຂອງຫວຽດນາມ,ເປັນຕົ້ນແມ່ນເມື່ອສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງຫວຽດນາມແລະUAE(CEPA)ຫາກໍ່ເລີ່ມເຊື່ອມຕໍ່ການເຈລະຈາຢູ່ໃນຂັ້ນລັດຖະມົນຕີ ເມື່ອວັນທີ 6 ເມສາປີ 2023.

ເປີດອອກກາລະໂອກາດສົ່ງອອກບັນດາປະເພດສິນຄ້າຫລັກແຫລ່ງເຂົ້າຕະຫລາດ UAE - ảnh 1ການປຸງແຕ່ງສິນໃນນ້ຳເພື່ອສົ່ງອອກ. ພາບ:TTXVN

ບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ປະຈຸບັນ UAEແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ຫວຽດນາມ ຢູ່ ພາກພື້ນຕາເວັນອອກກາງ - ອາຟຼິກາເຫນືອ. ມີຫລາຍຫມວດສິນຄ້າສົ່ງອອກຂອງ ຫວຽດນາມ ມີທ່າໄດ້ປຽບສົ່ງອອກໄປຍັງ UAE ຄື: ຜະລິດຕະພັນກະເສດ, ສິນໃນນ້ຳ, ອາຫານປຸງແຕ່ງ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບຫນັງ, ຜະລິດຕະພັນເອເລັກໂຕນິກ, ເຄື່ອງຈັກ, ອຸປະກອນ… ສືບຕໍ່ມີທ່າອ່ຽງເຕີບໂຕນັບທັງປະລິມານ ແລະ ມູນຄ່າການສົ່ງອອກ. ປີກາຍນີ້ ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ UAEບັນລຸ 3,85 ຕື້ USD. ສະເພາະ 3 ເດືອນຕົ້ນປີນີ້, ຍອດວົງເງິນການຄ້າສອງຝ່າຍ ລະຫວ່າງ ຫວຽດນາມ ແລະ UAE ຄາດວ່າຈະບັນລຸ 1,12 ຕື້ USD, ເພີ່ມຂຶ້ນ 22,14% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຍ້ອນອົງປະກອບເສດຖະກິດກະສິກຳກວມເອົາພຽງບໍ່ຮອດ 1%, ສ່ວນຫລາຍແມ່ນການລ້ຽງສັດ ແລະ ປູກຕົ້ນອິນທະຜາລຳ,ສະນັ້ນ UAEຕ້ອງນຳເຂົ້າສະບຽງອາຫານ ເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນ. ຄາດວ່າປີນີ້ ຈຳນວນແຂກທ່ອງທ່ຽວເຂົ້າ UAEຈະເພີ່ມຂຶ້ນຢ່າງແຮງ ສະນັ້ນນີ້ຈະສືບຕໍ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ເພີ່ມທະວີການສົ່ງອອກຜະລິດຕະພັນກະເສດ, ອາຫານເຂົ້າຕະຫລາດນີ້. ທ່ານ ເຈືອງຊວນຈູງ ທູດການຄ້າ ຫວຽດນາມ ປະຈຳ UAEໃຫ້ຮູ້ວ່າ:

ປີ 2022 ສິນໃນນ້ຳຂອງຫວຽດນາມ ສົ່ງອອກໄປຍັງ UAEບັນລຸເກືອບ 5 ລ້ານ USD, ເພີ່ມຂຶ້ນກວ່າ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ມີບາງປະເພດຜະລິດຕະພັນກະເສດຫລັກຂອງ ຫວຽດນາມ ສົ່ງໄປຂາຍຢູ່ຕະຫລາດນີ້ ແມ່ນໝາກນາວບໍ່ມີແກ່ນ, ໝາກໂມ, ໝາກສົ້ມໂອ,… ສົ່ງອອກໝາກມ່ວງຫິມະພານບັນລຸກວ່າ 55 ລ້ານUSD, ເພີ່ມຂຶ້ນກວ່າ 14% ເມື່ອທຽບໃສ່ປີກ່ອນນັ້ນ. ໝາກພິກໄທ ກວມເອົາກວ່າ 65% ອັດຕາສ່ວນນຳເຂົ້າຂອງ UAE, ປີກາຍນີ້ບັນລຸ 58 ລ້ານ USD, ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ປີກ່ອນນັ້ນ. ສຸດທ້າຍແມ່ນປະເພດ ເຂົ້າສານ, ວົງເງິນສົ່ງອອກບັນລຸ 25 ລ້ານ USD ແລະ ກວມອັດຕາສ່ວນ 7,3% ປະລິມານເຂົ້າສານນຳເຂົ້າຂອງ UAE”.

ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງ ຫວຽດນາມ ແລະ UAE(CEPA)ປະຈຸບັນ ພວມໄດ້ຮັບການປຶກສາຫາລືຈາກບັນດາອົງການທີ່ກ່ຽວຂ້ອງ, ຖ້າຫາກໄລຍະຈະມາເຖິງໄດ້ຮັບການລົງນາມ ແມ່ນບໍ່ພຽງແຕ່ຊ່ວຍ ຫວຽດນາມ ສົ່ງອອກສິນຄ້າໄປຍັງUAEໂດຍກົງເທົ່ານັ້ນ ຫາກຍັງຊ່ວຍສິນຄ້າຂອງຫວຽດນາມ ແຊກຊຶມເຂົ້າຕະຫລາດ ຕາເວັນອອກກາງ ແລະ ບັນດາປະເທດອື່ນຜ່ານປະຕູຂອງ UAEອີກດ້ວຍ. ທ່ານນາງ ເລຮົ່ງແອງ, ຫົວຫນ້າກົມການຕະຫລາດ ອາຊີ - ອາຟຼິກາ ຄາດຄະເນວ່າ UAEຈະແມ່ນຕະຫລາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນເມື່ອສັນຍາໄດ້ຮັບການລົງນາມ.

 “ພວກຂ້າພະເຈົ້າສືບຕໍ່ຍູ້ແຮງການສົ່ງອອກໄປຍັງບັນດາຕະຫລາດທີ່ໄດ້ລົງນາມໃນສັນຍາ FTA, ພິເສດແມ່ນສຸມໃສ່ສະຫລຸບບົດຮຽນປະສົບການຈາກບັນດາປະເທດທີ່ນຳໃຊ້ສັນຍາ FTA ເພື່ອຍົກອອກຂໍ້ສະເຫນີທີ່ຈຳເປັນໃຫ້ແກ່ວິສາຫະກິດ ຫວຽດນາມ. ຄາດວ່າ FTAກັບ ອິດສະຣາແອນໄດ້ຮັບການລົງນາມໃນປີນີ້ ພວກຂ້າພະເຈົ້າຈະມີແຜນການປະຕິບັດຢ່າງມີປະສິດທິຜົນ ແລະ ສົມທົບກັບບັນດາຫົວຫນ່ວຍ, ອົງການ ເລີ່ມການເຈລະຈາ FTAກັບ UAE ເພື່ອເປີດອອກກາລະໂອກາດຮ່ວມມືກັບພາກພື້ນຕາເວັນອອກກາງທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນນີ້.

ເປີດອອກກາລະໂອກາດສົ່ງອອກບັນດາປະເພດສິນຄ້າຫລັກແຫລ່ງເຂົ້າຕະຫລາດ UAE - ảnh 2ທ່ານນາງ ເລຮົ່ງແອງ ຫົວຫນ້າກົມການຕະຫລາດ ອາຊີ -ອາຟະລິກາ. ພາບ:tapchicongthuong.vn

ກາລະໂອກາດມີຢູ່ຄືແນວນັ້ນ, ແຕ່ຕາມທູດການຄ້າ ຫວຽດນາມ ປະຈຳ UAEແລ້ວ, UAEແມ່ນຕະຫລາດແກ້ງແຍ່ງຢ່າງເຄັ່ງຄັດນັບທັງລາຄາ ແລະ ຄຸນນະພາບ, ສະນັ້ນ ນີ້ແມ່ນສິ່ງທ້າທາຍໃຫຍ່ສຸດສຳລັບບັນດາວິສາຫະກິດ ຫວຽດນາມ ເມື່ອສົ່ງອອກສິນຄ້າເຂົ້າຕະຫລາດ UAE. ທ່ານ ຫງວຽນເຕືອງ ຮອງເລຂານຸການສະຫະສະມາຄົມວິສາຫະກິດ logisticຫວຽດນາມຖືວ່າ:

“ກ່ຽວກັບການເຄື່ອນໄຫວນຳເຂົ້າສົ່ງອອກ ແລະ logisticໄລຍະຜ່ານມາແມ່ນໄດ້ມີການພັດທະນາຢ່າງເຂັ້ມແຂງ ຍ້ອນໄດ້ມີບັນດາສັນຍາການຄ້າເສລີEVFTA, CPTPP, RCEP.UAEແມ່ນຕະຫລາດຈຸດສຸມ ຢູ່ຕາເວັນອອກກາງ ແມ່ນປະຕູຫລັກດ້ານການຄ້າກັບບັນດາປະເທດຄື ອາຟຼິກາ, ອາເມລິກາລາຕີນ ແລະ ເອີລົບ, ອາຊີ ເວົ້າລວມ. ເພາະຢູ່ UAEເຂົາເຈົ້າມີພື້ນຖານໂຄງລ່າງທ່າກຳປັ່ນ, ການບິນ ດີທີ່ສຸດ, ສະນັ້ນສາມາດເຊື່ອມຕໍ່ໄດ້ທຸກຕະຫລາດ. ນີ້ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ ຖ້າຫວຽດນາມ ຮູ້ຈັກເສີມຂະຫຍາຍ ຈະແມ່ນໂອກາດດີທີ່ສຸດ.

ເພື່ອສາມາດຊຸກຍູ້ການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງ UAE, ບັນດາວິສາຫະກິດ ຫວຽດນາມ ມຸ່ງໄປເຖິງການໝູນໃຊ້ວິທະຍາສາດ, ເຕັກໂນໂລຊີທີ່ກ້າວຫນ້າໃນການຜະລິດ, ປ່ຽນແປງວິທີການຄຸ້ມຄອງ, ຫລຸດຜ່ອນລາຍຈ່າຍຂອດກາງ ເພື່ອຫລຸດລາຄາຜະລິດຕະພັນ, ເພີ່ມລັກສະນະແກ້ງແຍ່ງຂອງບັນດາຜະລິດຕະພັນຫວຽດນາມ. ນອກນັ້ນ ຍ້ອນ UAEແມ່ນປະເທດອິດສະລາມ ສະນັ້ນບັນດາວິສາຫະກິດ ຫວຽດນາມ ຄວນມີແຜນຊອກຮູ້ດ້ານວັດທະນະທຳ ແລະ ຄວາມຕ້ອງການໃນການໃຊ້ສອຍຂອງຊາວມຸດສະລິມ, ສ້າງລະບົບໃບຢັ້ງຢືນມາດຖານ Halalໃຫ້ບັນດາຜະລິດຕະພັນອາຫານ, ເຄື່ອງດື່ມ, ເຄື່ອງສຳອາງ, ຊຸດອາພອນ… ເມື່ອສົ່ງອອກເຂົ້າຕະຫລາດນີ້. ບັນດາມາດຕະການສັງລວມຈາກອົງການມີຫນ້າທີ່ຮັບຜິດຊອບ ແລະ ວິສາຫະກິດ ພ້ອມກັບເລື່ອງເຈລະຈາສ້າງສັນຍາ CEPAໄດ້ ແລະ ພວມເປີດຫລາຍກາລະໂອກາດເພື່ອໃຫ້ສິນຄ້າ ຫວຽດນາມ ແຊກຊຶມເຂົ້າຕະຫລາດ UAE ແລະ ບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ