ເປັນ​ຄັ້ງ​ທຳ​ອິດ​ແຂວງ ກ​ວາງຈິ ສົ່ງ​ອອກ​ເຂົ້າ​ສານ​ໄປ​ຍັງ ເອີ​ລົບ

(VOVWORLD) - ຫວ່າງແລ້ວນີ້ເປັນຄັ້ງທຳອິດງວດເຂົ້າສານOganic 15 ໂຕນຂອງຊາວກະສິກອນແຂວງກ໋ວາງຈິໄດ້ສົ່ງອອກໄປຍັງຕະຫຼາດເອີລົບລວມມີບັນດາປະເທດເຢຍລະມັນ.ເຊັກໂກຊູແອັດລັ່ງນີ້ແມ່ນບາດລ້ຽວສ້າງແງ່ຫວັງການກໍ່ສ້າງເຂດປູກຕົ້ເຂົ້ ແລະ ເຂົ້າສານ Oganic ສົ່ງອອກເພື່ອໃຫ້ຂະແໜງກະສິກຳກວາງຈິພັດທະນາແບບຍືນຍົງ.

ເປັນ​ຄັ້ງ​ທຳ​ອິດ​ແຂວງ ກ​ວາງຈິ ສົ່ງ​ອອກ​ເຂົ້າ​ສານ​ໄປ​ຍັງ ເອີ​ລົບ - ảnh 1ປະຊາຊົນໄດ້ຮັບການໜູນຊ່ວຍຫຼາຍຢ່າງ (ພາບ: VOV)

ສະຫະກອນການບໍລິການຜະລິດກະສິກຳ ກິມລອງ, ຕາແສງ ຫ໋າຍເກ໊, ເມືອງ ຫ໋າຍລັງ ແມ່ນໜຶ່ງໃນບັນດາວິສາຫະກິດແຫ່ງທຳອິດຢູ່ແຂວງ ກວາງຈິ ທີ່ປູກຕົ້ນເຂົ້າ Oganic ສູນສົ່ງເສີມກະສິກຳແຂວງ ແລະ ບໍລິສັດໃຫຍ່ການຄ້າ ກວາງຈິ ສົມທົບກັນຜັນຂະຫຍາຍການຜະລິດໃນເນື້ອທີ່ 20 ເຮັກຕາ ດ້ວຍການເຂົ້າຮ່ວມຂອງ 80 ຄອບຄົວ. ຊາວກະສິກອນ ໄດ້ຮັບການໜູນຊ່ວຍ ແນວພັນປູກ, ປຸຍອິນຊີ, ກ້າ, ຈັກດຳນາ, ໂດຣນບິນໃສ່ຝຸ່ນຢາ, ຈັກກ່ຽວເຂົ້າ ແລະ ຈັກມັດເຟືອງ. ນັບແຕ່ຂັ້ນຕອນການໄຖດິນຈົນຮອດການເກັບກ່ຽວລ້ວນແຕ່ໄດ້ຮັບການຕິດຕາມກວດກາຢ່າງລະອຽດ, ດ້ວຍການໜູນຊ່ວຍຂອງຜູ້ຄຸ້ມຄອງ, ວິສາຫະກິດ. ພໍ່ແມ່ປະຊາຊົນ ໄດ້ຮັບການຫນູນຊ່ວຍດ້ານສົ້ນອອກຂອງຜະລິດຕະພັນ. ເຂົ້າສານສົ່ງອອກໄປຍັງເອີລົບ ດ້ວຍລາຄາ 1.800 USD/ໂຕນ. ພາຍຫຼັງຫັກຄ່າໃຊ້ຈ່າຍ, ຊາວກະສິກອນມີກຳໄລປະມານ 30 ລ້ານດົ່ງ/ເຮັກຕາ/ລະດູ, ສູງກ່ວາຫຼາຍເມື່ອທຽບໃສ່ກັບການປູກຕົ້ນເຂົ້າແບບດັ້ງເດີມ. ລຸງ ຫງວຽນກວັກ, ຊາວກະສິກອນສະຫະກອນການບໍລິການຜະລິດກະສິກຳ ກິມລອງ ໃຫ້ຮູ້ວ່າ:

ຍ້ອນແມ່ນຕົ້ນເຂົ້າ Oganic ດັ່ງນັ້ນ ບໍ່ໄດ້ນຳໃຊ້ຢາ, ປຸ໋ຍເຄມີ, ອັນໄດ້ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງກ່ຽວກັບສິ່ງແວດລ້ອມ, ສຸຂະພາບ ແລະ ລາຍຮັບດ້ານເສດຖະກິດເມື່ອທຽບໃສ່ກັບການຜະລິດທຳມະດາ. ສິ່ງແວດລ້ອມບໍ່ເປັນມົນລະພິດ, ຫອຍ, ປູ, ປາ ບໍ່ຖືກທຳລາຍ, ດິນກໍ່ບໍ່ມີທາດເຄມີທີ່ມີຜົນຮ້າຍຍາວນານ.

ປັດຈຸບັນ, ແຂວງກວາງຈິ ໄດ້ມອບໃຫ້ບໍລິສັດຫຸ້ນສ່ວນບໍລິສັດໃຫຍ່ການຄ້າ ກວາງຈິ ເປັນເຈົ້າຂອງການລົງທຶນໂຄງການພັດທະນາເຂົ້າ Oganic, ບໍລິສັດຫຸ້ນສ່ວນບໍລິສັດການຄ້າ ກວາງຈິງ ໄດ້ເຮັດວຽກກັບສະຖານທູດ ອິດສະລາແອັນ ປະຈຳ ຫວຽດນາມ ເພື່ອເຊື່ອມຕໍ່ການຜະລິດເຂົ້າສານ Oganic ສົ່ງອອກ. ທ່ານ ໂຮ່ຊວັນຫ໋ຽວ, ປະທານສະພາບໍລິຫານກຸ່ມບໍລິສັດຫຸ້ນສ່ວນບໍລິສັດໃຫຍ່ການຄ້າ ກວາງຈິ ໃຫ້ຮູ້ວ່າ:

ປັດຈຸບັນ, ແຂວງກວາງຈິ ມີດິນປູກເຂົ້າ ປະມານ 28.000 ເຮັກຕາ. ຜ່ານການສຳຫຼວດຂອງຫົວໜ່ວຍໃຫ້ຄຳປຶກສາ, ປັດຈຸບັນ ທົ່ວແຂວງມີປະມານ 3.000 ເຮັກຕາ ມີເງື່ອນໄຂຢ່າງຄົບຖ້ວນໃນການຜະລິດເຂົ້າ Oganic, ກວມເອົາປະມານ 10% ເນື້ອທີ່ທັງໝົດ, ເພາະສະນັ້ນ ຂັ້ນຕອນການປູກເຂົ້າ Oganic ມີຄວາມຮຽກຮ້ອງຕ້ອງການຢ່າງເຂັ້ມງວດ. ພວກເຮົາຮ່ວມມືກັບປະຊາຊົນ ຍ້ອນວ່າ ພໍ່ແມ່ປະຊາຊົນມີດິນ, ເຂົາເຈົ້າພຽງແຕ່ເຮັດຂັ້ນຕອນເບື້ອງຕົ້ນຕ່າງໆກ່ຽວກັບດິນເທົ່ານັ້ນ ສ່ວນບັນດາຂັ້ນຕອນຕໍ່ໄປ ແມ່ນທາງບໍລິສັດຈະເຮັດ. ເຂົ້າ Oganic ເມື່ອເກັບກ່ຽວໄປສີ ກໍ່ຕ້ອງຮັບປະກັນເງື່ອນໄຂ, ຂັ້ນຕອນຢ່າງເຂັ້ມງວດ ຈິ່ງຈະໄດ້ຮັບຮອງວ່າເປັນເຂົ້າສານ Oganic.

ເປັນ​ຄັ້ງ​ທຳ​ອິດ​ແຂວງ ກ​ວາງຈິ ສົ່ງ​ອອກ​ເຂົ້າ​ສານ​ໄປ​ຍັງ ເອີ​ລົບ - ảnh 2ນຳໃຊ້ເຕັກໂນໂລຢີເຂົ້າການຜະລິດ (ພາບ: VOV)

ເຂົ້າສານ Oganic ແຂວງກວາງຈິ ມີສອງທາດທີ່ເປັນປະໂຫຍດແມ່ນ Momilactone A ແລະ Momilactone B, ບັນດາທາດດັ່ງກ່າວຊ່ວຍຕ້ານພະຍາດເບົາຫວານ, ປະດົງ, ໂລກອ້ວນ. ນີ້ແມ່ນຈຸດທີ່ດີ, ມີທ່າໄດ້ປຽບເພື່ອແກ້ງແຍ້ງຂອງເຂົ້າສານ Oganic ແຂວງກວາງຈິ. ທ່ານ ຫງວຽນຝຸກວັກ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ກວາງຈິ ໃຫ້ຮູ້ວ່າ:

ເຂົ້າ Oganic ແຂວງກວາງຈິ ໄດ້ ແລະ ພວມມີທີ່ຕັ້ງໃຫຍ່ພໍສົມຄວນໃນຕະຫຼາດ. ປະຊາຊົນໃນບໍລິເວນກໍ່ຄ່ອຍໆມີຄວາມຮັບຮູ້ ແລະ ປ່ຽນແປງຈິນຕະນາການໃນການຜະລິດກະສິກຳ ໄປຍັງເສດຖະກິດກະສິກຳ. ຂະແໜງສືບຕໍ່ໜູນຊ່ວຍສູງສຸດໃຫ້ແກ່ວິສາຫະກິດ, ສະຫະກອນ, ອົງການຮ່ວມມື, ຄອບຄົວໃນການເປີດກວ້າງເຂດວັດຖຸດິບ, ໃບຢັ້ງຢືນຜະລິດຕະພັນ, ສ້າງ ແລະ ໂຄສະນາເຄື່ອງໝາຍການຄ້າເພື່ອພັດທະນາການຜະລິດຜະລິດຕະພັນກະເສດ ແລະ ເຂົ້າ Oganic.

ປັດຈຸບັນ, ແຂວງກວາງຈິ ມີເນື້ອທີ່ປູກເຂົ້າ 200 ເຮັກຕາ ໄດ້ຮັບການຢັ້ງຢືນບັນລຸມາດຖານ Oganic. ທາງແຂວງສູ້ຊົນຮອດປີ 2025 ຈະມີຕົ້ນເຂົ້າກ່ວາ 1.000 ເຮັກຕາ ທີ່ບັນລຸມາດຖານ Oganic. ແຕ່ລະເດືອນ, ທາງແຂວງກວາງຈິ ຈະສົ່ງອອກເຂົ້າສານ Oganic ແຕ່ 30 ໂຕນ ຫາ 50 ໂຕນ ໄປຍັງຕະຫຼາດເອີລົບ. ຂະແໜງກະສິກຳແຂວງ ກວາງຈິ ສືບຕໍ່ລະດົມ, ປະສົມປະສານກັບບັນດາແຫຼ່ງກຳລັງໜູນຊ່ວຍ, ສ້າງເງື່ອນໄຂດຶງດູດບັນດາວິສາຫະກິດເຊື່ອມຕໍ່ການຜະລິດຕິດພັນກັບການປຸງແຕ່ງບັນດາຜະລິດຕະພັນເຂົ້າສານເພື່ອສົ່ງອອກ. ທາງແຂວງກໍ່ພວມມຸ່ງໄປເຖິງເຂດ Oganic ສະເພາະ, ເປີດກວ້າງການຜະລິດເຂົ້າ ແລະ ເຂົ້າສານ Oganic ສົ່ງອອກ ເພື່ອນຳຂະແໜງກະສິກຳໃຫ້ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ