ເພີ່ມການເຊື່ອມຕໍ່ - ພັດທະນາທ່າກຳປັ່ນສີຂຽວ

(VOVWORLD) -ການພັດທະນາ, ການເຊື່ອມຕໍ່ຮູບແບບທ່າກຳປັ່ນສີຂຽວ ແມ່ນທ່າອ່ຽງນອນໃນລະບົບການບໍລິການ logistics ຢູ່ ຫວຽດນາມ ເຊິ່ງໄດ້ຮັບການປະຕິບັດທົດລອງນັບແຕ່ປີນີ້, ກ່ອນທີ່ຈະກາຍເປັນມາດຖານທີ່ນຳໃຊ້ແບບບັງຄັບໃນຫລັງປີ 2030. ໃນທ່າອ່ຽງນັ້ນ ບັນດາແຂວງ, ນະຄອນ ໃນເຂດທາງທິດຕາເວັນອອກພາກໃຕ້ ແມ່ນສະຖານທີ່ມີຫລາຍທ່າໄດ້ປຽບດ້ານການຂົນສົ່ງທາງທະເລ, ໄດ້ ແລະ ພວມຕັ້ງນ້າຜັນຂະຍາຍຕາມຮູບແບບດຸ່ນດ່ຽງລະຫວ່າງຄວາມຕ້ອງການການພັດທະນາເສດຖະກິດ ແລະ ປົກປັກຮັກສາສິ່ງແວດລ້ອມ.

ເພີ່ມການເຊື່ອມຕໍ່ - ພັດທະນາທ່າກຳປັ່ນສີຂຽວ - ảnh 1 ທ່າກຳປັ່ນສາກົນ  Gemalink. ພາບ: TTXVN

ທ່າກຳປັ່ນສີຂຽວ ຢູ່ ຫວຽດນາມ ໄດ້ຮັບການກໍ່ສ້າງໂດຍອີງໃສ່ 6 ໝວດມາດຖານຕົ້ນຕໍ ລວມມີ: ຄວາມຮັບຮູ້ກ່ຽວກັບທ່າກຳປັ່ນສີຂຽວ; ການນຳໃຊ້ຊັບພະຍາກອນ; ການຄຸ້ມຄອງຄຸນນະພາບສິ່ງແວດລ້ອມ; ການນຳໃຊ້ພະລັງງານ; ການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ; ການຫລຸດຜ່ອນການປ່ອຍອາຍພິດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ. ເພື່ອໃຫ້ພິຈາລະນາຮັບຮອງເອົາທ່າກຳປັ່ນສີຂຽວ, ທ່າກຳປັ່ນທະເລຕ້ອງບັນລຸໃຫ້ໄດ້ຢ່າງຫນ້ອຍສຸດ 60% ມາດຖານດັ່ງກ່າວ.

ທ່າກຳປັ່ນ ເຕີນກ໋າງ - ກາດລາຍ ນະຄອນ ຖູດຶກ, ນະຄອນ ໂຮ່ຈີມິນ ແມ່ນທ່າກຳປັ່ນແຫ່ງທຳອິດຢູ່ ຫວຽດນາມ ທີ່ໄດ້ຮັບນາມມະຍົດແມ່ນ ທ່າກຳປັ່ນສີຂຽວຂອງສະພາເຄືອຂ່າຍການບໍລິການທ່າກຳປັ່ນ ອາຊີ - ປາຊີຟິກ (APEC) ໃນປີ 2018. ນີ້ແມ່ນທ່າກຳປັ່ນໃຫຍ່ ແລະ ທັນສະໄໝທີ່ສຸດຢູ່ ຫວຽດນາມ ດ້ວຍເນື້ອທີ່ເດີນ 160 ເຮັກຕາ ແລະ ຂົວທ່າກວ່າ 2.000 ແມັດ, ອຸປະກອນຈັດຊັບຊ້ອນ ແລະ ເຕັກໂນໂລຊີການຄຸ້ມຄອງທີ່ກ້າວໜ້າ, ໄດ້ຈັດອັນດັບໃນ 21 ທ່າກຳປັ່ນຄອນເທນເນີ ໃຫຍ່ ແລະ ທັນສະໄໝ ໃນໂລກ. ຢູ່ ແຂວງ ບ່າເຮ໊ຍ - ຫວູເຕົາ ປີ 2021, ທ່າກຳປັ່ນສາກົນ ເຕີນກ໋າງ - ກ່າຍເເມບ ໄດ້ຮັບລາງວັນທ່າກຳປັ່ນສີຂຽວປີ 2020 ຈາກສະພາເຄືອຂ່າຍການບໍລິການທ່າກຳປັ່ນ APEC ມອບລາງວັນນີ້,  ກາຍເປັນທ່າກຳປັ່ນແຫ່ງທີ 2 ຂອງ ຫວຽດນາມ ທີ່ໄດ້ຮັບລາງວັນນີ້.

ຕາມທ່ານ ບຸ່ຍວັນກູຍ, ປະທານສະຫະສະມາຄົມທ່າກຳປັ່ນອາຊີຕາເວັນອອກສ່ຽງໃຕ້ແລ້ວ, ຂະແຫນງຂົນສົ່ງທາງທະເລກວມເອົາປະມານ 3% ຂອງການປ່ອຍອາຍພິດກາກບອນທົ່ວໂລກ, ປ່ອຍ CO2 ກວ່າ 940 ລ້ານໂຕນໃນແຕ່ລະປີ. ສະນັ້ນ, ທ່າອ່ຽງພັດທະນາທ່າກຳປັ່ນຕາມມາດຖານສີຂຽວແມ່ນຄວາມຮຽກຮ້ອງຕ້ອງການ. ເຖິງຢ່າງໃດກໍຕາມ, ເລື່ອງຫັນທ່າກຳປັ່ນທະເລຢູ່ຫວຽດນາມ ເປັນສີຂຽວ ຍັງຄົງປະສົບກັບຄວາມຫຍຸ້ງຍາກ, ຍ້ອນການລົງທຶນກໍ່ສ້າງພື້ນຖານໂຄງລ່າງເພື່ອປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນ ແລະ ຮັບມືກັບບັນດາເຫດການເຄື່ອນໄຫວທາງທະເລຢູ່ທ່າກຳປັ່ນຍັງມີຄວາມຈຳກັດ, ຕ້ອງມີແຫຼ່ງທຶນຢ່າງຫຼວງຫຼາຍ. ເພື່ອແກ້ໄຂບັນຫານີ້, ທ່ານນາງ ຟ້າມທິບິກເຫ້ວ ປະທານບໍລິສັດ Western Pacific ໄດ້ວິເຄາະວ່າ:

ທຳອິດແມ່ນການກຳນົດທິດການລົງທຶນພື້ນຖານຈາກລັດຖະບານ, ດຶງດູດນັກລົງທຶນເຂົ້າບັນດາໂຮງງານ ແລະ ລະບົບຕ່າງໆ, ເມື່ອມີແຫລ່ງສິນຄ້າພຽງພໍ ກໍ່ຈະດຶງດູດບໍລິສັດກຳປັ່ນຂົນສົ່ງເຂົ້າທຽບທ່າກຳປັ່ນ. ກ່ຽວກັບຄວາມຕ້ອງການ, ທ່າກຳປັ່ນທະເລບໍ່ພຽງແຕ່ຮັບໃຊ້ການນຳເຂົ້າ ແລະ ສົ່ງອອກສິນຄ້າເທົ່ານັ້ນ, ຫາກດ້ວຍຝັ່ງທະເລທີ່ຍາວຢຽດຂອງຫວຽດນາມ, ການເຊື່ອມຕໍ່ບັນດາທ້ອງຖິ່ນໃນເຂດຜ່ານບັນດາທ່າກຳປັ່ນທະເລແມ່ນສຳຄັນທີ່ສຸດ ແລະ ເປັນປັດໄຈສຳຄັນຫລັກແຫລ່ງ. ສະນັ້ນ, ຂ້າພະເຈົ້າຄິດວ່າ ການລົງທຶນຢູ່ບັນດາທ່າກຳປັ່ນ, ພື້ນຖານໂຄງລ່າງທ່າກຳປັ່ນບໍ່ພຽງແຕ່ສຸມໃສ່ບັນດານັກລົງທຶນເອກະຊົນ, ວິສາຫະກິດເອກະຊົນ ຫລື ຕ່າງປະເທດເທົ່ານັ້ນ, ຫາກຍັງຕ້ອງກຳນົດທິດ ລົງທຶນເບື້ອງຕົ້ນຈາກລັດຖະບານເພື່ອສ້າງຄວາມດຶງດູດ.

ເພີ່ມການເຊື່ອມຕໍ່ - ພັດທະນາທ່າກຳປັ່ນສີຂຽວ - ảnh 2ປະຕູອອກເຂົ້າ ທ່າກຳປັ່ນສາກົນ ລອງອານ: ພາບ:Nguyễn Vỹ 

ນອກຈາກຄວາມມານະພະຍາຍາມ “ຫັນເປັນສີຂຽວ”, ທ່າອ່ຽງເຊື່ອມຕໍ່ລະບົບທ່າກຳປັ່ນສີຂຽວກັບລະບົບການຂົນສົ່ງທາງນ້ຳຍັງຊ່ວຍຊຸກຍູ້ທ່າໄດ້ປຽບຂອງການຂົນສົ່ງສິນຄ້າຢູ່ຫວຽດນາມ. ຕົວຢ່າງ, ພາຍຫຼັງ 8 ປີທີ່ນຳເຂົ້າເຄື່ອນໄຫວ, ທ່າກຳປັ່ນສາກົນ ລອງອານ ໄດ້ມີຫລາຍບາດກ້າວບຸກທະລຸໃນການຂົນສົ່ງທາງນ້ຳ, ຢືນຢັນເປັນສູນກາງຂອງການນຳເຂົ້າ ແລະ ສົ່ງອອກສິນຄ້າເທື່ອລະກ້າວ, ປະກອບສ່ວນສ້າງປະຖົມປັດໄຈເພື່ອເປີດກວ້າງແລວທາງ logistics ທາງນ້ຳພາຍໃນ, ເຊື່ອມຈອດເສດຖະກິດຂອງບັນດາແຂວງແຄມທະເລໄປຍັງບັນດາແຂວງທາງທິດຕາເວັນຕົກພາກໃຕ້. ທ່ານ ຫວໍກວກທັງ, ປະທານສະພາບໍລິຫານກຸ່ມບໍລິສັດ ດົ່ງເຕີມ, ໃຫ້ຮູ້ວ່າ

ໂຄງການກໍ່ສ້າງທ່າກຳປັ່ນ ລອງອານ ບໍ່ພຽງແຕ່ຮັບໃຊ້ໃຫ້ແຂວງ ລອງອານ ເທົ່ານັ້ນ, ຫາກຍຸດທະສາດຂອງພວກຂ້າພະເຈົ້າແມ່ນໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງຢູ່ພາກໃຕ້ອີກດ້ວຍ. ໃນປີຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ຍູ້ແຮງໂຄງການລະບົບຂົນສົ່ງທາງນ້ຳ, ຂົນສົ່ງສິນຄ້າຢູ່ເຂດທົ່ງພຽງແມ່ນ້ຳຂອງ ດ້ວຍບັນດາເສັ້ນທາງສາຍນ້ຳທີ່ມີລາຄາຕ່ຳ, ແກ່ງແຍ້ງກັບທາງບົກ, ປະກອບສ່ວນເພື່ອໃຫ້ບັນດາວິສາຫະກິດໃນເຂດທົ່ງພຽງແມ່ນ້ຳຂອງເສຍຄ່າລາຍຈ່າຍໃຫ້ຕ່ຳທີ່ສຸດ”.

  ຕາມທ່ານນາງ ໂຮ່ທິແທງຮວ່າ, ຫົວຫນ້າສະຖາບັນຄົ້ນຄວ້າ ແລະ ພັດທະນາ Logistics ຫວຽດນາມ ແລ້ວ, ເພື່ອກຳແໜ້ນກາລະໂອກາດໃນອະນາຄົດ, ບັນດາແຂວງ, ນະຄອນໃນທົ່ວປະເທດທີ່ມີທ່າກຳປັ່ນທະເລຕ້ອງຄົ້ນຄ້ວາບັນດາຮູບແບບການເຄື່ອນໄຫວບັນດາທ່າກຳປັ່ນຢູ່ໃນໂລກ, ເພີ່ມທະວີການເຊື່ອມຕໍ່ທາງທະເລ. ພິເສດແມ່ນຕ້ອງເພີ່ມທະວີການຫັນເປັນດິຈິຕອນຂອງການບໍລິການ logistics   ພັດທະນາທ່າກຳປັ່ນສີຂຽວ ເພື່ອອຳນວຍຄວາມສະດວກແກ່ການເຄື່ອນໄຫວການບໍລິການໃຫ້ແກ່ລູກຄ້າ./.

ຕອບກັບ

ຂ່າວ/ບົດ​ອື່ນ