ເພີ່ມຄວາມໄວໃນການກໍ່ສ້າງບັນດາກິດຈະກຳຄົມມະນາຄົມຈຸດສຸມ

(VOVWORLD) -ຂະແຫນງຄົມມະນາຄົມຂົນສົ່ງ ພວມຜັນຂະຫຍາຍບັນດາມາດຕະການຍູ້ໄວຄວາມຄືບຫນ້າໃນການປະຕິບັດ ແລະ ປ່ອຍທຶນລົງທຶນພາກລັດນັບແຕ່ຕົ້ນປີນີ້ ພິເສດແມ່ນບັນດາໂຄງການຈຸດສຸມແຫ່ງຊາດ, ເສັ້ນທາງຄວາມໄວສູງ, ລະຫວ່າງເຂດ, ແຄມທະເລ ແລະ ບັນດາໂຄງການເປົ້າໝາຍແຫ່ງຊາດ. ຄາດໝາຍແມ່ນປ່ອຍເງິນກວ່າ 95% ແຜນການວາງອອກ. ພ້ອມກັບຂະແຫນງຄົມມະນາຄົມຂົນສົ່ງ, ບັນດາຫົວຫນ່ວຍປະຕິບັດການກໍ່ສ້າງນັ້ນ ກໍ່ພວມມານະພະຍາຍາມສູ້ຊົນເພື່ອໃຫ້ບັນດາກິດຈະກຳຄົມມະນາຄົມຈຸດສຸມແຫ່ງຊາດສຳເລັດຕາມແຜນການວາງອອກ.

ເພີ່ມຄວາມໄວໃນການກໍ່ສ້າງບັນດາກິດຈະກຳຄົມມະນາຄົມຈຸດສຸມ - ảnh 1ເສັ້ນທາງຄວາມໄວສູງ ຮ້າລອງ -ຫາຍຟ່ອງ. ພາບ: tapchicongthuong.vn

ໃນສະພາບການເສດຖະກິດໂລກ, ພາກພື້ນ ສືບຕໍ່ຜັນແປສັບສົນ, ສະພາບດິນຟ້າອາກາດ, ການປ່ຽນແປງຂອງດິນຟ້າອາກາດທີ່ຍາກຈະຄາດຄະເນໄດ້ນັ້ນ, ເພື່ອກະກຽມແຫລ່ງວັດຖຸດິບຕອບສະຫນອງຄວາມຮຽກຮ້ອງຕ້ອງການການລົງທຶນໃຫຍ່, ໄລຍະຜ່ານມາ, ຂະແຫນງຄົມມະນາຄົມຂົນສົ່ງ ໄດ້ໃຫ້ບຸລິມະສິດສູງແກ່ວຽກງານກວດກາ, ຕິດຕາມກວດກາຄຸນນະພາບແຫລ່ງວັດສະດຸ “ສົ້ນເຂົ້າ” ຮັບປະກັນຄວາມຄືບຫນ້າ ແລະ ຄຸນນະພາບໃນການປ່ອຍເງິນໃຫ້ບັນດາກິດຈະກຳຄົມມະນາຄົມຈຸດສຸມ. ທ່ານ ຫງວຽນກວຽດຕຽນ, ຫົວຫນ້າກົມຄຸ້ມຄອງການລົງທຶນ, ກະຊວງຄົມມະນາຄົມຂົນສົ່ງຫວຽກນາມ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າຖອດຖອນໄດ້ບົດຮຽນວ່າ ບັນດາຂັ້ນຕອນກ່ຽວກັບລາຄາວັດສະດຸ, ຮັບປະກັນຄຸນນະພາບວັດສະດຸທີ່ໄດ້ຮັບກາຄວບຄຸມ ຈະແມ່ນພື້ນຖານເພື່ອສຳເລັດບັນດາໂຄງການຕາມຄວາມຄືບຫນ້າທີ່ວາງອອກ. ໃນວິວັດການປະຕິບັດໂຄງການ, ເລື່ອງເຂົ້າຮ່ວມຕິດຕາມຂອງອຳນາດການປົກຄອງທ້ອງຖິ່ນກໍ່ມີບົດບາດສຳຄັນຍິ່ງ”.

ເພື່ອສຳເລັດຄາດໝາຍປ່ອຍເງິນກວ່າ 95% ຂອງແຜນການວາງອອກໃນປີນີ້, ການນຳກະຊວງຄົມມະນາຄົມຂົນສົ່ງ ຮຽກຮ້ອງຫົວຫນ້າບັນດາເຈົ້າຂອງການລົງທຶນ, ຄະນະຄຸ້ມຄອງໂຄງການ, ອົງການເສນາທິການຜັນຂະຫຍາຍດ້ວຍຄວາມຕັດສິນໃຈສູງ. ທ່ານ ຫງວຽນແຢງຮູຍ ຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ເນັ້ນຫນັກວ່າ:

“ຢາກປະຕິບັດການກໍ່ສ້າງໂຄງການສຳເລັດ ເລື່ອງປ່ອຍເງິນຕາມຄວາມຄືບຫນ້າຂອງກິດຈະກຳຕ້ອງໄດ້ຍູ້ໄວຂຶ້ນ. ວຽກງານຄວບຄຸມການປ່ອຍເງິນປະຈຸບັນກໍ່ດຳເນີນຢ່າງເຄັ່ງຄັດ, ໂດຍຄັງເງິນແຫ່ງລັດປະຕິບັດ. ແລະຂັ້ນຕອນປ່ອຍເງິນກໍ່ວ່ອງໄວ ນັບທັງໃນວັນເສົາເຂົາເຈົ້າກໍ່ປ່ອຍເງິນໃຫ້ເພື່ອຕອບສະຫອງຄວາມຮຽກຮ້ອງຕ້ອງການຂອງວຽກງານລວມ”.

ເພີ່ມຄວາມໄວໃນການກໍ່ສ້າງບັນດາກິດຈະກຳຄົມມະນາຄົມຈຸດສຸມ - ảnh 2ທ່ານຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫງວຽນແຢງຮູຍ. ພາບ: vov.vn

ພ້ອມກັບການປະຕິບັດຢ່າງຂ້ຽວຂາດຂອງກະຊວງຄົມມະນາຄົມຂົນສົ່ງ, ບັນດາຄະນະຄຸ້ມຄອງໂຄງການ, ຜູ້ຕາງຫນ້າເຈົ້າຂອງການລົງທຶນກໍ່ພວມຮີບເຮັ່ງຜັນຂະຫຍາຍປະຕິບັດໂຄງການຕາມແຜນການທີ່ວາງອອກ. ທ່ານ ເວືອງຕວານຕວັນ, ຜູ້ອຳນວຍການຝ່າຍບໍລິຫານໂຄງການ ຂຶ້ນກັບບໍລິສັດຫຸ້ນສ່ວນການລົງທຶນ ແລະ ກໍ່ສ້າງພື້ນຖານໂຄງລ່າງ ຄາງງວຽນ, ຫົວຫນ່ວຍຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ຈາກທາງຄວາມໄວສູງ ຮ້າລອງ - ຫາຍຟ່ອງ ຮອດເທດສະບານ ດົງຈ່ຽວ ແຂວງ ກວ໋າງນິງ ດ້ວຍຄວາມຍາວກວ່າ 40 ກິໂລແມັດ ຍອດເງິນລົງທຶນກວ່າ 6.300 ຕື້ດົ່ງ (268 ລ້ານ USD) ໃຫ້ຮູ້ວ່າ:

 “ພາຍຫລັງມື້ພັກບຸນເຕັດ, ພວກຂ້າພະເຈົ້າໄດ້ລະດົມກຳມະກອນ, ອຸປະກອນ, ວັດສະດຸເພື່ອຮັບປະກັນຍູ້ໄວຄວາມຄືບຫນ້າການປະຕິບັດກໍ່ສ້າງ, ປະກອບສ່ວນນຳໂຄງການໃຫ້ສຳເລັດຕາມແຜນການທີ່ວາງອອກ, ແລະ ຄາດວ່າ ເສັ້ນທາງນີ້ຈະໄດ້ນຳເຂົ້າເຄື່ອນໄຫວໃນເດືອນສິງຫາ ປີ 2024”.

ໂດຍແມ່ນນັກປະມູນເຂົ້າຮ່ວມຫລາຍໂຄງການຈຸດສຸມຂອງຂະແຫນງຄົມມະນາຄົມຂົນສົ່ງ, ພົນຈັດຕະວາ ຫງວຽນຫືວງອັກ, ຜູ້ບັນຊາການພົນລະພາກຫລວງ 12, ປະທານສະພາສະມາຊິກບໍລິສັດໃຫຍ່ ກໍ່ສ້າງ ເຈື່ອງເຊີນ ໃຫ້ຮູ້ວ່າ: ຫົວຫນ່ວຍປະຕິບັດກໍ່ສ້າງກິດຈະກຳ ໄດ້ລະດົມອຸປະກອນ, ເຄື່ອງຈັກ ເພື່ອຈັດການເຮັດວຽກຢ່າງຕໍ່ເນື່ອງ.

 “ພວກຂ້າພະເຈົ້າຮູ້ໄດ້ວ່າ ຢາກກໍ່ສ້າງບັນດາກິດຈະກຳຈຸດສຸມສຳເລັດໂດຍໄວ ຄືເສັ້ນທາງຄວາມໄວສູງ, ບັນດາວິສາຫະກິດ, ນັກປະມູນຕ້ອງມີກຳລັງຄວາມສາມາດຢ່າງແທ້ຈິງ. ເພາະວ່າ ເມື່ອມີຄວາມຈຳເປັນ ຈິ່ງສາມາດລະດົມແຫລ່ງກຳລັງສັງລວມ, ອຸປະກອນເຄື່ອງຈັກ ເພື່ອຮັບປະກັນຄວາມຄືບຫນ້າຂອງບັນດາໂຄງການໄດ້.

ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ວາງຄາດໝາຍຕ້ອງກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງດ້ວຍຄວາມຍາວ 3.000 km ໃນປີ 2025 ແລະ 5.000 km ໃນປີ 2030. ເພື່ອປະຕິບັດໃຫ້ໄດ້, ຂະແຫນງຄົມມະນາຄົມຂົນສົ່ງ, ບັນດາທ້ອງຖິ່ນ, ນັກປະມູນ, ຫົວຫນ້າປະຕິບັດການກໍ່ສ້າງ ກໍ່ໄດ້ແລະ ພວມເສີມຂະຫຍາຍຈິດໃຈບຸກເຂົ້າ, ເປັນເຈົ້າການ, ຕັ້ງຫນ້າ, ຂ້ຽວຂາດ ສົມທົບກັນຢ່າງແຫນ້ນແຟ້ນ, ຄົບຊຸດ, ມີປະສິດທິຜົນ, ມານະພະຍາຍາມສູງສຸດເພື່ອສຳເລັດບັນດາໂຄງການຈຸດສຸມຕາມແຜນການທີ່ວາງອອກ, ປະກອບສ່ວນຮັບປະກັນຄາດໝາຍການເຕີບໂຕຂອງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ