ເພີ່ມທະວີການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ(FDI) ເຂົ້າເຂດທົ່ງພຽງແມ່ນ້ຳຂອງ

(vovworld)- ​ເຂດທົ່ງພຽງ​ແມ່​ນ້ຳຂອງ ​ແມ່ນ​ເຂດ​ເສດຖະກິດ​ສົ່ງ​ອອກ​ເກີນ​ດຸນ​ຂອງ​ຫວຽດນາມ ດ້ວຍ​ທ່າ​ແຮງ​ແມ່ນ​ເຂົ້າສານ, ໝາກ​ໄມ້ ​ແລະ ສິນ​ໃນ​ນ້ຳ. ​ເຖິງ​ວ່າ​ແມ່ນ​ເຂດ​ດິນ​ຍັງ​ມີ​ຄວາມ​ສາມາດ​ບົ່​ມຊ້ອນ​ແຫ່ງ​ການ​ພັດທະນາຫລາຍ​ຢ່າງ ​ແຕ່​ການ​ດຶງ​ດູດ​ແຫ​ລ່ງ​ເງິນ​ລົງ​ທຶນ, ພິ​ເສດ ​ແມ່ນ​ເງິນ​ລົງທຶນ​ໂດ​ຍກົງ​ຂອງ​ຕ່າງປະ​ເທດ FDI ​ເຂົ້າ​ເຂດ​ນີ້​ກວມ​ອັດຕາ​ສ່ວນ​ຕຳ່​ກວ່າ​ເມື່ອ​ທຽບ​​ໃສ່​ລະດັບ​ສະ​ເລ່ຍຂອງ​ທັງ​ປະ​ເທດ. ​ເຮັດ​ຫຍັງ​ເພື່ອ​ປົວ​ແປງ​ຄວາມ​ສາມາດ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ແມ່ນ​ບັນຫາ​ທີ່​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນດາ​​ເຂດ​ທ່ົງພຽງ​ແມ່​ນ້ຳຂອງ.

ເພີ່ມທະວີການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ(FDI) ເຂົ້າເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ພາບປະກອບ:internet

        ປະຈຸ​ບັນ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຊື່ງ​ລວມມີ 12 ​ແຂວງ ​ແລະ ນະຄອນ​ແຫ່ງ​ຫນຶ່ງ​ແມ່ນ​ເຂດ​ເສດຖະກິດ​ກະສິກຳ​ຈຸດ​ສຸມ​ຢູ່​ພາກ​ໃຕ້ ຫວຽດນາມ ດ້ວຍ​ພົນລະ​ເມືອງ​ກວ່າ 17 ລ້ານ​ຄົນ, ລະດັບ​ຈະ​ເລີ​ນ​ເຕີບ​ໂຕ GDP ສະ​ເລ່ຍ​ໄລຍະ 2001-2010 ບັນລຸ​ກວ່າ 11%.  ​ແຕ່ລະ​ປີ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ສົ່ງ​ອອກ​ເກີນ​ດຸນ​ຫລາຍ​ພໍ​ສົມຄວນ. ​ປີ 2012, ທ່ົວ​ເຂດ​ຄາດ​ວ່າ​ສົ່ງ​ອອກ​ໄດ້​ປະມານ 9,6 ຕື້ USD, ​ເປັນ​ຕົ້ນ​ແມ່ນ​ເຂົ້າສານ ​ແລະ ສິນ​ໃນ​ນ້ຳ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ການ​ສົ່ງ​ອອກ​ກະສິກຳ, ສິນ​ໃນ​ນ້ຳ, ​ການ​ດຶງ​ດູດ​ແຫ​ລ່ງ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ(FDI) ​ເຂົ້າ​ເຂດ​ນີ້​ຍັງ​ຈຳກັດ​ຢູ່, ກວມ​ພຽງ 7% ​ເມື່ອ​ທຽບ​ໃສ່​ທົ່ວ​ປະ​ເທດ. ຄາດ​ວ່າ ​ໄລ່​ມາ​ຮອດ​ຈຸດ​ເວລາ​ປະຈຸ​ບັນ, ທັງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ດຶງ​ດູດ​ FDI ກວ່າ 11 ຕື້ USD. ​ໃນ​ນັ້ນ ມີ 3 ​ແຂວງ​ດຶງ​ດູດ FDI ກວ່າ 1 ຕື້ USD ນັ້ນ​ແມ່ນ: ​ແຂ​ຍງ ລອງ​ອານ, ກຽນ​ຢາງ ​ແລະ ຕຽນ​ຢາງ. ປະຈຸ​ບັນ ລອງ​ອານ ​ແມ່ນ​ທ້ອງ​ຖິ່ນ​ນຳ​ນຫ້າ​ເຂດ​ທົ່ງພຽງ​ແມ່​ນ້ຳກ່ຽວ​ກັບ​ການ​ດຶງ​ດູດ​ທຶນ FDI ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ລົງທຶນ​ກວ່າ 3,5 ຕື້ USD, ​ແຂວງ ກຽນ​ຢາງ ​ແລະ ຕຽນ​ຢາງ ​ແຕ່ລະ​ແຂວງ​ລ້ວນ​ແຕ່​ບັນລຸ​ກວ່າ 3,1 ຕື້ USD. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ມາ​ຮອດ​ປະຈຸ​ບັນ ຍັງ​ມີ​ສອງ​ແຂວງ ຫວີງ​ລອງ ​ແລະ ຊອກ​ຈັງ​ ບໍ່​ທັນ​ດຶງ​ດູດ​ໄດ້​ໂຄງການ​​​ໃຫມ່​ໄດ້. ຕາມ​ການ​ຕີ​ລາຄາ​ລວມ, ພື້ນຖານ​ໂຄງ​ລ່າງ, ​ແຫ​ລ່ງຊັບພະຍາກອນ​ມະນຸດ ​ແລະ ສະພາບແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ບັນດາ​ແຂວງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ເຖິງ​ວ່າ​ມີ​ການ​ປັບປຸງ​ຫລາຍ​ຢ່າງ​ແລ້ວ​ກໍ​ຕາມ, ​ແຕ່​ຍັງ​ບໍ່​ທັນ​ສ້າງ​ຄວາມດູດ​ດືມ​ໃນການ​ລົງທຶນ​ເທື່ອ. ນີ້​ກໍ​ແມ່ນ​ບັນຫາທີ່ ບັນດາ​ແຂວງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ພວມ​ແກ້​ໄຂ​ຢ່າງ​ວ່ອງ​ໄວ​​. ທ່ານ ​ເຈີ​ນ​ແອ​ງຕວນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເບ​ນ​ແຈ ​ໃຫ້​ຮຸູ້ວ່າ: ທ້ອງ​ຖິ່ນ​ນີ້ ພວມ​ເພີ່ມ​ທະວີ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ​ເປີດ​ກວ້າ​ງບັນດາ​ເຂດ​ອຸດສາຫະກຳ ​ແລະ ສະຫງວນ​ເນື້ອ​ທີ່​ດິນ​ຈຳນວນ​ຫນຶ່ງ ​ເພ່ືອ​ດຶງ​ດູດ​ບັນດາ​ໂຄງການ FDI. ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ​ເບ​ນ​ແຈ ກໍ່ສ້າງຂົວ ​ໂກ້​ຈຽນ ​ສຳ​ເລັດ ຈະ​ແມ່ນ​ທ່າ​ໄດ້​ປຽບ​ເພື່ອ​ໃຫ້​ແຂວງ​ນີ້​ດຶງ​ດູດ​ໂຄງການ FDI ຕື່ມ​ອີກ. ທ່ານ ​ເຈີ​ນ​ແອ​ງຕວນ ຢືນຢັນ​ວ່າ:

        “ຄຽງ​ຄູ່​ກັບ​ການ​ເພີ່ມ​ທະວີ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢ່າງ​ສະດວກ​ສະບາ​ຍ, ພວກ​ຂ້າພະ​ເຈົ້າ​ຈະ​ສຸມ​ໃສ່​ສ້າງ​ເຂດອຸດສາຫະກຳຕື່ມ​ອີກ 7 ​ແຫ່ງ, ​ໃນ​ນັ້ນ​ເປີດ​ກວ້າງເຂດ​ອຸດສາຫະກຳ​ເກົ່າ 2 ​ແຫ່ງ ດ້ວຍ​​ເນື້ອ​ທີ່ທັງ​ໝົດ​ປະມານ 1000 ​ເຮັກ​ຕາ ​ເພ່ືອ​ມອບ​ໃຫ້​ນັກ​ລົງທຶນ. ພວກ​ຂ້າພະ​ເຈົ້າ​ໝັ້ນ​ໝາຍ​ປະຕິບັດ​ເປັນ​ຢ່າງ​ດີກ​ວ່າ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​​ເຂົ້າ​ມາ​ລົງທຶນ​ຢູ່​ທ້ອງ​ຖິ່ນພວກ​ຂ້າພະ​ເຈົ້າ​ເພື່ອ​ຜົນ​ປະ​ໂຫຍ​ດຍາວ​ນານ​ຂອງ​ບັນດາ​ນັກ​ລົງທຶນ​ກໍ​ຄື​ຜົນ​ປະ​ໂຫຍ​ດພັດທະນາ​ເສດຖະກິດ​ທ້ອງ​ຖິ່ນ.”

        ຄວາມ​ຈິງ ​ໃນ​ໄລຍະ​ຜ່ານ​ມາ​ໃຫ້​ເຫັນ​ວ່າ  ​ເລື່ອງ​ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ​ພວມ​ຄ່ອຍໆ​ໄດ້​ຮັບ​ການ​ປັບປຸງ, ອາກອນ​ທີ່​ດິນ​ຖືກ​ກວ່າ, ​ແຫ​ລ່ງຄົນ​ງານ​ອຸດົມສົມບູນ​ກວ່າ ນັ້ນ​ແມ່ນ​ສາຍ​ເຫດ​ເຮັດ​ໃຫ້​ບັນດາ​ນັກ​ລົງທຶນ​ຢາກ​ເປີດ​ກວ້າງ​ການ​ລົງທຶນ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນອກຈາກ​ປັດ​ໄຈ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ, ​ແຫ​ລ່ງຊັບພະຍາກອນ​ມະນຸດ, ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ກໍ​ຄື​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ຕ້ອງ​ມີ​ການ​ດັດ​ແກ້​ຢ່າງ​ແຂງ​ແຮງ​ຕາມ​ທິດ​ສະດວກ​ກວ່າ. ທ່ານ ​ເລ​ມີ​ງຮວານ, ປະ​ທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົ່ງ​ທາ​ບ ຖື​ວ່າ: ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ ​ແລະ ຄວາມ​ຮັບ​ຮູ້​ຂອງ​ຜູ້ນຳ​ຫນ້າ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ໃນ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຶງ​ດູດ​ທຶນ FDI.

        “​ຄະນະ​ພັກແຂວງປະກາດ​ໃຊ້​ຄຳ​ສັ່ງ​ ສະ​ເຫ​ນີທັງ​ລະບົບ​ການ​ເມືອງ​ຈາກ​ແຂວງ​ຕະຫລອດ​ຮອດບ້ານ, ຕາແສງ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ດັດຊະນີ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ, ​ຍົກ​ສູ​ງຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ກ່ຽວ​ກັບ​ກົດໝາຍ, ກຳລັງ​ຄວາມ​ສາມາດ​ບໍລິຫານ​ໃຫ້​ແກ່​ພະນັກງານ​ທຸກ​ຂັ້ນ.”

        ປະຈຸ​ບັນ, ນອກຈາກ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ, ສອງ​ບັນຫາ​ສຳຄັນ​ຊື່​ງ​ຫລາຍແຂວງຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ເອົາ​ໃຈ​ໃສ່​ທີ່​ສຸດ​ນັ້ນ​ແມ່ນ: ບັນຫາ​ແຮງ​ງານ ​ແລະ ສະພາບແວ​ດລ້ອມ​ແຫ່ງການ​ລົງທຶນ. ​ໄຈ້​ແຍກ​ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ເຫັນ​ວ່າ: ​ເຖິງ​ວ່າ ​ເຂດ​ດິນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກໍ​ຕາມ, ​ແຕ່​ລາຍ​ຮັບ​ກໍ​ຄື​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ທີ່​ນີ້ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ບັນຫາ​ສຳຄັນ​ແມ່ນ​ຕ້ອງ​ສ້າງ​ໂຄງ​ປະກອບ​ການ​ຜະລິດ​ຄືນ​ໃຫ​ມ່, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂະ​ແຫນງ​ການ​ທີ່​ມີ​ທ່າ​ແຮງ. ດ້ານ​ອື່ນ, ລັດ​ຄວນ​ສຸ​ມ​ໃສ່​ໃຫ້​ແກ່​ວຽກ​ງານ​ສອນ​ວິຊາ​ຊີບ​ທີ່​ມີ​ຄຸ​ນນະພາ​ບສູງ, ປັບປຸງ​ວຽກ​ງານ​ສົ່ງ​ເສີມ​ການ​ລົງທຶນ​ເພື່ອ​ສ້າງ​ປະຖົມ​ປັດ​ໄຈ​ດຶງ​ດູດ​ການ​ລົງທຶນ, ​ເປັນ​ຕົ້ນ​ໃນ​ບັນດາ​ຂົງ​ເຂດ​ປຸງ​ແຕ່ງ, ສົ່ງ​ອອກ… ​ແມ່ນ​ບັນດາ​ຂົງ​ເຂດ​ມີ​ທ່າ​ແຮງ​ຂອງ​ເຂດ. ດຣ ຫວໍ​ຮຸ່ງ​ຢູງ, ຮອງ​ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ຖື​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນຫາ​ແຮງ​ງານ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ. ທີ​ສອງ ຄວນ​ສ້າງ​ຮູບ​ພາບ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ຕັ້ງຫນ້າ. ກ່ອນ​ນີ້, ​ພຽງ​ແຕ່​ເວົ້າ​ເຖິງ​ຜະລິດ​ຕະພັນ​ກະ​ເສດ, ສິນ​​ໃນ​ນ້ຳ, ປະຈຸ​ບັນ ຕ້ອງ​ເວົ້າ​ເຖິງ​ການ​ປຽບທຽບ​ທ່າ​ໄດ້​ປຽບ​ໃຫມ່​ຄື​: ທ່າ​ໄດ້​ປຽບ​ເສດຖະກິດ​ທະ​ເລ, ບັນດາ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ​ສຳລັບ​ບັນດາ​ນັກ​ລົງທຶນ.”

        ບັນດາ​ການ​ຫັນປ່ຽນ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ​ພ້ອມ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ, ຄວາມ​ຕັດສິນ​ໃຈ​ສູງ​ຈາກ​ບັນດາ​ການ​ນຳ​ຕະຫລອດ​ຮອດ​ບັນດາ​ອົງການ​ກ່ຽວຂ້ອງ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໄດ້ ​ແລະ ພວມ​ເຮັດ​​ໃຫ້​ເຂດ​ນີ້​ກາຍ​ເປັນ​ສະຖານ​ທີ່​ດຶງດູດ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ. ນີ້​ກໍ​ແມ່ນ​ປັດ​ໄຈ​ສຳຄັນ ​ເພື່ອ​ສ້າງ​ຜົນງານ​ໃຫມ່​ໃຫ້​ແກ່​ບັນດາ​ນັກ​ລົງທຶນ ​ແລະ ປະກອບສ່ວນ​ເຮັດ​ໃຫ້​ເຂດ​ທົ່ງພຽງ​ແມ່ນ​ນ້ຳຂອງ​ກາຍ​ເປັນ​ເຂດ​ພັດທະນາ​ເສດຖະກິດ​ສຳຄັນ​ຂອງ​ທັງ​ປະ​ເທດ.  

ຂ່າວ/ບົດ​ອື່ນ