ເພີ່ມ​ທະ​ວີ​ມາດ​ຕະ​ການ​ປຸງ​ແຕ່ງໝາກ​ໄມ້​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ

(VOVWORLD)- ໂລກລະບາດ Covid-19 ສົ່ງຜົນກະທົບເຖິງການພົວພັນຄ້າຂາຍສິນຄ້າລະຫວ່າງຫວຽດນາມ ກັບບັນດາຕະຫລາດນຳເຂົ້າຜະລິດຕະພັນກະເສດ ເປັນຕົ້ນແມ່ນຕະຫລາດຈີນ, ອັນໄດ້ກໍ່ຄວາມຫຍຸ້ງຍາກຫລາຍຢ່າງສຳລັບວິສາຫະກິດສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ. ເຖິງຢ່າງໃດກໍຕາມ ດ້ວຍການປະດິດຄິດສ້າງຂອງຕົນ, ມີວິສາຫະກິດຫວຽດນາມ ຫລາຍແຫ່ງ ຊອກໄດ້ທິດກ້າວເດີນໃຫມ່, ວິທີເຮັດໃຫມ່ ເພື່ອຈຳຫນ່າຍບັນດາຜະລິດຕະພັນ ຈາກນັ້ນ ຊອກທິດພັດທະນາແບບຍືນຍົງໃຫ້ແກ່ວິສາຫະກິດ.

  ນັບແຕ່ເມື່ອເກີດໂລກລະບາດ, ຊາຍແດນຫວຽດນາມ ແລະ ຈີນ ອັດປະຕູຊົ່ວຄາວ, ໝາກໄມ້ ສອງຊະນິດ ນັ້ນແມ່ນ ໝາກມັງກອນ ແລະ ໝາກໂມ ບໍ່ສົ່ງອອກໄປຍັງຕະຫລາດຈີນໄດ້. ນັກທຸລະກິດ ກາວຊຽວລຶກ (ຜູ້ມີຊື່ສຽງໃນການປຸງແຕ່ງເຂົ້າຈີ່) ພ້ອມກັບບໍລິສັດ ອາຫານ ຢູຍແອ ຈຳກັດ ຢູ່ ເມືອງ ກູ໋ຈີ ນະຄອນ ໂຮ່ຈິມີນ ໄດ້ຄົ້ນຄວ້າ ແລະ ປຸງແຕ່ງເຂົ້າຈີ່ມັງກອນ ຫລື ເຂົ້າປຸ້ນ, ເຂົ້າໂຄບ ຈາກໝາກມັງກອນ, ໝາກໂມ. ຜະລິດຕະພັນນີ້ໄດ້ຮັບການນິຍົມຈາກລູກຄ້າຫລາຍຄົນ ແລະ ກໍ່ແມ່ນຕົວຢ່າງຫນຶ່ງແຫ່ງການປະດິດຄິດສ້າງໃນການປຸງແຕ່ງຜະລິດຕະພັນກະເສດຂອງວິສາຫະກິດຫວຽດນາມ. ອ້າຍເລຢູຍຕວານ ຜູ້ອຳນວຍການ ບໍລິສັດຄົ້ນຄວ້າ ແລະ ພັດທະນາ ບໍລິສັດ ອາຫານ ຢູຍແອ ຈຳກັດ ໃຫ້ຮູ້ວ່າ:

“ທ່າແຮງຂອງບໍລິສັດ ແມ່ນຜະລິດຕະພັນເຮັດຈາກເຂົ້າສານ ແລະ ສົ່ງອອກ. ມາບັດນີ້ມີຜະລິດຕະພັນໃຫມ່ ນັ້ນແມ່ນນຳເອົາໝາກໄມ້ເຂົ້າໃນການປຸງແຕ່ງ ສ້າງເປັນຜະລິດຕະພັນໃຫມ່ ແຕ່ຍັງຄົງຮັກສາໄດ້ລົດຊາດຂອງໝາກໄມ້ ແລະ ເຂົ້າສານ. ຜູ້ອຸປະໂພກມີຫລາຍແນວເພື່ອເລືອກເຟັ້ນ.”

ເພີ່ມ​ທະ​ວີ​ມາດ​ຕະ​ການ​ປຸງ​ແຕ່ງໝາກ​ໄມ້​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ - ảnh 1ບັນດາຜະລິດຕະພັນເຂົ້າຈີ່ມັງກອນ ແລະ ເຂົ້າຈີ່ໝາກໂມ ຂອງທ່ານ ກາວຊຽວລຶກ

ທ່ານນາງ ດັ້ງທິທູຍງາ, ຜູ້ອຳນວຍການ ສະຫະກອນກະເສດ ການຄ້າ ການບໍລິການກະສິກຳ ຊວນດິ້ງ ເມືອງ ຊວນລົກ ແຂວງ ດົງນາຍ ຊື່ງແມ່ນຫົວຫນ່ວຍສົ່ງອອກຜະລິດຕະພັນກະເສດ ດ້ວຍບັນດາປະເພດສິນຄ້າ ຄື: ໝາກຖົ່ວລຽນ, ໝາກງໍ້ ໃຫ້ຮູ້ວ່າ: ປະຈຸບັນ ສະຫະກອນ ມີເນື້ອທີ່ປຸກຖົ່ວລຽນກວ່າ 250 ເຮັກຕາ ແລະ ໝາກງໍ້ 500 ເຮັກຕາ. ນອກນັ້ນ ສະຫະກອນ ຍັງຮ່ວມສຳພັນຜະລິດປະມານ 1000 ເຮັກຕາ ຢູ່ ເມືອງ ເກີ໋ມໝີ ແຂວງ ດົງນາຍ

ໃນຂະນະທີ່ການສົ່ງອອກຖືກຢຸດສະງັກ, ສະຫະກອນໄດ້ຍູ້ແຮງການຈຳຫນ່າຍສິນຄ້າຢູ່ພາຍໃນປະເທດ, ປຸງແຕ່ງແກລມຖົ່ວລຽນ, ໝາກງໍ້, ຮັກສາໃນສາງແຊເຢັນເພື່ອຈຳຫນ່າຍໃນໄລຍະຈະມາເຖິງ. 

ທ່ານ ດັ້ງຟຸກງວຽນ ເລຂານຸການ ສະຫະສະມາຄົມຜັກໝາກໄມ້ຫວຽດນາມ ຖືວ່າ ຄວນຍູ້ແຮງການປຸງແຕ່ງບັນດາຜະລິດຕະພັນກະເສດໃຫ້ຫລາຍກວ່າອີກ. ນອກຈາກການຫນູນຊ່ວຍຂອງລັດຖະບານ, ບັນດາວິສາຫະກິດ ກໍ່ຄວນລົງທຶນເຂົ້າໃນການສ້າງຕ່ອງໂສ້ການຜະລິດ ເພື່ອຊຸກຍູ້ການສົ່ງອອກບັນດາຜະລິດຕະພັນກະເສດ.

ເພີ່ມ​ທະ​ວີ​ມາດ​ຕະ​ການ​ປຸງ​ແຕ່ງໝາກ​ໄມ້​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ - ảnh 2 ການຜະລິດເຂົ້າປຸ້ນໝາກໂມເຫຼືອງຂອງບໍລິສັດ ຢຸຍແອັງ 

ມາດຕະການເພື່ອໃຫ້ໄລຍະຍາວ, ສະພາແຫ່ງຊາດ ໄດ້ສ້າງກົດໝາຍວ່າດ້ວຍການປູກຝັງ, ຂະແຫນງກະສິກຳຫວຽດນາມ ໄດ້ມີແຜນນະໂຍບາຍ, ນະໂຍບາຍລະອຽດ ພັດທະນາເຂດວັດຖຸດິບ, ກໍ່ສ້າງບັນດາເຂດຜະລິດ ຜະລິດຕະພັນສິນຄ້າໃຫຍ່, ຊຸກຍູ້ການສ້າງຕັ້ງບັນດາສະຫະກອນເພື່ອຊ່ວຍຊາວກະສິກອນຈຳຫນ່າຍຜະລິດຕະພັນກະເສດ. ເຮັດໄດ້ຄືແນວນັ້ນ ອຸປະກອນເພື່ອປຸງແຕ່ງກໍ່ຄ່ອຍໆຮັບປະກັນ ສ່ວນຍັງເຫລືອ ແມ່ນເຮັດແນວໃດເພື່ອໃຫ້ວິສາຫະກິດລົງທຶນໃຫ້ແກ່ການປຸງແຕ່ງຜະລິດຕະພັນກະເສດ.

 ທ່ານ ຫງວຽນຮົ່ງເຊີນ ຜູ້ອຳນວຍການສະຖາບັນວິທະຍາສາດກະສິກຳຫວຽດນາມ, ຖືວ່າ:

“ລັດ ມີແຜນນະໂຍບາຍ ແລະ ວິສາຫະກິດ ຕ້ອງມີຍຸດທະສາດລົງທຶນຈາກບັນດາຕ່ອງໂສ້ອຸປະກອນທັນສະໄຫມຕະຫລອດຮອດການກໍ່ສ້າງບັນດາສາງບັນຈຸສິນຄ້າເພື່ອສາມາດສະສົມໃນລະດູການເກັບກູ້. ປະຈຸບັນ ຄວາມຕ້ອງການນ້ຳໝາກໄມ້ແມ່ນໃຫຍ່ຫລວງ ແຕ່ ມີພຽງບາງວິສາຫະກິດລົງທຶນປຸ່ງແຕ່ງເພື່ອຕອບສະຫນອງຄວາມຕ້ອງການນີ້.”

ໃນສະພາບການຜະລິດຕະພັນກະເສດຂອງຫວຽດນາມ ພວມປະເຊີນຫນ້າກັບຄວາມຫຍຸ້ງຍາກຫລາຍຢ່າງຄືປະຈຸບັນ ການປຸ່ງແຕ່ງໝາກໄມ້ແມ່ນມາດຕະການຍືນຍົງ. ເປົ້າໝາຍຂອງຫວຽດນາມ ແມ່ນເພີ່ມສະມັດຕະພາບການປຸ່ງແຕ່ງໃຫ້ຂຶ້ນເຖິງ 25% ເທົ່າທຽບກັບຜັກໝາກໄມ້ 6 ລ້ານໂຕນໃນແຕ່ລະປີ. ເພື່ອເຮັດໄດ້ສິ່ງນັ້ນ ວິສາຫະກິດທຳການຜະລິດ ປຸງແຕ່ງ ຄວນມານະພະຍາຍາມປ່ຽນໃຫມ່ການຜະລິດ ພ້ອມກັນນັ້ນ ລັດຖະບານ ຈະປະຕິບັດຂົວຕໍ່ຮ່ວມມືເປັນຢ່າງດີ ແລະ ມີບັນດານະໂຍບາຍຫນູນຊ່ວຍເງິນລົງທຶນ ຈາກນັ້ນ ຈຶ່ງເຮັດໃຫ້ຂະແຫນງປຸງແຕ່ງ ສົ່ງອອກຜະລິດຕະພັນກະເສດພັດທະນາແບບຍືນຍົງ.


ຕອບກັບ

ຂ່າວ/ບົດ​ອື່ນ