ເພີ່ມທະວີຮ່ວມສຳພັນລາຍການທ່ອງທ່ຽວເຂດໄຕບັກເພື່ອພັດທະນາເສດຖະກິດ

(vovworld)-​ເຂດ​ໄຕ​ບັກ(ໝາຍ​ເຖິງ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເຫນືອ​ຂອງ​ຫວຽດນາມ) ​ແ​ມ່ນ​ເຂດ​ດິນ​ແດນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ເພື່ອ​ພັດທະນາ​ການທ່ອງທ່ຽວ ດ້ວຍ​ບັນດາ​ທ່າ​ແຮງ​ຄື: ມີປະຫວັດສາດ​ມາ​ແຕ່​ດົນ​ນານ, ມີວັດທະນະທຳ​​ຫລາຍ​ຮູບ​ຫລາຍ​ແບບ, ມີ​ສີສັນທີ່​ເປັນ​ເອກະລັກ​ສະ​ເພາະຂອງບັນດາ​ເຜົ່າ​, ມີ​ທິວທັດທຳ​ມະ​ຊາດ​ທີ່​ສວຍ​ງາມ. ສະ​ນັ້ນ ການ​ຮ່ວມ​ສຳພັນລາຍ​ການທ່ອງທ່ຽວ​ແມ່ນ​ທິດ​ກ້າວ​ເດີນ​ທີ່​ສຳຄັນ​ເພື່ອ​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ເຂດ, ​ແຕ່ລະ​ທ້ອງ​ຖິ່ນ, ​ແຕ່​ລະ​ບ້ານ, ​ເຮັດ​ໃຫ້​ບັນດາ​ຄຸນຄ່າ​ທຳ​ມະ​ຊາດ, ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ​ແລະ ມີ​ຮູບ​ຮ່າງກາຍ​ເປັນ​ກຳລັງ​ແຮງ​ສັງ​ລວມ, ມູ່ງ​ໄປ​ເຖິງ​ການ​ພັດທະນາ​ຂະ​ແຫນງ​ທ່ອງ​ທ່ຽວ​​ແບບ​ຍືນ​ຍົງ ​ແລະ ຍາວ​ນານ.

ເພີ່ມທະວີຮ່ວມສຳພັນລາຍການທ່ອງທ່ຽວເຂດໄຕບັກເພື່ອພັດທະນາເສດຖະກິດ - ảnh 1
ນາຂັ້ນໄດຢູ່ເຂດໄຕບັກ
ພາບ:internet

        ທ່າ​ອ່ຽງພົ້ນ​ເດັ່ນ​ໃນ​ຊຸມ​ປີຜ່ານມາ ນັ້ນ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ ເອີ​ລົບ ນິຍົມ​ຮູບ​ການທ່ອງທ່ຽວ​ຄົ້ນ​ຫາ​ບັນດາ​ເຂດ​ດິນ​ທີ່ຮົກ​ເຮື້ອ​ເປົ່າ​ຫວ່າງ. ສິ່ງ​ດັ່ງກ່າວ​ແມ່ນ​ຄວາມສະດວກ​ທີ່​ສຸດ​ສຳລັບ​ບັນດາ​ແຂວງຢູ່​ເຂດ ​ໄຕ​ບັກ, ຄື: ລາວ​ກາຍ, ອຽນ​ບາຍ, ​ເຊີນ​ລາ, ຮ່ວາ​ບີ​ງ, ຟູ​ທໍ້, ຮ່າ​ຢາງ,​ລາຍ​ເຈົາ, ດ້ຽນບຽນ. ​ບັນດາ​ແຂວງ​ຢູ່​​ເຂດ​ໄຕ​ບັກ ພວມ​ສ້າງ​ບັນດາ​ຮູບ​ແບບ​ຮ່ວມ​ສຳພັນ​ລາຍການ​ທ່ອງ​ທ່ຽວ ​ເພື່ອ​ສ້າງ​ຄວາມ​ດຶງດູດ​​ນັກ​ທ່ອງ​ທ່ຽວ. ບາງ​ຮູບ​ແບບ​ຮ່ວມ​ສຳພັນ​ທີ່ໄດ້​ນຳ​ມາ​ເຊິ່ງໝາກຜົນ​ໃນ​ເບື້ອງ​ຕົ້ນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຂະ​ແຫນງ​ທ່ອງ​ທ່ຽວ​ໄຕ​ບັກ​ພັດທະນາ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ, ບົນ​ພື້ນຖານ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຕ່ລະ​ທ້ອງ​ຖິ່ນ​ຄື: ຮູບ​ແບບ​ຮ່ວມ​ສຳພັນ​ລະຫວ່າງ 3 ​ແຂວງ ລາຍ​ກາຍ - ອຽນ​ບາຍ - ຟູ​ທໍ້ ​ໃນ​ລາຍການ​ທ່ອງ​ທ່ຽວ​ກັບ​ຄື​ສູ່​ກົກ​ເຄົ້າ​​ເຫງົ້າ​ກໍ; ຮູບ​ແບບ​ຮ່ວມ​ສຳພັນ​ລະຫວ່າງ 3 ​ແຂວງ ​ເຂດ​ໄຕ​ບັກ ​ເພື​່ອພັດທະນາ​ການທ່ອງທ່ຽວ ດ້ວຍ​ໂຄງການ​ເສັ້ນທາງ​ຢູ່​ເຂດ​ໄຕ​ບັກ, ສ້າງ​ລາຍການ​ທ່ອງ​ທ່ຽວ​ບັນດາ​ໝູ່​ບ້ານ​ທຸກ​ຍາກ​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ, ປະກອບ​ສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ປະຊາຊົນ​ຜ່ານການ​ເຮັດ​ບໍລິການທ່ອງທ່ຽວ. ທ່ານ ​ເຈີ​ນຫື​ວ​ເຊີນ, ຫົວຫນ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ລາວ​ກາຍ ຖື​ວ່າ:

        “ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ 8 ​ແຂວງ ​ເຂດ​ໄຕ​ບັກ ​​​ໃນ​ການດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ ນັ້ນ​ແມ່ນ​ທິວ​ທັດທຳ​ມະ​ຊາດ​ສວຍ​ງາມ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ການທ່ອງທ່ຽວ​ຊີວະ​ພາບ. ມີ​ຫລາຍ​ຄົນ​ຢາກ​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຂອງ​ປ່າດົງ​ດິບ, ​ແມ່​ນ້ຳ​ລຳ​ເຊ, ຫ້ວຍນຳ້, ຊີວະ​ນາໆ​ພັນ. ຢູ່​ທີ່​ນີ້ ຍັງ​ມີ​ລະ​ບົບຕະຫລາດນັດ​ຢູ່​ເຂດ​ພູ​ສູງ​ທີ່​ລື​ຊື່, ລະບົບ​ປ່າ​ສະຫງວນ​ແຫ່ງ​ຊາດ, ຄວາ​ມງາມ​ເຂດ​ພູ​ພຽງຫິນ​ດົງ​ວັນ, ທົ່ງ​ນາ​ຂັ້ນ​ໄດ, ​ເສັ້ນທາງ​ຂ້າມປ່າ ຫລື​​ໄປທ່ອງ​ທ່ຽວ​ລຽບ​ຕາມ​ແມ່​ນ້ຳລາ ຈາກ​ເມ່ືອ​ງ​ໄລ​ແຂວງ ດ້ຽນບຽນ ​ເຖິງ ​ເຊີນ​ລາ, ຜ່ານ​ລາຍ​ເຈົາ, ລົງ​ຮອດ ຮ່ວາ​ບີ​ງ, ຕາມ​ແມ່​ນ້ຳ​ດາ. ນີ້​ແມ່ນ​ລາຍການ​ທ່ອງ​ທ່ຽວລຽບ​ຕາມ​ແມ່​ນ້ຳ​ສວ​ຍງາມ​ທີ່​ສຸດ, ​ເຊິ່ງ​ໄດ້ດຶງ​ດູດ​ ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່ພາຍ​ໃນ​​ແລະ​ຕ່າງປະ​ເທດ.”

        ​ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ຮູບ​ແບບ​ຮ່ວມ​ສຳພັນລາຍການ​ທ່ອງ​ທ່ຽວ, ​ແຕ່ລະ​ແຂວງ ຢູ່​ເຂດ​ໄຕ​ບັກ ຍັງ​ສ້າງ​ຜະ​ລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ທ້ອງ​ຖິ່ນຕົນ​ອີກ​ດ້ວຍ. ອີງຕາມ​ທ່າ​ໄດ້​ປຽບ​ທີ່​ມີ​ຢູ່​ແລ້ວ, ​ແຕ່ລະ​ແຂວງ ​ໄດ້​ສຸມ​ໃສ່​ເສ​ີມຂະຫຍາຍ​ຮູບ​ການທ່ອງທ່ຽວ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕົນ​. ຖ້າ​ຫາກ ​ແຂວງ ລາວ​ກາຍ ລົງ​ທຶນ​​​ສ້າງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ພັກຜ່ອນ​ບຳລຸງ​ສຸຂະພາບ​ຢູ່ ຊາ​ປາ, ​ແຂວງ ຮ່າ​ຢາງ ​ໄດ້​ເລ​ືອກ​ເຟັ້ນ​ເຂດ​ພູພຽງ​ຫິນ ດົງ​ວັນ ​ເປັນ​ສະຖານ​ທີ​ທ່ອງ​ທ່ຽວ​ຕົ້ນຕໍ​ໃນ​ລາຍການ​ທ່ອງ​ທ່ຽວ​ພະ​ຈົນ​ໄພ ຫລື ຢູ່ ອຽນ​ບາຍ​ເລືອກ​ເຟັ້ນສະຖານ​ທີ​ທ່ອງ​ທ່ຽວ​ແມ່ນໝູ່​ກາງ​ຈາ​ຍ ​ແລະ ຖ້ຳ​ບາ; ສ່ວນ​ຢູ່​​ແຂວງ ດ້ຽນບຽນ ມີ​ເຂດ​ປູຊະນີຍະສະຖານ ດ້ຽນບຽນ​ຝູ ​​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ, ຊອກ​ຮູ້​ກ່ຽວ​ກັບ​ປະຫວັດສາດ; ​ແຂວງ ລາຍ​ເຈົາ ພັດທະນາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ວົງ​ຄະນາ​ຍາດ​ຢູ່​ບັນດາ​ໝູ່​ບ້ານ; ​ແຂວງ ​ຟູ​ທໍ້ ມີ​ວິຫານ​ຮຸ່ງ ​​​ເປັນສະຖານ​ທີ່ທ່ອງ​ທ່ຽວ​ຈິດ​ວິນ​ຍານ, ການ​ເຫລື້ອ​ມ​ໃສ.. ທ່ານ ຟ້າ​ມຊວນ​​ໂກຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດ້ຽນບຽນ ​ໃຫ້​ຮູ້​ວ່າ:

“​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ດ້ຽນບຽນ​ຝູ ​ໄດ້​ເສີມ​ຂະຫຍາຍ​ ​ແລະ ປະກອບສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ແຂວງ​. ພວກ​ຂ້າພະ​ເຈົ້າ​ຍັງ​ມີ​ການທ່ອງທ່ຽວ​ຊີວະ​ພາບ, ທ່ອງ​ທ່ຽວ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ. ນອກ​ນັ້ນ​ຍັງ​ມີ​ບັນດາ​ຜະລິດ​ຕະພັນ​ພິ​ເສດ​​ຄື: ​ເຂົ້າສານ ດ້ຽນບຽນ ມີ​ລົດ​ຊາດສະ​ເພາະ​ຂອງ​ດ້ຽນບຽນ”

        ​ໃນ​ລາຍການ“ຮ່ວມ​ສຳພັນ​​ເພື່ອ​ພັດທະນາ​ການທ່ອງທ່ຽວ​ເຂດ ​ໄຕ​ບັກ, ບັນດາ​ທ້ອງ​ຖິ່ນ​ລ້ວນ​ແຕ່​ຮັບ​ຮູ້​ວ່າ: ສຳລັບ​ເຂດທີ່​ມີ​ບັນດາ​ປັດ​ໄຈ​ຄ້າຍຄື​ກັນຄື: ທົ່ງ​ນາ​ຂັ້ນ​ໄດ, ວັດທະນະທຳ​ເຜົ່າ​ຜູ້ໄທ, ມົ້ງ, ຢາ​ວ.. ຕ້ອງຊອກ​ໄດ້​ຈຸດ​ທີ່​ແຕກ​ຕ່າງ​ກັນ​ເພື່ອ​ສ້າງ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

ຄຽງ​ຄູ່​ກັບ​ການ​ພັດທະນາ​ຕາມ​ແຕ່ລະ​ຄຸ້ມ​ບ້ານ​ໃນ​ເຂດ​ໄຕ​ບັກ, ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ ຍັງ​ເປີດ​ກວ້າງ​ການ​ຮ່ວມ​ສຳພັນ​ລາຍການທ່ອງທ່ຽວ​ກັບ​ບັນດາ​ແຂວງ ​ໃກ້​ຄຽງ. ທ່ານ ຫວູ​ເທ​ບີ​ງ, ປະທານ​ສະຫະ​ສະມາຄົມ​ທ່ອງ​ທ່ຽວ ຫວຽດນາມ ຖື​ວ່າ:

        “ການ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​​ເຮັດ​ບໍລິການທ່ອງ​ທ່ຽວ​ໃນ​ເຂດ​​ແລະນອກ​​ເຂດໄຕ​ບັກ ນັ້ນ​ແມ່​ນບັນຫາ​ສຳຄັນ.​ເພາະວ່າ ບັນດາ​ວິ​ສາ​ຫະກິດ​ຢູ່​ນອກ​ເຂດ​ໄຕ​ບັກແມ່ນຫົວຫນ່ວຍ ທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຢາມເຂດໄຕບັກ.   ສະນັ້ນ 2ຝ່າຍຕ້ອງຮ່ວມມືນຳກັນເພື່ອເຊື່ອມຕໍ່ລາຍການທ່ອງທ່ຽວກັບບັນດາບໍລິສັດທ່ອງທ່ຽວຢູ່ແຂວງອື່ນ ພ້ອມທັງສະຫນອງຂໍ້ມູນ, ບົດຮຽນ, ຄວາມ​ຮູ້ ​ແລະ ​ແຫ​ລ່ງທຶນ​ໃຫ້​ເຂົາ​ເຈົ້າ​ເພື່ອ​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄດ້​ຫລາຍ​ກວ່າ. ການ​ຮ່ວມ​ສຳພັນ​ນີ້​ແມ່ນ​ສຳຄັນ​ທີ່​ສຸດ ​ເພື່ອ​ຊ່ວຍ​ໃຫ້ຂະ​ແຫນງ​ທ່ອງ​ທ່ຽວ​ເຂດ​ໄຕ​ບັກ​ພັດທະນາ.”

        ບັນດາ​ແຂວງ ​ໄຕ​ບັກ ວາງ​ຄາດໝາຍ​ຮອດ​ປີ 2015 ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ກວ່າ 10,5 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ ນັກ​ທ່ອງ​ທ່ຽວ​ສາກົນ 1,5 ລ້ານ​ເທື່ອ​ຄົນ, ລາຍ​ຮັບ​ຈາກ​ການທ່ອງທ່ຽວ​ບັນລຸ​ປະມານ 11.000 ຕື້​ດົງ; ສູ້​ຊົນ​ຮອດ​ປີ 2020 ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 2,3 ລ້າ​ນ​ເທື່ອ​ຄົນ. ດ້ວຍ​ຄວາ​ມສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ກ່ຽວ​ກັບ​ຊັບພະຍາກອນ​ທ່ອງ​ທ່ຽວທຳ​ມະ​ຊາດ​ທີ່​ຍັງບໍ່​ທັນ​​ໄດ້​ຮັບ​ການຂຸດ​ຄົ້ນ​ນັ້ນ ຈະ​ສ້າງ​ບາດກ້າວ​ບຸກທະລຸ​ໃຫ້​ແກ່​ຂະ​ແຫນງ​ທ່ອງ​ທ່ຽວ ​ໄຕ​ບັກ. ປະຈຸ​ບັນ, ບັນດາ​ທ້ອງ​ຖິ່ນ ພວມ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຮົ້ວ​ກີດຂວາງ​ເທື່ອ​ລະ​ກ້າວ ​ແລະ ​ສ້າງກົນ​ໄກ, ນະ​ໂຍບາຍ​ສົ່ງ​ເສີມ, ​ເພື່ອ​ເປັນກຳລັງ​ຫນູນ​ດຶງ​ດູດ​ບັນດາ​ນັກ​ລົງທຶນ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ຊອກ​ຫາ​ມາດ​ຕະການ​ບຸກທະລຸ​ໃນ​ການ​ລົງທຶນ ​ແລະ ຮ່ວມ​ສຳພັນ​ຊຸກຍູ້​ການທ່ອງທ່ຽວ​ເຂດ​ໄຕ​ບັກ​ໃຫ້​ພັດທະນາ.

 

ຕອບກັບ

ຂ່າວ/ບົດ​ອື່ນ