ເພີ່ມອັດຕາສ່ວນຊົມໃຊ້ກົນຈັກຜະລິດພາຍໃນປະເທດ ແລະ ປົກປ້ອງຕະຫລາດຂະແຫນງກົນຈັກ

(vovworld)- ກົນ​ຈັກ​ແມ່ນ​ຂະ​ແຫນງ​ອຸດສາຫະກຳ​ພື້ນຖານ​ໃນ​ວິວັດ​ການ​ຫັນ​ປະ​ເທດ​ຊາດ​ເປ​ັນປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ. ​ເພາະສະ​ນັ້ນ ລັດຖະບານ ​ໄດ້​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ຂະ​ແຫນງ​ກົນ​ຈັກ, ​ເປັນ​ຕົ້ນ​ແມ່ນ​ເພີ່ມ​ອັດຕາ​ສ່ວນ​​ຊົ​ມ​ໃຊ້​ກົນ​ຈັກ​ຜະລິດ​ພາຍ​ໃນປະ​ເທດ, ສ້າງ​ເງື່ອນ​ໄຂ​ພັດທະນາ​ຂະ​ແຫນງ​ກົນ​ຈັກ​ພາຍ​ໃນ​ປະ​ເທດ. ພາຍຫລັງ 10 ປີ ​ແຫ່ງ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ, ຂະ​ແຫນງ​ກົນ​ຈັກ​ຂອງ​ຫວຽດນາມ ບັນລຸ​ໄດ​້ບັນດາ​ການ​ຫັນປ່ຽນ​ທີ່​ສຳຄັນ.

ເພີ່ມອັດຕາສ່ວນຊົມໃຊ້ກົນຈັກຜະລິດພາຍໃນປະເທດ ແລະ ປົກປ້ອງຕະຫລາດຂະແຫນງກົນຈັກ - ảnh 1
ພາບປະກອບ

        ​ໃນ​ບັນດາ​ຜົນງານ​ຂອງ​ຂະ​ແຫນງ, ພົ້ນ​ເດັ່ນ​ແມ່ນ​ກົນ​ຈັກ​ປະດິດສ​້າງ, ການສົ່ງ​ອອກ​ເ​ພີ່​ມຂຶ້ນ​ຢ່າງ​ລຽນຕິດ; ​ກຳ​ລັງ​ແກ້ງ​ແຍ້​ງຂອງ​ບັນດາ​ຜະລິດ​ຕະພັນ​ກົນ​ຈັກ​ຢູ່​ຕະຫລາດ​ພາຍ​ໃນ​ປະ​ເທດ ​ແລະ ຕະຫລາດ​ສົ່ງອອກ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ປີ 2013, ມູນ​ຄ່າ​ການ​ຜະລິດ​ອຸດສາຫະກຳ​ຂອງ​ຂະ​ແຫນງ​ບັນລຸ​ກວ່າ 251.000 ຕື້​ດົງ, ​ເພີ່ມ​ຂຶ້ນ​ທົບ 7 ​ເທົ່າ ​ເມື່ອ​ທຽບ​ໃສ່​ປີ 2000. ກ່ຽວ​ກັບ​ການ​ສົ່ງ​ອອກ, ປີ 2013, ການ​ສົ່ງ​ອອກ​ກົນ​ຈັກ​ບັນລຸ​ກວ່າ 13 ຕື້ USD, ​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ຂະ​ແຫນງ​ສົ່ງ​ອອກ​ສຳຄັນ​ຂອງ​ປະ​ເທດ​ຊາດ. ບັນດາ​ຂົງ​ເຂດ​ອະ​ລຽດຂອງ​ຂະ​ແຫນງ​ກົນ​ຈັກ​ຄື: ການ​ຜະລິດ, ຕິດ​ຕັ້ງ​ລົດ​ໂອ​ໂຕ; ຜະລິດ​ລົດຈັກ; ຜະລິດ​ກົນ​ຈັກ​ອຸປະກອນ​ໃຫ້​ແກ່​ບັນດາ​ໂຮງງານ​ໄຟຟ້າ​ໃຊ້​ພະລັງ​ຄວາມ​ຮ້ອນ; ອຸດສາຫະກຳ​ຫນູນ​ຊ່ວຍ…ລ້ວນ​ແຕ່​ມີ​ບັນດາ​ບາດກ້າວ​ພັດທະນາ ​ແລະ ບັນລຸ​ໝາກຜົນ​ຕັ້ງຫນ້າ. ບາງ​ວິ​ສາ​ຫະກິດ​ໄດ້​ມີ​ສະຕິ​ບືນ​ຕົວ​ຂຶ້ນ ຮັບ​ເໝົາ EPC ກິດ​ຈະ​ກຳ​ອຸດສາຫະກຳ​ລວມມູນ​ຄ່າ​ເກືອບ 1 ຕື້ USD ຫລື ຮ່ວມ​ທຸລະ​ກິດ​ນຳ​ກັນ​ເພື່ອ​ຜະລິດ​ອຸປະກອນ​ກົນ​ຈັກຮັບ​ໃຊ້​ກິ​ດຈະ​ກຳ​ຊົນລະປະທານ​ໃຫ້​ແກ່​​ບັນດາ​​ເຂື່ອນ​ໄຟຟ້າ​ນຳ້ຕົກຂະຫນາດ​ໃຫຍ່. ຫວ່າງ​ແລ້ວ​ນີ້, ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສ​ແຫ່ງ​ຊາດ ​ໄດ້​ນຳ​ຮ້ານ​ເຈາະ​ນ້ຳມັນ​ ​ເຂົ້າ​ເຄື່ອນ​ໄຫວ ​ໂດຍ​ບໍລິສັດ​ຫຸ້ນ​ສ່ວນ​ປະດິດ​ສ້າງ​ຮ້ານ​ເຈາະ​ນ້ຳມັນ​ອາຍ​ແກ​ສຜະລິດ, ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບາດກ້າວ​ບຸກທະລຸ​ຂອງ​ຂະ​ແຫນງ​ກົນ​ຈັກ​ຫວຽດນາມ.

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບ​ການ​ຫັນປ່ຽນ, ອັດຕາ​ສ່ວນ​ນຳ​ເຂົ້າ​ເກີນ​ດຸ່ນ​ຂອງ​ຂະ​ແຫນງ​ກົນ​ຈັກ​ ຍັງສູງ​ກວ່າ​ການ​ສົ່ງ​ອອກ, ມູນ​ຄ່າ​ການ​ນຳ​​ເຂົ້າ​ຍັງສູງ​ທົບ 2 ​ເທົ່າ​​ເມື່ອ​ທຽບ​ໃສ່ມູນ​ຄ່າ​ການ​ສົ່ງ​ອອກ. ອັດຕາສ່ວນຊົມໃຊ້ກົນຈັກຜະລິດພາຍໃນປະເທດຂອງ ຂະ​ແຫນ​ງມາ​ຮອດ​ປະຈຸ​ບັນ ພຽງ​ແຕ່​ບັນລຸ 32%, ​ໃນ​ຂະນະ​ນັ້ນ ຄາດໝາຍ​ທີ່ວາງ​ອອກ​ແມ່ນ 45 - 50%. ສາຍ​ເຫດ​ຕົ້ນຕໍ​ຖືກ​ກຳນົດ​ວ່າ ຍ້ອນ​ອຸດສາຫະກຳ​ສຳຮອງ​ບໍ່​ທັນ​ພັດທະນາ, ມີ​ເຈົ້າ​ຂອງ​ລົງທຶນ​ຫລາຍ​ຄົນ​ພຽງ​ແຕ່ເອົາ​ໃຈ​ໃສ່​ເຖິງການດຶງ​ດູດ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ແກ້ງ​ແຍ້​ງ, ​ໃນ​ຂະນະ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ປະສົບ​ກັບ​ຄວາມ​ຫຍຸ​້ງຍາກ​ໃນ​ການ​ສຳ​ພັດ​ກັບ​ແຫ​ລ່ງທຶນ​ກູ້​ຢືມ, ບໍ່​ທັນ​ມີ​ການ​ຮ່ວມ​ສຳພັນ ສະ​ນັ້ນ ກຳລ​ັງ​ແກ້ງ​ແຍ້​ງຍັງອ່ອນ​ດ້ອຍ.  ທ່ານ ຟານ​ຕືຢາງ, ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ​ປະດິດ​ສ້າງ​ຮ້ານ​ເຈາະ​ນຳ້ມັນ​ອາຍ​ແກ​ສຖື​ວ່າ:

        “ນະ​ໂຍບາຍ​ກ່ຽວ​ກັບ​ມະຫາ​ພາກ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ​ປະ​ຈຸ​ບັນ​ແມ່ນ​ພຽງພໍ, ​​ແຕ່​ບໍ່ທັນ​ຄົບ​ຊຸດ​. ຈຸດໝາຍ​ຍາວ​ນານ​ຂອງ​ຂະ​ແຫນງ​ກົນ​ຈັກ​ມູ່ງ​ໄປ​ສູ່​ຕະຫລາດ​ສາກົນ​ໃນ​ໄລຍະ​ສັ້ນ​ສຸດ, ພວກ​ຂ້າພະ​ເຈົ້າ​ຄວນ​ມີ​ການ​ຫນູນ​ຊ່ວຍ​ມີ​ລັກສະນະ​ຍຸດ​ທະ​ສາດ​ຈາກ​ລັດຖະບານ,  ກະຊວງ, ຂະ​ແຫນງ​ການ​ພິ​ເສດ​ແມ່ນ​ຂະ​ແຫນງ​ນ້ຳມັນ​ອາຍ​ແກ​ສຫວຽດນາມ ຈະພິຈາລະນາ​ບັນດາ​ຂໍ້​ຕົກລົງ​ພຽງ​ນຳ​ໃຊ້​ບັນດາ​ຮ້ານ​ເຈາະ​ນ້ຳມັນ​ປະດິດ​ສ້າງ​ພາຍ​ໃນ​ປະ​ເທດ ​ເພື່ອ​ເຂົ້າ​ຮ່ວມ​​ໂຄງການຮ້ານ​ເຈາະ​ນ້ຳມັນ​ຢູ່ ຫວຽດນາມ.”

        ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ສະ​ເຫ​ນີ ຕໍ່​ລັດຖະບານ ຍູ້​ແຮງ​ການ​ຄົ້ນ​ຄ້ວາ​ບັນດາ​ກົນ​ໄກ, ນະ​ໂຍບາຍ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຂະ​ແຫນງ​ກົນ​ຈັກ ສືບ​ຕໍ່​ພັດທະນາ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເຖິງ​ການ​ເພີ່ມ​ອັດຕາ​ສ່ວນ​ຊົ​ມ​ໃຊ້​ກົນ​ຈັກ​ຜະລິດ​ພາຍ​ໃນ​ປະ​ເທດ ​ເພື່ອ​ສ້າງ​ເງື່ອນ​ໄຂ​ພັດທະນາ​ຂະ​ແຫນງ​ກົນ​ຈັກ​ພາຍ​ໃນ​ປະ​ເທດ. ພ້ອມ​ກັນ​ນັ້ນ ​ແມ່ນ​ນະ​ໂຍບາ​ຍສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ກົນ​ຈັກ​ຮ່ວມ​ສຳພັນ, ຮ່ວມ​ມື​​ລົງທຶນ, ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ ​ເພື່ອ​ມີ​ບັນດາ​ຜະລິ​ດຕະພັນທີ່​ມີ​ລັກສະນະ​ແກ້ງ​ແຍ້​ງສູງ. ທ່ານ ຫງວຽນ​ຈີ​ຊາງ, ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ກົນ​ຈັກ​ຖື​ວ່າ:

        “ລັດຖະບານ​ຖື​ຂະ​ແຫນງ​ກົນ​ຈັກ​ເປັນສຳຄັນ ​ແລະ ຈາກ​ນັ້ນ ຍົກ​ອອກ​ບັນດາ​ກົນ​ໄກ​ປົກ​ປ້ອງ. ​ໃນ​ກົດໝາຍ​ປະມູນ ຖ້າ​ພວກ​ເຮົາ​ມີ​ກົນ​ໄກ​​ແນ່ນອນ​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ​ປະດິດ​ສ້າງ​ພາຍ​ໃນ​ປະ​ເທດ ຫລື ​ເມື່ອ​ພວກ​ເຮົາ​ລົງທຶນ, ລັດຖະບານລົງທຶນ​ໃຫ້​ແກ່​ບັນດາ​ໂຄງການ ພວກ​ເຮົາ​ສາມາດ​ຜະລິດ​ໄດ້. ​ພວກ​ເຮົາ​ບໍ່​ລະ​ເມີດ​ກົດໝາຍ​ປະມູນ​ຫລື​ລະ​ເມີດ​ບັນດາ​ຂໍ້​ມາດຕາ​ຂອງ​ສັນຍາ​ການ​ຄ້າ​ໂລກ​(WTO). ສະ​ນັ້ນ ລັດ​ຕ້ອງ​ເຫັນ​ໄດ້​ຍຸດ​ທະ​ສາດ​ພັດທະນາ​ຢ່າງ​ຄົບ​ຊຸດ​ຂອງ​ທຸກຂະ​ແຫນງ ​ແລະ ກົນ​ຈັກ. ຖ້າ​ຫາກ​ລັດ​ເຮັດ​​ໄດ້​ສິ່ງ​ນີ້ ​ໃນ​​ໄລຍະ​ຍາວ​ພວກ​ເຮົາ​ຈະມີ​ຜົນ​ປະ​ໂຫຍ​ດ.”

        ວັນ​ທີ 18/6/2014 ຜ່ານ​ມາ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ປະກາດ​ໃຊ້​ຄຳ​ສັ່ງ​ເລກທີ 16 ກ່ຽວກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ຍູ້​ແຮງ​ການ​ປະຕິບັດ​ຍ​ຸດທະ​ສາດ​ພັດທະນາ​ຂະ​ແຫນງ​ກົນ​ຈັກ ຫວຽດນາມ. ຕາມ​ນັ້ນ​ແລ້ວ, ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ກົນ​ຈັກ ສຸມ​ໃສ່​ສຳ​ເລັດ​ການ​ລົງທຶນ​ບັນດາ​ໂຄງການ​ຜະລິດ​ຕະພັນ​ກົນ​ຈັກ​ຈຸດ​ສຸມ ​ໄດ້​ຮັບ​ການ​ອະນຸມັດ; ​ເພີ່​ມທະວີ​ການ​ລົງທຶນ​ເຂົ້າ​ບັນດາ​ໂຄງການ​ອຸດສາຫະກຳ​ຫນູນ​ຊ່ວຍ ​ເພື່ອ​ຍົກ​ສູງ​ອັດຕາ​ສ່ວນ​ຊົມ​ໃຊ້​ກົນ​ຈັກ​ຜະລິດ​ພາຍ​ໃນ​ປະ​ເທດ, ​ເພີ່​ມທະວີ​ການ​ປັບປຸງ​ວຽກ​ງານ​ຄຸ້ມ​ຄອງ​ລາຍ​ຈ່າຍ, ຫລຸດຜ່ອນ​ລາຄາ​ຜະລິດ​ຕະພັນ, ຍົກ​ສູງ​ຄຸນ​ນະພາ​ບ, ກຳລັງ​ແກ້ງ​​ແຍ້​ງຂອງ​ຜະລິດ​ຕະພັນ​. ທ່າ​ນນາຍົກລັດ​ຖະມົນຕີ ສະ​ເຫ​ນີຂະ​ແຫນງ​ກົນ​ຈັກ​ຕ້ອງ​ຮ່ວມ​ສຳພັນ, ຮ່ວມ​ມື​ລົງທຶນ, ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ, ອຸປະກອນ​ທີ່​ກ້າວຫນ້າ​ເພື່ອ​ຜະລິດ ຜະລິດ​ຕະພັນ​ມີ​ຄຸນ​ນະພາ​ບສູງ,ດ້ວຍ​ລາຄາ​ເໝາະ​ສົມ ຕອບສະຫນອງ​ໃຫ້​ແກ່​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ ​ແລະ ການ​ສ່ົງ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ