ເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງໝັ້ນຄົງເຂັ້ມແຂງເມື່ອຫວຽດນາມເຂົ້າຮ່ວມ TPP


(vovworld)- ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ແມ່ນ​ສູນ​ກາງ​ກະ​ສິ​ກຳ​ທີ່​ສຳ​ຄັນ​ຂອງ​ທັງ​ປະ​ເທດ ແລະ ເຂດ. ທ່າ​ແຮງ​ຂອງ​ເຂດນີ້​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຂົ້າ​ສານ ແລະ ບັນ​ດາ​ປະ​ເພດ​ສິນ​ໃນ​ນ້ຳ. ນີ້​ກໍ​ແມ່ນ​ທ່າ​ໄດ້​ປຽບ​ເມື່ອ​ຫວຽດ​ນາມ​ເຂົ້າ​ຮ່ວມ TPP. ຄຽງ​ຄູ່​ບັນ​ດ​າທ່າ​ໄດ້​ປຽບ​ນັ້ນ, ເມື່ອ​ເຂົ້າ​ຮ່ວ​ມ TPP ການຜະ​ລິດ​​ສິນ​ຄ້າ, ຜະ​ລິດ​ຕະ​ພັນ​ກະ​ເສດຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ເປັນ​ຕົ້​ນ​ແມ່ນ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ກ່ຽວ​ກັບ​ການ​ແກ້ງ​ແຍ້ງ.

ເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງໝັ້ນຄົງເຂັ້ມແຂງເມື່ອຫວຽດນາມເຂົ້າຮ່ວມ TPP - ảnh 1
ການ​ຜະ​ລິດ​ເຂົ້າ​ຢູ່ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ
ພາບ​ປະ​ກອບ:internet

        ຄວາມ​ຈິງ​ໃຫ້​ເຫັນ​ວ່າ ພາຍ​ຫລັງ 8 ປີ ຫວຽດ​ນາມ ເຂົ້າ​ຮ່ວ​ມ​ອົງ​ການ​ການ​ຄ້າ​ໂລກ (WTO), ໄລ​ຍະ​ທຳ​ອິດ ວຽກ​ງານ​ກະ​ກຽມ​ຂອງວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ການ​ບໍ່​ທັນ​ດີ​ປານ​ໃດ. ແຕ່​ມາ​ຮອດ​ປະ​ຈຸ​ບັນ ຫວຽດ​ນາມ ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຊື່ອມ​ໂຍງ​ໃຫມ່, ພິ​ເສດ ຫວຽດ​ນາມ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ  FTA ຫລາຍ​ສະບັບ​ກັບ​ຫລາຍ​ປະ​ເທດ​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ສູງ. ສະ​ນັ້ນ ຖ້າ​ຫາກບໍ່​ມີ​ການ​ແກ້​ງ​ແຍ້ງ​ເປັນ​ຢ່າງ​ດີ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ, ເມື່ອ​ເຂົ້າ​ຮ່ວມ​ລະ​ບົບ​ສະ​ຫນອງ​ສິນ​ຄ້າ​ມີ​ລະ​ດັບ​ສາ​ກົນ, ມີ​ຂອບ​ຂະ​ຫນາດ​ທົ່ວ​ໂລກ ອາດ​ຈະ​ຖືກ​ແກ້ງ​ແຍ້ງຫລື​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ. ທ່ານ​ນາງ ຟ້າມ​ຈີ​ລານ, ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຂັ້ນ​ສູງ​ໄຈ້​ແຍກວ່າ:

        “ນັບ​ແຕ່​ທ້າຍ​ປີ 2015 ເປັນ​ຕົ້ນ​ໄປ ເມື່ອ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ສັນ​ຍາ​ລະ​ຫວ່າງ ຫວຽດ​ນາມ ແລະ ສ​ເກົາ​ຫລີ, ຫ​ວຽດ​ນາມ ກັບ​ພັນ​ທະ​ມິດ ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ໄດ້​ຮັບ​ການ​ລົງ​ນາມ, ພວກ​ເຮົາ​ຈະ​ມີ​ສັນ​ຍາ FTA ຫລາຍ​ສະ​ບັບ​ຕື່ມ​ອີກ​ກັບ​ຫລາຍ​ປະ​ເທດ​ອື່ນ ແລະ ເປັນ​ຕົ້ນ​ເມື່ອ​ເຂົ້າ​ຮ່ວມ TPP ຫລື ການ​ເຈ​ລະ​ຈາ​ລະ​ຫວ່າງ ຫວຽດ​ນາມ ກັບ ອີ​ຢູ. ຖ້າ​ບັນ​ດາ​ສັນ​ຍາ​ດັ່ງ​ກ່າ​ວ​ສຳ​ເລັດ ໝາຍ​ຄວາມ​ວ່າ ພວກ​ເຮົາ​ມີ​ສັນ​ຍາ FTA ກັບ 57 ປະ​ເທດ​ແຕກ​ຕ່າງ​ກັນ​ໃນ​ໂລກ. ສິນ​ຄ້າ​ຂອງ​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ​ໄດ້​ຊົມ​ໃຊ້​ກົນ​ໄກ​ພາ​ສີ​ບຸ​ລິ​ມະ​ສິດ ເວ​ລານັ້ນ ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ, ວິ​ສາ​ຫະ​ກິດ ແລະ ບັນ​ດາ​ຂະ​ແຫນງ​ສິນ​ຄ້າ​ຈະ​ຖືກ​ແກ້ງ​ແຍ້ງ​ແນວ​ໃດ.”

        ອີກ​ບັນ​ຫາ​ຫນຶ່​ງ​ຄ​ວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ນັ້ນ​ແມ່ນ ຍູ້​ແຮງ​ການ​ການ​ນຳ​ໃຊ​້​ກົນ​ຈັກ​ໃນ​ການ​ຜະ​ລິດກ​ະ​ສິ​ກຳ. ທີ່​ເວ​ທີ​ປາ​ໄສ “​ການ​ຈຳ​ຫນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ສະ​ພາບ​ເຊື່ອ​ມ​ໂຍງ-ບົດ​ຮຽນ​ຈາກ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ” ຊື່ງ​ດຳ​ເນີນ​ຢູ່ ນະ​ຄອນ ເກີນ​ເທີ ຫວ່າງ​ແລ້ວນີ້, ບັນ​ດາ​ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ຖື​ວ່າ: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ມີ​ບົດ​ບາດ​ໃຫຍ່ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ຂອງ​ຫວຽດ​ນາມ. ພິ​ເສດ ເມື່ອ​ຫວຽດ​ນາມ ເຂົ້າ​ຮ່ວມ TPP, ສິ່ງ​ທ້າ​ທາຍ​ແກ້​ງ​ແຍ້ງ​ໃນ​​ຂົງ​ເຂດກະ​ສິ​ກຳ​ນັບ​ມື້​ນັບ​ໃຫຍ່ ແລະ ການ​ຈຳ​ຫນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຈະ​ນັບ​ມື້​ນັບ​​ຫຍຸ້ງ​ຍາກ. ເພາະ​ວ່າ ໃນ​ຂະ​ນະ​ບັນ​ດາ​ປະ​ເທດ​ພັດ​ທະ​ນາໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າ​ໃນ​ການ​ຜະ​ລິດກ​ະ​ສິ​ກຳ, ຈຳ​ນວນ​ປະ​ຊາ​ກອນ​ເຮັດ​ກະ​ສິ​ກຳ​ກວມ​ອັດ​ຕາ​ສ່ວນ​ຕ່ຳ ຫວຽດ​ນາມ ​ພິ​ເສດ​ແມ່ນ​​ຢູ່ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ອັດ​ຕາ​ສ່ວນ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ຂົງ​ເຂດ​ຜະ​ລິດ​ກະ​ສິ​ກຳ​ກວມ​ອັດ​ຕາ​ສູງ, ແຕ່​ການ​ຜະ​ລິດ​ຕົ້​ນ​ຕໍ​ຍັງ​ຢູ່​ໃນ​ຂອບ​ຂະ​ຫນາດ​ນ້ອຍ. ດ​ຣ ຫງວຽນ​ຊີ້​ຢູງ, ຮອງ​ຫົວ​ຫນ້າ​ຫ້ອງ​​ວ່າການ​ສະ​ພາ​ແຫ່ງ​ຊາດ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ພວກ​ເຮົາ​ມີ 60% ຈຳ​ນວນ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການ​ຜະ​ລິດ​ກະ​ສິ​ກຳ, ໃນ​ຂະ​ນະ​ຢູ່​ຫລາຍ​ປະ​ເທດ​ອື່ນ ມີ​ພຽງ 3%, ສະ​ນັ້ນ ​ສິນ​ຄ້າ​ຂອງ​ບັນ​ດາ​ປະ​ເທດ​ເຫລົ່າ​ນັ້ນ ຈະ​ມີ​ລາ​ຄາ​ຕ່ຳກວ່າ. ເມື່ອ​ຫວຽດ​ນາມ ເປີດ​ປະ​ຕູ, ສິນ​ຄ້າ​ຈະ​ຖືກແກ້ງ​ແຍ້ງ​ຢ່າງ​ແຮງ. ພວກ​ເຮົ​າ​ຕ້ອງ​ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່າ​ເພື່ອ​ຮູ້​ຈັກ​ວ່າ ຕົນ​ເອງ​ຕ້ອງ​ການ​ສິນ​ຄ້າ​ເທົ່າ​ໃດ ເພື່ອ​ຜະ​ລິດ​ອອກ​ເທົ່າ​ນັ້ນ.”

        ເພື່ອ​ໃຫ້​ເສດ​ຖະ​ກິດກ​ະ​ສິ​ກຳ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ໝັ້ນ​ຄົງ​ເຂັ້ມ​ແຂງ​ເມື່ອ​ຫວຽດ​ນາມ​ເຂົ້າ​ຮ່ວມ TPP ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ, ບັນ​ຫາ​ວາງ​ອອກສຳ​ລັບ​ບັນ​ດາ​ນັກ​ຄຸ້ມ​ຄອງ ແລະ ​ວາງ​ແຜນກຳ​ນົດ​ນະ​ໂຍ​ບາຍ ນັ້ນແມ່ນ​ຕ້ອງ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຢ່າງ​ມີ​ໄຫວ​ພິບ, ຫັນ​ສິ່ງບໍ່​ສະ​ດວກເປັນ​ສິ່ງ​ສະ​ດວກ ຕົວ​ຢ່າງຄື:  ສ້າງ​ເງື່ອນ​ໄຂ​ຫັນ​ປ່ຽນ​ຜູ້​ອອກ​ແຮງ​ງານ​​ສ່ວນຫ​ນຶ່ງ​ໄປ​ສູ່​ຂະ​ແຫນງ​ອື່ນ​ມີ​ທ່າ​ໄດ້​ປຽບ​ໃນ​ການ​ພັດ​ທະ​ນາ, ນຳ​ມາ​ເຊິ່ງ​ມູນ​ຄ່າ​ສູງກວ່າ. ດ​ຣ ຫວໍ​ຮຸ່ງ​ຢູງ, ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ ໄຈ​້​ແຍກວ່າ:

        “ພວກ​ເຮົາ​ມີ​ທ່າ​ໄດ້​ປຽບ​ດ້ານ​ກະ​ສິ​ກຳ. ແຕ່​ທ່າ​ໄດ້​ປຽບ​ນີ້ບໍ່​ຄວນ​​ປະ​ຕິ​ບັດ​ຕາມ​ຮ​ູບ​ການ​ເກົ່າ ເມື່ອອີງ​ໃສ່​ປະ​ລິ​ມານ​ການ​ຜະ​ລິດ ແລະ ແກ້ງ​ແຍ້ງ​ລາ​ຄາ​ຕ່ຳ ຫາກ​ຕ້ອງ​ຫັນ​ໄປ​ສູ່​ຮູບ​ການ​ແຕກ​ຕ່າງກວ່າ.”

        ຖ້າ​ສັງ​ເກດ​ໃນ​ແງ່​ມູມ​ດີກວ່າ, ໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງຫວ່າງ​ແລ້ວນີ້, ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ Ted Osius ຖື​ວ່າ: ເລື່ອງ​ລົງ​ນາມ​ໃນ​ສັນ​ຍາ TPP ແນ່ນອນ​ວ່າ ຈະ​ຊຸກ​ຍູ້​ເສດ​ຖະ​ກິດ​ຫວຽດ​ນາມ ເວົ້​າ​ລວມ ແລະ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ເວົ້າ​ສະ​ເພາະ. ສຳ​ລັບ​ຕະ​ຫລາດ​ທີ່ກວມ​ 40% GDP ທົ່ວ​ໂລກ, TPP ຈະ​ນຳ​ມາ​ເຊິ່ງ​ທ່າ​ໄດ້​ປຽບ​ໃຫ​ຍ່​ຫລວງ​ຫລາຍ​ຢ່າງ​ໃນ​ການ​ສົ່ງ​ອອກ​ສຳ​ລັບ​ຫວຽດ​ນາມ. ພ້ອມ​ກັນ​ນັ້ນ ຈະ​ປະ​ກອບ​ສ່ວນ​ເຮັດ​ໃຫ້ບັນ​ດາ​ມາດ​ຕະ​ຖານ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ​ສູງ​ຂຶ້ນ ກໍ​ຄື ຜົນ​ປະ​ໂຫຍດ​ໃນ​ບັນ​ຫາ​ຊັບ​ສິນ​​ທາງ​ປັນ​ຍາ, ສິດ ແລະ ຜົນ​ປະ​ໂຫຍດ​ຂອງ​ຄົນ​ງານ.

        ບັນ​ຫາ​ຄວນ​ເຮັດ ນັ້ນ​ແມ່ນ ​ຕ້ອງຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບັນ​ດາ​ສິ່ງ​ສະ​ດວກ​ກໍ​ຄື​ການ​ທ້າ​ທາຍ ເມື່ອ​ຫວຽດ​ນາມ ເຂົ້າ​ຮ່ວມ TPP ກໍ​ຄື​ບັນ​ດາ​ສັນ​ຍາ​ການ​ຄ້າ​ສາ​ກົນ​ອື່ນ. ບົນ​ພື້ນ​ຖານນັ້ນ ສ້າງ​ບັນ​ດາຍ​ຸດ​ທະ​ສາດ​ພັດ​ທະ​ນາ​ຍາວ​ນານ ແລະ ໝັ້ນ​ຄົງ​ໃຫ້​ຂະ​ແຫນງ​ກະ​ສິ​ກຳ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ເວົ້າ​ສະ​ເພາະ ແລະ ທົ່ວ​ປະ​ເທດ​ເວົ້າ​ລວມ​ໃນ​ສະ​ພາບ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າ​ງ​ຂວາງ​ປະ​ຈຸ​ບັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ