ເລ​ແທັງ​ອ໊າຍ​ຍີ - Start up ຢ່າງ​ສຳ​ເລັດ​ຜົນ​ກັບ​ຜ​ະ​ລິດ​ຕະ​ພັນ​ແລນ​ເຮັດ​ handmade

(VOVWORLD) -ກໍຄືກັນກັບແມ່ຍິງຫຼາຍຄົນຢູ່ນະຄອນ ເກີ່ນເທີ, ໃນຫຼາຍປີຜ່ານມາ, ນາງ ເລແທັງອ໊າຍຍີ, ສະມາຊິກສະຫະພັນແມ່ຍິງເທດສະບານ ເທີ໊ຍບິ່ງ, ເມືອງ ນິງກ່ຽວ ໄດ້ຍາດແຍ່ງເວລາ ພ້ອມດ້ວຍການຊ່ວຍເຫຼືອຈາກສະຫະພັນແມ່ຍິງ ເສີມຂະຫຍາຍສີມືຫຍິບແສ່ວຂອງຕົນ, ສ້າງຕັ້ງຮາກຖານຜະລິດເຄື່ອງຫັດຖະກຳຖັກແລນຂອບຂະໜາດນ້ອຍ ດ້ວຍຊື່ວ່າ “ແລນຖໍ”. ປັດຈຸບັນ, ບັນດາຜະລິດຕະພັນຂອງ ອ໊າຍຍີ ໄດ້ວາງຂາຍຢູ່ຫຼາຍປະເທດ ແລະ ເປັນທີ່ຮູ້ຈັກຂອງລູກຄ້າຕ່າງປະເທດຫຼາຍຄົນ.
ເລ​ແທັງ​ອ໊າຍ​ຍີ - Start up ຢ່າງ​ສຳ​ເລັດ​ຜົນ​ກັບ​ຜ​ະ​ລິດ​ຕະ​ພັນ​ແລນ​ເຮັດ​ handmade - ảnh 1ສອງຜົວເມຍ ເລແທັງອ໊າຍຍີ ຢູ່ຮ້ານ ແລນຖໍ (ພາບ: VOV)

ໂດຍຮຽນຈົບຂະແໜງການຢາ ວິທະຍາໄລແພດສາດ ເກີ່ນເທີ ໃນປີ 2012, ນາງ ເລແທັງອ໊າຍຍີ ເກີດປີ 1990 ພັດບໍ່ເດີນຕາມສາຍທີ່ຕົນເອງໄດ້ຮຽນມາ. ໂດຍມີຄວາມເມົາມົວກັບເສັ້ນແລນ ເມື່ອເບິ່ງຄຼິບວີດີໂອໃນອິນເຕີເນັດ, ປີ 2013, ອ໊າຍຍີ ເລີ່ມເຄື່ອນໄຫວ Start up ຢ່າງເປັນທາງການກັບບັນດາຜະລິດຕະພັນ handmade ທີ່ໄດ້ເຮັດຈາກເສັ້ນແລນ ດ້ວຍແຫຼ່ງທຶນໃນເບື້ອງຕົ້ນບໍ່ຮອດ 50 USD. ອ໊າຍຍີ ໃຫ້ຮູ້ວ່າ: ກໍຄືກັນກັບເພື່ອນໜຸ່ມຫຼາຍຄົນ, ໃນຊຸມວັນທຳອິດຂອງການ Start up, ຄວາມຫຍຸ້ງຍາກກ່າຍກອງຄວາມຫຍຸ້ງຍາກຂຶ້ນ. ດ້ານໜຶ່ງ, ຕົນເອງຫາກໍຮູ້ເຮັດບັນດາຜະລິດຕະພັນທີ່ງ່າຍໆເທົ່ານັ້ນ, ຕົວຢ່າງຄືໂສ້ງເສື້ອ, ໝວກ, ເກີບຂອງເດັກນ້ອຍ; ອີກດ້ານອື່ນ ແມ່ນບໍ່ຄ່ອຍມີຄົນຮູ້ຈັກເຖິງໃນວົງການເຮັດເຄື່ອງ  handmade. ເຖິງຢ່າງໃດກໍຕາມ, ໂດຍມີທ່າແຮງໃນການນຳໃຊ້ອິນເຕີເນັດ, ອ໊າຍຍີ ໄດ້ສຸມໃສ່ດຳເນີນທຸລະກິດຜ່ານທາງອິນເຕີເນັດ ດ້ວຍການຕັ້ງ fanpage ແນະນຳ ແລະ ອັບເດດຂໍ້ມູນກ່ຽວກັບຜະລິດຕະພັນຂອງຕົນເປັນປະຈຳ. ເມື່ອການດຳເນີນທຸລະກິດຜ່ານທາງອິນເຕີເນັດໄດ້ເຄື່ອນໄຫວຢ່າງສະດວກດີ ກໍແມ່ນຈຸດເວລາທີ່ຜູ້ບໍລິໂພກຊອກຫາ  ອ໊າຍຍີ ເອງ. ປີ 2015, ອ໊າຍຍີ ໄດ້ເປີດຮ້ານຂາຍເຄື່ອງນ້ອຍໆຢູ່ຖະໜົນ 30 ເມສາ ດ້ວຍຊື່ວ່າ ແລນຖໍ. ຫຼັງຈາກນັ້ນ 2 ປີ, ຜະລິດຕະພັນຂອງ ອ໊າຍຍີ ນັບມື້ນັບມີຫຼາກຫຼາຍຮູບແບບ ແລະ ສີສັນຂຶ້ນ, ອັບເດດໄດ້ຕາມທ່າອ່ຽງໃໝ່, ເໝາະສົມກັບຄວາມຕ້ອງການຂອງລູກຄ້າ. ນາງ ເລແທັງອ໊າຍຍີ ແບ່ງປັນວ່າ:

“ເຄັດລັບໜຶ່ງດຽວ ແມ່ນຕ້ອງມີຄວາມເມົາມົວກັບອາຊີບ, ເມື່ອເຮົາເຮັດຜະລິດຕະພັນ ເຮົາບໍ່ຕ້ອງຖືເງິນເປັນສຳຄັນຫຼາຍ ຫາກແມ່ນຜະລິດຕະພັນເປັນເປົ້າໝາຍສຳຄັນອັນດັບໜຶ່ງ. ວິທີຂ້າພະເຈົ້າຢັ້ງຢືນກັບຍາດຕິພີ່ນ້ອງ, ເພື່ອນມິດ ຫຼື ລູກຄ້າຂອງຕົນແມ່ນ ການຖັກແລນບໍ່ພຽງແຕ່ແມ່ນການຖັກໝວກແລນ, ຖັກເສື້ອແລນ ເທົ່ານັ້ນ, ຖັກແລນ ຢູ່ທີ່ນີ້ ແມ່ນລວມທັງໝົດບັນດາຜະລິດຕະພັນກ່ຽວກັບແລນເລີຍ”.

ເລ​ແທັງ​ອ໊າຍ​ຍີ - Start up ຢ່າງ​ສຳ​ເລັດ​ຜົນ​ກັບ​ຜ​ະ​ລິດ​ຕະ​ພັນ​ແລນ​ເຮັດ​ handmade - ảnh 2ຜະລິດຕະພັນຖົງໃສ່ຂວດນ້ຳຮ້ອນ ຂອງ ຮ້ານ ແລນຖໍ (ພາບ: VOV)
ເຖິງວ່າບັນລຸໄດ້ຜົນສຳເລັດໃນເບື້ອງຕົ້ນກໍຕາມ ແຕ່ຮູບແບບການ Start up ຂອງ ອ໊າຍຍີ ຍັງປະສົບກັບຄວາມຫຍຸ້ງຍາກທາງດ້ານເງິນທຶນ, ເພາະສະນັ້ນ, ປີ 2018, ອ໊າຍຍີ ໄດ້ເຂົ້າຮ່ວມສະໂມສອນ “ແມ່ຍິງ Start up” ຂອງສະຫະພັນແມ່ຍິງເທດສະບານ ເທີ໊ຍບິ່ງ, ເມືອງ ນິງກ່ຽວ. ຢູ່ທີ່ນີ້, ອ໊າຍຍີ ໄດ້ຮັບການໜູນຊ່ວຍໃຫ້ກູ້ຢືມທຶນຈຳນວນ 20 ລ້ານດົ່ງ ຈາກທະນາຄານນະໂຍບາຍສັງຄົມ ອັນໄດ້ຊ່ວຍໃຫ້ ອ໊າຍຍີ ມີເງິນລົງທຶນເຂົ້າໃນການດຳເນີນທຸລະກິດຂອງຕົນຕື່ມອີກ. ທ່ານ ນາງ ຫງວຽນຮວ່າຍເຮືອງ, ຮອງປະທານສະຫະພັນແມ່ຍິງ  ເທດສະບານ ເທີ໊ຍບິ່ງ ໃຫ້ຮູ້ວ່າ: ທາງສະຫະພັນແມ່ຍິງ ຮູ້ຈັກ ອ໊າຍຍີ ຜ່ານບັນດາຜະລິດຕະພັນຫັດຖະກຳທີ່ປະດິດຄິດສ້າງ, ນອກຈາກການໃຫ້ກູ້ຢືມທຶນໃນເບື້ອງຕົ້ນ 20 ລ້ານດົ່ງ ແລະ ປັດຈຸບັນແມ່ນ 50 ລ້ານດົ່ງແລ້ວ, ທາງສະຫະພັນຍັງນຳບັນດາຜະລິດຕະພັນຂອງ ອ໊າຍຍີ ໄປວາງສະແດງ ແລະ ວາງຂາຍຢູ່ງານຕະຫຼາດນັດ ຫວຽດນາມ ທີ່ມີຄຸນນະພາບສູງ, ງານວາງສະແດງເຄື່ອງຫັດຖະກຳອີກດ້ວຍ. ຜ່ານການເຂົ້າຮ່ວມງານຈຳນວນໜຶ່ງຄືແນວນັ້ນ, ສະຫະພັນ ກໍ່ເຫັນໄດ້ວ່າ ລູກຄ້າມີຄວາມນິຍົມຊົມຊອບຜະລິດຕະພັນຫັດຖະກຳ ແລນຖໍ. ອ໊າຍຍີ ແມ່ນໜຶ່ງໃນບັນດາແບບຢ່າງ ແມ່ຍິງ Start up ທີ່ປະສົບຜົນສຳເລັດ.

“ຍີ ແມ່ນຄົນລຸ້ນໜຸ່ມທີ່ມີຄວາມເກັ່ງກ້າສາມາດ, ແມ່ນຜູ້ແຜ່ກະຈາຍກຳລັງເພື່ອໃຫ້ບັນດາເພື່ອນໜຸ່ມທີ່ມີຄວາມໄຝ່ຝັນຢາກ Start up ມີຄວາມໝັ້ນໃຈຕົນເອງກວ່າ ແລະ ສະຫະພັນແມ່ຍິງ ເທດສະບານ ຈະມີຫຼາຍຄົນທີ່ຄືກັບ ຍີ ເພື່ອພ້ອມກັນພັດທະນາ ແລະ ບືນຕົວຂຶ້ນ”.

ຮ້ານ ແລນຖໍ ເຖິງວ່ານ້ອຍ ແຕ່ຍາມໃດກໍມີຄົນມາຊື້ເປັນຈຳນວນຫຼວງຫຼາຍ. ເພື່ອບັນລຸໄດ້ຜົນສຳເລັດຄືນໃນວັນນີ້, ນອກຈາກຄວາມມານະພະຍາຍາມຂອງຕົນເອງແລ້ວ, ອ໊າຍຍີ ກໍຍັງມີເພື່ອນຮ່ວມງານທີ່ໄວ້ວາງໃຈ ນັ້ນແມ່ນ ສາມີຂອງຕົນ. ປັດຈຸບັນ, ສອງຜົວເມຍ ອ໊າຍຍີ ລ້ວນແຕ່ດຳເນີນທຸລະກິດ ແລນ handmade. ທັງສອງຜົວເມຍ ໄດ້ຊອກຮູ້ ເພື່ອຍົກສູງສີມືອາຊີບ ກໍຄືຄຸນນະພາບຂອງຜະລິດຕະພັນຢ່າງບໍ່ຢຸດຢັ້ງ, ຄົ້ນຄວ້າ ແລະ ຜະລິດອອກບັນດາຜະລິດຕະພັນແລນທີ່ເປັນເອກະລັກ, ເປັນຕົ້ນແມ່ນ: ກະເປົາແຟຊັນ, ຖົງໃສ່ຂວດນ້ຳຮ້ອນ, ຕຸກກະຕາ, ຊຸດເສື້ອຍາວ, ເກີບ… ໃນນັ້ນ, ຕ້ອງເວົ້າເຖິງຜະລິດຕະພັນຖົງໃສ່ຂວດນ້ຳຮ້ອນລິຂະສິດຂອງ ແລນຖໍ, ເຊິ່ງເປັນໜຶ່ງໃນບັນດາຜະລິດຕະພັນທີ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດນິຍົມຊົມຊອບທີ່ສຸດ ແລະ ສັ່ງ ຖັກເປັນຈຳນວນຫຼວງຫຼາຍ.

ບໍ່ພຽງແຕ່ Start up ສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວເທົ່ານັ້ນ, ຍີ ຍັງແນະນຳ ແລະ ສ້າງວຽກເຮັດງານທຳໃຫ້ແກ່ເພື່ອນໜຸ່ມຫຼາຍຄົນ ຜ່ານທາງອອນລາຍ ຫຼື ການສອນໂດຍກົງອີກດ້ວຍ, ຜູ້ໃດມີສີມືດີ, ອ໊າຍຍີ ຈະແບ່ງວຽກໃຫ້, ອັນໄດ້ສ້າງລາຍຮັບແຕ່ 5 ຫາ 8 ລ້ານດົ່ງຕໍ່ຄົນຕໍ່ເດືອນ. ກ່ຽວກັບທິດທາງການເຄື່ອນໄຫວດຳເນີນທຸລະກິດໃນໄລຍະຈະມາເຖິງ, ເລແທັງອ໊າຍຍີ ໃຫ້ຮູ້ວ່າ:

“ຂ້າພະເຈົ້າຈະຫາເງິນດ້ວຍອາຊີບນີ້ ແຕ່ຂ້າພະເຈົ້າຈະເຮັດອັນໃດອັນໜຶ່ງທີ່ເປັນເອກະລັກທີ່ສຸດ, ເຮັດສິ່ງໃດທີ່ມີໜ້ອຍຄົນເຮັດໄດ້ ມັນຈຶ່ງແມ່ນຄະຕິທຳຂອງສອງຜົວເມຍ, ຖ້າບໍ່ດັ່ງມັນ ມັນຈະຈາງຫາຍໄປ. ໃນອະນາຄົດ, ຂ້າພະເຈົ້າຢາກມີ showroom ແຫ່ງໜຶ່ງຢູ່ເກີ່ນເທີ. ຂ້າພະເຈົ້າຈະພິສູດໃຫ້ເຫັນວ່າ ເຖິງວ່າ ເກີນເທີ ບໍ່ມີລະດູໜາວ ແຕ່ຍັງມີ showroom ເຄື່ອງເຮັດດ້ວຍແລນ ທີ່ດີທີ່ສຸດ”.

ນັບແຕ່ຈຳນວນເງິນເລັກໆນ້ອຍໆ, ພາຍຫຼັງເວລາ 8 ປີ, ເລແທັງອ໊າຍຍີ ໄດ້ສ້າງເຄື່ອງໝາຍສະເພາະໃຫ້ແກ່ຕົນ, ດ້ວຍລາຍຮັບສະເລ່ຍໃນແຕ່ລະເດືອນແມ່ນຫຼາຍກວ່າ 10 ລ້ານດົ່ງ ແລະ ແກ້ໄຂບັນຫາວຽກເຮັດງານທຳ ໃຫ້ແກ່ແມ່ຍິງ 5 – 6 ຄົນ ໃນທ້ອງຖິ່ນ. ອ໊າຍຍີ ກໍເປັນກຽດໄດ້ຮັບໃບຍ້ອງຍໍ “ມີແນວຄວາມຄິດ Start up, Start up ດີເດັ່ນ” ຈາກ ນະຄອນ ປີ 2019, 2020. ດ້ວຍຄວາມເມົາມົວກັບການປະດິດຄິດສ້າງ ພ້ອມດ້ວຍວິທີສຳຜັດ, ນຳໃຊ້ເຕັກໂນໂລຢີໃໝ່ຢ່າງມີແບບມີແຜນ, ແນ່ນອນວ່າ, ຮູບແບບຖັກແລນຫັດຖະກຳຂອງ ເລແທັງອ໊າຍຍີ ຈະສືບຕໍ່ພັດທະນາ ແລະ ສ້າງເຄື່ອງໝາຍການຄ້າໃນຕະຫຼາດ handmade ທີ່ມີຄວາມບົ່ມຊ້ອນຫຼາຍຢ່າງຢູ່ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ