ເສດຖະກິດ ຫວຽດນາມ ປີ 2021 - ຈຸດເດັ່ນການເຕີບໂຕ GDP

(VOVWORLD) -ປີ 2021 ແມ່ນປີທີ່ພື້ນຖານເສດຖະກິດ ຫວຽດນາມ ບັນລຸໄດ້ຜົນງານຫນ້າປະທັບໃຈຫລາຍຢ່າງ ເຖິງວ່າ ຖືກປະສົບກັບຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນຍ້ອນໂລກລະບາດໂຄວິດກໍຕາມ. ແຕ່ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ວິສາຫະກິດ ແລະ ປະຊາຊົນ, ສະນັ້ນ ພາບພົດເສດຖະກິດຂອງຫວຽດນາມ ຍັງຄົງມີການເຕີບໂຕດີ, ສ້າງປະຖົມປັດໄຈເພື່ອໃຫ້ການຟື້ນຟູ ແລະ ພັດທະນາພາຍຫລັງໂລກລະບາດໂຄວິດ 19.
ເສດຖະກິດ ຫວຽດນາມ ປີ 2021 - ຈຸດເດັ່ນການເຕີບໂຕ GDP - ảnh 1ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳ ການຄ້າ . ພາບ: qdnd.vn

  ຜົນເສຍຫາຍຍ້ອນໂລກລະບາດໂຄວິດ 19 ໃນສອງປີ (2020 - 2021) ຄາດວ່າຂຶ້ນເຖິງ 847 ພັນຕຶື້ດົ່ງ, ເທົ່າກັບ 37 ຕື້ USD, ສົ່ງຜົນກະທົບຫຍໍ້ທໍ້ເຖິງທຸກດ້ານຂອງພື້ນຖານເສດຖະກິດ ຫວຽດນາມ. ເຖິງແນວນັ້ນກໍຕາມ ຫວຽດນາມ ຍັງຄົງບັນລຸ ແລະ ລື່ນກາຍບາງຄາດໝາຍເສດຖະກິດ ດ້ວຍ GDP ເພີ່ມຂຶ້ນກວ່າ 2%, ວົງເງິນສົ່ງອອກນຳເຂົ້າບັນລຸກວ່າ 660 ຕື້  USD, ການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດບັນລຸກວ່າ 31 ຕື້ USD.

ເພື່ອບັນລຸໄດ້ບັນດາຜົນງານທີ່ຫນ້າປະທັບໃຈໃນປີ 2021 ສ່ວນຫລາຍກໍ່ຍ້ອນວ່າ ຫວຽດນາມ ໄດ້ຫັນຍຸດທະສາດ "Zero COVID" ມາເປັນ “ຮັບມືກັບໂຄວິດຢ່າງປອດໄພ ມີໄຫວພິບ” ຢ່າງວ່ອງໄວ ແລະ ຄ່ອຍໆຜ່ອນຜັນໄລຍະຫ່າງສັງຄົມ ແລະ ເປີດປະຕູພື້ນຖານເສດຖະກິດ. ໝາກຜົນແມ່ນ ພື້ນຖານເສດຖະກິດໄດ້ມີບາດກ້າວເຫັນປ່ຽນຢ່າງຕັ້ງຫນ້າ. ໃນໄຕມາດ III  ແລະ  IV/2021, ເສດຖະກິດໄດ້ເລີ່ມຟື້ນຟູ ແລະ ເຕີບໂຕໄວ, ມີບາດກ້າວບຸກທະລຸ ກາຍເປັນ “ເສົາຄ້ຳ” ຂອງພື້ນຖານເສດຖະກິດປີ 2021, ສ້າງທ່ວງທ່າໃຫ້ປີ 2022.

ເຖິງວ່າ ຖືກຜົນກະທົບຢ່າງຫນັກຫນ່ວງຍ້ອນໂລກລະບາດ ແຕ່ໃນປີ 2021 ບັນດາວິສາຫະກິດ, ພິເສດ ແມ່ນໃນຂະແຫນງອຸດສາຫະກຳ ໄດ້ສ້າງແຜນເປັນເຈົ້າການຮັບມືກັບສະພາບປົກກະຕິແບບໃຫມ່, ຮັບປະກັນສະຖຽນລະພາບການຜະລິດ, ດຳເນີນທຸລະກິດ ແລະ ມານະພະຍາຍາມປະຕິບັດສຳເລັດຖືກຕາມຄວາມຄືບຫນ້າຂອງແຜນການທີ່ວາງອອກ. ປີ 2021, ການຜະລິດຕ່ຳແຜ່ນຕັດຫຍິບ, ເຄື່ອງຈັກອຸປະກອນ, ເຄື່ອງອາໄຫລ່ໄດ້ຟື້ນຟູດີສົມຄວນ. ສິ່ງເປັນຫນ້າສົນໃຈ ດັດຊະນີການຜະລິດໃນ 11 ເດືອນປີ 2021 ຂອງບາງຂະແຫນງການຈຸດສຸມເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ນອກຈາກຄວາມມານະພະຍາຍາມຂອງວິສາຫະກິດ, ບັນດານະໂຍບາຍຫນູນຊ່ວຍຂອງລັດຖະບານ, ກະຊວງ ຂະແຫນງການ ກໍໄດ້ຊ່ວຍວິສາຫະກິດແກ້ໄຂຄວາມຫຍຸ້ງຍາກ, ຟື້ນຟູການຜະລິດຄືນໃຫມ່ ແລະ ມີໝາກຜົນການດຳເນີນທຸລະກິດທີ່ຕັ້ງຫນ້າສົມຄວນ.

ຈຸດເດັ່ນຂອງເສດຖະກິດ ຫວຽດນາມ ໃນປີ 2021 ແມ່ນການເຄື່ອນໄຫວນຳເຂົ້າສົ່ງອອກ ດ້ວຍວົງເງິນກວ່າ 660 ຕື້ USD. ດ້ວຍໝາກຜົນນີ້ ຫວຽດນາມ ນອນໃນກຸ່ມ 20 ພື້ນຖານເສດຖະກິດແຖວຫນ້າກ່ຽວກັບການຄ້າສາກົນ. ດ້ວຍຄວາມມານະພະຍາຍາມຂອງວິສາຫະກິດໃນຊຸມເດືອນທ້າຍປີ ໄດ້ນຳການເຄື່ອນໄຫວນຳເຂົ້າສົ່ງອອກບັນລຸການເຕີບໂຕກະໂດດຂັ້ນ, ຫວຽດນາມ ກາຍເປັນ ປະເທດມີການສົ່ງອອກເກີນດຸນ 6 ປີຢ່າງຕໍ່ເນື່ອງ. ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳ ການຄ້າ ຖືວ່າ:

ທຳອິດ, ດ້ານການໂຄງປະກອບບັນດາປະເພດສິນຄ້າ ໄດ້ຫັນເປັນຫຼາຍຮູບຫຼາຍແບບກ່ວາເກົ່າ ແລະ ໝວດສິນຄ້າອຸດສາຫະກຳປຸງແຕ່ງກວມເອົາ 86% ມູນຄ່າສົ່ງອອກຂອງທົ່ວປະເທດ, ຫຼຸດອັດຕາການສົ່ງອອກໝວດສິນຄ້າແຮ່ທາດດິບ ແລະ ເພີ່ມອັດຕາອຸດສາຫະກຳປຸງແຕ່ງຂຶ້ນ. ໝວດສິນຄ້າປະເພດເຕັກໂນໂລຊີການປຸງແຕ່ງກໍ່ໄດ້ເພີ່ມຂຶ້ນ 18%, ແມ່ນກຳລັງໜູນຊ່ວຍຮັກສາການເຕີບໂຕຂອງພວກເຮົາໃນໄລຍະຜ່ານມາໄດ້ດີ. ສ່ວນດ້ານຕະຫຼາດ, ພວກເຮົາເຫັນວ່າຕະຫຼາດ ສົ່ງອອກໄດ້ເປີດກວ້າງ ຕາມທິດຫັນເປັນຫຼາຍຮູບຫຼາຍແບບ ແລະ ຍາດແຍ່ງຕະຫຼາດຂອງບັນດາປະເທດເຂົ້າຮ່ວມສັນຍາການຄ້າເສລີໃຫ້ມີປະສິດທິຜົນ.”

        ພົ້ນເດັ່ນໃນຂົງເຂດເສດຖະກິດ ແມ່ນການຜະລິດກະສິກຳຍັງຄົງໄດ້ຮັກສາ, ປະກອບສ່ວນຮັບປະກັນຊີວິດສັງຄົມ ແລະ ການຄ້ຳປະກັນດ້ານສະບຽງອາຫານແຫ່ງຊາດ, ປະກອບສ່ວນເຂົ້າໃນການເຕີບໂຕວົງເງິນສົ່ງອອກ, ຢັ້ງຢືນແມ່ນເສົາຄ້ຳເສດຖະກິດທີ່ໝັ້ນຄົງໃນທຸກສະພາບການ. ໄລ່ສະເພາະເດື່ອນພະຈິກ ປີ 2021, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປາຂອງໂດງ, ສິນໃນນ້ຳບັນລຸເກືອບ 43,5 ຕື້ USD, ເພີ່ມຂຶ້ນ 14% ເມື່ອທຽບໃສ່ໄລຍະດຽວກັນປີ 2020. ດ້ວຍລວມຍອດວົງເງິນສົ່ງອອກນີ້, ຂະແໜງກະສິກຳບັນລຸໄດ້ລະດັບ ຄາດດໝາຍກ່ອນກຳນົດເວລາ 1 ເດືອນ, ລື່ນກາຍຕົວເລກຄາດໝາຍທີ່ລັດຖະບານມອບໃຫ້ 1,5 ຕື້ USD, ແລະ ໄລ່ໝົດເດືອນທັນວາ ປີ 2021, ວົງເງິນສົ່ງອອກສິນຄ້າຜະລິດຕະພັນກະເສດໄດ້ລື່ນກາຍ 45 ຕື້ USD. ທ່ານ ຫວູຕ໋ຽນໂລກ, ປະທານກຳມະການສູນສາກົນ ຫວຽດນາມ ຖືວ່າ:

        “ໜຶ່ງໃນບັນດາກຳລັງຄວາມສາມາດການແກ້ງແຍ້ງ, ທ່າໄດ້ປຽບ, ສິ່ງຫຼັກຂອງພວກເຮົາແມ່ນກະສິກຳ. ໃນບັນດາເຫດການທີ່ບໍ່ດີຂອງພື້ນຖານເສດຖະກິດ, ຂົງເຂດກະສິກຳລ້ວນແຕ່ເປັນເສົາຄ້ຳ. ຄວາມຕ້ອງການກ່ຽວກັບຜະລິດຕະພັນກະສິກຳແມ່ນຈຳເປັນໃນທຸກໆສະພາບການ.”

ເສດຖະກິດ ຫວຽດນາມ ປີ 2021 - ຈຸດເດັ່ນການເຕີບໂຕ GDP - ảnh 2ທ່ານ ຫວູຕ໋ຽນໂລກ, ປະທານກຳມະການສູນສາກົນ ຫວຽດນາມ. ພາບ: qdnd

        ໝາກຜົນການສົ່ງອອກປີ 2021 ສືບຕໍ່ແມ່ນກຳລັງໜູນການເຕີບໂຕຂອງພື້ນຖານເສດຖະກິດ ຫວຽດນາມ ໃນປີ 2022 ແລະ ສ້າງຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດຊຸກຍູ້ການສົ່ງອອກໃນໄລຍະຈະມາເຖິງ. ຄາດຄະເນໃນປີ 2022, ຫວຽດນາມ ຈະຟື້ນຟູການສົ່ງອອກລື່ນກາຍຄາດໝາຍວາງອອກ ແລະ ສືບຕໍ່ແມ່ນປະເທດທີ່ຍາດແຍ່ງໂອກາດໄດ້ ເພື່ອເພີ່ມຄວາມໄວການສົ່ງອອກ ດ້ວຍລະດັບການເຕີບໂຕ 13 ຫາ 15%.

        ຕາມການຄາດຄະເນຂອງທະນາຄານພັດທະນາອາຊີແລ້ວ, ໃນປີ 2022, ລະດັບການເຕີບໂຕຂອງ ຫວຽດນາມແມ່ນ 6,5%. HSBC ຄາດຄະເນວ່າລະດັບການເຕີບໂຕຂອງ ຫວຽດນາມແມ່ນ 6,8%, ສ່ວນທ່ານ Jacquest Morisset, ຫົວໜ້າຫ້ອງການເສດຖະກິດ ທະນາຄານໂລກ ປະຈຳ ຫວຽດນາມ ຕີລາຄາຄາດໝາຍການເຕີບໂຕ GDP 6 ຫາ 6,5%  ຂອງ ຫວຽດນາມ ໃນປີ 2022 ແມ່ນມີຄວາມເປັນໄປໄດ້ ແລະ ຫວຽດນາມ ຈະ “ຂຽນຕໍ່ເລື່ອງລາວການເຕີບໂຕ”.

ຕອບກັບ

ຂ່າວ/ບົດ​ອື່ນ