ເສດ​ຖະ​ກິດ ຫວຽດ​ນາມ - ຟື້ນ​ຕົວ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ມີຫລາຍອົງການເສດຖະກິດສາກົນຄືທະນາຄານໂລກກອງທຶນເງິນຕາສາກົນFitch Rating ໄດ້ໃຫ້ຂໍ້ສັງເກດວ່າ ລະດັບການເຕີບໂຕເສດຖະກິດຂອງຫວຽດນາມໃນປີ 2022 ອາດຈະບັນລຸ 6,5% ແມ່ນຖືກກັບຄາດໝາຍຂອງລັດຖະບານ ຫວຽດນາມ ທີ່ໄດ້ວາງອອກເສດຖະກິດ ຫວຽດນາມ ພວມຟື້ນຕົວ ແລະ ມີຄວາມສະດວກຫລາຍຢ່າງເພື່ອພັດທະນາແບບຍືນຍົງໃນໄລຍະຈະມາເຖິງ.
ເສດ​ຖະ​ກິດ ຫວຽດ​ນາມ - ຟື້ນ​ຕົວ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ປອ ເລຊວນຊາງ, ຮອງສະຖາບັນເສດຖະກິດ ຫວຽດນາມ. ພາບ:congluan.vn

ຕາມຕົວເລກສະຖິຕິໃນໄຕມາດ I ຂອງກະຊວງແຜນການ ແລະ ການລົງທຶນ ປະກາດຫວ່າງແລ້ວນີ້,  GDP ເພີ່ມຂຶ້ນ 5%, ການຜະລິດອຸດສາຫະກຳ ເພີ່ມຂຶ້ນ 6,4%; ຍອດລະດັບການຂາຍຍ່ອຍສິນຄ້າ ແລະ ລາຍຮັບຈາກການບໍລິການໃຊ້ສອຍເພີ່ມຂຶ້ນ 4,4%; ເງິນລົງທຶນປະຕິບັດໃນທົ່ວສັງຄົມເພີ່ມຂຶ້ນເກືອບ 9%. ນອກນັ້ນ ຍອດວົງເງິນນຳເຂົ້າສົ່ງອອກສິນຄ້າເພີ່ມຂຶ້ນ 12,9 ແລະ 15,9% ຕາມລຳດັບ, ການສົ່ງອອກເກີນດຸນ ແມ່ນເທົ່າກັບ 809 ລ້ານ  USD, ແຂກທ່ອງທ່ຽວສາກົນມາທ່ຽວຢູ່ ຫວຽດນາມ ກໍ່ເພີ່ມຂຶ້ນເກືອບ 90%. ມີວິສາຫະກິດສ້າງຕັ້ງໃຫມ່ກວ່າ 34.600 ແຫ່ງ. ທ່ານ ປອ ເລຊວນຊາງ, ຮອງຫົວຫນ້າສະຖາບັນເສດຖະກິດ ຫວຽດນາມ ຖືວ່າ:

 “ບັນລຸການເຕີບໂຕຄືດັ່ງຄວາມຄາດຫວັງຂອງຂ້າພະເຈົ້າ. ລະດັບນີ້ແມ່ນຫນ້າຊື່ນຊົມ ແລະ ເໝາະສົມກັບທ່າຟື້ນຕົວ ແລະ ເປີດປະຕູຂອງພື້ນຖານເສດຖະກິດ. ໃນເງື່ອນໄຂລາຄາສົ້ນເຂົ້າເພີ່ມຂຶ້ນ, ມີບາງການກະທົບເບື້ອງຕົ້ນຈາກ ສົງຄາມ ລັດເຊຍ-ຢູແກຼນ, ລະດັບເພີ່ມຂຶ້ນນີ້ເປັນການສະແດງໃຫ້ເຫັນຄວາມມານະພະຍາຍາມອັນໃຫຍ່ຫລວງ, ຂ້ຽວຂາດຂອງລັດຖະບານ ແລະ ວິສາຫະກິດ

ຜູ້ຊ່ຽວຊານເສດຖະກິດ ເລຢູຍບິ່ງ, ຜູ້ອຳນວຍການຝ່າຍບໍລິຫານສູນຄົ້ນຄ້ວາເສດຖະກິດ Economicaຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ:

ນັ້ນແມ່ນດັດຊະນີສັງລວມເພື່ອເຫັນໄດ້ພວກເຮົາມານະພະຍາຍາມສູ້ຊົນ. ລະດັບ 5,03% ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ເສດຖະກິດໄດ້ມີການຟື້ນຕົວແລ້ວ. ບັນດານະໂຍບາຍ, ຄວາມມີໄຫວພິບເປັນເຈົ້າການ ແລະ ຍຸດທະສາດວັກຊິນ ແມ່ນນຳມາເຊິ່ງປະສິດທິຜົນ. ນີ້ແມ່ນປັດໄຈນຳພື້ນຖານເສດຖະກິດກັບຄືນສູ່ສະພາບເຕີບໂຕ ແລະ ວາງພື້ນຖານທີ່ດີໃຫ້ປີຕໍ່ໄປ.

ເຖິງວ່າບັນລຸລະດັບເຕີບໂຕດີເປັນຫນ້າຊື່ນຊົມ ແຕ່ບັນດານັກຊ່ຽວຊານເສດຖະກິດຍັງຖືວ່າ ນີ້ແມ່ນລະດັບສະເລ່ຍເມື່ອທຽບໃສ່ທົ່ວພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຖ້າຫາກບໍ່ມີຄວາມມານະພະຍາຍາມກະໂດດຂັ້ນ, ຫວຽດນາມ ຍາກທີ່ຈະຮັດແຄບຄວາມແຕກໂຕນການພັດທະນາກັບບັນດາປະເທດໃນ Top ນຳຫນ້າຂອງພາກພື້ນ.

ເສດ​ຖະ​ກິດ ຫວຽດ​ນາມ - ຟື້ນ​ຕົວ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 2ທ່ານເລຢູຍບີ່ງ, ນັກຊ່ຽວຊານເສດຖະກິດ ຜູ້ອຳນວຍການຝ່າຍບໍລິຫານ Economica Vietnam. ພາບ: ໂດ໋ລິງ

  ຕາມການຄິດໄລ່ຂອງບັນດາຜູ້ຊ່ຽວຊານແລ້ວ, ລັດຖະບານ, ປະຊາຄົມວິສາຫະກິດ ແລະ ທົ່ວປວງຊົນ ຕ້ອງມານະພະຍາຍາມບັນລຸການເຕີບໂຕສະເລ່ຍ 7% ຢູ່ໃນໄຕມາດII, III ແລະ IV, ເວລານັ້ນ ຄາດໝາຍການເຕີບໂຕ 6,5% ຈຶ່ງປະກົດຜົນເປັນຈິງໄດ້.

ໄລຍະຜ່ານມາ, ລັດຖະບານ ແລະ ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆໄດ້ມີຫລາຍແຜນນະໂຍບາຍ, ນະໂຍບາຍຢ່າງທັນການ, ເໝາະສົມ ໃນການຫນູນຊ່ວຍຢ່າງມີປະສິດທິຜົນໃຫ້ປະຊາຄົມວິສາຫະກິດ ແລະ ປະຊາຊົນ, ສະນັ້ນ ສະພາບການເສດຖະກິດໃນໄຕມາດ I ຈຶ່ງບັນລຸລະດັບເຕີບໂຕ GDP 5,03%ເຊິ່ງລື່ນກາຍເມື່ອທຽບໃສ່ໄລຍະເຕີບໂຕຂອງສອງປີກ່ອນນີ້. ໃນນັ້ນ ມີໂຄງການຟື້ນຕົວ ແລະ ພັດທະນາເສດຖະກິດ ສັງຄົມ, ບ້ວງເງິນຫນູນຊ່ວຍເສດຖະກິດ, ຫນູນຊ່ວຍວິສາຫະກິດ.  ທ່ານ ເຈີນກູຍ, ຫົວຫນ້າສະຖາບັນພັດທະນາເສດຖະກິດ ດີຈີຕອນ ຫວຽດນາມ ຖືວ່າ:

 “ໄຕມາດ 2 ເສດຖະກິດ ຫວຽດນາມ ຕ້ອງປະເຊີນຫນ້າກັບບາງບັນຫາສາກົນທີ່ອາດສົ່ງຜົນສະທ້ອນເຖິງ. ນີ້ແມ່ນຈຸດເວລາບັນດານະໂຍບາຍຂອງລັດຕ້ອງເພ່ີມທະວີການຫນູນຊ່ວຍວິສາຫະກິດ, ປະຊາຊົນ. ໂລກມີການຜັນປ່ຽນຫລາຍຢ່າງ, ດັດຊະນີລາຄາສິນຄ້າຈະຜິດປົກກະຕິ ແລະ ປີນຂັ້ນໄດ ສະນັ້ນຄວນເຮັດໃຫ້ລາຄາເປັນປົກກະຕິ, ສ້າງຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ. ທີສອງ ຄວນເພີ່ມທະວີການໝູນໃຊ້ດິຈີຕອນ, ເສດຖະກິດດິຈີຕອນ.

ໃນສະພາບການເສດຖະກິດໃຫມ່ຄວນມີບັນດາແຜນນະໂຍບາຍ, ນະໂຍບາຍດີມີໄຫວພິບວ່ອງໄວກວ່າອີກເພື່ອຊ່ວຍວິສາຫະກິດແລະພື້ນຖານເສດຖະກິດພັດທະນາຢ່າງມີສະຖຽນລະພາບ. ບັນດານະໂຍບາຍມະຫາພາກ ໂດຍອົງການຄຸ້ມຄອງໄດ້ສ້າງຂຶ້ນ, ປ່ຽນແປງດັດປັບຢ່າງມີໄຫວພິບແລ້ວເພື່ອພ້ອມກັບຄວາມມານະພະຍາຍາມຂອງບັນດາພາກສ່ວນເສດຖະກິດທີ່ຍັງເຫລືອເພື່ອນຳຄາດໝາຍການເຕີບໂຕ 6,5% ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ