ເສດຖະກິດ ຫວຽດນາມ ໃນ 6 ເດືອນຕົ້ນປີ 2012- ການຫັນປ່ຽນທີ່ຕັ້ງຫນ້າ

(vovworld) - ​ໃນ 6 ​ເດືອນ​ຕົ້ນ​ປີ 2012, ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ກໍ​ຕາມ, ​ແຕ່​ຕາມ​ການ​​ໃຫ້ສັງ​ເກດ​ຂອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ແລ້ວ,​​ ເສດຖະກິດ ສັງຄົມ​ຫວຽດນາມ ພວມ​ໄປ​ຖືກ​ທິດ ​ແລະ ມີ​ການ​ຫັນປ່ຽນ​ຢ່າງຕັ້ງຫນ້າ, ພິ​ເສດ ​ແມ່ນບັນດມາດ​ຕະການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ​ພວມສືບ​ຕໍ່​​ໄດ້​ຮັບ​ການເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ.

ເສດຖະກິດ ຫວຽດນາມ ໃນ 6 ເດືອນຕົ້ນປີ 2012- ການຫັນປ່ຽນທີ່ຕັ້ງຫນ້າ - ảnh 1
GDP ຂອງ ຫວຽດນາມ ​ໃນ 6 ​ເດືອນ​ຕົ້ນ​ປີ​ເພີ່ມ​ຂຶ້ນ 4,38%
ພາບ: internet

        ຕົວ​ເລກ​​ຂອງ​ກົມ​ໃຫຍ່ສະຖິຕິ ຫວຽດນາມ ທີ່​ຫາ​ກໍ​ປະກາດ​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ​ໃນ 6 ​ເດືອນ​ຕົ້ນ​ປີ​ເພີ່ມ​ຂຶ້ນ 4,38%, ​ເຖິງ​ວ່າ​ຢູ່​​ໃນລະດັບ​ຕຳ່​ກໍ​ຕາມ, ​ແຕ່​ຍັງ​ຄົງ​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ຕົວ​ເລກ​ ​ເຊິ່ງ​ລັດຖະບານ​ໄດ້ຄາດ​ຄະ​ເນ​​ໄວ້​ກ່ອນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ສະພາບ​ການ​ທີ່​ມີຫລາຍ​ຂະ​ແຫນງ, ຂົງ​ເຂດຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ການຈຳຫນ່າຍ​ຜະລິດ​ຕະພັນ ​ແລະ ມີ​ວິ​ສາ​ຫະກິດ​ເກືອບ 53.000 ​ແຫ່ງ​ຖືກ​ລົ້ມ​ລະລາຍ ຫລື​ຕ້ອງ​ຢຸດຕິ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດນັ້ນ, ດັດຊະນີ​ການ​ເຕີບ​ໂຕ​ດັ່ງກ່າວ​ແມ່ນ​ສິ່ງ​ທີ່​ເປັນ​ຫນ້າ​ຮັບ​ຮູ້. ​ນັບ​ແຕ່​ໄຕ​ມາດທີ 2, ພື້ນຖານ​ເສດຖະກິດ​ໄດ້​ມີ​ການ​ຫັນປ່ຽນ​ອັນ​ຕັ້ງຫນ້າ, ​ເປັນ​ຕົ້ນ​​ແມ່ນ​ເຂດ​ອຸດສາຫະກຳ ​ແລະ ກໍ່ສ້າງ. ​ໃນ​ສະພາບ​ການ​ສາກົນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກນັ້ນ, ທົ່ວ​ປະ​ເທດ​ຍັງ​ຄົງ​ດຶງ​ດູດ 452 ​ໂຄງການ​ລົງທຶນ​​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ດ້ວຍ​ມູນ​ຄ່າ​ປະມານ 4,76 ຕື້ USD, ​ພິ​ເສດ, ວົງ​ເງິນ​ສົ່ງ​ອອກ​ໃນ 6 ​ເດືອນ​ຕົ້ນ​ປີ​ບັນລຸ​ກວ່າ 53 ຕື້ USD, ​ເພີ່ມ​ຂຶ້ນ 22,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນີ້​ກໍ​ແມ່ນ​ຈຸດ​ເດັ່ນ​ຂອງ​ພື້ນຖານ​ເສດຖະກິດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ. ຍັງ​ມີ​ສິ່ງ​ທີ່​ເປັນ​ຫນ້າ​ສົນ​ໃຈ​ໃນ 6 ​ເດືອນ​ຕົ້ນ​ປີ ນັ້ນ​ແມ່ນ​ດັດ​ຊະນີ​ລາຄາ​ໃຊ້​ສອຍ​ເພີ່ມ​ຂຶ້ນ​ຢ່າງ​ຊັກ​ຊ້າ, ມີ​ທ່າ​ອ່ຽງຄ່ອຍໆ​ຫລຸດ​ລົງ ​ແລະ ຫລຸດ​ລົງ 0,26%​ໃນ 6 ​ເດືອນ. ນີ້​ບໍ່​ແມ່ນ​ສັນຍານ​ເງິນ​ຝືດ​ເທົ່າ​ນັ້ນ ຫາກ​ແມ່ນ​ສັນຍາ​ນຕັ້ງຫນ້າ​ສະ​ແດງ​​ໃຫ້​ເຫັນໝາກຜົນ​ເບື້ອງ​ຕົ້ນ​ໃນ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຂອງ​ລັດຖະບານ. ທ່ານ Do Thuc, ຫົວຫນ້າ​ກົມ​ໃຫຍ່​ສະຖິຕິ ຫວຽດນາມ ​​ໄຈ້​ແຍກ​ວ່າ:

        “ຖ້າ​ຫາກ​ເວົ້າ​ເຖິງ​ເງິນ​ຝືດ ​ແມ່ນຕ້ອງ​ເວົ້າ​ເຖິງ​​ໃນ​ຫລາຍ​ເດືອນ, ຫລາຍ​ໄລຍະ ​ແລະ ລຽນ​ຕິດ, ​ແຕ່​ນີ້​ພຽງ​ໃນ​ເວລາ 6 ​ເດືອນ, ກ່ອນ​ນີ້​ຍາມ​ໃດ​ກໍ​ຢູ່​ໃນ​ລະດັບ​ສູງ, ປະຈຸ​ບັນ​​ໄດ້​ຫລຸດຜ່ອນ​ພຽງນ້ອຍ​ຫນຶ່ງ ນີ້​ແມ່ນ​ຈຸດ​ທີ່​ຕັ້ງຫນ້າ​ໃນ​ພື້ນຖານ​ເສດຖະກິດ. ​ແຕ່​ພວກ​ເຮົາ​ຕ້ອງ​ເຮັດ​​ແນວ​ໃດ​ເພື່ອ​ໃຫ້​​ເໝາະ​ສົມ​ກວ່າ, ລະດັບ​ເພີ່ມ​ຂຶ້ນ​ຂອງ​ລາຄາ​ເຮັດ​ແນວ​ໃດ​ໃຫ້​ກົມກຽວ ​ແລະ ຮັບປະກັນ​ລັກສະນະ​ປົກກະຕິ.”

        ອາດ​ເຫັນ​ໄດ້​ຢ່າງ​ຈ​ະ​ແຈ້ງ​ຫນ້າ​ທີ່​ບຸລິມະສິດ​ຕົ້ນຕໍ​ໃນ​ການ​ບໍລິຫານ​ເສດຖະກິດ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແມ່ນ​ສືບ​ຕໍ່​ປະຕິບັດ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ບາງ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ການ​ຫນູນ​ຊ່ວຍ​ຕະຫລາດ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ ບັນຫາ​ຮີບ​ດ່ວນ​ຕ້ອງ​ແກ້​​ໄຂສະພາບ​ສິນຄ້າ​ຄ້າງ​ສາງ​​ເປັນ​ຈຳນວນ​ຫລວງ​ຫຼາຍ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ທະນາຄານ​ແຫ່ງ​ລັດ​ໄດ້​ຍົກ​ອອກ​ຫລາຍ​ມາດ​ຕະການ​ເພື່ອ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​, ປະຕິບັດ​ບັນດາ​ມາດ​ຕະການ​ໃນ​ນະ​ໂຍບາຍ​ເງິນ​ຕາ​ຢ່າງ​ມີ​ໄຫວ​ພິບ, ທັງ​ຮັບປະກັນ​ການ​ຄວບ​ຄຸມ​ຢ່າງ​ແຫນ້ນ​ແຟ້ນ ທັງ​ເຮັດ​ແນວ​ໃດ​ເພືອ​ໃຫ້​​ເຫລືອ​​ຫນິ້ສິນ​ເຊື່ອ​ສາມາດ​ເພີ່ມ​ຂຶ້ນ​ໃນ​ຊຸມ​ເດືອນ​ທ້າຍ​ປີ ພ້ອມ​ທັງ​​ບໍ​່ປະໃຫ້ລາຄາ​ສິນຄ້າ​ເພີ່ມ​ຂຶ້ນ​.

ເສດຖະກິດ ຫວຽດນາມ ໃນ 6 ເດືອນຕົ້ນປີ 2012- ການຫັນປ່ຽນທີ່ຕັ້ງຫນ້າ - ảnh 2
ພາບປະກອບ: internet

        ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ​ໃນ 6 ​ເດືອນ​ຕົ້ນ​ປີ, ທ່ານ​ນາຍົກລັດຖະ​ມົນຕີ Nguyen Tan Dung ຖື​ວ່າ: ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມ, ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງຖືກ​ທິດ, ຖືກ​ກັບ​ຈຸດໝາຍ​ທີ່​ວາງ​ອອກ ​ແລະ ໝາກຜົນ​ບັນລຸ​ໄດ້​ແມ່ນ​ຮອບດ້ານ​ພໍ​ສົມຄວນ.  ​ເຖິງ​ວ່າ ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ຈຸດ​ສຸມ​ຂອງ​ລັດຖະບານ​ໃນ​ໄລຍະ​ຈະ​ມາ​ເຖິງ ນັ້ນ​ແມ່ນ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ​ທີ່​ຍັງຄົງ​ຄ້າງ, ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​​ລັດວິ​ສາ​ຫະກິດ, ປະກອບສ່ວນ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ມີ​ການ​ເຕີບ​ໂຕ​​ແບບ​ຍືນ​ຍົງ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ຫນັກ​ວ່າ:

        “ຂ້າພະ​ເຈົ້າ​ສະ​ເຫ​ນີ​ໃຫ້ບັນດາ​ລັດຖະມົນຕີ ຕ້ອງ​ຮີບ​ເຮັ່ງ​ຄິດ​ໄລ່​ການ​ສ້າງ​ໂຄ​ງ ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່. ຜ່ານ​ພຶດຕິ​ກຳ​ຕົວ​ຈິງ ຄວນ​ພິຈາລະນາ​ຂອບ​ຂະຫນາດ, ຂອບ​ເຂດ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຈັດ​ຕັ້ງ​ການ​ຜະ​ລິດດຳ​ເນີນ​ທຸລະ​ກິດ, ຊັບຊ້ອນ​ການ​ຜະລິດ​ຄືນ​ໃຫມ່, ສຸມ​ໃສ່​ເຂົ້າ​ອາຊີບ​ຕົ້ນຕໍ. ທີ​ສອງ​​ແມ່ນຕ້ອງ​ປ່ຽນ​ໃຫມ່​ການ​ຄຸ້ມ​ຄອງ​ບໍລິຫານ, ກົດ​ລະບຽບ​ພາຍ​ໃນ ​ເພື່ອ​ຮັບປະກັນ​ປະສິດທິ​ຜົນ. ທີ​ສາມ ​ແມ່ນ​ເອົາ​ໃຈ​​ໃສ່​ເຖິງ​ວຽກ​ງານ​ປັບປຸງ​ການຈັດ​ຕັ້ງ, ສ່ວນ​ລັດຖະບານ​ຕ້ອງ​ຊີ້​ແຈງ​ການ​ແບ່ງ​ງານ, ​ແບ່ງ​ຂັ້ນ ກ່ຽວ​ກັບ​ການ​ປະຕິບັດ​ຫນ້າ​ທີ່, ກຳມະສິດ​ຂອງວິ​ສາ​ຫະກິດ.”

        ລັດຖະບານ​ກໍ​ຕັດສິນ​ໃຈ ບໍ່​ປ່ຽນ​ແປງ​ຈຸດໝາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້, ສູ້​ຊົນ​ບັນລຸ 14/15 ຕົວ​ເລກ​ຄາດໝາຍ​ທີ່​ວາງ​ອອກ​ໃນ​ປີ. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ດັ່ງກ່າວ, ​​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດຖະບານ​ສຸມ​ໃສ່​ບໍລິຫານ 6 ໝວດ​ມາດ​ຕະການ,​ນັ້ນ​ແມ່ນ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ຢ່າງ​ແຫນ້ນ​ແຟ້ນ, ລອບ​ຄອບ​ຖີ່​ຖ້ວນ, ສົມທົບ​ກັນຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ນະ​ໂຍບາຍ​ງົບປະ​ມານ​ກັບ​ນະ​ໂຍບາຍ​ເງິນ​ຕາ, ລະຫວ່າງ​ການ​ຮັກສາ​ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ ​ແລະ ບໍລິຫານ​ອັດຕາ​ດອກ​ເບ້ຍ​ໃຫ້​ເໝາະ​ສົມ, ສືບ​ຕໍ່​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ​ການ​ຜະລິດ​ໃນ​ຂົງ​ເຂດ​ກະສິກຳ, ອຸດສາຫະກຳ ​ແລະ ບໍລິການ ທັງ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ ທັງ​ຫັນປ່ຽນ​ອົງ​ປະກອບ, ຫລຸດຜ່ອນ​ລາຍ​ຈ່າຍ​ການ​ຜະລິດ, ຍົກ​ສູງ​ສະມັດ​ຕະພາບ, ປະສິດທິ​ຜົນ. ຕາມ​ເນຶ້ອ​ໃນ​ຈິດ​ໃຈ​ດັ່ງກ່າວ, ການ​ກຳນົດ​ທິດ​ໃນ 6 ​ເດືອນ ທ້າຍ​ປີ ​ແມ່ນຮັບປະກັນ​ເງິ​ນ​ເຟີ້​​ໃຫ້ຢູ່​ໃນ​ລະດັບ 7-8%, ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ບັນລຸ​ລະດັບ 5,2 - 5,7 % ​ແລະ ສາມາດ​ສູ້​ຊົນ​ໃຫ້​ບັນລຸ​ລະດັບສູງ​ກວ່າ​ຄາດໝາຍ​ທີ່​ໄດ້​ວາງ​ອອກ, ສ້າງ​ພື້ນຖານ​ປັບປຸງ​ເສດຖະກິດ​ມະຫາ​ກ ພາກ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ