ເສດຖະກິດຈຸດສຸມທາງພາກໃຕ້ - ກຳລັງຫນູນພັດທະນາຂອງປະເທດຊາດ

(VOVWORLD) -ເຂດເສດຖະກິດຈຸດສຸມທາງພາກໃຕ້ ສວມບົດບາດແມ່ນເຂດພັດທະນາຢູ່ທາງພາກໃຕ້ ແລະ ຂອງປະເທດຊາດ. ເພື່ອໃຫ້ເຂດເສດຖະກິດນີ້ເຕີບໂຕຢ່າງແຮງ ແລະ ຍືນຍົງ, ຕ້ອງມີກົນໄກໃຫມ່ເພື່ອສ້າງກຳລັງຫນູນໃຫມ່, ພັດທະນາຢ່າງແຮງກວ່າອີກ.

ເສດຖະກິດຈຸດສຸມທາງພາກໃຕ້ - ກຳລັງຫນູນພັດທະນາຂອງປະເທດຊາດ - ảnh 1ເຂດເສດຖະກິດຈຸດສຸມທາງພາກໃຕ້ ໄດ້ຮັບຖືວ່າ ແມ່ນ "ເຂດກຳລັງຫນູນ" ເຕີບໂຕເສດຖະກິດຂອງທົ່ວປະເທດ.        (ພາບປະກອບ: VOV)

ເຂດເສດຖະກິດຈຸດສຸມທາງພາກໃຕ້ ໄດ້ຮັບຖືວ່າ ແມ່ນ “ເຂດກຳລັງຫນູນ” ເຕີບໂຕເສດຖະກິດຂອງທົ່ວປະເທດ. ດ້ວຍ 8 ແຂວງ, ນະຄອນ ເຂດທາງທິດຕາເວັນອອກພາກໃຕ້ ແລະ 2 ແຂວງ ລອງອານ, ຕຽນຢາງ ຢູ່ ເຂດທົ່ງພຽງແມ່ນ້ຳຂອງ, ຊື່ງແມ່ນເຂດມີຍອດເນື້ອທີ່ແມ່ນ 1/10 ຂອງທົ່ວປະເທດ, ພົນລະເມືອງກວມເອົາ 22% ຈຳນວນປະຊາກອນຂອງທົ່ວປະເທດ ແຕ່ GRDP ກວມເອົາກວ່າ 35% ຂອງທົ່ວປະເທດ, ການສົ່ງອອກກວມເອົາກວ່າ 30% ຍອດວົງເງິນສົ່ງອອກຂອງທົ່ວປະເທດ. ການປະກອບສ່ວນເຂົ້າງົບປະມານຂອງເຂດໄລຍະ 2005 – 2020 ແມ່ນກວ່າ 46% ຍອດການເກັບລາຍຮັບງົບປະມານ. ບັນດາຕົວເລກສະຖິຕິດັ່ງກ່າວຊີ້ໃຫ້ເຫັນຄວາມສຳຄັນຂອງເຂດເສດຖະກິດຈຸດສຸມທາງພາກໃຕ້ ດ້ວຍພື້ນຖານເສດຖະກິດຂອງຫວຽດນາມ.

ການພັດທະນາຊັກຊ້າຂອງເຂດເສດຖະກິດຈຸດສຸມທາງພາກໃຕ້ ກໍ່ຊີ້ໃຫ້ເຫັນຢ່າງຈະແຈ້ງໃນໄລຍະ 2011 -2017, ສະມັດຕະພາບແຮງງານຂອງເຂດເພີ່ມຂຶ້ນພຽງ 5%/ປີ, ໃນຂະນະນັ້ນ ເຂດເສດຖະກິດຈຸດສຸມທາງພາກເຫນືອ ເພີ່ມຂຶ້ນ 8,45%/ປີ. ຕາມບັນດາຜູ້ຊ່ຽວຊານເສດຖະກິດແລ້ວ, ໄລຍະຜ່ານມາ ຈຳນວນວິສາຫະກິດຂອງເຂດເພີ່ມຂຶ້ນທົບ 6 ເທົົ່າ, ປະລິມານຂົນສົ່ງເພີ່ມຂຶ້ນທົບ 5ເທົ່າ ແຕ່ເສັ້ນທາງຄວາມໄວສູງຍັງຫນ້ອຍຢູ່, ການວາງແຜນກຳນົດເສັ້ນທາງອ້ອມຮອບຍັງບໍ່ທັນຜັນຂະຫຍາຍໄດ້ເຮັດໃຫ້ເສດຖະກິດຂອງເຂດຈຸດສຸມບໍ່ເຕີບໂຕເມື່ອປຽບທຽບກັບຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ.

ໂດຍແມ່ນໃຈກາງຂອງເຂດເສດຖະກິດຈຸດສຸມທາງພາກໃຕ້, ຍາມໃດກໍ່ໄດ້ຮັບຖືວ່າແມ່ນນຳຫນ້າເສດຖະກິດຂອງທົ່ວປະເທດ ແຕ່ນະຄອນ ໂຮ່ຈິມີນ ຍັງບໍ່ທັນພັດທະນາຄືດັ່ງຄວາມຫວັງ. ທ່ານ ຮອງສາດສະດາຈານ, ປອ ເຈີນຮວ່າງເງິນ, ຫົວຫນ້າສະຖາບັນຄົ້ນຄ້ວາພັດທະນານະຄອນ ໂຮ່ຈີມິນ ໃຫ້ຂໍ້ສັງເກດວ່າ:

“ລະບອບລະບຽບການຮ່ວມສຳພັນເຂດຍັງບໍ່ທັນເຂັ້ມແຂງ, ບໍ່ທັນມີພື້ນຖານດ້ານນິຕິກຳເພື່ອຕິດພັນສິດຜົນປະໂຫຍດ ແລະ ຄວາມຮັບຜິດຊອບບັນດາທ້ອງຖິ່ນໃນເຂດ. ສ່ວນຫລາຍແມ່ນຮ່ວມສຳພັນລະຫວ່າງສູນກາງລົງຮອດທ້ອງຖິ່ນ, ຂາດການຮ່ວມສຳພັນລະຫວ່າງທ້ອງຖິ່ນຕ່າງໆໃນເຂດ. ການສົມທົບກັນເພື່ອຜັນຂະຫຍາຍການວາງແຜນກຳນົດເຂດແມ່ນບໍ່ທັນແຫນ້ນແຟ້ນ.”

ຈາກສາຍເຫດທີ່ໄດ້ຍົກອອກມາ, ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ເພື່ອເພີ່ມທະວີປະສິດທິຜົນການຮ່ວມສຳພັນເຂດ ເພື່ອໃຫ້ເຂດກາຍເປັນກຳລັງຫນູນເຕີບໂຕ ຕ້ອງມີຄວາມຕັດສິນໃຈດ້ານການເມືອງ, ຄວາມເຫັນດີເຫັນພ້ອມ, ຜັນຂະຫຍາຍຢ່າງຄົບຊຸດຈາກສູນກາງລົງຮອດທ້ອງຖິ່ນ. ທ່ານຮອງສາດສະດາຈານ ປອ ເຈີນດີງທຽນ, ຫົວຫນ້າສະຖາບັນເສດຖະກິດຫວຽດນາມ ຖືວ່າ:

ກ່ອນອື່ນໝົດ ຕ້ອງສືບຕໍ່ມອບສິດເປັນເຈົ້າການມີຫົວຄິດປະດິດສ້າງ ແລະ ມອບແຫລ່ງກຳລັງໃຫ້ຫລາຍກວ່າ. ຍອ້ນຂັ້ນແຂວງບໍ່ທັນມີຢ່າງພຽງພໍ ສະນັ້ນ ກຳລັງແຮງພັດທະນາຂອງເຂດກໍ່ຍັງບໍ່ທັນບັນລຸໄດ້ຕາມຄາດໝາຍ.

ກໍ່ມີທັດສະນະເຊັ່ນດຽວກັນກັບເລື່ອງບໍ່ພຽງແຕ່ເອົາໃຈໃສ່ເຖິງການພັດທະນາເສດຖະກິດແຂວງເທົ່ານັ້ນ ຫາກຕ້ອງສຸມໃສ່ທັງເສດຖະກິດເຂດ ຜ່ານການຈັດວາງແຜນຜັງເຂດ, ພັດທະນາສິ່ງທີ່ບຸລິມະສິດຕາມລຳດັບ, ພັດທະນາຕະຫລາດແຮງງານລວມ.. ທ່ານ ຫງວຽນວັນເລິ້ຍ ເລຂາຄະນະພັກແຂວງ ບີ່ງເຢືອງ ຖືວ່າ: ເຂດທາງທິດຕາເວັນອອກພາກໃຕ້ ຄວນວາງແຜນຜັງເຂດອ້ອມຮອບອຸດສາຫະກຳຕົວເມືອງທາງທິດໃຕ້ ຈາກ ລອງອານ, ໄຕນີງ, ບີ່ງເຢືອງ, ບີ່ງເຟືອກ, ດົ່ງນາຍ, ບ່າເຣ້ຍ ຫວູງເຕົາໃນໄລຍະ 10-15 ປີ.

ເຂດເສດຖະກິດຈຸດສຸມທາງພາກໃຕ້ ມີບົດບາດສຳຄັນພິເສດສຳລັບການພັດທະນາຂອງຫວຽດນາມ ໃນທຸກດ້ານ. ສະນັ້ນ ເພື່ອໃຫ້ເຂດນີ້ ສືບຕໍ່ແມ່ນກຳລັງຫນູນພັດທະນາຂອງທົ່ວປະເທດ, ຄວນມີບັນດານະໂຍບາຍພິເສດສະເພາະ ເພື່ອພັດທະນາ. ເມື່ອສຳເລັດຜົນ, ເຂດເສດຖະກິດຈຸດສຸມທາງພາກໃຕ້ ໃນນັ້ນ ມີການນຳຫນ້າຂອງນະຄອນໂຮ່ຈີມິນພັດທະນາກະໂດດຂັ້ນ ພື້ນຖານເສດຖະກິດຂອງປະເທດຊາດ ຈະມີກຳຫລັງຫນູນຕື່ມອີກເພື່ອພັດທະນາຢ່າງແຮງ ແລະ ໝັ້ນຄົງກວ່າ.

 
 
 
 

ຕອບກັບ

ຂ່າວ/ບົດ​ອື່ນ