ເສດຖະກິດຫວຽດນາມ ປີ 2019 ເສດຖະກິດມະຫາພາກມີຄວາມສະຖຽນລະພາບ, ສ້າງກຳລັງຫນູນໃຫ້ຊຸມປີຕໍ່ໄປ

(VOVWORLD) -ເຖິງວ່າ ຖືກປະເຊີນຫນ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງກໍຕາມ ແຕ່ປີ 2019 ແມ່ນປີຊື່ງເສດຖະກິດຫວຽດນາມ ບັນລຸໄດ້ບັນດາການຜັນປ່ຽນຕັ້ງຫນ້າ, ຮອບດ້ານ ໃນຫລາຍຂົງເຂດ ແລະ ບັນລຸຄາດໝາຍທີ່ວາງອອກ. ໝາກຜົນນັ້ນແມ່ນພື້ນຖານເພື່ອວາງອອກບັນດາຄາດໝາຍໃຫມ່ໃຫ້ແກ່ພື້ນຖານເສດຖະກິດໃນປີ 2020 ເປັນຕົ້ນໃນສະພາບການ ຫວຽດນາມ ໄດ້ ແລະ ພວມເຂົ້າຮ່ວມຫລາຍສັນຍາການຄ້າເສລີກັບບັນດາປະເທດ ແລະ ພາກພື້ນ.
ເສດຖະກິດຫວຽດນາມ ປີ 2019 ເສດຖະກິດມະຫາພາກມີຄວາມສະຖຽນລະພາບ, ສ້າງກຳລັງຫນູນໃຫ້ຊຸມປີຕໍ່ໄປ - ảnh 1 ພາບປະກອບ

ປີ 2019 ແມ່ນປີທີສອງລຽນຕິດ ເສດຖະກິດຫວຽດນາມ ບັນລຸ ແລະ ລື່ນກາຍ 12/12 ຄາດໝາຍຊື່ງສະພາແຫ່ງຊາດໄດ້ວາງອອກ. ເສດຖະກິດມະຫາພາກມີຄວາມສະຖຽນລະພາບ, ໝັ້ນແກ່ນກວ່າ, ຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບການປັບປຸງ. ລະດັບການເຕີບໂຕ GDP ຄາດວ່າບັນລຸ 6,8%, ໄພເງິນເຟີ້ຕ່ຳກວ່າ 3%. ທ່ານ ຫວູຮົ່ງແທງ, ຫົວຫນ້າກຳມາທິການເສດຖະກິດ ຂອງສະພາແຫ່ງຊາດ ຖືວ່າ:

“ໂຄງປະກອບພື້ນຖານເສດຖະກິດມີການຜັນປ່ຽນຕັ້ງຫນ້າ, ມີຄຸນນະພາບກວ່າ, ສະມັດຕະພາບແຮງງານສືບຕໍ່ໄດ້ຮັບການປັບປຸງ, ໃນສະພາບຄວາມຫຍຸ້ງຍາກນັ້ນ ບັນດາຂະແຫນງການ, ຂົງເຂດຕົ້ນຕໍຍັງຄົງສືບຕໍ່ພັດທະນາເປັນປົກກະຕິ. ການຜະລິດອຸດສາຫະກຳບັນລຸໝາກຜົນສູງ ດ້ວຍຈຸດສຸມແມ່ນອຸດສາຫະກຳປຸງແຕ່ງ, ຜະລິດປະດິດສ້າງ. ການເຕີບໂຕຂອງຂະແຫນງກະສິກຳບັນລຸໝາກຜົນສູງພໍສົມຄວນ, ຂົງເຂດສິນໃນນ້ຳ, ປ່າໄມ້ບັນລຸໝາກຜົນສູງ, ເລື່ອງເຮັດໃຫ້ການຜະລິດລ້ຽງສັດມີຄວາມເປັນປົກກະຕິກໍ່ໄດ້ຮັບການປະຕິບັດຢ່າງຂ້ຽວຂາດ. ການປະກອບສ່ວນຂອງຂົງເຂດບໍລິການເຂົ້າໃນການເຕີບໂຕເສດຖະກິດກໍ່ນັບມື້ນັບເພີ່ມຂຶ້ນ. ຫວຽດນາມ ສືບຕໍ່ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວສາກົນ. ດຸ່ນການຄ້າໄດ້ຮັບການຮັກສາການເຕີບໂຕຢູ່ໃນລະດັບສູງ, ລະດັບການເຕີບໂຕສົ່ງອອກຂອງພື້ນຖານເສດຖະກິດພາຍໃນປະເທດໄດ້ຮັບການປັບປຸງ, ການສົ່ງອອກແມ່ນເກີນດຸ່ນໃນປີທີ 4 ລຽນຕິດ”

ເສດຖະກິດມະຫາພາກຂອງຫວຽດນາມ ໃນປີ 2019 ສືບຕໍ່ມີຄວາມສະຖຽນລະພາບ, ໝັ້ນແກ່ນກວ່າ. ນະໂຍບາຍເງິນຕາໄດ້ຮັບການຊີ້ນຳບໍລິຫານຢ່າງມີປະສິດທິຜົນ, ຕະຫລາດແລກປ່ຽນເງິນຕາຕ່າງປະເທດກໍ່ໄດ້ຮັບການຮັກສາເປັນປົກກະຕິ, ການສະສົມເງິນຕາຕ່າງປະເທດສືບຕໍ່ເພີ່ມຂຶ້ນຢ່າງແຮງ. ດັດຊະນີຄວາມໄວ້ເນື້ອເຊື່ອໃຈແຫ່ງຊາດໄດ້ຮັບການປັບປຸງ. ຄຽງຄູ່ກັນນັ້ນ ໂຄງປະກອບພື້ນຖານເສດຖະກິດມີການຜັນປ່ຽນຢ່າງຕັ້ງຫນ້າ, ມີຄຸນນະພາບກວ່າ, ສະມັດຕະພາບແຮງງານສືບຕໍ່ໄດ້ຮັບການປັງປຸງ. ປີ 2019 ແມ່ນປີລະດົມໄດ້ຫລາຍແຫລ່ງກຳລັງໃຫ້ແກ່ການລົງທຶນພັດທະນາ, ຍອດເງິນລົງທຶນພັດທະນາທົ່ວສັງຄົມປີ 2019 ຄາດວ່າ ບັນລຸ ປະມານ 33,8% GDP, ເສີມຂະຫຍາຍບົດບາດກຳລັງຫນູນຂອງເສດຖະກິດພາກເອກະຊົນ ດ້ວຍລະດັບການລົງທຶນເພີ່ມຂຶ້ນກວ່າ 45% GDP.

ໝາກຜົນການເຕີບໂຕເສດຖະກິດບັນລຸໄດ້ໃນປີ 2019 ກໍ່ຍ້ອນວຽກງານບໍລິຫານຂອງລັດຖະບານມີການປ່ຽນແປງຫລາຍຢ່າງ, ມີຄວາມຂະຫຍັນຂັນເຄື່ອນກວ່າ, ຂ້ຽວຂາດກວ່າ, ມີປະສິດທິຜົນ, ເອົາໃຈໃສ່ເຖິງການແກ້ໄຂບັນດາບັນຫາໃຫຍ່, ຍາວໄກ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ແກ້ໄຂບັນດາຮົ້ວກີດຂວາງໃຫ້ແກ່ການພັດທະນາ, ສົ່ງເສີມການປ່ຽນໃຫມ່ປະດິດຄິດສ້າງໃນທ່າອ່ຽງປະຕິວັດອຸດສາຫະກຳ, ຄວບຄຸມໄພເງິນເຟີ້ ແລະ ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕ, ສຳຫລວດກວດກາ, ຍົກສູງປະສິດທິຜົນການປະຕິບັດກົດໝາຍຕິດພັນກັບການຫລຸດຜ່ອນລະບຽບການດ້ານບໍລິຫານ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດ. ເອົາໃຈໃສ່ເລື່ອງຍູ້ແຮງການໝູນໃຊ້ວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນໃຫມ່ປະດິດຄິດສ້າງ ເປັນພື້ນຖານເພື່ອຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ້ງແຍ້ງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ:

“ລັດຖະບານ ຊີ້ນຳການສຸມໃສ່ສຳຫລວດກວດກາ, ສ້າງກົນໄກ, ນະໂຍບາຍໃຫ້ສົມບູນແບບ, ວາງອອກການກຳນົດທິດ, ມາດຕະການ ສ້າງກຳລັງຫນູນການພັດທະນາບັນດາຂະແຫນງການ, ຂົງເຂດຈຸດສຸມຂອງພື້ນຖານເສດຖະກິດ. ມີຫລາຍທ້ອງຖິ່ນໄດ້ເປັນເຈົ້າການໃນການຈັດຕັ້ງບັນດາເວທີປາໄສ, ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ, ບໍລິການ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ຫລາຍຮູບແບບໃຫມ່, ວິທີເຮັດຢ່າງມີປະສິດທິຜົນ ເພື່ອຊຸກຍູ້ການພັດທະນາເສດຖະກິດສັງຄົມ”

ປີ 2019, ບັນດາອົງການສາກົນທີ່ມີອິດທິພົນຊື່ສຽງ ແລະ ຫລາຍປະເທດ, ຄູ່ຮ່ວມມື ໄດ້ຕີລາຄາສູງ ແລະ ຢັ້ງຢືນ ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນໃນພາກພື້ນ, ທົ່ວໂລກ. ຫວຽດນາມ ຖືກຈັດອັນດັບ 8 ໃນຈຳນວນບັນດາພື້ນຖານເສດຖະກິດດີສຸດຂອງໂລກ ເພື່ອລົງທຶນໃນປີ 2019, ເພີ່ມ 15 ຂັ້ນເມື່ອທຽບໃສ່ປີ 2018. ເວທີປາໄສເສດຖະກິດໂລກ ໄດ້ຕີລາຄາກຳລັງຄວາມສາມາດແກ້ງແຍ້ງຂອງຫວຽດນາມ ແມ່ນມີຄວາມປັບປຸງຢ່າງກະໂດດຂັ້ນໃນ 3 ເສົາຄ້ຳຂອງລະບອບລະບຽບການ, ພື້ນຖານໂຄງລ່າງ ແລະ ທັກສະ, ຢືນອັນດັບ 67/ 141 ປະເທດ, ເຂດແຄ້ວນ, ເພີ່ມ 10 ຂັ້ນເມື່ອທຽບໃສ່ປີ 2018.

ບັນດາໝາກຜົນສຳຄັນ, ຮອບດ້ານຂອງປີ 2019 ແມ່ນປະຖົມປັດໄຈເພື່ອໃຫ້ເສດຖະກິດຫວຽດນາມ ໃນປີ 2020 ມຸ່ງໄປເຖິງບັນດາຄາດໝາຍສູງກວ່າ ແລະ ເຕີບໂຕເຂັ້ມແຂງກວ່າ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ປີ 2020 ຫວຽດນາມ ສືບຕໍ່ສຸມໃສ່ສ້າງພື້ນຖານເສດຖະກິດມະຫາພາກໃຫ້ມີຄວາມສະຖຽນລະພາບ, ວາງຄາດໝາຍການເຕີບໂຕ GDP ບັນລຸລະດັບ 6,8%, ຍອດວົງເງິນສົ່ງອອກເພີ່ມຂຶ້ນປະມານ 7%.

“ຫວຽດນາມ ສຸມໃສ່ສ້າງລະບອບລະບຽບການເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ, ສ້າງທຸກເງື່ອນໄຂສະດວກຊຸກຍູ້ການພັດທະນາເສດຖະກິດສັງຄົມ. ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງແຮງ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ, ສູ້ຊົນເພື່ອນຳຫວຽດນາມ ຈັດເຂົ້າໃນກຸ່ມບັນດາປະເທດນຳຫນ້າຂອງອາຊຽນ ໂດຍໄວ, ຍົກສູງບັນດາດັດຊະນີຈັດອັນດັບສາກົນ. ສືບຕໍ່ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ສ້າງພື້ນຖານໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ຢ່າງແຮງ, ມີຄຸນນະພາບກວ່າ. ສືບຕໍ່ຂຸດຄົ້ນ, ນຳໃຊ້ ແລະ ເສີມຂະຫຍາຍບັນດາແຫລ່ງກຳລັງຂອງພື້ນຖານເສດຖະກິດ, ສ້າງບາດກ້າວບຸກທະລຸໃນການສ້າງພື້ນຖານເສດຖະກິດດີຈີຕອນ”

ແກ້ໄຂບັນດາຂໍ້ຈຳກັດ, ຂໍ້ຄົງຄ້າງໃຫ້ມີປະສິດທິຜົນ ແລະ ຊອກຫາບັນດາມາດຕະການສ້າງ ແລະ ຍູ້ແຮງພື້ນຖານເສດຖະກິດຢ່າງແຮງ ແມ່ນຄວາມຕັດສິນໃຈຂອງຫວຽດນາມ ໃນປີ 2020. ພ້ອມກັນນັ້ນ ລັດຖະບານ ມີບັນດານະໂຍບາຍເພື່ອສ້າງສະພາບແວດລ້ອມໃຫ້ມີຄວາມສະດວກ, ມີການແກ້ງແຍ້ງ, ສົ່ງເສີມການ Startup, ການປ່ຽນໃຫມ່ປະດິດສ້າງ ແລະ ພັດທະນາເສດຖະກິພາກເອກະຊົນຢ່າງແຮງ, ຫນູນຊ່ວຍເສດຖະກິດລວມໝູ່, ວິສາຫະກິດຂະຫນາດກາງ ແລະ ນ້ອຍ ໃຫ້ມີປະສິດທິຜົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ