ເສດຖະກິດຫວຽດນາມໃນ 6 ເດືອນ ຕົ້ນປີ 2015: ມຸ່ງໄປເຖິງການພັດທະນາເປັນ ປົກກະຕິ

(vovworld)- ພື້ນ​ຖານເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ​ໃນ 6 ເດືອນ​ຕົ້ນ​ປີ 2015. ໃນ​ນັ້ນ,  GDP ເພີ່ມ​ຂຶ້ນ​ເກືອບ 6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ແລະ ແມ່ນ​ລະ​ດັບ​ເພີ່ມ​ຂຶ້ນ​ສູງ​ສຸດ​ນັບ​ແຕ່​ປີ 2011 ມາ​ຮອດ​ປະ​ຈຸ​ບັນ. ຕາມ​ການ​ຄາດ​ຄະ​ເນ​ຊຸມ​ເດືອນ​ທ້າຍ​ປີ​ແລ້ວ, ຫວຽດ​ນາມ ຈະ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ແຕ່​ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ນັ້ນ ຈະ​ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ສູ້​ຊົນ​ເພື່ອ​ດຳ​ເນີ​ນ​ທຸ​ລະ​ກິດ​ປີ 2015​ສຳ​ເລັດ​ຜົນ​.
ເສດຖະກິດຫວຽດນາມໃນ 6 ເດືອນ ຕົ້ນປີ 2015: ມຸ່ງໄປເຖິງການພັດທະນາເປັນ ປົກກະຕິ - ảnh 1
ພາບ​ປະ​ກອບ:internet

        3 ຂົງ​ເຂດ​ທີ່ປະ​ກອບ​ສ່ວນ​ໃຫ້​ການ​ເຕີບ​ໂຕ​ຂອງ​ພື້ນ​ຖາ​ນ​ເສດ​ຖະ​ກິດ​ໃນ 6 ເດືອນ​ຜ່ານ​ມາ ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃນ​ນັ້ນ ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ກໍ່​ສ້າງ​ແມ່ນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງ ດ້ວຍລະ​ດັບ ກວ່າ 9%, ການ​ບໍ​ລິ​ການ​ເພີ່ມ​ຂຶ້ນ ກວ່າ 5% ກະ​ສິ​ກຳ, ປ່າ​ໄມ້ ແລະ ສິນ​ໃນ​ນ້ຳ ເພີ່ມ​ຂຶ້ນ​ເກືອບ 2,4%. ດັດ​ຊະ​ນີ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ 9,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສູງກວ່າ​ຫລາຍ​ເມື່ອ​ທຽບ​ໃສ່​ລະ​ດັບ​ເພີ່ມ​ຂຶ້ນ​ຂອງ​ໄລ​ຍະ​ດຽວ​ກັນ​ໃນ 2 ປີ​ມານີ້. ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ໃນ 6 ເດືອນ​ຕົ້ນ​ປີ​ກໍ​ມີ​ສັນ​ຍານ​ຕັ້ງ​ຫນ້າ, ດ້ວຍຈຳ​ນວນ​ວິ​ສາ​ຫະ​ກິດ 45.000 ແຫ່ງຈົດ​ທະ​ບຽນ​ສ້າງ​ຕັ້ງ​, ໃຫມ່ (ເພີ່ມ​ຂຶ້ນ​ນັບ​ທັງ​ຈຳ​ນວນ ແລະ ທຶນ​ຈົດ​ທະ​ບຽນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັ​ນ​ຂອງ​ປີ​ກາຍ), ປະ​ກອ​ບສ່ວນກວ່າ 60%ໃຫ້​ແກ່ GDP. ນີ້​ແມ່ນ​ສັນ​ຍານ​ດີ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ສະ​ແດງ​ໃຫ້​ເຫັນ​ກາ​ລະ​ໂອ​ກາດ​ການ​ລົງ​ທຶນ, ດຳ​ເນີນທຸ​ລະ​ກິດຂອງວິ​ສາ​ຫະ​ກິດ​ພວມ​ມີ​ການ​ຫັນ​ປ່ຽນ​ຕາມ​ທິດ​ຕັ້ງ​ຫນ້າ. ທ່ານ ຫວູ​ຕຽນ​ໂລກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ເຖິງວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ຍັງ​ຄົງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ ແຕ່​ດ້ວ​ຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ປະ​ຕິ​ຮູບ​ຢ່າງ​ແຮງ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ການ​ເປີດ​ປະ​ຕູ​ຕະ​ຫລາດ​ໃນ​ຂອບ​ເຂດ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ໄດ້ ແລະ ຈະ​ໄດ້​ຮັບ​ການລົງ​ນາມ ພ້ອມ​ກັບວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ໄດ​້​ມີ​ແຜນ​ການ​ເພື່ອ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ທຳ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ສະ​ນັ້ນ ຂ​້າ​ພະ​ເຈົ້າ​ຄິດ​ວ່າ ສິ່ງ​ດັ່ງ​ກ່າວ​ຈະ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ບັນ​ລຸ​ໝາກ​ຜົນ​ການ​ດຳ​ເນີນ​ທຸ​ລະ​ກິດ​ດີ​ສົມ​ຄວນ.”

        ໄລ່​ຮອດ​ເດືອນ 6/2015, ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ​ສະ​ເລ່ຍ​ເພີ່ມ​ຂຶ້ນ 0,86% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອ​ງ​ປີ​ກາຍ. ນີ້​ແມ່ນ​ລະ​ດັບ​ເພີ່ມ​ຂຶ້ນ​ຕ່ຳ​ໃນ​ໄລ​ຍະ 10 ປີມາ​ນີ້, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຈຸດ​ໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຂອງ​ລັດ​ຖະ​ບານ, ຈາກນັ້ນ ສ້າງ​ເງື່ອນ​ໄຂ​ເພື່ອ​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ກ່ຽວ​ກັບ​ລາ​ຄາ​ຜະ​ລິ​ດ​ຕະ​ພັນ, ບໍ​ລິ​ການ​ຕາມ​ກົນ​ໄກ​ຕະ​ຫລາດ, ພ້ອມ​ທັງ​ຫລຸດ​ລາຍ​ຈ່າຍ​ສົ້ນ​ເຂົ້າ​ຂອງ​ບັນ​ດາ​ວິ​ສ​າ​ຫະ​ກິດ, ຊຸກ​ຍູ້​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ນັບ​ແຕ່ນີ້​ຮອດ​ທ້າຍ​ປີ, ຄາດ​ຄະ​ເນ​ວ່າ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ປະ​ສົບ​ກັບ​ຄວາ​ມ​ຫຍຸ້ງ​ຍາກ, ຮຽກ​ຮ້ອງ​ລັດ​ຖະ​ບານ, ບັນ​ດາ​ວິ​ສ​າ​ຫະ​ກິດ​ຕ້ອງ​ມີ​ການ​ປ່ຽນ​ແປງ, ມາ​ນະ​ພະ​ຍາ​ຍາມກວ່າ​ອີກ ເພື່ອ​ບັນ​ລຸ​ບັນ​ດາ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ. ພິ​ເສດ ໃນ​ຂົງ​ເຂດ​ກະ​ສິ​ກຳ​ຊື່ງ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໄພ​ແຫ້ງ​ແລ້ງ, ໄພ​ທຳ​ມະ​ຊາດ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສະ​ມັດ​ຕະ​ພາບ​ກໍ​ຄື​ການ​ສົ່ງ​ອອກ. ດ​ຣ ເຈີນດ​ີງ​ທຽນ, ຫົວ​ຫນ້າ​ສະ​ຖາ​ບັນ​ເສດ​ຖະ​ກິດ ຫວຽດ​ນາມ ຖື​ວ່າ:

        “ຄວາມ​ສ່ຽງ​ໃຫຍ່​ສຸດ​ແມ່ນ​ໄພ​ທຳ​ມະ​ຊາດ ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຂົ​ງ​ເຂດກະ​ສິ​ກຳ, ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ. ​ການຂາດ​ແຄນ​ແຫລ່ງ​ນ້ຳ​ບໍ່​ພຽງ​ແຕ່​ສຳ​ລັບ​ກະ​ສິ​ກຳ​ເທົ່າ​ນັ້ນ ຫາກ​ນັບ​ທັງອຸດ​ສາ​ຫະ​ກຳ, ບໍ​ລິ​ການ​​ອີກ​ດ້ວຍ. ປີນີ້ ປະ​ກົດ​ການ Elnino ແລະ ອາດ​ກາດ​ແດດ​ຮ້ອນ​ຜິດ​ປົກ​ກະ​ຕິ ຈະ​ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງ​ຂະ​ແຫນງ​ກະ​ສິ​ກຳ, ນີ້​ແມ່ນ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ປະ​ຈຸ​ບັນ.”

        ການ​ເຕີບ​ໂຕ GDP ຂອງ​ຫວຽດ​ນາມ ໃນ​ປີ 2015 ສູ້​ຊົນ​ບັນ​ລຸ ແຕ່ 6,2% ຂຶ້ນ​ໄປ ເພື່ອ​ສຳ​ເລັດ​ຄາດ​ໝາຍ​ຊື່ງ​ສະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ. ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ສ້າງ 3 ແຜນ​ການ​ໃຫ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ. ຕາ​ມນັ້ນ​ແລ້ວ, ຖ້າ​ຫາກ ກະ​ສິ​ກຳ​ສືບ​ຕໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຍ້ອນ​ໄພ​ແຫ້ງ​ແລ້ງ, ສະ​ພາບ​ການ​ຂຸດ​ຄົ້ນ​ນ້ຳ​ມັນ​ດີບ​ສືບ​ຕໍ່​ຮັກ​ສາ​ລະ​ດັບ​ຄື 6 ເດືອນ​ຜ່ານ​ມາ, ການ​ເຕີບ​ໂຕ​ຍາກ​ທີ່​ບັນ​ລຸ​ຄາດ​ໝາຍ 6,2% ຊື່ງ​ສະ​ພາ​ແຫ່ງ​ຊາດ​ໄດ້​ວາ​ງ​ອອກ. ແຜນ​ການ​ທີ 2 ​ແມ່ນ​ຖ້າ​ຫາກ​ອຸດ​ສາ​ຫະ​ກຳ ຍັງ​ຄົງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ແຕ່​ຫວຽດ​ນາມ​ມີ​ນະ​ໂຍ​ບາຍ​ຍູ້​ແຮງ​ອຸດ​ສາ​ຫະ​ກຳ​ຂຸດ​ຄົ້ນ​ໂລ​ຫະ, ຍູ້​ແຮງ​ຕະ​ຫລາດ​ສົ່ງ​ອອກ ຈະ​ສາ​ມາດ​ບັນ​ລຸ​ໄດ້​ຄາດ​ໝາຍ 6,2% ຢູ່. ແຜນ​ການ​ທີ 3 ແມ່ນການ​ເຕີບ​ໂຕ​ລື່ນ​ກາຍ​ຄາດ​ໝາຍ​ທີ​່​ສະ​ພາ​ແຫ່ງ​ຊາດ​ວາງ​ອອກ, ຮຽກ​ຮ້ອງ​ຕ້ອງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ຄວາມ​ມີ​ໄຫວ​ພິບ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ພິ​ເສດ​ແມ່ນ​ນະ​ໂຍ​ບາຍ​ເງິນ​ຕາ, ງົບ​ປະ​ມານ ແລະ ບັນ​ດາ​ມາດ​ຕະ​ການ​ສ​ະ​ກັດ​ກັ້ນ​ການນຳ​ເຂົ້າສິນ​ຄ້າ​​ເຖື່ອນ, ສິນ​ຄ້າ​ປອມ, ລອກ​ແບບ​ສິນ​ຄ້າ. ທ່ານ ຫງວຽນ​ບີກ​ເລີມ, ຫົວ​ຫນ້າ​ກົມ​ໃຫຍ່​ສະ​ຖິ​ຕິ ໃຫ້​ຂໍ້ສັງ​ເກດ​ວ່າ:

        “ແຜນ​ການ​ທີ​ສອງ ອາດ​ຈະ​ປະ​ຕິ​ບັດ​ໄດ້, ເພາະ​ວ່າ ຫວ່າງ​ແລ້ວນີ້ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​ລົງ​ນາມ​ ສັນ​ຍາ​ການ​ຄ້າ​ເສ​ລີ ກັບ ສ​ເກົາ​ຫລີ , ໃນ​ນັ້ນ ຫວຽດ​ນາມ ຈະ​ສົ່ງ​ສິນ​ໃນ​ນ້ຳ​ໄປ​ຍັງ ສ​ເກົາ​ຫລີ ຫລາຍກວ່າ ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນນີ້. ທີ​ສອງ ຫວັງ​ວ່າ ທ້າຍ​ປີນີ້ ໃນ​ໂອ​ກາດວັນ​ບຸ​ນຄຼິ​ດ​ສະ​ມາດ, ຕະ​ຫລາດ ເອີ​ລົບ ຈະ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ, ພິ​ເສດ​ແມ່ນ​ສິນ​ໃນ​ນ້ຳ ເພື່ອ​ກະ​ກຽມ​ໃຫ້​ໂອ​ກາດ​ບຸນ​ເຕັດ ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ຈະ​ເຕີບ​ໂຕ. ແຕ່ນີ້ ຮອດ​ທ້າຍ​ປີ, ລັດ​ຖະ​ບານ​ຫວຽດ​ນາມ ສ​ຸມ​ໃສ່​ຊີ້​ນຳ ເພື່ອ​ເຮັດ​ແນວ​ໃດ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ຂະ​ແຫນງ​ກະ​ສິ​ກຳ ແລະ ມີ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເພີ່ມ​ທະ​ວີ​ການ​ສົ່ງ​ອອກ, ຫລຸດ​ຜ່ອນ​ການ​ນຳ​ເຂົ້າ, ເວ​ລານັ້ນ ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ຈະ​ເຕີບ​ໂຕດີ​ສົມ​ຄວນ.”

        ເຖິງວ່າ ໃນ​ໄລ​ຍະ​ສັ້ນ ອາດ​ຈະ​ມີ​ຄວາມ​ສະ​ດວກ, ແຕ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຫວຽດ​ນາມ ຍັງ​ສືບ​ຕໍ່​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ຄວາ​ມ​ສ່ຽງ​ໃນ​ໄລ​ຍະ​ຍາວ. ສະ​ນັ້ນ ເພື່ອ​ຟື້ນ​ຟູ​ການ​ເຕີບ​ໂຕ​ໃນ​ປີ​ນີ້ ແລະ ຊຸ​ມ​ປີ​ຈະ​ມາ​ເຖິງ, ລັດ​ຖະ​ບານ ໄດ້ ແລະ ພວມ​ມີ​ບັນ​ດາ​ນະ​ໂຍ​ບາຍ​ໄຫວ​ພິບ​ກ່ຽວ​ກັບ​ເງິນ​ຕາ, ການ​ເງິນ. ພ້ອມ​ທັງ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່. ພິ​ເສດ​ແມ່ນ​ສ້າງ​ໂຄງ​ປະ​ກອບລະ​ບົບການ​ເງິນ, ທະ​ນາ​ຄານ ແລະ ລົບ​ລ້າງ​ຮົ້ວ​ກີດ​ຂວາງ​ສຳ​ລັບ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ພາຍ​ໃນ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ